ເດືອນຜ່ານມາອັດຕາຄວາມທຸກຍາກຂອງອາກຊັງຕິນເພີ່ມຂຶ້ນ 57%

ເດືອນຜ່ານມາອັດຕາຄວາມທຸກຍາກຂອງອາກຊັງຕິນເພີ່ມຂຶ້ນ 57%
ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ມະຫາວິທະຍາໄລຄາທໍລິກແຫ່ງອາກຊັງຕິນໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ອັດຕາຄວາມທຸກຍາກຂອງປະຊາຊົນໃນປະເທດສູງເຖິງ 57,4% ໃນເດືອນມັງກອນຜ່ານມາ ເປັນສະຖິຕິສູງທີ່ສຸດນັບຕັ້ງແຕ່ປີ 2004.
    ຂະນະທີ່ອັດຕາຄວາມທຸກຍາກຂອງຊາວອາກຊັງຕິນຢູ່ທີ່ 49,5% ເມື່ອປີຜ່ານມາ ສະຖານະການທີ່ເກີດຂຶ້ນໃນປັດຈຸບັນໝາຍຄວາມວ່າ 6 ໃນ 10 ຂອງຊາວອາກຊັງຕິນມີຄຸນນະພາບຊີວິດຢູ່ໃນຂັ້ນຄວາມທຸກຍາກ. ເຖິງຢ່າງໃດກໍຕາມ, ກະຊວງເສດຖະກິດຂອງອາກຊັງຕິນໄດ້ເປີດເຜີຍບົດລາຍງານການເກີນດູນງົບປະມານ ປະມານ 51.841 ລ້ານເປໂຊ ເມື່ອເດືອນມັງກອນຜ່ານມາ ຖືວ່າເປັນຄັ້ງທຳອິດຕັ້ງແຕ່ເດືອນສິງຫາ 2012 ທີ່ງົບປະມານຂອງອາກຊັງຕິນມີລະດັບເກີນດູນ.
    ທັງນີ້, ທ່ານ ຂາບິເອ ມິເລ ປະທານາທິບໍດີອາກຊັງຕິນ ຊຶ່ງເຂົ້າມາບໍລິຫານປະເທດໃນເດືອນທັນວາ 2023ປັບຫຼຸດອັດຕາແລກປ່ຽນລະຫວ່າງເງິນເປໂຊອາກຊັງຕິນກັບເງິນໂດລາຫຼາຍກວ່າ 50% ຕັ້ງແຕ່ໄລຍະທຳອິດຂອງການຮັບຕຳແໜ່ງ ເພື່ອຈັດການກັບວິກິດການເງິນເຟີ້, ພາລະໜີ້ສິນ ແລະ ການຂາດດູນງົບປະມານ.

ຄໍາເຫັນ

ຂ່າວຕ່າງປະເທດ

Honda ປະກາດໃຊ້ໂລໂກ້ H ແບບໃໝ່ສຳລັບລົດໄຟຟ້າ

Honda ປະກາດໃຊ້ໂລໂກ້ H ແບບໃໝ່ສຳລັບລົດໄຟຟ້າ

ຂ່າວຕ່າງປະເທດລາຍງານໃນວັນທີ 13 ມັງກອນ ຜ່ານມາວ່າ: ບໍລິສັດ Honda Motor ໄດ້ປະກາດວ່າຈະນໍາໃຊ້ໂລໂກ້ “H” ແບບໃໝ່ສຳລັບລົດໄຟຟ້າ (EV) ແລະ ລົດໄຮບຣິດລຸ້ນໃໝ່, ລວມທັງເຄືອຂ່າຍຕົວແທນຈຳໜ່າຍ ແລະກິດຈະກຳມໍເຕີສະປອດ.
ນັກຄົ້ນຄວ້າພັດທະນາ AI ຟັງສຽງຂອງປາທີ່ຫິວ

ນັກຄົ້ນຄວ້າພັດທະນາ AI ຟັງສຽງຂອງປາທີ່ຫິວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ມັງກອນ ຜ່ານມາວ່າ: ທີມນັກຄົ້ນຄວ້າອິສຣາແອນ ໄດ້ເປີດເຜີຍການພັດທະນາລະບົບປັນຍາປະດິດ (AI) ທີ່ສາມາດກວດຫາຄວາມຫິວຂອງປາໂດຍການວິເຄາະສຽງທີ່ປາປ່ອຍອອກມາໃນຂະນະທີ່ກິນອາຫານ ຊຶ່ງຖືເປັນເຄື່ອງມືໃໝ່ສຳລັບການລ້ຽງສັດນ້ຳທີ່ສະຫຼາດ ແລະ ຍືນຍົງ.
ອິນໂດເນເຊຍ ຈະຢຸດຕິການນຳເຂົ້ານໍ້າມັນກາຊວນ

ອິນໂດເນເຊຍ ຈະຢຸດຕິການນຳເຂົ້ານໍ້າມັນກາຊວນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ມັງກອນ ຜ່ານມາວ່າ: ທ່ານ ບາລິລ ລາຮາດາເລຍ ລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ປະກາດຫວ່າງມໍ່ໆມານີ້ວ່າ, ອິນໂດເນເຊຍຈະຢຸດການນຳເຂົ້ານ້ຳມັນກາຊວນເລີ່ມແຕ່ປີນີ້ເປັນຕົ້ນໄປ ຫຼັງຈາກທີ່ມີການຂະຫຍາຍກຳລັງການກັ່ນນ້ຳມັນພາຍໃນປະເທດ.
ພູເຂົາໄຟມາຍອນ ໃນຟີລິບປິນ ພົ່ນລາວາຮ້ອນຍາວປະມານ 100 ແມັດ

ພູເຂົາໄຟມາຍອນ ໃນຟີລິບປິນ ພົ່ນລາວາຮ້ອນຍາວປະມານ 100 ແມັດ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 13 ມັງກອນ ຜ່ານມາ, ສະຖາບັນວິທະຍາສາດພູເຂົາໄຟ ແລະ ແຜ່ນດິນໄຫວຟີລິບປິນ ໄດ້ລາຍງານການກວດພົບກະແສລາວາຮ້ອນໄຫຼອອກຈາກປາກພູເຂົາໄຟມາຍອນ (Mayon Volcano) ເທິງເກາະລູຊອນເປັນໄລຍະທາງປະມານ 100 ແມັດ ຊຶ່ງເກີດຂຶ້ນໃນຕອນເຊົ້າມືດ ເປັນເວລາສັ້ນໆປະມານ 35 ວິນາທີ
ມູນຄ່າການຄ້ານຳເຂົ້າ - ສົ່ງອອກຂອງຈີນສ້າງສະຖິຕິໃໝ່ໃນປີ 2025

ມູນຄ່າການຄ້ານຳເຂົ້າ - ສົ່ງອອກຂອງຈີນສ້າງສະຖິຕິໃໝ່ໃນປີ 2025

ຂ່າວສານຊີອາໄອລາຍງານ ໃນວັນທີ 14 ມັງກອນ ຜ່ານມາວ່າ: ໂຕເລກສະຖິຕິຂອງອົງການພາສີແຫ່ງຊາດຈີນສະແດງໃຫ້ເຫັນວ່າ, ປີ 2025 ມູນຄ່າການຄ້ານຳເຂົ້າ - ສົ່ງອອກຂອງຈີນມີເຖິງ 45,470 ຕື້ຢວນ, ເພີ່ມຂຶ້ນ 3.8%. ໃນນັ້ນ, ການຄ້າສົ່ງອອກມີເຖິງ 26,990 ຕື້ຢວນ, ເພີ່ມຂຶ້ນ 6.1%, ການຄ້ານຳເຂົ້າມີເຖິງ 18,480 ຕື້ຢວນ, ເພີ່ມຂຶ້ນ 0.5% ໂດຍມີຈຸດພິເສດ 5 ຂໍ້ດັ່ງນີ້:
ຮອດປີ 2045 ຫວຽດນາມ ທໍາຄວາມ​ສະ​ອາດ​ເນື້ອ​ທີ່​ດິນ​ຖືກ​ມົນ​ລະ​ພິດ​ຈາກ​ລະ​ເບີດ​ໃຫ້​ສຳ​ເລັດ​ໂດຍ​ພື້ນ​ຖານ

ຮອດປີ 2045 ຫວຽດນາມ ທໍາຄວາມ​ສະ​ອາດ​ເນື້ອ​ທີ່​ດິນ​ຖືກ​ມົນ​ລະ​ພິດ​ຈາກ​ລະ​ເບີດ​ໃຫ້​ສຳ​ເລັດ​ໂດຍ​ພື້ນ​ຖານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 13 ມັງກອນ ຜ່ານມາ ຢູ່ສຳນັກງານລັດຖະບານ ນະຄອນຫຼວງຮ່າໂນ້ຍ, ຄະນະຊີ້ນຳແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ ແລະ ທາດພິດເຄມີພາຍຫຼັງສົງຄາມ ຫວຽດນາມ (ຄະນະຊີ້ນຳ 701) ໄດ້ຈັດກອງປະຊຸມສະຫຼຸບໂຄງການເຄື່ອນໄຫວແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ ພາຍຫຼັງສົງຄາມໄລຍະ 2010 – 2025.
ປີ 2026 ອິນໂດເນເຊຍ ຈະຈັດຕັ້ງປະຕິບັດນະໂຍບາຍເຂົ້າລາຄາດຽວ

ປີ 2026 ອິນໂດເນເຊຍ ຈະຈັດຕັ້ງປະຕິບັດນະໂຍບາຍເຂົ້າລາຄາດຽວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມັງກອນ ຜ່ານມາວ່າ: ທ່ານ ຊຸລກິຟລີ ຮາຊັນ ລັດຖະມົນຕີກະຊວງປະສານງານດ້ານອາຫານຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ, ອິນໂດເນເຊຍກໍາລັງກະກຽມທີ່ຈະຈັດຕັ້ງປະຕິບັດນະໂຍບາຍເຂົ້າລາຄາດຽວທົ່ວປະເທດພາຍໃນປີ 2026 ເພື່ອຫຼຸດຜ່ອນຄວາມແຕກຕ່າງຂອງລາຄາໃນທົ່ວພາກພື້ນ.
ຈຳນວນຜູ້ໂດຍສານເດີນທາງໄປຍີ່ປຸ່ນໂດຍສາຍການບິນເຈຈູແອ ເກີນ 4 ລ້ານຄົນ

ຈຳນວນຜູ້ໂດຍສານເດີນທາງໄປຍີ່ປຸ່ນໂດຍສາຍການບິນເຈຈູແອ ເກີນ 4 ລ້ານຄົນ

ຂ່າວຕ່າງປະເທດລາຍງານວ່າ: ສາຍການບິນເຈຈູ ແອ (Jeju Air)ສາຍການບິນລາຄາຖືກຂອງ ສ ເກົາຫຼີໃຕ້ ໄດ້ເປີດເຜີຍໃນວັນທີ 12 ມັງກອນ ຜ່ານມາວ່າ, ຈໍານວນຜູ້ໂດຍສານທີ່ເດີນທາງໄປປະເທດຍີ່ປຸ່ນເກີນ 4 ລ້ານຄົນໃນປີ 2025 ຊຶ່ງບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 4,027,000 ຄົນ, ເພີ່ມຂຶ້ນ 4.8% ຈາກ 3,842,000 ຄົນໃນປີ 2024.
ມຽນມາ ສົ່ງອອກເຂົ້າຫຼາຍກວ່າ 2.1 ລ້ານໂຕນ ໃນ 9 ເດືອນທຳອິດຂອງປີງົບປະມານ 2025-2026

ມຽນມາ ສົ່ງອອກເຂົ້າຫຼາຍກວ່າ 2.1 ລ້ານໂຕນ ໃນ 9 ເດືອນທຳອິດຂອງປີງົບປະມານ 2025-2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມັງກອນ ຜ່ານມາວ່າ: ສະຫະພັນເຂົ້າມຽນມາ (MRF) ໄດ້ເປີດເຜີຍວ່າ, ມຽນມາໄດ້ສົ່ງອອກເຂົ້າສານ ແລະ ເຂົ້າຫັກປະລິມານຫຼາຍກວ່າ 2.1 ລ້ານໂຕນ ໃນໄລຍະ 9 ເດືອນທຳອິດ (ເມສາ - ທັນວາ) ຂອງປີງົບປະມານ 2025-2026.
ທ່ານ ສີຈິ້ນຜິງ ກ່າວຄຳປາໄສໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກວດກາສູນກາງພັກກອມມູນິດຈີນ

ທ່ານ ສີຈິ້ນຜິງ ກ່າວຄຳປາໄສໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກວດກາສູນກາງພັກກອມມູນິດຈີນ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 12 ມັງກອນ ຜ່ານມາ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ກ່າວຄຳປາໄສໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກວດກາສູນກາງພັກກອມມູນິດຈີນສະໄໝທີ 20, ທ່ານເນັ້ນໜັກວ່າ: ຕ້ອງຢຶດໝັ້ນ ແລະ ເພີ່ມທະວີການນຳພາຮອບດ້ານຂອງພັກ, ຊຸກຍູ້ການຄຸ້ມຄອງພັກຢ່າງຮອບດ້ານ ແລະ ເຂັ້ມງວດດ້ວຍມາດຕະຖານທີ່ສູງກວ່າເກົ່າ ແລະ ມາດຕະການແທ້ຈິງກວ່າເກົ່າ, ເອົາອຳນາດຂັງໄວ້ໃນຄອກແຫ່ງລະບຽບການຢ່າງມີວິທະຍາສາດ ແລະ ມີປະສິດທິຜົນກວ່າເກົ່າ, ຊຸກຍູ້ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງມີສະຕິ ແລະ ເດັດຂາດກວ່າເກົ່າ, ສະໜອງການຮັບປະກັນທີ່ເຂັ້ມແຂງເພື່ອບັນລຸໜ້າທີ່ເປົ້າໝາຍໃນໄລຍະ “ແຜນພັດທະນາ 5 ປີຄັ້ງທີ XV ”.
ເພີ່ມເຕີມ