ເດືອນມັງກອນດັດຊະນີ IIP ຂອງຫວຽດນາມ ເພີ່ມຂຶ້ນຢ່າງແຂງແຮງ

ເດືອນມັງກອນດັດຊະນີ IIP ຂອງຫວຽດນາມ ເພີ່ມຂຶ້ນຢ່າງແຂງແຮງ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ດັດຊະນີ ຜູ້ຈັດການຝ່າຍຈັດຊື້ (PMI) ເດືອນມັງກອນຜ່ານມາ ບັນລຸ 50,3 ຄະແນນ ເພີ່ມຂຶ້ນເມື່ອທຽບກັບລະດັບ 48,9 ຄະແນນຂອງເດືອນທັນວາ ປີ 2023. ໝາກຜົນນີ້ສະແດງໃຫ້ເຫັນວ່າ ການເຄື່ອນໄຫວການຜະລິດຂອງ ຫວຽດນາມ ເຕີບໂຕຄືນໃໝ່ໃນຕົ້ນປີ 2024 ເມື່ອບັນດາສັນຍານເບື້ອງຕົ້ນສະແດງໃຫ້ເຫັນຄວາມຕ້ອງການປັບປຸງຈຳນວນໃບສັ່ງຊື້ສິນຄ້າໃໝ່ ແລະ ປະລິມານການຜະລິດ ເພີ່ມຂຶ້ນ. 
ໃນຂະນະທີ່ດັດຊະນີການຜະລິດອຸດສາຫະກຳ (IIP) ໃນເດືອນມັງກອນປີ 2024 ເພີ່ມຂຶ້ນຢ່າງແຂງແຮງເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023 (ເພີ່ມຂຶ້ນ 18,3%) ແລະ ເພີ່ມຂຶ້ນໃນວົງກວ້າງ (60/63 ທ້ອງຖິ່ນ ທີ່ມີດັດຊະນີ IIP ເພີ່ມຂຶ້ນ). ໝາກຜົນທີ່ຕັ້ງໜ້ານີ້ ສືບຕໍ່ຟື້ນຟູການຜະລິດນັບແຕ່ທ້າຍປີ 2023 ຍ້ອນບັນດາມາດຕະການໜູນຊ່ວຍຂອງລັດຖະບານ, ການຊີ້ນຳຢ່າງຂ້ຽວຂາດຂອງທ່ານນາຍົກລັດຖະມົນຕີໃນການປ່ອຍເງິນລົງທຶນພາກສາທາລະນະ, ຜັນຂະຫຍາຍບັນດາໂຄງການອຸດສາຫະກຳຈຸດສຸມ, ໝາກຜົນການດຶງດູດ, ການປ່ອຍເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນປີ 2023.

ຄໍາເຫັນ

ຂ່າວຕ່າງປະເທດ

ສະ​ຫະ​ພັນ ອາ​ຣັບ ສະ​ເໜີ​ເລ​ຂາ​ທິກາ​ນ​ໃຫຍ່​ຄົນ​ໃໝ່

ສະ​ຫະ​ພັນ ອາ​ຣັບ ສະ​ເໜີ​ເລ​ຂາ​ທິກາ​ນ​ໃຫຍ່​ຄົນ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 29 ມີນາ ຜ່ານມາ, ສະຫະພັນ ອາຣັບ ໄດ້ປະກາດທ່ານ ນາບິລ ຟາມີ ອະດີດລັດຖະມົນຕີກະຊວງການຕ່າງປະເທດເອຢິບ ໄດ້ຮັບການສະເໜີດຳລົງຕຳແໜ່ງເປັນເລຂາທິການໃຫຍ່. ການສະເໜີທ່ານ ນາບິລ ຟາມີ ດຳລົງຕຳແໜ່ງເລຂາທິການໃຫຍ່ ສະຫະພັນ ອາຣັບ ສືບທອດທ່ານ ອາເໝັດ ອາບລູ ເກດ, ໂດຍບັນດາປະເທດສະມາຊິກເຫັນດີເປັນເອກະພາບຮັບຮອງເອົາໃນວາລະກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຣັບ ຄັ້ງທີ 165.
ໂຣກຕຸ້ຍ ແລະ ການດື່ມເຫຼົ້າ ເພີ່ມຄວາມສ່ຽງເປັນມະເຮັງເຕົ້ານົມ

ໂຣກຕຸ້ຍ ແລະ ການດື່ມເຫຼົ້າ ເພີ່ມຄວາມສ່ຽງເປັນມະເຮັງເຕົ້ານົມ

ຂ່າວຕ່າງປະເທດລາຍງານວ່າ: ຜົນການສຶກສາທີ່ນຳພາໂດຍມະຫາວິທະຍາໄລຊິດນີຂອງອົສຕຣາລີ ແລະ ເຜີຍແຜ່ຜ່ານເວັບໄຊສູນວິທະຍາສາດສື່ມວນຊົນອົສຕຣາລີ ໃນວັນທີ 30 ມີນາ ຜ່ານມາ ຊີ້ໃຫ້ເຫັນວ່າ: ໂຣກຕຸ້ຍ ແລະ ການດື່ມເຄື່ອງດື່ມທີ່ມີທາດເຫຼົ້າເພີ່ມຄວາມສ່ຽງຂອງການເປັນມະເຮັງເຕົ້ານົມໃນແມ່ຍິງຢ່າງຫຼວງຫຼາຍເມື່ອມີອາຍຸຫຼາຍຂຶ້ນ.
ICAO ຈຳກັດຜູ້ໂດຍສານພົກພາ power bank ໄດ້ສູງສຸດ 2 ອັນ

ICAO ຈຳກັດຜູ້ໂດຍສານພົກພາ power bank ໄດ້ສູງສຸດ 2 ອັນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການການບິນພົນລະເຮືອນສາກົນ (ICAO) ໄດ້ປະກາດກົດລະບຽບໃໝ່ກ່ຽວກັບອຸປະກອນແບັດເຕີຣີສຳຮອງແບບພົກພາ ຫຼື power bankທີ່ໃຊ້ແບັດເຕີຣີ lithium ຊຶ່ງຈໍາກັດໃຫ້ຜູ້ໂດຍສານຖ້ຽວບິນແຕ່ລະຄົນສາມາດພົກພາ power bankໄດ້ສູງສຸດ 2 ອັນ ແລະ ຫ້າມນຳໃຊ້ໃນລະຫວ່າງການບິນ. ໂດຍມີຜົນບັງຄັບໃຊ້ທັນທີ.
ກຳປູເຈຍ ຫຼຸດພາສີນຳເຂົ້າລົດໄຟຟ້າ ແລະ ອຸປະກອນພະລັງງານແສງຕາເວັນ

ກຳປູເຈຍ ຫຼຸດພາສີນຳເຂົ້າລົດໄຟຟ້າ ແລະ ອຸປະກອນພະລັງງານແສງຕາເວັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ມີນາ ຜ່ານມາວ່າ: ຖະແຫຼງການຈາກກົມພາສີ ແລະ ອາກອນຂອງກຳປູເຈຍ ທີ່ອອກໃນວັນ 29 ມີນາຜ່ານມາຊີ້ໃຫ້ເຫັນວ່າ, ກໍາປູເຈຍໄດ້ຕັດສິນໃຈຫຼຸດພາສີນໍາເຂົ້າລົດໄຟຟ້າ (EVs), ເຕົາໄຟຟ້າ ແລະ ອຸປະກອນພະລັງງານແສງຕາເວັນ ເລີ່ມແຕ່ວັນທີ 1 ເມສາ 2026 ເປັນຕົ້ນໄປ ເພື່ອຫຼຸດຜ່ອນຜົນກະທົບຂອງລາຄານໍ້າມັນເຊື້ອໄຟທົ່ວໂລກທີ່ເພີ່ມຂຶ້ນ ເນື່ອງຈາກຂໍ້ຂັດແຍ່ງໃນຕາເວັນອອກກາງ.
ດັດ​ຊະ​ນີ​ການປະ​ດິດ​ສ້າງ​ໃໝ່​​ຂອງ​ຈີນ ຫຍັບ​ຂຶ້ນ​ເປັນ​ອັນ​ດັບ​ 9 ຂອງ​ໂລກ

ດັດ​ຊະ​ນີ​ການປະ​ດິດ​ສ້າງ​ໃໝ່​​ຂອງ​ຈີນ ຫຍັບ​ຂຶ້ນ​ເປັນ​ອັນ​ດັບ​ 9 ຂອງ​ໂລກ

ຂ່າວສານຊີອາໄອລາຍງານ ໃນວັນທີ 30 ມີນາ ຜ່ານມາວ່າ: “ບົດ​ລາຍ​ງານ​ດັດ​ຊະ​ນີປະ​ດິດ​ສ້າງ​ໃໝ່​ແຫ່ງ​ຊາດ​ 2025” ທີ່​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ເປີດ​ເຜີຍ​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຈົ່ງ​ກ່ວນ​ຊຸນ​ປີ 2026 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ມີ​ນາ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ໃໝ່​ແຫ່ງ​ຊາດ​ຂອງ​ຈີນ​ໄດ້​ຫຍັບຂຶ້ນ​ມາ​ເປັນ​ອັນ​ດັບ​ທີ 9 ຂອງ​ໂລກ ດີ​ຂຶ້ນ 11 ອັນ​ດັບ​ເມື່ອ​ທຽບ​ໃສ່​ປີ 2012 ແລະ ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ໄດ້​ຮັບ​ຄວາມ​ກ້າວ​ໜ້າ​ໄວ​ທີ່​ສຸດ​ໃນ​ 10 ກວ່າ​ປີ​ຜ່ານ​ມາ ແລະ ຢ​ວ່າງ​ບາດ​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ທີ່​ເປັນ​ປະ​ເທດແຖວ​ໜ້າ​ຂອງ​ບັນ​ດາ​ປະ​ເທດ​ທີ່​ມີ​ການ​​ປະ​ດິດ​ສ້າງ​ໃໝ່ ແລະ ​ເປັນປະ​ເທດ​ເຂັ້ມ​ແຂງ​ດ້ານ​ວິ​ທະ​ຍ​າ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ໂລກ.
ຫວຽດ​ນາມ ແລະ ທະ​ນ​າ​ຄານ​ໂລກ​ ຊຸກ​ຍູ້​ການຮ່ວມ​ມື​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ​ນ້ຳ

ຫວຽດ​ນາມ ແລະ ທະ​ນ​າ​ຄານ​ໂລກ​ ຊຸກ​ຍູ້​ການຮ່ວມ​ມື​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ​ນ້ຳ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ທີ່ນະຄອນຫຼວງຮ່າໂນ້ຍ, ໃນການຕ້ອນຮັບທ່ານນາງ ມາຣຽມ ເຈ. ເຊີແມນ ຜູ້ອຳນວຍການທະນາຄານໂລກ (WB) ປະຈຳ ຫວຽດນາມ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງບົດບາດຂອງ WB ແມ່ນຄູ່ຮ່ວມມືພັດທະນາແຖວໜ້າ ແລະ ໄດ້ໜູນຊ່ວຍ ຫວຽດນາມ ໃນຫຼາຍຂົງເຂດ, ໂດຍສະເພາະແມ່ນກະສິກຳ ແລະ ສິ່ງແວດລ້ອມຢ່າງມີປະສິດທິຜົນ.
ຍ້ອນຫຍັງແຂກຮັບເຊີນສາກົນຈຶ່ງເວົ້າວ່າ “ຈີນເປັນທາງເລືອກທີ່ຕ້ອງມີ”?

ຍ້ອນຫຍັງແຂກຮັບເຊີນສາກົນຈຶ່ງເວົ້າວ່າ “ຈີນເປັນທາງເລືອກທີ່ຕ້ອງມີ”?

ຂ່າວສານຊີອາໄອລາຍງານວ່າ: ກອງປະຊຸມປະຈໍາປີ 2026 ຂອງເວທີປຶກສາຫາລືອາຊີໂປອາວໄດ້ປິດລົງໃນວັນທີ 27 ມີນາ ຜ່ານມານີ້ ຢູ່ແຂວງໄຫຫຼໍາຂອງ ຈີນ, ຜູ້ຕາງໜ້າປະມານ 2,000 ຄົນຈາກ 60 ກວ່າປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ໃນນັ້ນ, ມີແຂກຮັບເຊີນສາກົນຫຼາຍທ່ານຊີ້ໃຫ້ເຫັນວ່າ: ຈາກ “ແຜນການຂອງຈີນ” ທີ່ສະເໜີອອກໃນກອງປະຊຸມດັ່ງກ່າວຮອດຂໍ້ລິເລີ່ມທົ່ວໂລກຕ່າງໆທີ່ສະເໜີອອກໂດຍຈີນ, ລ້ວນແຕ່ໄດ້ວາດພາບຄໍາສັບສໍາຄັນໜຶ່ງຢ່າງຈະແຈ້ງ ຄື: ການເປີດປະຕູ.
ຂໍ້ຂັດແຍ່ງໃນອ່າວອາຣັບ ເຮັດໃຫ້ຄ່າຂົນສົ່ງສິນຄ້າເພີ່ມຂຶ້ນ

ຂໍ້ຂັດແຍ່ງໃນອ່າວອາຣັບ ເຮັດໃຫ້ຄ່າຂົນສົ່ງສິນຄ້າເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານໃນວັນທີ 28 ມີນາ ຜ່ານມາວ່າ: ກຸ່ມສະໜັບສະໜູນການຂົນສົ່ງທີ່ເປັນມິດກັບສິ່ງແວດລ້ອມໃນເອີຣົບ ໄດ້ເປີດເຜີຍວ່າ, ຄວາມເຄັ່ງຕຶງອ້ອມຮອບຊ່ອງແຄບຮໍມຸສ ກຳລັງເພີ່ມຕົ້ນທຶນສຳລັບອຸດສາຫະກຳການຂົນສົ່ງສິນຄ້າທາງເຮືອທົ່ວໂລກ. ບໍລິສັດຫຼາຍແຫ່ງຕ້ອງຈ່າຍຄ່ານໍ້າມັນເຊື້ອໄຟ, ຄ່າຂົນສົ່ງ ແລະ ຄ່າໃຊ້ຈ່າຍດ້ານສິ່ງແວດລ້ອມເພີ່ມເຕີມ 340 ລ້ານເອີໂຣຕໍ່ມື້.
ຈີນ​ ຈະ​ຊຸກ​ຍູ້​ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ໂລກ

ຈີນ​ ຈະ​ຊຸກ​ຍູ້​ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ໂລກ

ຂ່າວສານຊີອາໄອລາຍງານໃນວັນທີ 29 ມີນາ ຜ່ານມາວ່າ: ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຈົ່ງ​ກວນ​ຊຸ່ນປະ​ຈຳ​ປີ 2026 ພາຍ​ໃຕ້​ຫົວ​ຂໍ້ “ການ​ເຊືີ່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ເລິກ​ເຊິ່ງ​ລະ​​ຫວ່າງ​ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ການ​ປະ​ດິ​ດ​ສ້າງ​ດ້ານ​ອຸດ​ສາ​ຫະ​ກຳ” ທີ່ກຳ​ລັງ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ​ຂອງ​ຈີນ, ໂດຍມີແຂກເຂົ້າຮ່ວມຫຼາຍກວ່າ 1.000 ຄົນ​ ທີ່​ມາ​ຈາກ 100 ກວ່າ​ປະ​ເທດ​ ແລະ ເຂດ​ແຄວ້ນ ​ໄດ້​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ຫົວ​ຂໍ້​ຕ່າງໆ​ກ່ຽວ​ກັບ​ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​, ການ​ປະ​ດິດ​ສ້າງ​ດ້ານ​ອຸດ​ສາ​ຫະ​ກຳ, ການເປີດ​ປະ​ຕູ​ສູ່​ພາຍນອກ ແລະ ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃນ​ລະ​ດັບ​ສູງ​ຂອງ​ຈີນ ແລະ ອື່ນໆ.
ບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ ປີ 2026 ຂອງຫວຽດນາມ ປະ​ຢັດ​ໄຟ​ຟ້າ​ໄດ້ 463,000 kWh

ບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ ປີ 2026 ຂອງຫວຽດນາມ ປະ​ຢັດ​ໄຟ​ຟ້າ​ໄດ້ 463,000 kWh

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ຕາມຂໍ້ມູນຈາກບໍລິສັດບໍລິຫານລະບົບໄຟຟ້າ ແລະ ຕະຫຼາດໄຟຟ້າແຫ່ງຊາດ (NSMO), ພາຍຫຼັງ 1 ຊົ່ວໂມງມອດໄຟຕອບສະໜອງບັ້ນເຄື່ອນໄຫວ ໂມງໜ່ວຍໂລກປີ 2026 (ແຕ່ເວລາ 20 ໂມງ 30 ນາທີ ຫາ 21 ໂມງ 30 ນາທີ ຂອງວັນທີ 28 ມີນາ 2026), ທົ່ວປະເທດປະຢັດໄຟຟ້າໄດ້ 463,000 kWh.
ເພີ່ມເຕີມ