ເດັກນ້ອຍໃນວັນນີ້ ຄືອະນາຄົດຂອງຊາດໃນວັນໜ້າ (ເນື່ອງໃນໂອກາດວັນເດັກນ້ອຍສາກົນວັນທີ 1 ມິຖຸນາ)

ເດັກນ້ອຍໃນວັນນີ້ ຄືອະນາຄົດຂອງຊາດໃນວັນໜ້າ (ເນື່ອງໃນໂອກາດວັນເດັກນ້ອຍສາກົນວັນທີ 1 ມິຖຸນາ)

ເດັກນ້ອຍໃນວັນນີ້ ຄືອະນາຄົດຂອງຊາດໃນວັນໜ້າ  (ເນື່ອງໃນໂອກາດວັນເດັກນ້ອຍສາກົນວັນທີ 1 ມິຖຸນາ)
ວັນທີ 1 ມິຖຸນາ ຂອງທຸກໆປີແມ່ນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ. ວັນ ເດັກນ້ອຍສາກົນ ແມ່ນເຫດການໜຶ່ງທີ່ມີຄວາມໝາຍ-ສໍາຄັນຕໍ່ເດັກ ເພື່ອແນໃສ່ຊຸກຍູ້ສົ່ງເສີມ, ພັດທະ ນາ ແລະ ປົກປ້ອງເດັກໃນທົ່ວໂລກ ຍ້ອນເຫັນໄດ້ຄວາມສໍາຄັນຂອງເດັກ ທີ່ເປັນອະນາຄົດຂອງຊາດ, ເປັນເມັດພືດ, ເປັນໜໍ່ແໜງທຶນຮອນແຫ່ງຊີວິດໃນມື້ນີ້ ເພືຶ່ອກາຍເປັນອານາຄົດອັນແຈ່ມໃສຂອງປະ ເທດຊາດໃນມືື້ໜ້າ. ດັ່ງນັ້ນ, ພັກ-ລັດຖະບານ ກໍຄືບັນດາປະຊາຊາດໃນທົ່ວໂລກ ຍາມໃດກໍເຫັນໄດ້ຄວາມສໍາຄັນຕໍ່ວັນດັ່ງກ່າວ. ສະນັ້ນ, ຈຶ່ງໄດ້ສະເຫຼີມສະຫຼອງວັນເດັກສາກົນຕາມເງືຶ່ອນໄຂ ແລະ ສະ ພາບຕົວຈິງຂອງປະເທດຕົນໃນທຸກໆປີ.
ເດກນອຍໃນວນນ ຄອະນາຄດຂອງຊາດໃນວນໜາ (ເນອງໃນໂອກາດວນເດກນອຍສາກນວນທ 1 ມຖນາ) - image 1
 

 

ວັນເດັກນ້ອຍສາກົນ ມີປະຫວັດກຳເນີດເກີດຂຶ້ນຈາກຂະບວນການຕໍ່ສູ້ກູ້ຊາດ ຕ້ານການກົດຂີ່ຂູດຮີດອັນປ່າເຖື່ອນຂອງພວກຈັກກະພັດນາຍທຶນ, ເພື່ອທວງເອົາສິດແຫ່ງການດຳລົງຊີວິດອັນເປັນທຳ ແລະ ຄວາມອີ່ມໜໍາສຳລານມາສູ່ລູກ-ຫຼານ ຊຶ່ງເປັນອະນາຄົດຂອງຊາດ. ເມື່ອຫວນຄືນຫຼັງ ໃນວັນທີ 20 ພະຈິກ ປີ 1989 ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາສົນທິສັນຍາວ່າດ້ວຍສິດທິເດັກ ແລະ ລັດຖະບານ ສປປ ລາວ ໄດ້ກາຍເປັນພາຄີຂອງສົນທິສັນຍາດັ່ງກ່າວ.

ສໍາລັບພັກ-ລັດຖະບານລາວ ໄດ້ຖືເອົາວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນສະເຫຼີມສະຫຼອງວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ເພື່ອເຮັດໃຫ້ເດັກນ້ອຍອະນຸຊົນ, ເຍົາວະຊົນໄດ້ມີໂອ ກາດສະແດງຄວາມສາມາດຂອງຕົນ, ເຂົ້າຮ່ວມກິດຈະກຳຢ່າງເບີກບານມ່ວນຊື່ນ, ພັກຜ່ອນຕາມສິດທິຂອງເຂົາເຈົ້າ ພາຍໃຕ້ການເອົາໃຈໃສ່ເບິ່ງແຍງຂອງພໍ່ແມ່, ຄູ, ຊຸມຊົນ, ອົງການຈັດຕັ້ງມະຫາຊົນ, ອຳນາດການປົກຄອງພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງ ເປັນຕົ້ນດ້ານໂພຊະນາການ ແລະ ການຮັກສາສຸຂະພາບຂອງເດັກ, ການສຶກສາອົບຮົມເດັກໃຫ້ກາຍເປັນຄົນດີ, ມີຄຸນນະພາບ, ຮູ້ຄິດ ແລະ ແກ້ໄຂບັນຫາ ເພື່ອເຮັດໃຫ້ສົມກັບເປັນລູກ-ຫຼານທີ່ປະເສີດຂອງປະຊາຊົນ ເປັນພົນລະເມືອງດີຂອງຊາດ. ເດັກທຸກຄົນມີສິດໃນການຢູ່ລອດ, ມີສິດເກີດ, ມີສິດໄດ້ຮັບການຮັກສາສຸຂະພາບ, ສັກຢາປ້ອງກັນພະຍາດຕ່າງໆ, ມີສິດໄດ້ຮັບການພັດທະນາ, ເດັກທຸກໆຄົນຈະຕ້ອງໄດ້ຮັບສານອາຫານທີ່ດີ, ຕ້ອງໄດ້ກິນນົມແມ່ຢ່າງຖືກຕ້ອງ, ຕ້ອງມີນ້ຳສະອາດໃຊ້. ສິ່ງສຳຄັນມີສິດໄດ້ຮັບການເບິ່ງແຍງດູແລແຕ່ມື້ເກີດເປັນຢ່າງດີໃນ 3 ປີຫຼັງການເກີດ ແລະ ສືບຕໍ່ການສຶກສາເປັນຢ່າງດີເພື່ອເຂົ້າຮຽນຕໍ່ໃນຊັ້ນປະຖົມ, ເດັກທຸກຄົນມີສິດໄດ້ຮັບການປົກປ້ອງຈາກການທຳຮ້າຍຮ່າງກາຍໃນທຸກກໍລະນີ, ເດັກທຸກຄົນມີສ່ວນຮ່ວມໃນການສະແດງຄວາມຄິດເຫັນ, ການສະແດງງອອກເຖິງຄວາມຮູ້-ຄວາມສາມາດຜ່ານສື່ສິ່ງພິມຕ່າງໆ ເພື່ອເປັນການຢັ້ງຢືນໃຫ້ເຫັນວ່າການປະຕິບັດສິດທິເດັກເປັນວຽກຂອງໝົດທຸກຄົນບໍ່ວ່າຈະເປັນພາກລັດ, ຊຸມຊົນ, ສັງຄົມ, ພໍ່-ແມ່ ລວມທັງຕົວເດັກເອງ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກໆຄົນ ລວມເຖິງການຈັດຕັ້ງມີຈຸດຢືນຕໍ່ການປະຕິບັດສິດທິຂອງເດັກຢ່າງຈະແຈ້ງ ແລະ ຖືກຕ້ອງ ເພື່ອເຮັດໃຫ້ສິດທິຂອງເດັກນັບມື້ນັບດີຂຶ້ນ. ສະນັ້ນ, ວັນທີ່ເຮົາສະແດງຄວາມຮັກ-ຄວາມເຂົ້າໃຈຕໍ່ເດັກ ຈະບໍ່ແມ່ນວັນທີ 1 ມິຖຸນາ ພຽງວັນດຽວຂໍໃຫ້ສະແດງຄວາມຮູ້ສຶກດັ່ງກ່າວອອກມາຢ່າງສະໝໍ່າສະເໝີ, ຈົ່ງພ້ອມ ພຽງກັນມອບສິ່ງທີ່ດີໆທີ່ສຸດໃຫ້ລູກ-ຫຼານ ໂດຍຖືເອົາວັນທີ 1 ມິຖຸນາ ເປັນສັນຍະລັກ ໃຫ້ແກ່ຄວາມຮູ້ສຶກທີ່ດີງາມດັ່ງກ່າວ ເພາະວ່າການລົງທຶນສ້າງຄົນຮຸ່ນໃໝ່ແມ່ນສ້າງອະນາຄົດທີ່ສະຫວ່າງສະໄຫວໃຫ້ແກ່ຊາວໂລກ ແລະ ການປະຕິບັດໜ້າທີ່ວຽກງານສຳລັບເດັກແມ່ນກຽດອັນສູງສົ່ງ ແລະ ຄວາມພູມໃຈຂອງທຸກໆຄົນ.

ເດກນອຍໃນວນນ ຄອະນາຄດຂອງຊາດໃນວນໜາ (ເນອງໃນໂອກາດວນເດກນອຍສາກນວນທ 1 ມຖນາ) - image 2
 

ເນື່ອງໃນໂອກາດວັນເດັກນ້ອຍສາກົນໃກ້ຈະມາເຖິງນີ້, ຜູ້ຂຽນຂໍອວຍພອນໄຊອັນປະເສີດໃຫ້ ເດັກນ້ອຍທຸກຄົນ ຈົ່ງມີຄວາມເບີກບານມ່ວນຊື່ນ, ສຸຂະພາບແຂງແຮງ, ເປັນເດັກດີຂອງພໍ່-ແມ່, ຄູ-ອາຈານ, ສັງຄົມ ແລະ ດຸໝັ່ນຮໍ່າຮຽນ ໃຫ້ກາຍເປັນຜູ້ສືບທອດຂອງປະເທດຊາດໃນອະນາຄົດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ