ອົງການການຕະຫຼາດນ້ຳມັນແຫ່ງລັດຂອງອີຣັກ ລະບຸວ່າ: ພື້ນທີ່ນ້ຳມັນທາງພາກກາງ ແລະ ພາກໃຕ້ຂອງອີຣັກ ສົ່ງອອກນໍ້າຜ່ານທ່າເຮືອບາສຣາ ປະມານ 106.125 ລ້ານບາເລນ, ຂະນະທີ່ພື້ນທີ່ນໍ້າມັນເກຍາຣາ ໃນແຂວງນິເນເວດ ທາງພາກເໜືອ ສົ່ງອອກນ້ຳມັນ ຫຼາຍກວ່າ 1.928 ລ້ານບາເລນ
ກະຊວງດັ່ງກ່າວລະບຸວ່າ: ອີຣັກສົ່ງອອກນໍ້າມັນດິບ ປະມານ 102.31 ລ້ານບາເລນ ໃນເດືອນມິຖຸນາຜ່ານມາ. ອີກຢ່າງໜຶ່ງ, ເສດຖະກິດອີຣັກ ອາໄສການສົ່ງອອກນໍ້າມັນດິບ ໂດຍການສົ່ງອອກນໍ້າມັນມີອັດຕາສ່ວນ ຫຼາຍກວ່າ 90% ຂອງລາຍໄດ້ພາຍໃນປະເທດ.
ຄໍາເຫັນ