ເອຢິບ ຊຸກຍູ້ການສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັສໃນອ່າວຊູແອດ

ເອຢິບ ຊຸກຍູ້ການສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັສໃນອ່າວຊູແອດ
ສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນຫຼວງໄຄໂຣ ລາຍງານວ່າ: ໃນວັນທີ 26 ມີນາ ຜ່ານມາບໍລິສັດນ້ຳມັນ OSOCO ຂອງເອຢິບ ໄດ້ລົງນາມໃນສັນຍາຂຸດຄົ້ນ ແລະ ຜະລິດນ້ຳມັນ ສອງສະບັບຢູ່ອ່າວຊູແອດກັບຄູ່ຮ່ວມມືຂອງບໍລິສັດ ລວມມີ: ບໍລິສັດ ADES Holding Co (ຊາອຸດິດ ອາຣັບບີ), ບໍລິສັດ Gharib Integrated Oil Services Co (ອີຢິບ) ແລະ ບໍລິສັດ SUCO (ອີຢິບ).
ຂ່າວລະບຸວ່າ: ສັນຍາດັ່ງກ່າວທີ່ໄດ້ລົງນາມໂດຍການເປັນປະທານຂອງ ທ່ານ ທາເລັກ ເອລ-ໂມລາ ລັດຖະມົນຕີວ່າການກະຊວງນ້ຳມັນ ແລະ ຊັບພະຍາກອນບໍ່ແຮ່ ເອຢິບ ຊຶ່ງແມ່ນໝາກຜົນຂອງແຜນການປະມູນສາກົນຄັ້ງທຳອິດ ໂດຍກອງປະຊຸມໃຫຍ່ບໍລິສັດນ້ຳມັນເຊື້ອໄຟເອຢິບ ເລີ່ມດຳເນີນໃນເດືອນກັນຍາ ປີ 2023 ໃນອ່າວຊູແອດ.
ຕາມແຜນການ, ເອຢິບ ໄດ້ດຳເນີນການຂຸດຄົ້ນ 23 ເຂດໃໝ່, ໃນນັ້ນລວມມີ 10 ເຂດທະເລຊາຍຕາເວັນຕົກ, 2 ເຂດທະເລຊາຍຕາເວັນອອກ, 7 ເຂດອ່າວຊູແອດ ແລະ 4 ເຂດທະເລຊາຍຕາເວັນຕົກຢູ່ທະເລແດງ.
ທ່ານ ທາເລັກ ເອລ-ໂມລາ ໃຫ້ຮູ້ວ່າ: ສັນຍາຫຼ້າສຸດແມ່ນແນໃສ່ປັບປຸງການຂຸດຄົ້ນບັນດາແຫຼ່ງນ້ຳມັນ, ເພີ່ມທະວີການຜະລິດ, ປັບປຸງປະສິດທິຜົນເສດຖະກິດ ແລະ ຫຼຸດຜ່ອນການນຳເຂົ້ານ້ຳມັນຂອງ ເອຢິບ. ຄາດວ່າ, ບັນດາບໍລິສັດນ້ຳມັນ-ອາຍແກັສ ຂອງເອຢິບ ຈະລົງທຶນປະມານ 490 ລ້ານໂດລາ ເຂົ້າໃນການສຳຫຼວດ ແລະ ຂຸດຄົ້ນ ໃນປີງົບປະມານ 2024-2025.
ໃນໄລຍະ 5 ປີຜ່ານມາ, ເອຢິບ ແລະ ຄູ່ຮ່ວມມືຈາກບັນດາບໍລິສັດສາກົນ, ໄດ້ຂຸດເຈາະນ້ຳມັນອາຍແກັສທຳມະຊາດໃໝ່ 576 ແຫ່ງ ແລະ ຄົ້ນພົບແຫຼ່ງນ້ຳມັນ ແລະ ອາຍແກັສ 289 ແຫ່ງ.

ຄໍາເຫັນ

ຂ່າວຕ່າງປະເທດ

ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການ ສປຊ ຄັ້ງທີ 17

ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການ ສປຊ ຄັ້ງທີ 17

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 18 ຕຸລາ ຜ່ານມາ, ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການສະຫະປະຊາຊາດ (ສປຊ) ຄັ້ງທີ 17 ຫຼື COP17 ໄດ້ຈັດຂຶ້ນຢູ່ນະຄອນຫຼວງເຢເຣວານ ປະເທດອາກເມນີ. ກອງປະຊຸມຄັ້ງນີ້ຈະດໍາເນີນການກວດກາຕໍ່ຄວາມຄືບໜ້າລວມໝູ່ແຫ່ງການຈັດຕັ້ງປະຕິບັດ “ຂອບຊີວະນານາພັນທົ່ວໂລກຄຸນໝິງ-ມອນຕຣີໂອ” ເປັນເທື່ອທໍາອິດ ເພື່ອຊຸກຍູ້ໃຫ້ບັນລຸເປົ້າໝາຍທີ່ກໍານົດໄວ້ໃນຂອບດັ່ງກ່າວຮອດປີ 2030.
ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກ​ວັກ​ຢຸງ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການ​ພັດ​ທະ​ນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດ​ຂຶ້ນໃນວັນ​ທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນຂອງ​ລະ​ບອ​ບ​ລະ​ບຽບ​ການ ແລະ ​ຊຸກ​ຍູ້ການສະໜອງ - ຄວາມ​ຕ້ອງ​ການ, ເພີ່ມ​ທະ​ວີ​ການຄົ້ນຄວ້າ​ຕາມຄວາມຕ້ອງການຂອງ​ວິ​ສາ​ຫະ​ກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນ​ກຳ​ລັງ​ໜູນຂອງການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ.
ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 14 ຕຸລາ ຜ່ານມາ, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການຄ້າຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້.
ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ຕຸລາ ຜ່ານມາວ່າ: ຟີ​ລິບ​ປິນ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ຢືນ​ຢັນ​ວ່າ, ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມ​ໝອກຄວັນ​ຂ້າມ​ຊາຍ​ແດນ​ໃນ​ກອງ​ປະ​ຊຸມ​ກະ​ກຽມ​ຂອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ທີ່​ຈະ​ຈັດ​ຂຶ້ນ​ກ່ອນກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້.
ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນ ໃໝ່ຫຼັກ​ໝັ້ນຂອງຕົນ​ໃນການ​ຕ້ານ​ການສໍ້ໂກງ​ທາງອອນລາຍ, ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່​ປ​ະຕິ​ບັດກົດໝາຍຢ່າງເຂັ້ມງວດຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວສໍ້ໂກງຫຼອກລວງ, ​ສັ່ງຟ້ອງ​ຫົວໂປ່ ແລະ ຜູ້​ມີ​ສ່ວນ​ກ່ຽວ​ຂ້ອງ, ກໍ​ຄືອາຍັດຊັບສິນຂອງອາດຊະຍາກຳ. ຂໍ້ມູນ​ດັ່ງ​ກ່າວໂດຍ ທ່ານ ໄຊ ສິນາຣິດ ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ ທັງ​ເປັນ​ຫົວ​ໜ້າຄະນະກຳມະການຕ້ານການສໍ້ໂກງທາງອອນລາຍ (CCOS) ຍົກ​ອອກ​ມາ​ຫວ່າງມໍ່ໆ​ມານີ້.
ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງສະຖິຕິອິນເດຍເປີດເຜີຍວ່າ, ດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງເປັນມາດຕະການວັດແທກອັດຕາເງິນເຟີ້ທີ່ຂັບເຄື່ອນໂດຍການໃຊ້ຈ່າຍຂອງຜູ້ບໍລິໂພກ, ໄດ້ເພີ່ມຂຶ້ນ 5.54% ໃນເດືອນກັນຍາ ເມື່ອທຽບກັບປີກ່ອນ ຊຶ່ງສູງກວ່າໂຕເລກການຄາດຄະເນຂອງນັກວິເຄາະທີ່ 5.40%, ຈາກ 4.83% ໃນເດືອນສິງຫາ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.” ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ການ​ສົ່ງ​ອອກຜັກ​, ໝາກ​ໄມ້ ໃນ​ເດືອນກັນ​ຍາ ບັນ​ລຸ​ເກືອບ 1.2 ຕື້​ໂດລາ.
ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ທ່ານ ດີມີຕຣີ ເປສຄອບ ໂຄສົກທຳນຽບເຄຣມລິນ ກ່າວວ່າ: ຣັດເຊຍ ຈະສາມາດສົ່ງອອກນໍ້າມັນກາຊວນໄດ້ຢ່າງລາບລື່ນໂດຍບໍ່ມີບັນຫາ ເພາະວ່າຕະຫຼາດໂລກຍັງມີຄວາມຕ້ອງການສູງຫຼາຍສຳລັບຜະລິດຕະພັນນໍ້າມັນ, ຄຽງຄູ່ກັບການຫຼຸດລົງຢ່າງຫຼວງຫຼາຍຂອງການສະໜອງນໍ້າມັນ ແລະ ຜະລິດຕະພັນນໍ້າມັນໃນຕະຫຼາດ. ຍິ່ງໄປກວ່ານັ້ນ, ຣັດເຊຍບໍ່ຈຳເປັນຕ້ອງໄດ້ຮັບຄຳຮ້ອງຂໍໂດຍກົງສຳລັບການຂົນສົ່ງນໍ້າມັນເຊື້ອໄຟ ເພາະວ່າການຊື້-ຂາຍ ແລະ ຈຳໜ່າຍນໍ້າມັນເຊື້ອໄຟແມ່ນໄດ້ດຳເນີນການຜ່ານພໍ່ຄ້າຄົນກາງຢູ່ແລ້ວ.
UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

UNCTAD ຄາດຄະເນ ເສດຖະກິດໂລກຈະເຕີບໂຕຊ້າລົງ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ບົດລາຍງານການຄ້າ ແລະ ການພັດທະນາປີ 2026 ຈາກກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ລະບຸວ່າ, ເສດຖະກິດໂລກມີທ່າອ່ຽງເຕີບໂຕ 2.6% ໃນປີ 2026, ຫຼຸດລົງຈາກ 2.9% ໃນປີ 2025. ໂດຍກຸ່ມປະເທດເສດຖະກິດກຳລັງພັດທະນາ ມີທ່າອ່ຽງຈະເຕີບໂຕ 4% ໃນປີນີ້, ຫຼຸດລົງຈາກ 4.7% ໃນປີ 2025.
ເພີ່ມເຕີມ