ໃນລະຫວ່າງວັນທີ7-10ກັນຍາ2026, ທ່ານນາງບຸນມາລີສີລິດາວົງຮອງຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ (ຄອສພ)ພ້ອມຄະນະໄດ້ເຄື່ອນໄຫວເຮັດວຽກກັບຄະນະໂຄສະນາອົບຮົມແຂວງເຊກອງເພື່ອເກັບກຳຂໍ້ມູນ, ຜົນສຳເລັດແລະບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາອົບຮົມຢູ່ທ້ອງຖິ່ນ,ໂດຍມີທ່ານຄໍາພາໄຊຍະແສງຫົວໜ້າຄະນະໂຄສະນາອົບຮົມແຂວງເຊກອງ, ພ້ອມດ້ວຍຄະນະເຂົ້າຮ່ວມເຮັດວຽກນໍາ.
ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດຕາງໜ້າຄະນະປະຈຳສະພາແຫ່ງຊາດມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຫຼວງພະບາງ, ພິທີມອບ-ຮັບມີຂຶ້ນໃນວັນທີ 5 ກັນຍາຜ່ານມາທີ່ ຫ້ອງວ່າການແຂວງຫຼວງພະບາງ, ກ່າວຮັບໂດຍທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນແຂວງຫຼວງພະບາງ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ໂດຍສະເພາະຢູ່ເມືອງນານ ແລະເມືອງນ້ຳບາກ, ໃນໄລຍະເດືອນກໍລະກົດ ຫາ ສິງຫາຜ່ານມາ.
ຄະນະໂຄສະນາອົບຮົມ ແຂວງຈຳປາສັກ ຈັດຝຶກອົບຮົມການນຳໃຊ້ລະບົບ ຫ້ອງການເອເລັກໂຕຣນິກໃຫ້ພະນັກງານພາຍໃນ ຄະນະໂຄສະນາອົບຮົມແຂວງ ໃນວັນທີ 8 ກັນຍາ 2026 ເພື່ອເສີມສ້າງຄວາມຮູ້, ທັກສະ ແລະ ຄວາມສາມາດໃນການນຳໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານບໍລິຫານ ແລະ ປະສານງານ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ ແລະ ທັນສະໄໝ ໂດຍມີທ່ານ ແກ້ວ ສິລິສະຫວັດ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທ່ານ ວັນນະລາດ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ ພ້ອມດ້ວຍຂະແໜງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ແສງມະນີ ຢາທໍ່ຕູ້ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ພ້ອມຄະນະໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ຢູ່ຕາແສງທ້າວແກ່ນ ເມືອງແກ່ນທ້າວແຂວງໄຊຍະບູລີໃນວັນທີ 7 ກັນຍາຜ່ານມາ, ໂດຍມີ ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງແກ່ນທ້າວ, ມີຄະນະກໍາມະການປົກຄອງຕາແສງ, ອົງການປົກຄອງບ້ານ ແລະປະຊາຊົນເຂົ້າຮ່ວມ.
ການນຳເມືອງໝື່ນ ແຂວງວຽງຈັນ ນຳໂດຍ ທ່ານ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໝື່ນ ພ້ອມດ້ວຍຄະນະກຳມະການປ້ອງກັນໄພພິບັດຂັ້ນເມືອງ, ໄດ້ລົງຕິດຕາມກວດກາສະພາບນໍ້າຖ້ວມເຂດຢູ່ພາຍໃນເມືອງໝື່ນເມື່ອວັນທີ 7 ກັນຍາຜ່ານມາ.
ກົມໃຫຍ່ເສນາທິການກອງທັບ ເປີດບັ້ນອົບຮົມການເມືອງ-ແນວຄິດໃຫ້ພະນັກງານ ຂັ້ນຮອງຫົວໜ້າພະ ແນກການ ແລະ ພະນັກງານຊ່ວຍວຽກໃນວັນທີ 8 ກັນຍານີ້, ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຫ້ອງການ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີເຜີຍແຜ່ ແລະ ປະກາດໃຊ້ "ວິໄສທັດ ຮອດປີ 2055 ແລະ ຍຸດທະສາດການພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ (LMIS) ແຫ່ງຊາດ ຮອດປີ 2035" ໃນວັນທີ 4 ກັນຍາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ, ມີທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ໂທມັດ ຣາມມາ ອຸປະທູດແຫ່ງຣາຊະອານາຈັກລຸກຊຳບວກ ພ້ອມດ້ວຍຫົວໜ້າກົມ, ຮອງກົມ, ບັນດາຄູ່ຮ່ວມພັດທະນາ ແລະ ພາກທຸລະກິດເຂົ້າຮ່ວມ.
ພະນະທ່ານ ດາວວີ ວົງໄຊ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ຫ້ອງການ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ ໃຫ້ສຳພາດກ່ຽວກັບ ສປປ ລາວ ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM).
ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ໃຫ້ສຳພາດວ່າ: ຂ້າພະເຈົ້າຂໍຢືນຢັນຢ່າງໜັກແໜ້ນວ່າ ສປປ ລາວ ໄດ້ມີການກະກຽມຄວາມພ້ອມຢ່າງ ຮອບດ້ານ ແລະ ຢ່າງລະອຽດຖີ່ຖ້ວນ. ນັບແຕ່ຕົ້ນປີເປັນຕົ້ນມາ, ພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ໄດ້ຮ່ວມກັນເຮັດວຽກຢ່າງໃກ້ຊິດກັບກອງເລຂາສົນທິສັນຍາ (ISU-CCM) ແລະ ອົງການສະຫະປະຊາຊາດ ຢ່າງຕໍ່ເນື່ອງ ໃນທຸກຂັ້ນຕອນນັບແຕ່ດ້ານເນື້ອໃນວິຊາການ, ດ້ານພະລາທິການ, ຈົນຮອດດ້ານການຕ້ອນຮັບ ແລະ ການຮັກສາຄວາມປອດໄພ. ລັດຖະບານໄດ້ຕົກລົງເຫັນດີສ້າງຕັ້ງຄະນະຊີ້ນຳລະດັບຊາດ ທີ່ປະກອບດ້ວຍຄະນະຮັບຜິດຊອບວຽກງານສະເພາະດ້ານຂຶ້ນມາ ເພື່ອຮັບປະກັນໃຫ້ທຸກຂະແໜງການທີ່ກ່ຽວຂ້ອງ ມີການປະສານສົມທົບກັນຢ່າງລະອຽດ ໃນການກະກຽມວຽກງານທັງທາງດ້ານເນື້ຶອໃນ ແລະ ພາລາທິການ, ພ້ອມກັບໃຫ້ມີການຕິດຕາມກວດກາຄວາມຄືບໜ້າຢ່າງເປັນປົກກະຕິ ແລະ ເປັນລະບົບ.
ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດ ທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 11 ກັນຍາ 2026. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ຄໍາເຫັນ