ຟຟລ ຂໍຄວາມເຫັນໃຈຈາກສັງຄົມກໍລະນີໄຟຟ້າຂັດຂ້ອງ ໄຟຕົກ-ໄຟມອດ

ຟຟລ ຂໍຄວາມເຫັນໃຈຈາກສັງຄົມກໍລະນີໄຟຟ້າຂັດຂ້ອງ ໄຟຕົກ-ໄຟມອດ
ໂດຍ: ສ.ບຸດປະຊາ
ໃນອາທິດຜ່ານມາ, ປະຊາຊົນລາວບັນດາເຜົ່າ ໃນບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ລ້ວນແຕ່ໄດ້ພົບພໍ້ກັບເຫດການໄຟຟ້າຂັດຂ້ອງ, ໄຟຕົກ-ໄຟມອດ ຊຶ່ງແຕ່ລະຄັ້ງແມ່ນຕ້ອງໃຊ້ເວລາດົນນານພໍສົມຄວນ ຈຶ່ງສາມາດແກ້ໄຂບັນຫາ ແລະ ປ່ອຍໄຟຟ້າ ຄືນສູ່ສະພາບປົກກະຕິໄດ້ ຊຶ່ງປັດໄຈທີ່ພາໃຫ້ເກີດເຫດການດັ່ງກ່າວ ແມ່ນມີຫຼາຍປັດໄຈ ໂດຍເພສ EDL LAOS ກໍໄດ້ມີຂໍ້ມູນຊີ້ແຈງຂອງລັດວິສາຫະກິດໄຟຟ້າລາວ ເມື່ອວັນທີ 7 ເມສາ ຜ່ານມາ ພ້ອມທັງຂໍຄວາມເຫັນໃຈຈາກສັງຄົມ.
ໃນໄລຍະຜ່ານມາ ລັດວິສາຫະກິດໄຟຟ້າລາວ ແມ່ນໄດ້ລົງທຶນຢ່າງມະຫາສານສຸມໃສ່ວຽກງານການກໍ່ສ້າງລະບົບສາຍສົ່ງ-ສະຖານີໄຟຟ້າ ແຮງສູງ ແລະ ແຫຼ່ງຜະລິດຈໍານວນໜຶ່ງ ເປັນຂອງຕົນເອງ ເພື່ອຮັບໃຊ້ການສະໜອງໄຟຟ້າຢູ່ພາຍໃນໃຫ້ພຽງພໍ. ສ່ວນລະບົບຈໍາໜ່າຍໄຟຟ້າທົ່ວປະເທດ ແມ່ນບໍ່ໄດ້ຮັບການລົງທຶນພັດທະນາເປັນໂຄງການ ມີແຕ່ນໍາໃຊ້ງົບປະມານບໍລິຫານ ປະຈໍາປີ ຟຟລ ເຂົ້າໃນການບໍາລຸງຮັກສາ ແລະ ສ້ອມແປງ; ສະພາບລະບົບຕາຂ່າຍໄຟຟ້າ ມີຄວາມຍາວ (ເກີນມາດຕະຖານກໍານົດ) ລະບົບເກົ່າແກ່ເຊື່ອມໂຊມ, ເປ່ເພຕາມອາຍຸການ. ກົງກັນຂ້າມ ປະລິມານຄວາມຕ້ອງການຊົມໃຊ້ໄຟຟ້າ ພັດມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ໂດຍສະເພາະປີນີ້ແມ່ນເພີ່ມຂຶ້ນແບບກ້າວກະໂດດ (ສະເພາະນະຄອນຫຼວງວຽງຈັນເພີ່ມຂຶ້ນ 28%), ເນື່ອງຈາກ ສະພາບອາກາດຮ້ອນຜິດປົກກະຕິ, ສະພາບການ ແລະ ລາຄານໍ້າມັນເຊື້ອໄຟບໍ່ປົກກະຕິເຮັດໃຫ້ປະຊາຊົນຫັນມາຊົມໃຊ້ລົດໄຟຟ້າ ປ່ຽນແທນລົດທີ່ນໍາໃຊ້ນໍ້າມັນ ຕາມແນວທາງຂອງລັດຖະບານ ຊຶ່ງເຫັນວ່າໂຕເລກມີທ່າກ້າວເພີ່ມຂຶ້ນ ຈາກສະຖິຕິການນໍາເຂົ້າລົດໄຟຟ້າ ແຕ່ປີ 2019-2023 ມີທັງໝົດຫຼາຍກວ່າ 5.000 ຄັນ ແລະ ຄາດຄະເນຈະເພີ່ມຂຶ້ນປະມານ 15.000 ຄັນ ໃນປີ 2030.
ໃນໄລຍະມີການຊົມໃຊ້ໄຟຟ້າຫຼາຍຈະເຮັດໃຫ້ລະບົບຈໍາໜ່າຍຈຸດບໍລິເວນນັ້ນ ແລະ ເຂດໃກ້ຄຽງ ເກີດມີບັນຫາແຮງດັນຕົກ ຫຼື ໄຟຟ້າບໍ່ພຽງພໍ ຊຶ່ງເປັນສິ່ງທ້າທາຍໜຶ່ງຕໍ່ກັບລະບົບຈໍາໜ່າຍໄຟຟ້າ ຂອງ ຟຟລ ກໍລະນີການເພີ່ມຂຶ້ນຂອງ ເຄື່ອງປັບອາກາດ ແລະ ການນໍາໃຊ້ເຄື່ອງສາກ ໃນເວລາດຽວກັນ ຈະສົ່ງຜົນກະທົບຕໍ່ລະບົບຈໍາໜ່າຍພາກທີ່ຢູ່ອາໄສ ຖ້າຫາກການສາກລົດໄຟຟ້າ EV ຈໍານວນຫຼາຍ ຈະເຮັດໃຫ້ການຊົມໃຊ້ກໍາລັງໝໍ້ແປງເຕັມ ຫຼື ເກີນກໍາລັງທີ່ຈະຈ່າຍໄຟໃຫ້ໄດ້ (Over Load) ແລະ ບັນຫາການຕິດຕັ້ງສາຍເກາະຫ້ອຍໂທລະຄົມ ແລະ ບັນດາອຸປະກອນສື່ສານຕ່າງໆໃສ່ເສົາຕາຂ່າຍໄຟຟ້າເປັນຈຳນວນຫຼາຍ ສ່ຽງຕໍ່ເສົາຫັກ-ເສົາລົ້ມ ແລະ ການຕິດຕັ້ງທີ່ຂາດການບໍລິຫານຈັດການທີ່ດີ ກໍອາດມີຄວາມສ່ຽງຕໍ່ເຫດອັກຄີໄພຕ່າງໆເກີດຂຶ້ນ ດັ່ງທີ່ພົບເຫັນໃນປັດຈຸບັນ.
ນອກນີ້, ພາຍຸລະດູຮ້ອນ ໃນອາທິດຜ່ານມາເຮັດໃຫ້ ຝົນຕົກ ຟ້າຮ້ອງ ຟ້າຜ່າ ລົມແຮງ ພັດເອົາວັດຖຸ ແລະ ສິ່ງປຸກສ້າງຕ່າງໆໄປພາດສາຍໄຟ ກໍເປັນເຫດໃຫ້ສາຍໄຟຂາດ, ເສົາໄຟຫັກ ດອກກັນໄຟແຕກ ຈຶ່ງເຮັດໃຫ້ລະບົບໄຟໄດ້ຮັບຄວາມເສຍຫາຍ ເປ່ເພ, ນອກຈາກນັ້ນ ອຸບັດເຫດທີ່ເກີດຈາກລົດຕໍາເສົາໄຟ ຕົ້ນໄມ້ລົ້ມ/ຫັກທັບສາຍໄຟ ເສົາໄຟລົ້ມ ສາຍໄຟຂາດ ໝໍ້ແປງລະເບີດ ກໍເປັນອີກສາເຫດທີ່ລະບົບໄຟຟ້າຖືກຕັດແບບອັດຕະໂນມັດ.
ຕໍ່ສະພາບການດັ່ງກ່າວ, ລັດວິສາຫະກິດໄຟຟ້າລາວ ກໍບໍ່ໄດ້ນິ້ງນອນໃຈ ຕໍ່ກັບເຫດການທີ່ເກີດຂຶ້ນ ເພື່ອໃຫ້ການບໍລິການໄຟຟ້າແກ່ສັງຄົມໄດ້ຢ່າງຕໍ່ເນື່ອງ ແລະ ແກ້ໄຂໃຫ້ທັນກັບເຫດການ ເຊັ່ນ: ການເສີມ ແລະ ຍົກກຳລັງໝໍ້ແປງໄຟຟ້າ ການປ່ຽນຖ່າຍສາຍໄຟຈາກນ້ອຍເປັນໃຫຍ່ ຂອງຝ່າຍປະຕິບັດການໄຟຟ້າພາກກາງທີ່ຄຸ້ມຄອງ 9 ຕົວເມືອງ ຂອງ ນະຄອນຫຼວງວຽງຈັນ ຄື: ໃນລະຫວ່າງເດືອນ 2-5/2024 ຕິດຕັ້ງໝໍ້ແປງເສີມ 59 ໜ່ວຍ ມີກໍາລັງຕິດຕັ້ງ 6.450 ກິໂລໂວນອໍາແປ, ສັບປ່ຽນໝໍ້ແປງ ຈໍານວນ 34 ໜ່ວຍ ມີກໍາລັງຕິດຕັ້ງ 24.445 ກິໂລໂວນອໍາແປ ແລະ ຍົກກໍາລັງໝໍ້ແປງ 68 ໜ່ວຍ ມີກໍາລັງຕິດຕັ້ງ 14.625 ກິໂລໂວນອໍາແປ.
ເຖິງແມ່ນວ່າ ມີການເສີມ ແລະ ຍົກກຳລັງໝໍ້ແປງໄຟຟ້າກໍຕາມ ການເກີດເຫດ ສຸກເສີນ ແລະ ອຸບັດເຫດທາງລະບົບໄຟຟ້າເຊັ່ນ: ໝໍ້ແປງໄຟຟ້າລະເບີດຫຼາຍໜ່ວຍພ້ອມກັນເນື່ອງມາຈາກການໃຊ້ໄຟຟ້າເກີນກຳລັງໝໍ້ແປງ ແລະ ເສົາໄຟຫັກ/ລົ້ມ ສາຍໄຟຂາດ ຍ້ອນພາຍຸເຫດການເຫຼົ່ານີ້ເຮັດໃຫ້ມີຜົນກະທົບເປັນວົງກວ້າງ ປະກອບກັບເຄື່ອງມືສ້ອມແປງ ອຸປະກອນປ່ຽນຖ່າຍ ພາຫະນະຮັບໃຊ້ ແລະ ອ້າຍນ້ອງພະນັກງານວິຊາການ ມີຂີດຈຳກັດ ຈຶ່ງໄດ້ລະດົມກຳລັງຈາກພື້ນທີ່ອື່ນທີ່ບໍ່ໄດ້ຮັບຜົນກະທົບເຂົ້າຊ່ວຍກັນ ຊຶ່ງຕ້ອງໃຊ້ເວລາໃນການແກ້ໄຂ.
ສະນັ້ນ, ຂໍໃຫ້ສັງຄົມໄດ້ຮັບຊາບ ເຂົ້າໃຈ ແລະ ໃຫ້ອະໄພຕໍ່ເຫດການສະໜອງໄຟຟ້າບໍ່ໄດ້ຕາມປົກກະຕິນີ້ດ້ວຍ. ເມື່ອມີເຫດການກ່ຽວກັບໄຟຟ້າ ຂໍໃຫ້ປະຊາຊົນຕິດຕໍ່ຫາລັດວິສາຫະກິດໄຟຟ້າລາວ ຊຶ່ງປັດຈຸບັນແມ່ນມີສູນບັນຊາລະບົບໄຟຟ້າ, ສູນບໍລິການ Call center 1199 ຮັບແຈ້ງເຫດ ແລະ ສູນບໍລິການສ້ອມແປງໄຟຟ້າປະຈໍາເມືອງ ມີພະນັກງານ-ວິຊາການ ຄອຍບໍລິການແກ້ໄຂສ້ອມແປງໄຟຕົກໄຟມອດຕະຫຼອດ 24 ຊົ່ວໂມງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ