ເດືອນດຽວນະຄອນຫຼວງວຽງຈັນເກີດໄຟໄໝ້ຊຸມສາຍ5ຄັ້ງ

ເດືອນດຽວນະຄອນຫຼວງວຽງຈັນເກີດໄຟໄໝ້ຊຸມສາຍ5ຄັ້ງ
ດັ່ງທີ່ບັນດາທ່ານໄດ້ຮູ້-ໄດ້ເຫັນແລ້ວວ່າ: ບັນຫາຊຸມສາຍເກາະຫ້ອຍຢູ່ຫຼັກເສົາໄຟຟ້າແມ່ນມີມາແຕ່ດົນແລ້ວ, ຕ່າງແຕ່ວ່າໃນໄລຍະນີ້ມັນພັດໜັກໜ້າກວ່າແຕ່ກ່ອນຍ້ອນສັງຄົມໄດ້ຫັນຊົມໃຊ້ລະບົບສື່ສານຊຶ່ງມີທັງສາຍໄວຟາຍ, ສາຍໂທລະສັບ, ສາຍເຄເບິນ, ສາຍອິນເຕິເນັດແລະອື່ນໆທີ່ຕິດພັນ; ນອກຈາກຊຸມສາຍດັ່ງກ່າວແລ້ວຍັງມີພວກປ້າຍ, ແຜ່ນໂຄສະນາໄດ້ຕິດຫ້ອຍຢູ່ຕາມຫຼັກໄຟເຊັ່ນກັນ, ເບິ່ງແລ້ວແມ່ນບໍ່ສວຍງາມລວມທັງເປັນຕົ້ນເຫດຂອງຈຸດເກີດປະກາຍໄຟໂດຍສະເພາະກ່ອງສັນຍານແລະຊຸມສາຍສື່ສານທີ່ມີລະບົບກະແສໄຟຟ້າອັນເປັນເຫດທີ່ເກີດໄຟລຸກໄໝ້ຢ່າງລຽນຕິດໃນນະຄອນຫຼວງວຽງຈັນ (ນວ) ເຮັດໃຫ້ສັງຄົມມີຄວາມແຕກຕື່ນຊຶ່ງມີປະຊາຊົນຈຳນວນໜຶ່ງກໍເຂົ້າໃຈວ່າ: ເຫດເກີດແມ່ນຍ້ອນ “ໄຟຟ້າ”ແຕ່ຄວາມຈິງແລ້ວມີຄໍາຕອບຈາກວິຊາການໄຟຟ້າແຕ່ບໍ່ແມ່ນຄໍາແກ້ຕົວ.
ຕາມການລາຍງານຂອງພະນັກງານວິຊາການຈາກລັດວິສາຫະກິດໄຟຟ້ານວ1ໄດ້ໃຫ້ຮູ້ໃນວັນທີ 1 ເດືອນເມສາ ວ່າ: ໃນເດືອນມີນາ2024ໄດ້ເກີດອຸບັດເຫດໄຟໄໝ້ຢູ່ຂອບເຂດນວມີຈໍານວນ5ຄັ້ງແຕ່ກໍບໍ່ມີເຫດໄຟໄໝ້ອາຄານ, ສໍານັກງານແລະທີ່ຢູ່ອາໄສຂອງລັດແລະປະຊາຊົນແຕ່ຢ່າງໃດໂດຍລວມແລ້ວເຫດເກີດຈາກໄຟກ່ອງສື່ສານຈໍານວນ3ຄັ້ງ: ຄັ້ງທີ1: ຢູ່3ແຍກດົງປ່າແຫຼບ (ບ້ານດົງປ່າແຫຼບ, ເມືອງຈັນທະບູລີ) ແມ່ນໄໝ້ຢູ່ກ່ອງສື່ສານແລ້ວລາມໃສ່ກາບພາກເຂົ້າແລະອອກໝໍ້ນັບໄຟຟ້າ (ສາຍກາບເສຍຫາຍ190ແມັດ); ຄັ້ງທີ2: ຢູ່3ແຍກວັດຈອມໄຕ (ບ້ານດົງນາໂຊກ, ເມືອງສີໂຄດ) ແມ່ນໄໝ້ສາຍສາຍສະລິງຂອງພວກສື່ສານໄປຈຸກັບກະລິບ0,4ກວໃນນີ້ສາຍກາບເຂົ້າກົງເຕີ້ໄໝ້ຈໍານວນ95 ແມັດ; ຕາຂ່າຍ0,4ກວ, ສາຍເສຍຫາຍ40ແມັດ; ຄັ້ງທີ3: ຢູ່3ແຍກທົ່ງຂັນຄໍາກັບວັດຈີນ (ບ້ານທົ່ງຂັນຄໍາເມືອງຈັນທະບູລີ) ໄດ້ເກີດຈາກສາເຫດທໍາມະຊາດຍ້ອນຝົນຕົກໄໝ້ໄປຈຸເຮືອນ0,4ກວແລ້ວລາມໃສ່ສາຍສື່ສານໃນນີ້ກົງເຕີ້ໄໝ້9ໜ່ວຍ, ສາຍ4x10ຄວາມຍາວ180ແມັດໄໝ້.ໝໍ້ແປງແລະເຮືອນຟິວ22ກວແລະ0,4ກວ ໄໝ້; ຄັ້ງທີ4: ຢູ່ໜ້າຮ້ານເຝີຕົ້ນຕານ (ບ້ານໂພນສະຫວ່າງເມືອງໄຊເສດຖາ) ໄໝ້ກ່ອງສື່ສານແລ້ວລາມໃສ່ຕາຂ່າຍ0,4ກວແລະກົງເຕີໄໝ້; ສາຍກາບແລະຕາຂ່າຍ0,4ກວເສາຍຫາຍ; ຄັ້ງທີ5: ຢູ່4ແຍກໄຟແດງໂພນທັນ (ບ້ານໂພນທັນເມືອງໄຊເສດຖານະຄອນຫຼວງວຽງຈັນ) ເກີດຈາກຟິວ22ກວເກີດມີປະກາຍໄຟແລ້ວຟົ້ງມາໃສ່ສາຍສື່ສານ.
ຕໍ່ບັນຫາດັ່ງກ່າວເທິງນັ້ນສ່ວນໃຫຍ່ມັນໄດ້ເກີດຂຶ້ນໃນຊຸມສາຍເຫຼົ່ານີ້ກ່ອນອື່ນແມ່ນຍ້ອນເສັ້ນສາຍຂອງລະບົບດັ່ງກ່າວເກົ່າແກ່, ຊຸດໂຊມ; ກະໂຕບ໋ອກກໍຊໍາລຸດແຮງບວກກັບຊຸມສາຍມີຈໍານວນຫຼວງຫຼາຍໄດ້ຝັ້ນຕິດກັນເປັນປຸ້ມໃຫຍ່ເຮັດໃຫ້ມີການສຽດສີໂດຍສະເພາະຢູ່ໃນໄລຍະທີ່ມີອາກາດຮ້ອນອົບເອົ້າແຮງຍິ່ງເປັນຊະນວນເກີດໃຫ້ມີໄຟລຸກໄໝ້; ສະນັ້ນ, ມັນມີຄວາມຈໍາເປັນທີ່ຈະຕ້ອງໃຫ້ບັນດາຜູ້ປະກອບການຫຼືເຈົ້າຂອງຊຸມສາຍເຫຼົ່ານີ້ຕ້ອງພ້ອມກັນແກ້ໄຂໂດຍດ່ວນ, ຖ້າບໍ່ດັ່ງນັ້ນເຫດການແບບນີ້ກໍຍິ່ງຈະເພີ່ມຄວາມຮຸນແຮງຍິ່ງຂຶ້ນຊຶ່ງມັນຈະນໍາມາເຖິງເຫດການທີ່ບໍ່ເພິ່ງປາຖະໜາອາດຈະເກີດຂຶ້ນຕໍ່ໄປໃນຕໍ່ໜ້າ.
(ຂ່າວ-ພາບ: ໄຟຟ້າລາວ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ