ຈົ່ງພ້ອມກັນສະຫຼອງປີໃໝ່ລາວ ໃຫ້ຖືກຕ້ອງຕາມຮີດຄອງປະເພນີອັນດີງາມ

ຈົ່ງພ້ອມກັນສະຫຼອງປີໃໝ່ລາວ ໃຫ້ຖືກຕ້ອງຕາມຮີດຄອງປະເພນີອັນດີງາມ

ຈົ່ງພ້ອມກັນສະຫຼອງປີໃໝ່ລາວ ໃຫ້ຖືກຕ້ອງຕາມຮີດຄອງປະເພນີອັນດີງາມ
ໂດຍ: ວັນເພັງ ພໍແຕ່ກ້າວເຂົ້າສູ່ເດືອນ 5 ລາວຂອງທຸກໆປີ ຈະໄດ້ຍິນສຽງຈັກຈັ່ນ,ແມງອີສົ່ງສຽງຮ້ອງ, ດອກຄູນ,ດອກຈຳປາເບັ່ງບານເປັນສິ່ງເຕືອນຈິດໃຈວ່າປີໃໝ່ລາວ ພ.ສ 2568 ໃກ້ຈະມາຮອດແລ້ວ. ບຸນປີໃໝ່ລາວ ຫຼືເອີ້ນກັນວ່າ: ບຸນປີໃໝ່ກຸດສົງການເປັນອີກໜຶ່ງງານບຸນປະເພນີລາວທີ່ມີຄວາມໝາຍ-ຄວາມສຳຄັນ ແລະ ຢູ່ໃນຮີດ12ຄອງ14ປະເພນີລາວ

 

ທີ່ໄດ້ປະຕິບັດສືບທອດກັນມາເທົ່າທຸກວັນນີ້. ການສະຫຼອງບຸນປີໃໝ່ລາວປີນີ້ແມ່ນເປັນເວລາ 3 ວັນ ຊຶ່ງກົງກັບວັນທີ 14 ຫາ 16 ເມສາ 2025(ມື້ແຮມ 2 ຄໍ່າ ຫາ 4 ຄໍ່າ ພສ 2568 ລາວ). ສະນັ້ນ, ທົ່ວສັງຄົມຈົ່ງພ້ອມກັນສະຫຼອງງານບຸນດັ່ງກ່າວໃຫ້ມີຄວາມເບີກບານມ່ວນຊື່ນພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມ.

ຕາມຮີດຄອງປະເພນີອັນດີງາມທີ່ເຄີຍສືບທອດກັນມາແຕ່ບູຮານນະການໂດຍສະເພາະເມື່ອຮອດບຸນປີໃໝ່ລາວທຸກໆປີຢູ່ຕາມສະຖານທີ່ວັດວາອາຮາມແຫ່ງຕ່າງໆ ໄດ້ມີການກະກຽມຫຼາຍກິດຈະກຳເພື່ອໃຫ້ມວນຊົນໄດ້ໄປທຳບຸນຕາມຮີດ12ຄອງ14ທີ່ເຄີຍປະຕິບັດກັນມາແຕ່ດົນນານເປັນຕົ້ນທາງເຈົ້າອະທິການແຕ່ລະວັດຈະໄດ້ຈັດໃຫ້ມີພິທີຕັກບາດ,ຢາດນໍ້າ,ຖວາຍສັງຄະທານແລະນຳເອົາພະພຸດທະຮູບລົງມາໃຫ້ມວນຊົນໄດ້ຫົດສົງເພື່ອເປັນການຂໍພອນໃນໂອກາດບຸນປີໃໝ່ລາວໃຫ້ມີຄວາມຢູ່ເຢັນເປັນສຸກ,ມີຄວາມສຸກກາຍສະບາຍໃຈແລະອື່ນໆ.

ສຳລັບບຸນປີໃໝ່ລາວພສ2568ປີນີ້ຄື: ໃນວັນທີ14ເປັນວັນສັງຂານລ່ວງ, ວັນທີ15ເປັນວັນສັງຂານເນົາແລະວັນທີ16ເປັນວັນສັງຂານຂຶ້ນຊຶ່ງແຕ່ລະວັນລ້ວນແຕ່ມີຄວາມໝາຍແຕກຕ່າງກັນ.ສຳລັບວັນສັງຂານລ່ວງໝາຍເຖິງວັນທີ່ນາງສັງຂານລົງຈາກສະຫວັນມາຍັງພູເຂົາສຸເມລຸລາດແລ້ວນໍາຫົວຂອງກະບິນລະພົມຜູ້ເປັນພໍ່ມາຫົດສົງແລ້ວແຫ່ອ້ອມພູເຂົານັ້ນສາມຮອບ ທັງເປັນວັນທີ່ປະຊາຊົນພ້ອມພາກັນອະນາໄມເຮືອນຊານແລະມ້ຽນມັດຈັດແຈງໃຫ້ເປັນລະບຽບຈົບງາມດ້ວຍການນໍາສິ່ງເສດເຫຼືອຕ່າງໆໄປຖິ້ມແລະ ນໍາເສື້ອຜ້າເຄື່ອງໃຊ້ສອຍອອກໄປຊັກທໍາຄວາມສະອາດເພາະມີຄວາມເຊື່ອກັນວ່າໃຫ້ສິ່ງບໍ່ດີບໍ່ງາມແລະສະນຽດຈັງໄຮທັງຫຼາຍຕົກໄຫຼໄປນໍາແມ່ນໍ້າ. ສ່ວນຢູ່ວັດກໍມີການອະນາໄມແລະປະດັບປະດາ, ເອ້ຢ້ອງໃຫ້ຈົບງາມ ພໍເຖິງເວລາກໍພາກັນເຂົ້າວັດເພື່ອອາລາດທະນາພະພຸດທະຮູບລົງສົງແລະຫົດສົງພະສົງສາມະເນນຕະຫຼອດຮອດຜູ້ອາວຸໂສແລະສູດປະລິດຕະມຸງຄຸນ. ສ່ວນວັນສັງຂານເນົາໝາຍເຖິງວັນທີ່ນາງສັງຂານທັງຫຼາຍຢູ່, ພັກເພື່ອສັກກາລະບູຊາຫົວຂອງກະບິນລະພົມຜູ້ເປັນພໍ່ດ້ວຍດອກໄມ້ທູບທຽນຄັນທະລົດສີສະຂອງຫົວ, ສ່ວນປະຊາຊົນກໍພາກັນນໍາເອົານໍ້າອົບນໍ້າຫອມສົງພະໃນແຕ່ລະວັດເພື່ອສ້າງບຸນແລະ ອຸທິດບຸນຫາບັນພະບູລຸດຂອງຕົນ. ສ່ວນວັນສັງຂານຂຶ້ນໝາຍເຖິງວັນທີ່ນາງສັງຂານທັງຫຼາຍແຫ່ຫົວຂອງກະບິນລະພົມຂຶ້ນໄປປະດິດສະຖານໄວ້ທີ່ເດີມແລ້ວພາກັນກັບໄປຍັງທີ່ຢູ່ຂອງຕົນ. ໃນນັ້ນ, ປະຊາຊົນກໍພ້ອມພາກັນທໍາບາສີສູ່ຂວັນແລ້ວອາລາດທະນາພະພຸດທະຮູບຂຶ້ນແທ່ນ, ຕົບພະທາດຊາຍ, ຊັກອະນິຈາເຖິງດວງວິນຍານຂອງບັນພະບູລຸດ.

ເພື່ອເຮັດໃຫ້ບຸນປີໃໝ່ລາວ ເປັນປາງບຸນທີ່ມີຄວາມໝາຍ-ຄວາມສຳຄັນຕໍ່ວັດທະນະທໍາອັນດີງາມຂອງຊາດລາວເຮົາທີ່ປະຕິບັດກັນມາແຕ່ບູຮານນະການ. ສະນັ້ນ, ທຸກຄົນຕ້ອງເປັນເຈົ້າການໃນການປະຕິບັດໃຫ້ຖືກຕ້ອງຕາມຮີດຄອງປະເພນີ ໂດຍສະເພາະການຫົດສົງນໍ້າກໍໃຫ້ຫົດຢ່າງມີຄວາມສຸພາບ, ຫົດສົງດ້ວຍ ນໍ້າອົບນໍ້າຫອມ ຫຼືນໍ້າສະອາດ. ພ້ອມນັ້ນ, ບໍ່ວ່າຈະເປັນເພດຍິງ ຫຼື ເພດຊາຍການເຂົ້າວັດຫົດສົງນໍ້າພະພຸດທະຮູບ, ຫົດພະສົງຕາມສະຖານທີ່ວັດວາອາຮາມແຕ່ລະແຫ່ງ ກໍຄວນນຸ່ງຖືໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຜູ້ຍິງຄວນນຸ່ງສິ້ນ, ເສື້ອສຸພາບບໍ່ສັ້ນ, ເຂີນເກີນໄປ, ບໍ່ຄວນສໍາຜັດພະພຸດທະຮູບແລະອື່ນໆ ທີ່ຜິດຕໍ່ຮີດຄອງປະເພນີເຊື່ອແນວ່າຖ້າຫາກທຸກຄົນພ້ອມກັນປະຕິບັດ ກໍຈະເຮັດໃຫ້ການຫຼິ້ນບຸນປີໃໝ່ລາວ ພສ 2568 ນີ້ເຕັມໄປດ້ວຍຄວາມໝາຍແລະຄວາມເບີກບານມ່ວນຊື່ນເຮັດໃຫ້ຊີວິດມີຄວາມຈະເລີນພົບແຕ່ຄວາມຢູ່ເຢັນເປັນສຸກຕະຫຼອດໄປ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ