ເອກອັກຄະລັດຖະທູດຜູ້ຮັບຜິດຊອບວຽກງານຂອງຜູ້ປະສານງານແຫ່ງຊາດ SCO ຂອງຈີນ ໄດ້ຖະແຫຼງການຕໍ່ສື່ມວນຊົນພາຍໃນ ແລະ ຕ່າງປະເທດວ່າ: ຫຼັກການຂອງ SCO ແມ່ນໄດ້ປະຕິບັດຕາມແນວທາງທີ່ສອດຄ່ອງກັບອົງກອນ ສະຫະປະຊາຊາດ ແລະ ສົ່ງເສີມແບບພະຫຸພາຄີ ບໍ່ແມ່ນອົງກອນທີ່ຕໍ່ຕ້ານປະເທດທີສາມຫຼືອົງກອນລະຫວ່າງປະເທດໃດໆ ຊຶ່ງເປັນເປັນອົງກອນທີ່ມີຫຼັກໝັ້ນນັບແຕ່ການສ້າງຕັ້ງມາໄດ້ 24 ປີຜ່ານມາ.
ທ່ານກ່າວວ່າ: SCO ໄດ້ພັດທະນາເພື່ອໃຫ້ເປັນແມ່ແບບການຮ່ວມມືທີ່ເປັນຮູບປະທຳທີ່ຈັບຕ້ອງໄດ້ເຊິ່ງປະຈຸບັນໄດ້ຂະຫຍາຍສະມາຊິກ ລວມ 27 ປະເທດທີ່ມີປະຊາກອນເກືອບເຄິ່ງໜຶ່ງຂອງໂລກ ໜຶ່ງໃນສີ່ຂອງ ຈີດີພີໂລກ ເຊິ່ງກອງປະຊຸມດັ່ງກ່າວນີ້ ແມ່ນຈະປະຕິບັດຕາມແນວທາງແຜນພັດທະນາປະເທດສະມາຊິກຂອງ SCO ໃນລະຫວ່າງປີ 2026 – 2035 ເຊິ່ງໄດ້ຮັບການຍອມຮັບຂອງກອງປະຊຸມສຸດຍອດ ຫວ່າງແລ້ວນີ້ ແລະ ຢືນຢັນຄວາມໝຸ່ງໝັ້ນຕັ້ງໃຈ ຕໍນ້ຳໃຈ “ຊຽງໄຮ້” ເຊິ່ງມີຄວາມໃວ້ວາງໃຈເຊິ່ງກັນແລະກັນ ມີປະໂຫຍດຮ່ວມກັນ ມີຄວາມເທົ່າທຽມກັນໃຫ້ຄຳປຶກສາເຄົາລົບອະລິຍະທຳທີ່ຫຼາກຫຼາຍ ແລະ ສະແຫວ່ງການການພັດທະນາຮ່ວມກັນ. SCO ຈະສົ່ງເສີມ “ຜົນປະໂຫຍດຮ່ວມກັນ ແລະ ຄວາມສຳເລັດຮ່ວມກັນ” ມີສ່ວນຮ່ວມໃນລະແບບຂອງໂລກຫຼາຍຂວ້າທີ່ທົນຕໍ່ຜົນກະທົບຈາກພາຍນອກ ແລະ ສົ່ງເສີມຄວາມເປັນປຶກແຜ່ນ ແລະ ການຮ່ວມມືລະດັບໂລກ ໃຫ້ເຕີບໃຫຍ່ຂຶ້ນໄປເລື້ອຍໆ.
ທ່ານ ຝ່ານ ຍັງໄດ້ກ່າວຕື່ມອີກວ່າ: ຄວາມຄິດລິເລີ່ມຂອງອົງກອນ SCO ນີ້ ແມ່ນສອດຄ່ອງກັບວັດຖຸປະສົ່ງຂອງລັກການ ແລະ ກົດລະບຽບຂອງ ສະຫະປະຊາຊາດ ແລະ ມີຄວາມຕັ້ງໃຈທີ່ຈະເສີມສ້າງການກຳກັບລະດັບໂລກຂອງສະຫະປະຊາຊາດ ແລະ ແນວທາງພະຫຸພາຄີອື່ນໆທີ່ຈະເຮັດໃຫ້ມີປະສິດຕິພາບກວ່າເກົ່າ, ເຊິ່ງ ສປຈີນ ຈະເຮັດວຽກຮ່ວມກັບສະຫະປະຊາຊາດ ແລະ ທຸກຝ່າຍເພື່ອເສີມສ້າງການສື່ສານ ແລະ ການປະສານງານສົ່ງເສີມການດຳເນີນການຂອງ GGi ແລະ ສົ່ງເສີມການສ້າງລະບົບເອົາໃຈໃສ່ເບິ່ງແຍງລະດັບໂລກທີ່ມີຄວາມຍຸດຕິທຳ ແລະ ເປັນທຳຫຼາຍຂຶ້ນກວ່າເກົ່າ.
ຂ່າວ:ໄມຕຣີ

ຄໍາເຫັນ