ເດືອນກຸມພາ ການຄ້າຕ່າງປະເທດຂອງຟີລິບປິນເພີ່ມຂຶ້ນ 9,7%

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ເມສາຜ່ານມາ, ສຳນັກງານສະຖິຕິຟີລິບປິນ (PSA) ເປີດເຜີຍວ່າ: ການຄ້າຕ່າງປະເທດຂອງຟີລິບປິນ ເພີ່ມຂຶ້ນ 9,7% ໃນເດືອນກຸມພາຜ່ານມາ ເປັນ 15,46 ພັນລ້ານໂດລາ.
ໜ່ວຍງານດັ່ງກ່າວຍັງລະບຸວ່າ:ການຄ້າພາຍນອກທັງໝົດໃນເດືອນກຸມພາຜ່ານມາ 61,8% ເປັນສິນຄ້ານຳເຂົ້າ, ໃນຂະນະທີ່ສ່ວນທີ່ເຫຼືອເປັນສິນຄ້າສົ່ງອອກ.
PSA ລະບຸວ່າ: ການຂາດດຸນການຄ້າສິນຄ້າ ມີມູນຄ່າ 3,65 ພັນລ້ານໂດລາ ຊຶ່ງບົ່ງບອກວ່າຫຼຸດລົງ 6% ຕໍ່ປີ, ຈີນຍັງຄົງເປັນຜູ້ສະໜອງສິນຄ້ານຳເຂົ້າລາຍໃຫຍ່ທີ່ສຸດຂອງຟີລິບປິນ ແລະ ຢູ່ໃນອັນດັບທີ 4 ຂອງມູນຄ່າການສົ່ງອອກ.

ຄໍາເຫັນ

ຂ່າວຕ່າງປະເທດ

7 ເດືອນຕົ້ນປີ ການຄ້າກັບຕ່າງປະເທດຂອງຈີນເພີ່ມຂຶ້ນ 3.5%

7 ເດືອນຕົ້ນປີ ການຄ້າກັບຕ່າງປະເທດຂອງຈີນເພີ່ມຂຶ້ນ 3.5%

ຂ່າວສານຊີອາໄອລາຍງານວ່າ, ໃນກອງປະຊຸມຂ່າວທີ່ຈັດຂຶ້ນວັນທີ 21 ສິງຫາ ຜ່ານມານີ້, ທ່ານ ເຮີຢົງຊຽນ ໂຄສົກກະຊວງການຄ້າຈີນ ກ່າວວ່າ: ນັບແຕ່ປີນີ້ເປັນຕົ້ນມາ, ຄວາມສ່ຽງທີ່ການພັດທະນາເສດຖະກິດການຄ້າສາກົນຕ້ອງຜະເຊີນເພີ່ມຫຼາຍຂຶ້ນຢ່າງຊັດເຈນ, ການຄ້າກັບຕ່າງປະເທດຂອງຈີນຮັກສາທ່າອ່ຽງໝັ້ນຄົງ ແລະ ກ້າວໜ້າ, ໃນ 7 ເດືອນຕົ້ນປີນີ້ ຈັງຫວະເຕີບໂຕແມ່ນ 3.5%.
ຫວຽດນາມ ເປີດນຳໃຊ້ຫໍພິພິຕະພັນອາວະກາດ

ຫວຽດນາມ ເປີດນຳໃຊ້ຫໍພິພິຕະພັນອາວະກາດ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີ ວັນຊາດຫວຽດນາມ (ວັນທີ 2 ກັນຍາ 1945 – 2 ກັນຍາ 2025) ແລະ 50 ປີ ວັນສ້າງຕັ້ງສູນສະຖາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ (1975 – 2025), ໃນວັນທີ 21 ສິງຫາ ຜ່ານມາ, ສູນອາວະກາດ ຫວຽດນາມ ໄດ້ຈັດພິທີເປີດນຳໃຊ້ “ຫໍພິພິຕະພັນອາວະກາດ ຫວຽດນາມ” ຢູ່ເຂດອຸດສາຫະກຳເຕັກໂນໂລຊີສູງ ຮວ່າລາກ ນະຄອນຫຼວງຮ່າໂນ້ຍ.
ອົສຕຣາລີ ຈະສ້າງຫ້ອງທົດລອງກວດສານພິດໃນອາຫານທະເລ

ອົສຕຣາລີ ຈະສ້າງຫ້ອງທົດລອງກວດສານພິດໃນອາຫານທະເລ

ຂ່າວຕ່າງປະເທດລາຍງານວ່າ: ທ່ານ ອັນໂຕນີ ອານບາເນັສ ນາຍົກລັດຖະມົນຕີ ອົສຕຣາລີ ປະກາດໃນວັນທີ 20 ສິງຫາ ຜ່ານມາວ່າ: ລັດຖະບານຈະສ້າງຫ້ອງທົດລອງໃໝ່ ຢູ່ລັດ South Australia ເພື່ອກວດຫາສານພິດ ໃນອາຫານທະເລ ໂດຍມີເປົ້າໝາຍເພື່ອແນໃສ່ແກ້ໄຂການລະບາດຂອງສາຫຼ່າຍພິດ ທີ່ເກີດຢູ່ບໍລິເວນນອກຊາຍຝັ່ງຂອງລັດດັ່ງກ່າວ.
ຈຳນວນຜູ້ເສຍຊີວິດຈາກໄພນໍ້າຖ້ວມຢູ່ພາກເໜືອປາກິສຖານ ຫຼາຍກວ່າ 400 ຄົນ

ຈຳນວນຜູ້ເສຍຊີວິດຈາກໄພນໍ້າຖ້ວມຢູ່ພາກເໜືອປາກິສຖານ ຫຼາຍກວ່າ 400 ຄົນ

ຂ່າວຕ່າງປະເທດລາຍງານຈາກເມືອງເປສະວາ ປະເທດປາກິສຖານ ໃນວັນທີ 20 ສິງຫາ ຜ່ານມາວ່າ: ຝົນຕົກໜັກໃນທົ່ວພາກເໜືອຂອງປາກິສຖານ ເຮັດໃຫ້ເກີດນໍ້າຖ້ວມ ແລະ ດິນເຈື່ອນ ຊຶ່ງສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ບ້ານເຮືອນຕ່າງໆ, ເຮັດໃຫ້ມີຜູ້ຄົນຈຳນວນຫຼາຍຕິດຢູ່ໃຕ້ຊາກຫັກພັງ ແລະ ອີກຫຼາຍຄົນສູນຫາຍ.
ໄຟປ່າໃນເອີຣົບທຳລາຍພື້ນທີ່ເກືອບ 895,000 ເຮັກຕາ

ໄຟປ່າໃນເອີຣົບທຳລາຍພື້ນທີ່ເກືອບ 895,000 ເຮັກຕາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ສິງຫາ ຜ່ານມາວ່າ: ສູນຄົ້ນຄວ້າຮ່ວມຂອງຄະນະກຳມາທິການເອີຣົບເປີດເຜີຍວ່າ: ໄຟປ່າໄດ້ທໍາລາຍພື້ນທີ່ທົ່ວສະຫະພາບເອີຣົບ (EU)ເກືອບ 895,000 ເຮັກຕາ ໃນປີ 2025 ຫຼາຍກວ່າໄລຍະດຽວກັນຂອງປີ 2024 ກວ່າ 4 ເທົ່າ ແລະ ເພີ່ມຂຶ້ນຫຼາຍກວ່າ 2 ເທົ່າ ເມື່ອທຽບກັບໂຕເລກ 439,568 ເຮັກຕາ ໃນອາທິດກ່ອນໜ້ານີ້ ຊຶ່ງຊີ້ໃຫ້ເຫັນເຖິງການແຜ່ລາມຢ່າງໄວວາຂອງໄຟປ່າໃນສອງສາມມື້ຜ່ານມາ.
ເດືອນກໍລະກົດ ການສົ່ງອອກຂອງຍີ່ປຸ່ນ ຫຼຸດລົງ 2.6%

ເດືອນກໍລະກົດ ການສົ່ງອອກຂອງຍີ່ປຸ່ນ ຫຼຸດລົງ 2.6%

ຂ່າວຕ່າງປະເທດລາຍງານວ່າ: ກະຊວງ​ການ​ເງິນ​ຍີ່ປຸ່ນ​ລາຍ​ງານ​ໃນ​ວັນ​ທີ 20 ສິງຫາ​ ຜ່ານມາ​ວ່າ, ການ​ສົ່ງ​ອອກ​ໄດ້​ຫຼຸດ​ລົງ 2.6% ​ໃນ​ເດືອນ​ກໍລະກົດ ມາ​ເປັນ 9.36 ພັນ​ຕື້​ເຢນ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ຊຶ່ງເປັນ​ການ​ຫຼຸດ​ລົງ​ຢ່າງ​ໜັກໜ່ວງ​ທີ່​ສຸດ​ໃນ​ຮອບ​ຫຼາຍ​ກວ່າ 4 ປີ ຫຼື​ ນັບ​ແຕ່​ເດືອນ​ກຸມ​ພາ 2021 ແລະ ​ຫຼຸດ​ລົງ​ຢ່າງຫຼວງຫຼາຍຈາກເດືອນມິຖຸນາ ​ຊຶ່ງໄດ້ຫຼຸດ​ລົງພຽງແຕ່ 0.5%. ນອກຈາກນີ້, ການສົ່ງອອກໃນເດືອນກໍລະກົດຍັງຫຼຸດລົງຫຼາຍກວ່າທີ່ນັກວິເຄາະຄາດຄະເນໄວ້ວ່າຈະຫຼຸດລົງ 2.1%.
ການຄ້າສິນຄ້າລະຫວ່າງຈີນ ກັບ ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ບັນລຸ 247 ຕື້ 700 ລ້ານໂດລາ

ການຄ້າສິນຄ້າລະຫວ່າງຈີນ ກັບ ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ບັນລຸ 247 ຕື້ 700 ລ້ານໂດລາ

ຂ່າວສານຊີອາໄອລາຍງານໃນວັນທີ 20 ສິງຫາ ຜ່ານມາວ່າ: ກະຊວງການຄ້າຈີນແຈ້ງໃຫ້ຮູ້ວ່າ, ໃນຊຸມປີມໍ່ໆມານີ້ການຮ່ວມມືດ້ານເສດຖະກິດລະດັບພາກພື້ນຂອງອົງການຮ່ວມມືຊຽງໄຮ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ໃນນັ້ນ, ຂະໜາດການຄ້າດ້ານສິນຄ້າຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນ 6 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າສິນຄ້າລະຫວ່າງຈີນ ກັບ ປະເທດສະມາຊິກອື່ນໆຂອງອົງການຮ່ວມມືຊຽງໄຮ້ໄດ້ບັນລຸເຖິງ 247 ຕື້ 700 ລ້ານໂດລາ, ເພີ່ມຂຶ້ນ 0.8% ເມື່ອທຽບກັບໄລຍະດຽວກັນຂອງປີ 2024. ໃນ 5 ປີມໍ່ໆມານີ້, ຍອດມູນຄ່າການຄ້າລະຫວ່າງຈີນ ກັບປະເທດສະມາຊິກອື່ນໆຂອງອົງການຮ່ວມມືຊຽງໄດ້ບັນລຸເຖິງ 300 ຕື້, 400 ຕື້ ແລະ 500 ຕື້ໂດລາ ຢ່າງລຽນຕິດ ແລະ ບັນລຸຮອດ 512 ຕື້ 400 ລ້ານໂດລາໃນປີ 2024 ຊຶ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ, ເພີ່ມຂຶ້ນ 2.7% ເມື່ອທຽບໃສ່ປີ 2023.
ຫວຽດ​ນາມ ກາຍເປັນປະເທດນຳໜ້າໃນ​ການດຶງ​ດູດ​ເງິນ​ລົງ​ທຶນ FDI

ຫວຽດ​ນາມ ກາຍເປັນປະເທດນຳໜ້າໃນ​ການດຶງ​ດູດ​ເງິນ​ລົງ​ທຶນ FDI

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ເວັບໄຊ ໄດ້ລົງບົດວິເຄາະຂອງທ່ານ ຫງວຽນຈາງ ແລະ ທ່ານ ບໍຣິສ ຊັລລິແວນ ຊຶ່ງໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນແມ່ນສະຖານທີ່ນັດພົບຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແຖວໜ້າໂລກ, ດ້ວຍກຳລັງແຮງໜຸ່ມທີ່ມີຄວາມຂະຫຍັນຂັບເຄື່ອນ, ບັນດາສັນຍາການຄ້າ ທີ່ສະດວກ ແລະ ສະພາບແວດລ້ອມດ້ານການເມືອງທີ່ເປັນປົກກະຕິ. ບົດຂຽນລະບຸວ່າ: ທຶນ FDI ຂອງ ຫວຽດນາມ ພວມມີທ່າເຕີບໂຕຢ່າງບໍ່ຢຸດຢັ້ງ. ປີ 2023, ຫວຽດນາມໄດ້ດຶງດູດເງິນລົງທຶນຈົດທະບຽນ FDI 36.6 ຕື້ກວ່າໂດລາ, ເພີ່ມຂຶ້ນ 32% ເມື່ອທຽບໃສ່ກັບປີກາຍນີ້. ນີ້ແມ່ນລະດັບສະຖິຕິທີ່ສູງໃນຫຼາຍປີມານີ້.
ຊີວະປະຫວັດຫຍໍ້

ຊີວະປະຫວັດຫຍໍ້

- ຊື່ ແລະ ນາມສະກຸນ: ນາງ ຫວໍ ທິ ແອ໋ງ ຊວນ (VO THI ANH XUAN). ເພດ: ຍິງ. - ວັນເດືອນປີເກີດ: 8/1/1970. ຊົນເຜົ່າ: ກິງ. - ບ້ານເກີດ: ຕາແສງ ເຖີ່ຍເຊີນ ເມືອງຕິ້ງບຽນ ແຂວງອານຢາງ. - ລະດັບວິຊາສະເພາະ: ປະລິນຍາໂທການຄຸ້ມຄອງສາທາລະນະ. - ລະດັບທິດສະດີການເມືອງ: ຂັ້ນສູງ. - ວັນເດືອນປີເຂົ້າພັກສຳຮອງ: 20/12/1994. ວັນເດືອນປີເຂົ້າພັກສົມບູນ: 20/12/1995.
ເມັກຊິກ ມີຈຸດປະສົງເພິ່ງພາຕົນເອງດ້ານພະລັງງານ

ເມັກຊິກ ມີຈຸດປະສົງເພິ່ງພາຕົນເອງດ້ານພະລັງງານ

ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ສິງຫາ ຜ່ານມາວ່າ: ທ່ານ ນາງ ຄລໍເດຍ ເຊນບາມ ປະທານາທິບໍດີເມັກຊິກ ເປີດເຜີຍວ່າ: ເມັກຊິກກໍາລັງຊອກຫາວິທີການສ້າງຄວາມເປັນເອກະລາດດ້ານພະລັງງານ ແລະ ຫຼຸດຜ່ອນການເອື່ອຍອີງຈາກສະຫະລັດ ອາເມຣິກາ, ເນື່ອງຈາກວ່າປັດຈຸບັນເມັກຊິກເພິ່ງພາອາຍແກ໊ສທໍາມະຊາດລາຄາຖືກຈາກສະຫະລັດ ອາເມຣິກາ ຢ່າງຫຼວງຫຼາຍ.
ເພີ່ມເຕີມ