ຟີລິບປິນ ຍົກເວັ້ນ VAT ໃຫ້ນັກທ່ອງທ່ຽວຕ່າງປະເທດ

ຟີລິບປິນ ຍົກເວັ້ນ VAT ໃຫ້ນັກທ່ອງທ່ຽວຕ່າງປະເທດ

ຟີລິບປິນ ຍົກເວັ້ນ VAT ໃຫ້ນັກທ່ອງທ່ຽວຕ່າງປະເທດ
ຂ່າວຕ່າງປະເທດລາຍງານໃນວັນທີ 24 ມີນາ ຜ່ານມາ; ກະຊວງການເງິນ ຂອງຟີລິບປິນລາຍງານວ່າ: ປັດຈຸບັນ, ຟີລິບໄດ້ຍົກເວັ້ນອາກອນມູນຄ່າເພີ່ມ (VAT) ສຳລັບນັກທ່ອງທ່ຽວຕ່າງປະເທດ.

 ຫຼັງຈາກທີ່ໄດ້ມີການລົງນາມກົດລະບຽບ ແລະ ຂໍ້ບັງຄັບຄືນVATໃຫ້ແກ່ນັກທ່ອງທ່ຽວທີ່ບໍ່ມີທີ່ຢູ່ອາໄສໃນປະເທດເພື່ອກະຕຸ້ນການທ່ອງທ່ຽວແລະ ນັກທ່ອງທ່ຽວຕ່າງປະເທດໃຊ້ຈ່າຍເງິນໃນຟີລິບປິນເພີ່ມຫຼາຍຂຶ້ນ.

ກະຊວງດັ່ງກ່າວລະບຸວ່າ: ນັກທ່ອງທ່ຽວທີ່ບໍ່ມີທີ່ຢູ່ອາໄສໃນປະເທດ ຫຼືຜູ້ຖືໜັງສືຜ່ານແດນຕ່າງປະເທດສາມາດຂໍVAT ສໍາລັບສິນຄ້າທີ່ຊື້ພາຍໃນປະເທດຈາກຮ້ານຄ້າທີ່ໄດ້ຮັບການຢັ້ງຢືນ ຊຶ່ງມູນຄ່າທັງໝົດຕ້ອງຕໍ່າກວ່າ 3,000 ເປໂຊ, ໂດຍສໍາລັບສິນຄ້າທີ່ຕ້ອງຂໍຄືນVATຕ້ອງນຳອອກຈາກຟີລິບປິນພ້ອມກັບນັກທ່ອງທ່ຽວພາຍໃນ 60 ວັນນັບຈາກມື້ຊື້.

ການຄືນVAT ສຳລັບນັກທ່ອງທ່ຽວຕ່າງປະເທດແມ່ນນຳໃຊ້ໄດ້ກັບສິນຄ້າຂາຍຍ່ອຍ ແລະ ສິນຄ້າທີ່ຈັບຕ້ອງໄດ້ເທົ່ານັ້ນເຊັ່ນ: ເຄື່ອງນຸ່ງ ແລະ ເຄື່ອງແຕ່ງກາຍ, ອຸປະກອນເອເລັກໂຕຣນິກ, ອຸປະກອນເສີມຂະໜາດນ້ອຍ, ເຄື່ອງປະດັບ, ຂອງທີ່ລະນຶກ, ອາຫານຫຼືເຄື່ອງອຸປະໂພກທີ່ບໍ່ແມ່ນອາຫານແລະຜະລິດຕະພັນອື່ນໆທີ່ມີຈຸດປະສົງສໍາລັບການນໍາໃຊ້ສ່ວນບຸກຄົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ຮອດປີ 2030 ນຳສະຖາ​ບັນ​ບັນ​ດິດ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ ຫວຽດນາມ ​ເປັນ​ອົງ​ການ​ແຖວ​ໜ້າ​ໃນອາຊຽນ

ຮອດປີ 2030 ນຳສະຖາ​ບັນ​ບັນ​ດິດ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ ຫວຽດນາມ ​ເປັນ​ອົງ​ການ​ແຖວ​ໜ້າ​ໃນອາຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ກຸມພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ມອບຫຼຽນກາແຮງງານຊັ້ນໜຶ່ງໃຫ້ແກ່ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ. ໃນພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຍົກຄວາມຮຽກຮ້ອງຕ້ອງການຮອດປີ 2030 ນຳສະຖາບັນບັນດິດວິທະຍາສາດເຕັກໂນໂລຊີຫວຽດນາມ ກາຍເປັນອົງການຄົ້ນຄວ້າວິທະຍາສາດ ເຕັກໂນໂລຊີແຖວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).
ທ່ານ ​ຫວາງ​ຢີ້​ ເຂົ້າ​ຮ່ວມກອງ​ປະ​ຊຸມ​​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງທີ 61

ທ່ານ ​ຫວາງ​ຢີ້​ ເຂົ້າ​ຮ່ວມກອງ​ປະ​ຊຸມ​​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງທີ 61

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 23 ກຸມ​ພາ ຜ່ານມາ, ທ່ານ​ ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ສູງ​ຂອງກອງ​ປ​ະ​ຊຸມ​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງທີ 61 ແລະ ປະ​ກອບ​ຄຳ​ເຫັນຜ່ານ​ທາງວິ​ດີ​ໂອ​ ທີ່ນະ​ຄອນຫຼວງ​ປັກ​ກິ່ງ.
ປິດງານກິລາໂອແລັມປິກລະດູໜາວຄັ້ງທີ 25

ປິດງານກິລາໂອແລັມປິກລະດູໜາວຄັ້ງທີ 25

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 22 ກຸມພາ ຜ່ານມາ, ງານກິລາໂອແລັມປິກລະດູໜາວຄັ້ງທີ 25 ໄດ້ປິດລົງຢູ່ສະໜາມແຂ່ງຂັນເວໂຣນາຂອງອີຕາລີທີ່ມີປະຫວັດມາເປັນເວລາ 2 ພັນປີ ຊຶ່ງເປັນຄັ້ງທຳອິດທີ່ຈັດພິທີຢູ່ຮ່ອງຮອຍບູຣານທີ່ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳໂລກໃນປະຫວັດສາດຂອງງານກິລາໂອແລັມປິກ.
ມຽນມາ ປະກາດຫ້າມນຳເຂົ້າ - ຂາຍ ແລະ ໃຊ້ຢາສູບໄຟຟ້າ

ມຽນມາ ປະກາດຫ້າມນຳເຂົ້າ - ຂາຍ ແລະ ໃຊ້ຢາສູບໄຟຟ້າ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ກະຊວງສາທາລະນະສຸກຂອງມຽນມາໄດ້ອອກຄຳສັ່ງ, ໂດຍໄດ້ຮັບການອະນຸມັດຈາກຄະນະລັດຖະມົນຕີ, ເພື່ອຫ້າມການນຳເຂົ້າ, ສົ່ງອອກ, ຂາຍ, ຄອບຄອງ, ເກັບຮັກສາ, ການຖື, ແຈກຢາຍ, ນຳໃຊ້ ແລະ ບໍລິໂພກຢາສູບໄຟຟ້າ, ຊິຊາ ຫຼື ບາຣາກູ່ນໄຟຟ້າ ລວມທັງອຸປະກອນທີ່ກ່ຽວຂ້ອງ ຊຶ່ງຄຳສັ່ງນີ້ຖືກບັງຄັບໃຊ້ພາຍໃຕ້ກົດໝາຍວ່າດ້ວຍສິນຄ້າ ແລະ ການບໍລິການທີ່ຈຳເປັນ.
ສ ເກົາຫຼີ ແລະ ບຣາຊິນ ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ຈຳນວນ 10 ສະບັບ

ສ ເກົາຫຼີ ແລະ ບຣາຊິນ ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ຈຳນວນ 10 ສະບັບ

ຂ່າວຕ່າງປະເທດລາຍງານວ່າ: ທ່ານ ລີ ແຈມຽງ ປະທານາທິບໍດີຂອງ ສ ເກົາຫຼີ ໄດ້ພົບປະສອງຝ່າຍກັບ ທ່ານ ລູອິສ ອິນາຊີໂອ ລູລາ ດາ ຊິວວາ ປະທານາທິບໍດີບຣາຊິນ ທີ່ນະຄອນຫຼວງເຊອູນ ໃນວັນທີ 23 ກຸມພາ ຜ່ານມາ. ທັງສອງຝ່າຍໄດ້ຕົກລົງທີ່ຈະຂະຫຍາຍການຮ່ວມມືໃນຫຼາຍຂົງເຂດເຊັ່ນ: ການຄ້າ, ແຮ່ທາດ, ເຕັກໂນໂລຊີ ແລະ ວັດທະນະທຳ.
ປະ​ທາ​ນາ​ທິ​ບໍ​ດີ ສະຫະລັດ ອາ​ເມ​ຣິ​ກາ ຍົກ​ລະ​ດັບ​ອັດ​ຕາ​ພາ​ສີ​ທົ່ວ​ໂລກ​ຂຶ້ນ 15%

ປະ​ທາ​ນາ​ທິ​ບໍ​ດີ ສະຫະລັດ ອາ​ເມ​ຣິ​ກາ ຍົກ​ລະ​ດັບ​ອັດ​ຕາ​ພາ​ສີ​ທົ່ວ​ໂລກ​ຂຶ້ນ 15%

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 22 ກຸມພາ ຜ່ານມາວ່າ: ໃນບົດຂຽນເອົາລົງໃນສື່ສັງຄົມ Truth Social ໃນຕອນຄ່ຳວັນທີ 21 ກຸມພາ ຜ່ານມາ ຕາມເວລາທ້ອງຖິ່ນ, ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ປະກາດວ່າ, ສືບຕໍ່ຍົກລະດັບອັດຕາພາສີທົ່ວໂລກສຳລັບບັນດາສິນຄ້ານຳເຂົ້າ ສະຫະລັດ ອາມເລິກາ ແຕ່ 10% (ປະກາດໃນວັນທີ20 ກຸມພາ) ຂຶ້ນເປັນ 15%. ປະທານາທິບໍດີ ສະຫະລັດ ອາເມຣິກາ ຢືນຢັນວ່າ ອັດຕາພາສີນີ້ມີຜົນບັງຄັບໃຊ້ໃນທັນທີ ແລະ “ໄດ້ຮັບການກວດກາດ້ານກົດໝາຍແລ້ວ”. ການກະທຳດັ່ງກ່າວເກີດຂຶ້ນພາຍຫຼັງສານສູງສຸດ ອາເມຣິກາ ອອກຄຳຕັດສິນປະຕິເສດບັນດາມາດຕະການພາສີອາກອນເລິກເຊິ່ງກວ້າງຂວາງ ຊຶ່ງອຳນາດການປົກຄອງຂອງ ທ່ານ ໂດໂນ ທຣໍາ ນຳໃຊ້ກ່ອນນັ້ນ.
ຟີລິບປິນ ສົ່ງອອກມັນດ້າງມ້ວງ ບັນລຸ 3 ລ້ານກວ່າໂດລາ

ຟີລິບປິນ ສົ່ງອອກມັນດ້າງມ້ວງ ບັນລຸ 3 ລ້ານກວ່າໂດລາ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ກະຊວງການຄ້າ ແລະ ອຸດສາຫະກຳຟີລິບປິນລາຍງານລາຍຮັບຈາກການສົ່ງອອກມັນດ້າງມ້ວງ (ube) ແລະ ຜະລິດຕະພັນທີ່ປຸງແຕ່ງຈາກມັນດ້າງສີມ່ວງ ບັນລຸ 3.06 ລ້ານໂດລາໃນປີ 2025, ໂດຍໄດ້ຮັບແຮງຂັບເຄື່ອນຈາກສາກົນທີ່ຕ້ອງການລົດຊາດອາຊີທີ່ແທ້ຈິງ, ສານແຕ່ງສີທຳມະຊາດແລະ ສ່ວນປະກອບທີ່ເຮັດໄດ້ຫຼາກຫຼາຍເມນູ.
88 ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເຊັນ​ຖະ​ແຫຼງ​ການ ນິວ​ເດ​ລີ ກ່ຽວ​ກັບ​ປັນ​ຍາ​ປະ​ດິດ

88 ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເຊັນ​ຖະ​ແຫຼງ​ການ ນິວ​ເດ​ລີ ກ່ຽວ​ກັບ​ປັນ​ຍາ​ປະ​ດິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນທ້າຍອາທິດຜ່ານມາວ່າ: ກອງປະຊຸມສຸດຍອດກ່ຽວກັບການກະທົບຂອງປັນຍາປະດິດ (AI) 2026 ຫາກໍສິ້ນສຸດລົງຢູ່ນະຄອນຫຼວງນິວເດລີ ປະເທດອິນເດຍ, ໂດຍມີ 88 ປະເທດ ແລະ ອົງການຈັດຕັ້ງສາກົນເຊັນຖະແຫຼງການ ນິວເດລີ ກ່ຽວກັບປັນຍາປະດິດ ຊຶ່ງຖືວ່າແມ່ນຂີດໝາຍສຳຄັນໃນຄວາມມານະພະຍາຍາມສ້າງຂອບເຂດການຮ່ວມມືທົ່ວໂລກ ດ້ວຍອຸດສາປະກຳປັນຍາປະດິດ.
ຄວາມສາມາດຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນຂອງຈີນເພີ່ມຂຶ້ນ 14%

ຄວາມສາມາດຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນຂອງຈີນເພີ່ມຂຶ້ນ 14%

ຂ່າວສານຊີອາໄອລາຍງານໃນວັນທີ 22 ກຸມພາ ຜ່ານມາວ່າ: ຂໍ້ມູນທີ່ອົງການພະລັງງານແຫ່ງຊາດຈີນປະກາດໃນວັນທີ 21 ກຸມພາ ຜ່ານມາສະແດງໃຫ້ເຫັນວ່າ, ປີ 2025, ຄວາມສາມາດຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນຂອງຈີນໄດ້ເພີ່ມຂຶ້ນ 317 ລ້ານກິໂລວັດ, ເພີ່ມຂຶ້ນ 14% ເມື່ອທຽບໃສ່ປີ 2024.
ທ່ານ ຟ້າມມິງຈິງ ​ກຳ​ນົດການກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຕົວ​ເມືອງ​ຕ້ອງ​ມີ​ວິ​ໄສ​ທັດ​ກວ່າ 100 ປີ

ທ່ານ ຟ້າມມິງຈິງ ​ກຳ​ນົດການກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຕົວ​ເມືອງ​ຕ້ອງ​ມີ​ວິ​ໄສ​ທັດ​ກວ່າ 100 ປີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ກຸມພາ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໄປກວດກາສະຖານທີ່ກໍ່ສ້າງໂຄງການເສັ້ນທາງລົດໄຟຕົວເມືອງເລກ 3 ໂຫຍນ - ສະຖານນີລົດໄຟນະຄອນຫຼວງຮ່າໂນ້ຍ ແລະ ເຮັດວຽກກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການກ່ຽວຂ້ອງເພື່ອຊຸກຍູ້ໂຄງການ ແລະ ບັນດາໂຄງການເສັ້ນທາງລົດໄຟຕົວເມືອງ.
ເພີ່ມເຕີມ