ແອວນີໂຢ ອາດຈະເຮັດໃຫ້ອຸນຫະພູມສິງກະໂປເພີ່ມສູງຂຶ້ນ

ແອວນີໂຢ ອາດຈະເຮັດໃຫ້ອຸນຫະພູມສິງກະໂປເພີ່ມສູງຂຶ້ນ
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ສິງກະໂປໄດ້ເປີດເຜີຍບົດລາຍງານການປະເມີນສະພາບພູມອາກາດປະຈຳປີໂດຍລະບຸວ່າ: ສິງກະໂປບັນທຶກສະຖິຕິຂອງປີ 2023 ວ່າເປັນປີທີ່ຮ້ອນທີ່ສຸດເປັນອັນດັບທີ 4 ເນື່ອງຈາກອິດທິພົນຂອງປະກົດການແອວນີໂຢໃນໄລຍະ 6 ເດືອນທ້າຍປີ ແລະ ຄາດວ່າອຸນຫະພູມຈະເພີ່ມສູງຂຶ້ນໃນປີ 2024 ນີ້ ເມື່ອປະກົດການແອວນີໂຢອ່ອນກຳລັງລົງ.
    ສຳນັກງານອຸຕຸນິຍົມວິທະຍາສິງກະໂປ (MSS) ລະບຸວ່າ: ສະຖານີສະພາບອາກາດຊາງງີບັນທຶກອຸນຫະພູມສະເລ່ຍລາຍປີເມື່ອປີຜ່ານມາໄດ້ 28,2 ອົງສາ ຊຶ່ງສູງກວ່າຄ່າສະເລ່ຍໄລຍະຍາວຢູ່ທີ່0,4 ອົງສາ ເຮັດໃຫ້ໂຕເລກ 28,2 ອົງສາກາຍເປັນອຸນຫະພູມທີ່ຮ້ອນທີ່ສຸດເປັນອັນດັບທີ 4 ນັບຕັ້ງແຕ່ປີ 1929 ຫຼື ປະມານ 95 ປີກ່ອນ. ສິງກະໂປບັນທຶກອຸນຫະພູມສູງສຸດຂອງປີຜ່ານມາໃນວັນທີ 13ກຸມພາ ຢູ່ທີ່ 37 ອົງສາ ຊຶ່ງເທົ່າກັບສະຖິຕິອຸນຫະພູມລາຍວັນສູງສຸດທີ່ເຄີຍບັນທຶກໄວ້ໄດ້ນັບຕັ້ງແຕ່ປີ 1929 ເປັນຕົ້ນມາ. MSS ຊີ້ໃຫ້ເຫັນວ່າ ປະກົດການແອວນີໂຢສົ່ງຜົນໃຫ້ອຸນຫະພູມຂອງສິງກະໂປໃນປີ 2023 ອົບອຸ່ນຫຼາຍກວ່າປົກກະຕິ ເນື່ອງຈາກອຸນຫະພູມພື້ນຜິວນ້ຳທະເລເໜືອມະຫາສະໝຸດປາຊີຟິກເຂດຮ້ອນພາກກາງ ແລະ ພາກຕາເວັນອອກເພີ່ມສູງຂຶ້ນ. ເຖິງຢ່າງໃດກໍຕາມ, ອຸນຫະພູມທີ່ອົບອຸ່ນທີ່ສຸດມີທ່າອ່ຽງຈະເກີດຂຶ້ນປະມານເດືອນມີນາ-ເດືອນພຶດສະພາ ເມື່ອປະກົດການແອວນີໂຢອ່ອນກຳລັງລົງໃນປີຖັດໄປ.
    MSS ຄາດຄະເນວ່າ: ອຸນຫະພູມສູງສຸດລາຍວັນສະເລ່ຍໝົດປີຈະເພີ່ມຂຶ້ນເປັນ 28,5 ອົງສາ ແລະ 32,9 ອົງສາໃນທ້າຍສະຕະວັດນີ້.

ຄໍາເຫັນ

ຂ່າວຕ່າງປະເທດ

ປີ 2025 ຈຳນວນເດັກເກີດໃໝ່ຂອງສິງກະໂປ ຫຼຸດລົງ 11.4%

ປີ 2025 ຈຳນວນເດັກເກີດໃໝ່ຂອງສິງກະໂປ ຫຼຸດລົງ 11.4%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 27 ກໍລະກົດ ຜ່ານມາວ່າ: ສຳນັກງານກວດຄົນເຂົ້າເມືອງ ສິງກະໂປລາຍງານວ່າ, ຈໍານວນເດັກເກີດໃໝ່ມີຊີວິດໃນປີ 2025 ມີ 29,864 ຄົນ, ຫຼຸດລົງ 11.4% ຈາກປີ 2024. ສ່ວນຈຳນວນຜູ້ເສຍຊີວິດທີ່ໄດ້ລົງທະບຽນໃນປີ 2025 ມີ 26,499 ຄົນ, ເພີ່ມຂຶ້ນ 0.2% ເມື່ອທຽບກັບປີກ່ອນ.
ການ​ຮ່ວມ​ມື​ສະ​ພາ​ແຫ່ງ​ຊາດ​ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ກໍາປູ​ເຈຍ

ການ​ຮ່ວມ​ມື​ສະ​ພາ​ແຫ່ງ​ຊາດ​ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ກໍາປູ​ເຈຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 28 ກໍ​ລະ​ກົດ ຜ່ານມາ ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ ເຈິ່ນ​ແທັ​ງ​ເໝີ້ນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ໄດ້ພົບປະເຈ​ລະ​ຈາ​ກັບ​ ສົມເດັດ ຄຸນ ສຸດາຣີ ​ປະ​ທານ​ສະ​ພາແຫ່ງ​ຊາດ ຣາ​ຊະ​ອ​າ​ນາ​ຈັກ ກຳ​ປູ​ເຈຍ ເນື່ອງ​ໃນ​ໂອ​ກາດ​ນຳ​ພາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ມາ​ຢ້ຽມ​ຢາມ ຫວຽດ​ນາມ ​ໃນ​ວັນ​ທີ 27 – 29 ກໍ​ລະ​ກົດ ນີ້.
ອຸດສາຫະກໍາພະລັງງານໃໝ່ຂອງຈີນ ບັນລຸການພັດທະນາແບບກ້າວກະໂດດ

ອຸດສາຫະກໍາພະລັງງານໃໝ່ຂອງຈີນ ບັນລຸການພັດທະນາແບບກ້າວກະໂດດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ແຫຼ່ງຂ່າວຈາກສະມາຄົມຄົ້ນຄວ້າການປະຕິຮູບ ແລະ ການພັດທະນາຂອງວິສາຫະກິດຈີນໃຫ້ຮູ້ຫວ່າງມໍ່ໆມານີ້ວ່າ: ບົດລາຍງານກ່ຽວກັບສະພາບແວດລ້ອມຂອງອຸດສາຫະກໍາພະລັງງານ 2026 ໄດ້ເຜີຍແຜ່ຢ່າງເປັນທາງການ.
ມຽນມາ ຕັ້ງເປົ້າໝາຍສົ່ງອອກເຂົ້າສານ ແລະ ເຂົ້າຫັກ ທັງໝົດ 3 ລ້ານໂຕນ

ມຽນມາ ຕັ້ງເປົ້າໝາຍສົ່ງອອກເຂົ້າສານ ແລະ ເຂົ້າຫັກ ທັງໝົດ 3 ລ້ານໂຕນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 27 ກໍລະກົດ ຜ່ານມາວ່າ: ສະຫະພັນເຂົ້າມຽນມາໄດ້ເປີດເຜີຍເປົ້າ ໝາຍການສົ່ງອອກເຂົ້າສານ ແລະ ເຂົ້າຫັກໃນປີງົບປະມານ 2026-2027 (ເມສາ 2026-ມີນາ 2027), ໂດຍຕັ້ງເປົ້າໝາຍໄວ້ທີ່ 3 ລ້ານໂຕນ ຊຶ່ງຈະສ້າງລາຍຮັບຫຼາຍກວ່າ 1.17 ຕື້ໂດລາ.
ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ເພີ່ມຂຶ້ນເປັນເດືອນທີສາມຕິດຕໍ່ກັນ

ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ເພີ່ມຂຶ້ນເປັນເດືອນທີສາມຕິດຕໍ່ກັນ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງ ສ ເກົາຫຼີ ໄດ້ປະກາດໃນວັນທີ 28 ກໍລະກົດ ຜ່ານມາວ່າ, ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ໄດ້ເພີ່ມຂຶ້ນເປັນເດືອນທີສາມຕິດຕໍ່ກັນໃນເດືອນກໍລະກົດ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກທີ່ເຂັ້ມແຂງ ແລະ ແຜນການລົງທຶນພາຍໃນປະເທດຂະໜາດໃຫຍ່.
ມິດຊູບິຊິ ມໍເຕີ ວາງເປົ້າໝາຍຜະລິດຫຸ່ນຍົນທີ່ຂັບເຄື່ອນດ້ວຍ AI

ມິດຊູບິຊິ ມໍເຕີ ວາງເປົ້າໝາຍຜະລິດຫຸ່ນຍົນທີ່ຂັບເຄື່ອນດ້ວຍ AI

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ບໍລິສັດ ມິດຊູບິຊິ ມໍເຕີ (Mitsubishi Motors) ໄດ້ຮ່ວມມືກັບ ບໍລິສັດ ໄຮແລນເດີ (Highlanders Inc.,) ສະຕາດອັບດ້ານຫຸ່ນຍົນທີ່ມີຕົ້ນກຳເນີດມາຈາກມະຫາວິທະຍາໄລໂຕກຽວ ໃນການພັດທະນາ ແລະ ຜະລິດຫຸ່ນຍົນຮູບຮ່າງຄ້າຍຄືມະນຸດທີ່ຂັບເຄື່ອນດ້ວຍເຕັກໂນໂລຊີປັນຍາປະດິດ (AI) ໃນລະດັບອຸດສາຫະກຳ, ໂດຍຕັ້ງເປົ້າໝາຍໃຫ້ມີກຳລັງການຜະລິດ 1,000 ໂຕຕໍ່ເດືອນໃນທ້າຍປີ 2027.
ຍ້ອນ​ຫຍັງ​ເຮືອນ​ສຳ​ເລັດ​ຮູບ​ຂອງ​ຈີນ ​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​​ເປັນ​ຢ່າງ​ດີຈາກ​ລູກ​ຄ້າ​ທົ່ວ​ໂລກ

ຍ້ອນ​ຫຍັງ​ເຮືອນ​ສຳ​ເລັດ​ຮູບ​ຂອງ​ຈີນ ​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​​ເປັນ​ຢ່າງ​ດີຈາກ​ລູກ​ຄ້າ​ທົ່ວ​ໂລກ

​ທຸກ​ຄົນອາດ​ຈະ​ເຄີຍ​ຮູ້​ຈັກ​ ແລະ ຊິນ​ເຄີຍກັບ​ອາ​ຫານ​ສຳ​ເລັດ​ຮູບ, ແຕ່​ທ່ານ​ເຄີຍ​ຮູ້​ຈັກ​ກັບ​ເຮືອນ​ສຳ​ເລັດ​ຮູບ ​ຫຼື ບໍ່? ເຮືອນ​ສຳ​ເລັດ​ຮູບ​ບໍ່​ຄື​ກັນ​ກັບ​ເຮືອນ​ແບບ​ດັ້ງ​ເດີມ, ​ແຕ່​ຄື​ກັນ​ກັບ​ຕົວ​ຕໍ່​ເລ​ໂກ​ຂະ​ໜາດ​ໃຫຍ່ ໂດຍ​ສ່ວນ​ໃຫຍ່ສຳ​ເລັດ​ການ​ຜະ​ລິດ​ຕາມ​ມາດ​ຕະ​ຖານ​ຢູ່​ໂຮງ​ງານ​ພາຍ​ໃນ​ປະ​ເທດ​ຈີນ​ແລ້ວສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ. ພາຍຫຼັງ​ສົ່ງ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ແລ້ວ, ຈະ​ປະ​ກອບ​ເປັນເຮືອນ​​ຄື​ກັນ​ກັບ​ການ​ປະ​ກອບ​ເລ​ໂກທີ່​ເປັນ​ເຄື່ອງຫຼິ້ນ​ເດັກ​ນ້ອຍ, ສະ​ດວກວ່ອງ​ໄວ​ທີ່​ສຸດ.
ສື່ມວນຊົນຫຼາຍປະເທດ ຢ້ຽມຢາມ ແລະ ສໍາຜັດບັນຍາກາດທີ່ເມືອງປາວຊານ

ສື່ມວນຊົນຫຼາຍປະເທດ ຢ້ຽມຢາມ ແລະ ສໍາຜັດບັນຍາກາດທີ່ເມືອງປາວຊານ

ໃນວັນທີ 27 ກໍລະກົດຜ່ານມານີ້ ທີ່ເມືອງປາວຊານ ແຂວງຢຸນນານ ສປຈີນ. ໄດ້ຈັດກິດຈະກໍາຂຶ້ນພາຍໃຕ້ຫົວຂໍ້ “ໂລກຢູ່ໃນກອບດຽວ ພົບກັນທີ່ປາວຊານ” ເປີດຂຶ້ນຢ່າງເປັນທາງການ ຊຶ່ງມີນັກຂ່າວຕ່າງປະເທດ 19 ຄົນ ມາຈາກ 4 ປະເທດຄື; ລາວ, ຫວຽດນາມ,ມຽນມາ ແລະ ບັງກາລາເທດ.
ເລຂາທິການໃຫຍ່ອົງການ ສປຊ ຮຽກຮ້ອງໃຫ້ຍົກເລີກມາດຕະການລົງໂທດຕໍ່ຊີຣີ

ເລຂາທິການໃຫຍ່ອົງການ ສປຊ ຮຽກຮ້ອງໃຫ້ຍົກເລີກມາດຕະການລົງໂທດຕໍ່ຊີຣີ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 26 ກໍລະກົດ ຜ່ານມາ, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ (ສປຊ) ທີ່ກຳລັງຢ້ຽມຢາມຊີຣີໄດ້ຮຽກຮ້ອງໃຫ້ຍົກເລີກມາດຕະການລົງໂທດທັງໝົດຕໍ່ຊີຣີໃນທັນທີ ແລະ ຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມທະວີການສະໜັບສະໜູນດ້ານການເມືອງ ແລະ ດ້ານເສດຖະກິດເຂົ້າໃນການສ້າງສາຊີຣີຄືນໃໝ່.
ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນ້ຳມັນແອັດຊັງ ໄປຈົນເຖິງທ້າຍປີນີ້

ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນ້ຳມັນແອັດຊັງ ໄປຈົນເຖິງທ້າຍປີນີ້

ຂ່າວຕ່າງປະເທດລາຍງານໃນວັນທີ 26 ກໍລະກົດ ຜ່ານມາວ່າ: ທ່ານ ອາເລັກຊານເດີ ໂນວັກ ຮອງນາຍົກລັດຖະມົນຕີຣັດເຊຍ ໄດ້ປະກາດໃນວັນທີ 25 ກໍລະກົດຜ່ານມາວ່າ, ຣັດເຊຍຈະຂະຫຍາຍການຫ້າມສົ່ງອອກນ້ຳມັນແອັດຊັງໄປຈົນຮອດທ້າຍປີ 2026 ເພື່ອຮັກສາສະຖຽນລະພາບການສະໜອງນ້ຳມັນເຊື້ອໄຟພາຍໃນປະເທດ.
ເພີ່ມເຕີມ