EU ຕັ້ງເປົ້າໝາຍຫຼຸດການປ່ອຍແກັສເຮືອນແກ້ວ 90% ໃນປີ 2040

EU ຕັ້ງເປົ້າໝາຍຫຼຸດການປ່ອຍແກັສເຮືອນແກ້ວ 90% ໃນປີ 2040
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ສະຫະພາບເອີຣົບ (EU) ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຫຼຸດຜ່ອນການປ່ອຍແກັສເຮືອນແກ້ວ 90% ພາຍໃນປີ 2040.
    ທ່ານ ວອບເກ ເຮີກສະຕຣາ ຜູ້ແທນດ້ານນະໂຍບາຍສະພາບອາກາດຂອງ EU ກ່າວວ່າ: ຈະພະຍາຍາມຢ່າງເຕັມທີ່ເພື່ອການປ່ຽນຜ່ານທີ່ຍຸຕິທຳ ຊຶ່ງຈະເຮັດໃຫ້ທຸລະກິດຕ່າງໆຮຸ່ງເຮືອງ ແລະຮັບປະກັນວ່າຈະບໍ່ມີໃຜຖືກຖິ້ມໄວ້ທາງຫຼັງໃນລະຫວ່າງທີ່ EU ພະຍາຍາມບັນລຸເປົ້າໝາຍຄວາມເປັນກາງທາງກາກບອນພາຍໃນປີ 2050. ທ່ານ ເຮີກສະຕຣາ ກ່າວວ່າ: ຖ້າຫາກອ້າງອີງຈາກວິທະຍາສາດດີທີ່ສຸດທີ່ມີຢູ່ ແລະ ການປະເມີນຜົນກະທົບໂດຍລະອຽດທ່ານແນະນຳວ່າເປົ້າໝາຍປີ 2040 ຄວນເປັນການຫຼຸດການປ່ອຍແກັສເຮືອນແກ້ວ 90% ເມື່ອທຽບກັບລະດັບໃນປີ 1990. ເຖິງຢ່າງໃດກໍຕາມ, ທ່ານນາງ ອົວຊູລາ ຟອນ ແດ ເລເຢນ ປະທານຄະນະກຳມາທິການເອີຣົບ (EC) ຊີ້ໃຫ້ເຫັນວ່າ: ບັນຫາສິ່ງແວດລ້ອມເຕັມໄປດ້ວຍການເມືອງເຊັ່ນ: ການຍົກເລີກແຜນຫຼຸດການໃຊ້ສານຈຳກັດສັດຕູພືດໃຫ້ເຫຼືອເຄິ່ງໜຶ່ງພາຍໃນສະຕະວັດນີ້ ເນື່ອງຈາກຂໍ້ສະເໜີດັ່ງກ່າວກາຍເປັນສັນຍາລັກຂອງການແບ່ງຂົ້ວ ແລະ ເຮັດໃຫ້ເກີດຄວາມແຕກແຍກລະຫວ່າງຝ່າຍນິຕິບັນຍັດຂອງ EU ກັບປະເທດສະມາຊິກ. ທັງນີ້, ປະເທດສະມາຊິກຂອງ EU ທັງ 27 ປະເທດກຳລັງດຳເນີນການຕາມເປົ້າໝາຍໃນການຫຼຸດການປ່ອຍແກັສເຮືອນແກ້ວ 55% ພາຍໃນປີ 2030 ແຕ່ຄວາມບໍ່ພໍໃຈທີ່ເພີ່ມຂຶ້ນອາດຈະຂັດຂວາງຄວາມພະຍາຍາມທີ່ຈະປະຕິບັດຕາມເປົ້າໝາຍຫຼຸດການປ່ອຍແກັສເຮືອນແກ້ວ 90% ພາຍໃນປີ 2040.
    ຍິ່ງໄປກວ່ານັ້ນ, ອຸດສາຫະກຳບາງແຫ່ງຍັງສະແດງທ່າທີຄັດຄ້ານນະໂຍບາຍສະພາບອາກາດຂອງ EU ອີກທັງຜູ້ນຳປະເທດຫຼາຍຄົນຕ່າງກໍຮຽກຮ້ອງໃຫ້ກຸ່ມທີ່ຄັດຄ້ານຢຸດຕິກົດລະບຽບດ້ານສິ່ງແວດລ້ອມຊຸດໃໝ່ເປັນການຊົ່ວຄາວເຊັ່ນດຽວກັນ.

ຄໍາເຫັນ

ຂ່າວຕ່າງປະເທດ

CDC ເຕືອນໄພໄຂ້ເລືອດອອກ ໃນ ສະຫະລັດ ອາເມຣິກາ

CDC ເຕືອນໄພໄຂ້ເລືອດອອກ ໃນ ສະຫະລັດ ອາເມຣິກາ

ຂ່າວຕ່າງປະເທດລາຍງານ; KFF Health News ລາຍງານໃນວັນທີ 2 ກໍລະກົດ ຜ່ານມາວ່າ: ເຈົ້າໜ້າທີ່ສາທາລະນະສຸກໃນລັດຄາລິຟໍເນຍ, ລັດຟລໍຣິດາ ແລະ ລັດເທັກຊັສ ກໍາລັງປະເຊີນກັບຄວາມເປັນຈິງທີ່ຫຍຸ້ງຍາກ ເນື່ອງຈາກຈໍານວນຜູ້ຕິດເຊື້ອພະຍາດໄຂ້ເລືອດອອກໃນທົ່ວປະເທດເພີ່ມຂຶ້ນເກືອບສອງເທົ່າ ຊຶ່ງເປັນສັນຍານທີ່ສະແດງໃຫ້ເຫັນວ່າພະຍາດໄຂ້ເລືອກອອກອາດກາຍເປັນບັນຫາທີ່ຍັງຄົງຄ້າງຢູ່ໃນຊຸມຊົນ.
ອິນໂດເນເຊຍ ວາງເປົ້າໝາຍຜະລິດນໍ້າ 1 ລ້ານບາເຣວຕໍ່ມື້

ອິນໂດເນເຊຍ ວາງເປົ້າໝາຍຜະລິດນໍ້າ 1 ລ້ານບາເຣວຕໍ່ມື້

ຂ່າວຕ່າງປະເທດລາຍງານວ່າ: ທ່ານ ຍູລິອອດ ຕັນຈຸງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ອິນໂດເນເຊຍ ກ່າວຫວ່າງມໍ່ໆມານີ້ວ່າ: ລັດຖະບານອິນໂດເນເຊຍ ໄດ້ວາງເປົ້າໝາຍຄັ້ງໃຫຍ່ທີ່ຈະເພີ່ມກໍາລັງການຜະລິດນໍ້າມັນພາຍໃນປະເທດເປັນ 1 ລ້ານບາເຣວຕໍ່ມື້ ພາຍໃນປີ 2029 ຫຼື 2030 ເພື່ອສ້າງຄວາມໝັ້ນຄົງດ້ານພະລັງງານຂອງປະເທດ.
ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ ​ພົບ​ປະ​ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ

ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ ​ພົບ​ປະ​ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ

ຂ່າວສານຊີອາໄອລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານນາງ​ ເອີຊູ​ລາ ວອນ ເດີ ເລ​ເຢນ ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ ໄດ້​ພົບ​ປະ​ກັບ​ທ່ານ ​ຫວາງຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ຢູ່ນະ​ຄອນຫຼວງບ​ຣຸກ​ແຊນ​ ປະ​ເທດ​ແບນ​ຊິກ.
ຫວຽດນາມ ຈັດກອງ​ປະ​ຊຸມ​ລັດ​ຖະ​ບານ ​ກັບ ບັນ​ດາ​ທ້ອງ​ຖິ່ນ​​

ຫວຽດນາມ ຈັດກອງ​ປະ​ຊຸມ​ລັດ​ຖະ​ບານ ​ກັບ ບັນ​ດາ​ທ້ອງ​ຖິ່ນ​​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ກໍລະກົດ ຜ່ານມານີ້, ຢູ່ສຳນັກງານລັດຖະບານ ຫວຽດນາມ ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະບານກັບ ທ້ອງຖິ່ນ. ກອງປະຊຸມໄດ້ປະຕິບັດແບບທາງໄກ ກັບ 34 ແຂວງ, ນະຄອນຂຶ້ນກັບສູນກາງ ແລະ ເຊື່ອມຕໍ່ກັບຕາແສງ, ເຂດພິເສດ 3,321 ແຫ່ງ ໃນທົ່ວປະເທດ.
ຍ້ອນ​ຫຍັງ​ຈຶ່ງຮັກ​ສາ​ການ​ພົວ​ພັນຢ່າງ​ແໜ້ນ​ແຟ້ນ​ກັບ​ຈີນ

ຍ້ອນ​ຫຍັງ​ຈຶ່ງຮັກ​ສາ​ການ​ພົວ​ພັນຢ່າງ​ແໜ້ນ​ແຟ້ນ​ກັບ​ຈີນ

ໃນຊຸມປີມໍ່ໆມານີ້, ກອງປະຊຸມເວທີປຶກສາຫາລືດາໂວສລະດູຮ້ອນໄດ້ສ້າງພະລັງຊີວິດໃຫ້ແກ່ໄລຍະລະດູຮ້ອນຢ່າງບໍ່ຢຸດຢັ້ງ. ກອງປະຊຸມເວທີປຶກສາຫາລືລະດູຮ້ອນປີ 2025 ທີ່ຈັດຂຶ້ນຢູ່ນະຄອນທຽນສິນຂອງຈີນ ໃນລະຫວ່າງວັນທີ 24 ຫາ 26 ມິຖຸນາ ຜ່ານມານີ້ ໄດ້ດຶງດູດແຂກຜູ້ມີກຽດເກືອບ 1.800 ທ່ານ ທີ່ມາຈາກ 90 ກວ່າປະເທດ ແລະ ເຂດແຄວ້ນທົ່ວໂລກເຂົ້າຮ່ວມ ຊຶ່ງເປັນຈຳນວນຫຼາຍກວ່າໝູ່ໃນຊຸມປີມໍ່ໆມານີ້. ບຸກຄົນໃນວົງການອຸດສາຫະກຳ ແລະ ການຄ້າທັງຫຼາຍຈາກທົ່ວໂລກຕ່າງຫວັງວ່າຈະລົງທຶນຢູ່ຈີນ ແລະ ຄອງຄອຍທີ່ຈະລົງເລິກການຮ່ວມມືດ້ານການຄ້າກັບຈີນ.
ຜົນ​ສຳ​ເລັດ​ອັນພົ້ນ​ເດັ່ນ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ 35 ປີ ແຫ່ງ​ການ​ປ່ຽນ​ແປງ​ໃໝ່

ຜົນ​ສຳ​ເລັດ​ອັນພົ້ນ​ເດັ່ນ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ 35 ປີ ແຫ່ງ​ການ​ປ່ຽນ​ແປງ​ໃໝ່

ຕະຫຼອດໄລຍະແຫ່ງການປ່ຽນແປງໃໝ່ 35 ປີ ຜ່ານມາ, ດ້ານການສຶກສາ, ວິທະຍາສາດ-ເຕັກໂນໂລຊີ ຫວຽດນາມ ໄດ້ບັນລຸຜົນສຳເລັດໄປຄ່ຽງຄູ່ການພັດທະນາເສດຖະກິດ. ການສຶກສາໄດ້ປ່ຽນແປງໄປສູ່ຄຸນນະພາບໃໝ່ໂດຍພື້ນຖານ, ຮອບດ້ານ, ສະຖາບັນການສຶກສານັບມື້ນັບເປີດກວ້າງໃນທຸກລະດັບ, ຍົກສູງດ້ານຄຸນນະພາບ. ວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງໄດ້ເປັນບົດບາດກຳລັງຊຸກດັນໃນການພັດທະນາເສດຖະກິດ-ສັງຄົມ ເທື່ອລະກ້າວ. ປັດຈຸບັນ, ຫວຽດນາມແມ່ນໜຶ່ງໃນບັນດາຈຸດໃຈກາງໃໝ່ໃນຂົງເຂດນະວັດຕະກຳ
ຜົນ​ສຳ​ເລັດອັນ​ພົ້ນ​ເດັ່ນ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ 35 ປີແຫ່ງ​ການ​ປ່ຽນ​ແປງ​ໃໝ່

ຜົນ​ສຳ​ເລັດອັນ​ພົ້ນ​ເດັ່ນ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ 35 ປີແຫ່ງ​ການ​ປ່ຽນ​ແປງ​ໃໝ່

ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ກ່ອນໜ້ານີ້, 35 ປີ ປະເທດຫວຽດນາມຈາກ​ພື້ນ​ຖານ​ເສດ​ຖະ​ກິດ​ໜຶ່ງ​ທີ່​ທຸກ​ຍາກຫຼ້າຫຼັງ, ຖືກ​ທັບ​ມ້າງ​ທຳ​ລາຍ​ດ້ວຍ​ສົງ​ຄາມ, ການ​ລວມ​ສູນ, ເກື້ອ​ກູນ, ຫວຽດ​ນາມ ​ໄດ້​ບືນ​ຕົວ​ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ໜຶ່ງ​ທີ່​ມີ​ລາຍ​ຮັ​ບ​ປ​ານ​ກາງ (2010) ແລະ ພວມ​ມຸ່ງ​ສູ່​ຈຸດ​ໝາຍ​ກາຍ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ມີ​ລາຍ​ຮັບ​ປານ​ກາງ​ສູງ; ພື້ນ​ຖານ​ເສດ​ຖະ​ກິດ​ມີ​ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ​ດ້ວຍ​ຈັງ​ຫວະ​ສູງ​ພໍ​ສົມ​ຄວນ, ສະ​ເລ່ຍເກືອບ 7%/ປີ. ພິ​ເສດ, ປີ 2022 ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ​ທີ່​ປະ​ທັບ​ໃຈ​ແມ່ນ 8.02%, ເປັນ​ໂຕເລກ​ສູງກວ່າ​ໝູ່​ໃນ​ຮອບ 10 ປີ​ຜ່ານ​ມາ. ກ່ອນ​ການ​ປ່ຽນ​ແປງ​ໃໝ່, ປະເທດຫວຽດ​ນາມ​ ຕ້ອງ​ປະ​ເຊີນ​ຕໍ່​ວິ​ກິດ​ການ​ດ້ານ​ເສດ​ຖະ​ກິດ-ສັງ​ຄົມ ທີ່​ຜັນ​ແປ​ຢ່າງ​ສັບສົນ, ອັດ​ຕາ​ເງິນ​ເຟີ້​ບາງ​ໄລ​ຍະ​ຂຶ້​ນ​ເຖິງ 774.7%, ແຕ່​ວ່າ​ມາ​ເຖິງ​ປັດ​ຈຸ​ບັນ, ຫວຽດ​ນາມ​ ສາ​ມາດ​ຮັກ​ສາ​ຄວາ​ມ​ໝັ້ນ​ຄົງ​ດ້ານເສດ​ຖະ​ກິດ​ມະ​ຫາ​ພາກ, ຮັບ​ປະ​ກັນ​ບັນ​ດາ​ການ​ດຸ່ນ​ດ່​ຽງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດໄດ້ໃນລະດັບດີ.
ສົ່ງເສີມການສ້າງລະ​ບົບການ​ປົກ​ຄອງ​ຕາ​ມ​ກົດ​ໝາຍ​ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງຮອບດ້ານ

ສົ່ງເສີມການສ້າງລະ​ບົບການ​ປົກ​ຄອງ​ຕາ​ມ​ກົດ​ໝາຍ​ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງຮອບດ້ານ

ທ່ານ ສີຈິ້ນຜິງ ເຄີຍກ່າວໄວ້ວ່າ: “ການ​ປົກ​ຄອງ​ຕາມກົດໝາຍ​ມີຄວາມເຂັ້ມແຂງ, ປະເທດຊາດກໍຈະມີຄວາມເຂັ້ມແຂງ. ໃນປັດຈຸບັນ, ປະເທດພວກເຮົາ ກໍາລັງຢູ່ໃນໄລຍະອັນສໍາຄັນທີ່ບັນລຸການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງໃຫຍ່​ຂອງ​ປະຊາ​ຊາດ​ຈີນ, ການປ່ຽນແປງຢ່າງໃຫຍ່ຫຼວງຂອງໂລກແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີກວ່າ ກໍາລັງມີການຜັນແປໄປຢ່າງໄວວາ, ພາລະໜ້າທີ່ການປະຕິຮູບ,ການ ພັັດທະນາ ແລະ ສະຖຽນລະພາບມີຄວາມຫຍຸ້ງຍາກລໍາບາກ, ການເປີດປະຕູສູ່ພາຍນອກໄດ້ຮັບ​ການສົ່ງເສີມຢ່າງເລິກເຊິ່ງ, ຕ້ອງເສີມຂະຫຍາຍບົດບາດຂອງການ​ປົກ​ຄອງ​ຕາມກົດ​ໝາຍທີ່ເຮັດໃຫ້ພື້ນຖານມີຄວາມໜັກແໜ້ນ, ເຮັດໃຫ້ຄາດໝາຍມີຄວາມໝັ້ນທ່ຽງ ແລະ ສົ່ງຜົນປະໂຫຍດໃນ​ໄລ​ຍະຍາວ”
ຄື້ນຄວາມຮ້ອນໃນເອີຣົບ ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ

ຄື້ນຄວາມຮ້ອນໃນເອີຣົບ ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ກໍລະກົດນີ້ວ່າ: ຫຼາຍປະເທດໃນເອີຣົບຍັງອອກຄຳເຕືອນດ້ານສະພາບອາກາດ ແລະ ສຸຂະພາບ, ຫຼັງຈາກຄື້ນຄວາມຮ້ອນແຜ່ປົກຄຸມປະເທດ, ໂດຍລ້າສຸດພົບຜູ້ເສຍຊີວິດຍ້ອນອາກາດຮ້ອນ 8 ຄົນ. ຜູ້ເສຍຊີວິດຈຳນວນ 8 ຄົນ, ລວມມີໃນປະເທດແອັດສະປາຍ 4 ຄົນ, 2 ຄົນ ຢູ່ປະເທດຝຣັ່ງ ແລະ ອີກ 2 ຄົນຢູ່ອີຕາລີ.
ສິງກະໂປ ໃຫ້ສິດຕຳຫຼວດອາຍັດບັນຊີຜູ້ເຄາະຮ້າຍຈາກການຫຼອດລວງ

ສິງກະໂປ ໃຫ້ສິດຕຳຫຼວດອາຍັດບັນຊີຜູ້ເຄາະຮ້າຍຈາກການຫຼອດລວງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກໍລະກົດ ຜ່ານມາວ່າ: ກົດໝາຍຕ້ານການຫຼອກລວງສະບັບໃໝ່ ຊຶ່ງມີຜົນບັງຄັບໃຊ້ໃນວັນທີ 1 ກໍລະກົດຜ່ານມາ ໄດ້ອະນຸຍາດໃຫ້ຕຳຫຼວດສິງກະໂປອອກຄຳສັ່ງໃຫ້ທະນາຄານລະງັບບັນຊີ ແລະ ການບໍລິການສິນເຊື່ອຕ່າງໆຂອງບຸກຄົນທີ່ເຊື່ອວ່າໄດ້ຕົກເປັນຜູ້ເຄາະຮ້າຍຈາກການຫຼອກລວງ.
ເພີ່ມເຕີມ