ການຄົ້ນຄວ້າຊີ້ໃຫ້ເຫັນວ່າ: ເດັກນ້ອຍ ແລະ ໄວໜຸ່ມທີ່ໃຊ້ເວລາຫຼາຍເກີນໄປຢູ່ກັບໜ້າຈໍ ແລະ ອຸປະກອນເອເລັກໂຕຣນິກ ອາດຈະມີຄວາມສ່ຽງຕໍ່ພະຍາດຕ່າງໆເຊັ່ນ: ຄວາມດັນເລືອດສູງ, ຄໍເລສເຕີຣໍສູງ ແລະ ການຕໍ່ຕ້ານອິນຊູລິນ.
ນອກຈາກນັ້ນ, ພວກເຂົາຍັງມີຄວາມສ່ຽງຕໍ່ໂຣກຫົວໃຈ ແລະ ຫຼອດເລືອດ ຫຼື ພະຍາດເບົາຫວານ ເພີ່ມຂຶ້ນ. ໂດຍການໃຊ້ເວລາກັບໜ້າຈໍເພີ່ມຂຶ້ນທຸກ 1 ຊົ່ວໂມງຕໍ່ວັນ ຈະເພີ່ມຄວາມສ່ຽງຕໍ່ການເກີດພະຍາດ ແລະ ອາດຈະສົ່ງຜົນກະທົບຕໍ່ເນື່ອງໄປຈົນເຖິງໄວຜູ້ໃຫຍ່.
ຢ່າງໃດກໍຕາມ, ນັກຄົ້ນຄວ້າມີຄວາມເຫັນແຕກຕ່າງກັນກ່ຽວກັບຜົນກະທົບທີ່ອາດເກີດຂຶ້ນຈາກໜ້າຈໍຕໍ່ເດັກນ້ອຍ ແລະ ໄວໜຸ່ມ, ແຕ່ສ່ວນຫຼາຍເຫັນດີນຳກັນວ່າ ຜູ້ທີ່ອາຍຸນ້ອຍມີຄວາມສ່ຽງຫຼາຍກວ່າຜູ້ໃຫຍ່.
ຄໍາເຫັນ