EU ປະ​ກາດ​ບ້ວງ​ເງິນ​ 500 ລ້ານເອີ​ໂຣ ດຶງ​ດູດ​​ນັກ​ຄົ້ນ​ຄວ້າ​ທົ່ວ​ໂລກ

EU ປະ​ກາດ​ບ້ວງ​ເງິນ​ 500 ລ້ານເອີ​ໂຣ ດຶງ​ດູດ​​ນັກ​ຄົ້ນ​ຄວ້າ​ທົ່ວ​ໂລກ

EU ປະ​ກາດ​ບ້ວງ​ເງິນ​ 500 ລ້ານເອີ​ໂຣ ດຶງ​ດູດ​​ນັກ​ຄົ້ນ​ຄວ້າ​ທົ່ວ​ໂລກ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ທ່ານນາງ ເອີຊູລາ ວອນເດີເລເຢນ ປະທານຄະນະກຳມະການເອີຣົບ ໄດ້ປະກາດບ້ວງເງິນ 500 ລ້ານເອີໂຣ (ປະມານ 566 ລ້ານໂດລາ) ເພື່ອແນໃສ່ຊຸກຍູ້ກຳລັງຄວາມສາມາດຄົ້ນຄວ້າວິທະຍາສາດຂອງ ສະຫະພາບເອີຣົບ (EU) ແລະ ດຶງດູດບັນດານັກວິທະຍາສາດແຖວໜ້າຈາກຫຼາຍປະເທດໃນໂລກ.

 

ທ່ານນາງ ເອີຊູລາ ວອນເດີເລເຢນກ່າວຄໍຳເຫັນໃນກອງປະຊຸມ “ເລືອກເອົາເອີຣົບຍ້ອນວິທະຍາສາດ”ທີ່ຈັດຂຶ້ນຢູ່ປາຣີ ປະເທດຝຣັ່ງວ່າ: ລົງທຶນໃຫ້ວິທະຍາສາດແມ່ນການລົງທຶນຍຸດທະສາດໃນສະພາບການບັນດາປະເທດສະມາຊິກໄດ້ຮັບການສົ່ງເສີມເພີ່ມທະວີການລົງທຶນໃຫ້ແກ່ການຄົ້ນຄວ້າ ແລະ ພັດທະນາໃຫ້ຂຶ້ນລະດັບໜ້ອຍສຸດແມ່ນ 3% GDP ໃນປີ 2030. ຕາມແຜນການ, ບ້ວງເງິນລົງທຶນໄດ້ຮັບການຜັນຂະຫຍາຍໃນໄລຍະ 2025 – 2027.

ກ່ອນໜ້ານັ້ນ, ໃນເດືອນເມສາຝຣັ່ງ ໄດ້ເລີ່ມຜັນຂະຫຍາຍພື້ນຖານ “ເລືອກເອົາປະເທດຝຣັ່ງ ຍ້ອນວິທະຍາສາດ”, ເພື່ອແນໃສ່ອະນຸຍາດໃຫ້ບັນດາອົງການຄົ້ນຄວ້າ, ມະຫາວິທະຍາໄລ ແລະ ສະຖາບັນວິທະຍາສາດຍື່ນໃບສະເໜີຂໍເງິນອຸປະຖຳຈາກລັດຖະບານ ເພື່ອເຂົ້າເຖິງນັກວິທະຍາສາດຕ່າງປະເທດ. ຂໍ້ລິເລີ່ມນີ້ ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມລວມຂອງ EU ເພື່ອແນໃສ່ຍົກສູງທີ່ຕັ້ງແກ້ງແຍ້ງທົ່ວໂລກໃນຂົງເຂດຄົ້ນຄວ້າ ແລະ ປ່ຽນແປງໃໝ່.

ຄໍາເຫັນ

ຂ່າວຕ່າງປະເທດ

ຍີ່ປຸ່ນ - ສະຫະລັດ ອາເມຣິກາ ກຽມລົງນາມການຮ່ວມມືໃນອຸດສາຫະກຳຕໍ່ເຮືອ

ຍີ່ປຸ່ນ - ສະຫະລັດ ອາເມຣິກາ ກຽມລົງນາມການຮ່ວມມືໃນອຸດສາຫະກຳຕໍ່ເຮືອ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຍີ່ປຸ່ນ ແລະ ສະຫະລັດ ອາເມຣິກາ ຈະລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືໃນອຸດສາຫະກຳຕໍ່ເຮືອ, ປັນຍາປະດິດ (AI) ແລະ ເຕັກໂນໂລຊີການສື່ສານລຸ້ນໃໝ່ ໃນລະຫວ່າງການຢ້ຽມຢາມນະຄອນຫຼວງໂຕກຽວ ຂອງທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໃນອາທິດໜ້າ.
ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ

ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 26 ຕຸລາ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບບັນດາການນຳປະເທດອາຊຽນເຂົ້າຮ່ວມວາລະປະຊຸມຄົບຄະນະ ແລະ ວາລະປະຊຸມວົງແຄບ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ພາຍໃຕ້ການເປັນປະທານຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ.
ກອງປະຊຸມລ່ານຖິງ ພາຍໃຕ້ຫົວຂໍ້  “ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ”

ກອງປະຊຸມລ່ານຖິງ ພາຍໃຕ້ຫົວຂໍ້ “ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ”

ກອງປະຊຸມ ລ່ານຖິງ ພາຍໃຕ້ຫົວຂໍ້ “ຍົກລະດັບການບໍລິຫານໂລກ ເພື່ອສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນຂອງມວນມະນຸດ” ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 27 ຕຸລານີ້ ທີ່ຫ້ອງປະຊຸມ ກະຊວງລັດຖະມົນຕີຕ່າງປະເທດ ທີ່ ປັກກິ່ງ ສປຈີນ
ອາຊຽນ ຕ້ອນຮັບຕີມໍແລັດສະເຕ ເຂົ້າເປັນສະມາຊິກປະເທດທີ 11

ອາຊຽນ ຕ້ອນຮັບຕີມໍແລັດສະເຕ ເຂົ້າເປັນສະມາຊິກປະເທດທີ 11

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ຕຸລາ ຜ່ານມາວ່າ: ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຕ້ອນຮັບຕີມໍແລັດສະເຕ ເຂົ້າເປັນສະມາຊິກປະເທດທີ 11. ໂດຍມີທ່ານ ໂຈເຊ ຣາໂມສ ອໍຕາ ປະທານາທິບໍດີ ແລະ ທ່ານ ຊານານາ ກຸສມາວ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີລົງນາມໃນຖະແຫຼງການວ່າດ້ວຍການຮັບຕີມໍແລັດສະເຕ ເຂົ້າສູ່ອາຊຽນ ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ທີ່ກົວລາລຳເປີ ປະເທດມາເລເຊຍ ໃນ 26 ຕຸລາ ຜ່ານມາ.
ກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ - ສິງກ​ະ​ໂປ​

ກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ - ສິງກ​ະ​ໂປ​

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 26 ຕຸ​ລາ ຜ່ານມາ ​ຢູ່ປະເທດ​ສິງກ​ະ​ໂປ, ທ່ານ ຫຼີ​ສຽງ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຈີນ​ໄດ້​ຮ່ວມກັບ​ທ່ານ ການ​ຄິມ​ຢົງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ຂອງວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ-ສິງກ​ະ​ໂປ.
ສົນທິສັນຍາ ຮ່າໂນ້ຍ ພ້ອມກັນສ້າງໂລກແຫ່ງສັນຕິພາບ ແລະ ປອດໄພ

ສົນທິສັນຍາ ຮ່າໂນ້ຍ ພ້ອມກັນສ້າງໂລກແຫ່ງສັນຕິພາບ ແລະ ປອດໄພ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພິທີລົງນາມສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ ຫົວຂໍ້ “ຕ້ານອາດຊະຍາກຳທາງໄຊເບີ - ແບ່ງປັນຄວາມຮັບຜິດຊອບ - ມຸ່ງໄປເຖິງອະນາຄົດ” ໄດ້ເປີດຂຶ້ນໃນວັນທີ 25 ຕຸລາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມພິທີລົງນາມມີທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ, ທ່ານ ກາດາ ຟາທີ ອິສມາອິລ ວາລີ ຫົວໜ້າຝ່າຍບໍລິຫານຫ້ອງການສະຫະປະຊາຊາດກ່ຽວກັບຢາເສບຕິດ ແລະ ອາຊະຍາກຳ (UNODC), ມີຫົວໜ້າ, ການນຳບັນດາປະເທດສະມາຊິກສະຫະປະຊາຊາດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ. ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ອ່ານສູນທອນພົດເປີດພິທີລົງນາມສົນທິສັນຍາຮ່າໂນ້ຍວ່າ: ບັນດາສິ່ງທ້າທາຍຂອງອາຊະຍາກຳທາງໄຊເບີ, ສົນທິສັນຍາ ຮ່າໂນ້ຍ, ເປັນສົນທິສັນຍາຫຼາຍຝ່າຍທົ່ວໂລກກ່ຽວກັບການຕ້ານອາຊະຍາກຳທາງໄຊເບີໄດ້ກຳເນີດ, ແມ່ນສິ່ງພິສູດໃຫ້ແກ່ນ້ຳໃຈສາມັກຄີ ແລະ ຄວາມເຄົາລົບກົດໝາຍ.
ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ

ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ

ຂ່າວຕ່າງປະເທດລາຍງານວ່າ: ຍານອະວະກາດຂົນສົ່ງລຸ້ນໃໝ່ HTV-X ຂອງຍີ່ປຸ່ນ ຖືກສົ່ງຂຶ້ນສູ່ອະວະກາດສຳເລັດຜົນ ຈາກສູນອະວະກາດທາເນງາຊິມະ ແຂວງຄາໂງຊິມະ ໃນເວລາ 9:00 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຂອງວັນທີ 26 ຕຸລາ ຜ່ານມາ. ໂດຍໄດ້ຖືກບັນທຸກຢູ່ເທິງຈະຫຼວດ H3 ໝາຍເລກ 7 ແລະ ເຂົ້າສູ່ວົງໂຄຈອນຕາມທີ່ວາງແຜນໄວ້ໃນປະມານ 14 ນາທີຕໍ່ມາ.
ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວຽດນາມ ແລະ ບຸນກາຣີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນຂໍ້ມູນໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ທ່ານ ຣູເມນ ຣາເດວ ປະທານາທິບໍດີ ສ ບຸນກາຣີ ຍົກອອກມາໃນກອງປະຊຸມຖະແຫຼງຂ່າວພາຍຫຼັງການໂອ້ລົມສົນທະນາຂັ້ນສູງທີ່ຈັດຂຶ້ນໃນວັນທີ 23 ຕຸລາ ຜ່ານມາ ຢູ່ນະຄອນຫຼວງ Sofia ສ ບຸນກາຣີ, ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ບຸນກາຣີ ຂອງທ່ານ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ.
10 ປີ​ຜ່ານ​ມາ ແມ່ນ 10 ປີ​ທີ່ອາ​ກາດ​ຮ້ອນ​​ສຸດ​ໃນ​ປະ​ຫວັດ​ສາດ

10 ປີ​ຜ່ານ​ມາ ແມ່ນ 10 ປີ​ທີ່ອາ​ກາດ​ຮ້ອນ​​ສຸດ​ໃນ​ປະ​ຫວັດ​ສາດ

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ທ່ານ​ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ​ ໄດ້ເຂົ້າຮ່ວມກອງປະຊຸມວິ​ສາ​ມັນ​ຂອງກອງປະຊຸມອຸ​ຕຸ​ນິ​ຍົມ​ໂລກ. ໃນກອງປະຊຸມ, ທ່ານໄດ້ເນັ້ນໜັກວ່າ: ວິກິດການປ່ຽນ​ແປງດິນຟ້າອາກາດກຳລັງ​ເຮັດ​ໃຫ້ໂລກໄປສູ່ຂອບ​ເຫວອັນຕະລາຍ.
ເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ

ເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ທ່ານ ຄາຣິມ ບາແດວີ ລັດຖະມົນຕີກະຊວງນ້ຳມັນ ແລະ ຊັບພະຍາກອນແຮ່ທາດຂອງເອຢິບ ໄດ້ລາຍງານການຄົ້ນພົບບໍ່ນ້ຳມັນ ແລະ ອາຍແກ໊ສຫຼາຍແຫ່ງໃນທະເລຊາຍຕາເວັນຕົກ ແລະ ເຂດສາມຫຼ່ຽມປາກແມ່ນ້ຳໄນ ໃນເດືອນຕຸລານີ້ ຊຶ່ງຄາດວ່າຈະເພີ່ມການຜະລິດນ້ຳມັນຫຼາຍກວ່າ 5,000 ບາເຣວຕໍ່ມື້ ແລະ ອາຍແກ໊ສ 42 ລ້ານແມັດກ້ອນຕໍ່ມື້.
ເພີ່ມເຕີມ