ຂ່າວລະຍຸວ່າ: ໃນວັນທີ 23 ເມສາ ຜ່ານມານີ້, ອົງການຕ້ານການຜູກຂາດຂອງEUໄດ້ສັ່ງປັບໃໝApple ເປັນເງິນຈຳນວນ500 ລ້ານເອີໂຣ ແລະ Meta ອີກປະມານ 200 ລ້ານເອີໂຣ ພາຍຫຼັງການສືບສວນມາເປັນເວລາໜຶ່ງປີຂອງຄະນະກຳມາທິການເອີຣົບວ່າ:ທັງສອງບໍລິສັດດັ່ງກ່າວໄດ້ປະຕິບັດຕາມກົດໝາຍຕະຫຼາດດີຈີຕອນ ຫຼືບໍ່, ຊຶ່ງການສືບສວນພົບວ່າ Apple ແລະ Meta ລະເມີດກົດຫມາຍດັ່ງກ່າວ.
ກົດໝາຍວ່າດ້ວຍການຕະຫຼາດດີຈີຕອນ, ເປັນກົດໝາຍຂອງEU ທີ່ປະກາດໃຊ້ໃນວັນທີ 1 ພະຈິກ ປີ 2022 ແລະມີຜົນບັງຄັບໃຊ້ໃນວັນທີ 2 ພຶດສະພາ ປີ 2023. ໂດຍມີຈຸດປະສົງເພື່ອເຮັດໃຫ້ຜູ້ໃຊ້ສາມາດປ່ຽນໄປໃຊ້ບໍລິການອອນລາຍທີ່ແຂ່ງຂັນກັນໄດ້ງ່າຍຂຶ້ນ ເຊັ່ນ: ແພລັດຟອມສື່ສັງຄົມອອນລາຍ, ບລາວເຊີອິນເຕີເນັດແລະຮ້ານ App ຊ່ວຍໃຫ້ບໍລິສັດຂະໜາດນ້ອຍສາມາດແຂ່ງຂັນກັບບໍລິສັດຂະໜາດໃຫຍ່ດ້ານເຕັກໂນໂລຊີໄດ້.
ຄໍາເຫັນ