ຝຣັ່ງຈະປະກາດການລົງທຶນ 109 ຕື້ເອີໂຣ ເພື່ອພັດທະນາAI

ຝຣັ່ງຈະປະກາດການລົງທຶນ 109 ຕື້ເອີໂຣ ເພື່ອພັດທະນາAI

ຝຣັ່ງຈະປະກາດການລົງທຶນ 109 ຕື້ເອີໂຣ ເພື່ອພັດທະນາAI
ຂ່າວຕ່າງປະເທດລາຍງານໃນວັນທີ 10 ກຸມພາ ນີ້ວ່າ: ຜູ້ນຳປະເທດຝຣັ່ງຈະປະກາດການລົງທຶນ109 ຕື້ເອີໂຣເພື່ອພັດທະນາໂຄງສ້າງພື້ນຖານ AI ຂອງປະເທດ ໃນກອງປະຊຸມສຸດຍອດທີ່ນະຄອນຫຼວງປາຣີ.

ຂ່າວລາຍງານວ່າ: ປະເທດຝຣັ່ງຈະປະກາດການລົງທຶນຂອງພາກເອກະຊົນ ມູນຄ່າທັງໝົດ 109 ຕື້ເອີໂຣເຂົ້າໃນຂະແໜງປັນຍາປະດິດຂອງປະເທດໃນຕະຫຼອດໄລຍະຫຼາຍປີຂ້າງໜ້າໃນລະຫວ່າງກອງປະຊຸມສຸດຍອດປາຣີ AI ຊຶ່ງຈັດຂຶ້ນໃນວັນທີ 10 ກຸມພານີ້.

ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງເປີດເຜີຍວ່າ: ບໍລິສັດເອກະຊົນທີ່ຈະເຂົ້າມາຮ່ວມການລົງທຶນລວມມີ Brookfield ຂອງການາດາ ຊຶ່ງຈະລົງທຶນ 20 ຕື້ເອີໂຣໃນໂຄງການ AI ຕ່າງໆ. ຂະນະທີ່ການລົງທຶນຈາກສະຫະລັດອາຣັບເອມີເຣດ (UAE)ຈະບັນລຸ 50 ຕື້ເອີໂຣໃນຫຼາຍປີຕໍ່ໜ້າ

ທຳນຽບປະທານາທິບໍດີຝຣັ່ງ ລະບຸວ່າ: ການລົງທຶນຈາກUAE ອາດຈະລວມເຖິງການສ້າງສູນຂໍ້ມູນພະລັງງານ 1 ກິກກາວັດ, ໃນຂະນະທີ່ສື່ມວນຊົນຝຣັ່ງລາຍງານວ່າ: ການລົງທຶນຈຳນວນຫຼາຍຂອງ ບໍລິສັດ Brookfield ກໍຈະໄປລົງໃນການສ້າງສູນຂໍ້ມູນເຊັ່ນດຽວກັນ.

ທັງນີ້, ການບໍລິຫານຄຸ້ມຄອງປັນຍາປະດິດ ນັ້ນຈຳເປັນຕ້ອງໃຊ້ພະລັງງານມະຫາສານໃນການຂັບເຄື່ອນສູນຂໍ້ມູນ ຊຶ່ງເອີຣົບກໍາລັງປະເຊີນກັບບັນຫາພະລັງງານບໍ່ພຽງພໍກັບຄວາມຕ້ອງການໃນອະນາຄົດ.

ໃນເດືອນມັງກອນ ຜ່ານມາ, ທ່ານ ໂດນັລ ທຣໍາ ປະທານາທິບໍດີສະຫະລັດ ອາເມຣິກາ ໄດ້ປະກາດວ່າ ບໍລິສັດOpenAI ກັບ ທະນາຄານ SoftBank Group ແລະ ບໍລິສັດOracle ຈະລົງທຶນ ຈຳນວນ 500 ຕື້ໂດລາ. ເພື່ອພັດທະນາພື້ນຖານໂຄງລ່າງ AI ໃນສະຫະລັດ ອາເມຣິກາ ໃນໄລຍະ 4 ປີຂ້າງໜ້າເພື່ອໃຫ້ສະຫະລັດ ອາເມຣິກາ ນຳໜ້າຄູ່ແຂ່ງອື່ນໆ.

ຄໍາເຫັນ

ຂ່າວຕ່າງປະເທດ

ແຮງຈູງ​ໃຈ​ກ່ຽວ​ກັບ​ທັດ​ສະ​ນະ​​ຜົນ​ງານ​ການ​ບໍ​ລິ​ຫານ​ຈາກ​​​ຂໍ້​ມູນສຳ​ເນົາ​ເອ​ກະ​ສານ​ສະ​ບັບ​ໜຶ່ງ

ແຮງຈູງ​ໃຈ​ກ່ຽວ​ກັບ​ທັດ​ສະ​ນະ​​ຜົນ​ງານ​ການ​ບໍ​ລິ​ຫານ​ຈາກ​​​ຂໍ້​ມູນສຳ​ເນົາ​ເອ​ກະ​ສານ​ສະ​ບັບ​ໜຶ່ງ

ໃນ​ສຳ​ເນົາ​ເອ​ກະ​ສານ​ຂອງ​ທ່ານ ສີ​​ຈົ້ງ​ຊວິ່ນ ອະ​ດີດ​ຜູ້​ນຳ​ຈີນໄດ້​ມີ​ຂໍ້​ມູນ​ກ່ຽວ​ກັບ​ຄຳ​ຕີ​ລາ​ຄາ​ປະ​ເມີນ​ຈາກ​ການ​ຈັດ​ຕັ້ງ​ພັກ​ທີ່​ມີ​ຕໍ່​ເພິ່ນ ​ໃນ​ໄລ​ຍະ​ກອງ​ປະ​ຊຸມ​ພະ​ນັກ​ງານ​ຂັ້ນ​ສູງສຳ​ນັກ​ງານຕາ​ເວັນ​ຕົກ​ສ່ຽງ​ເໜືອ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ (1942-1943) ຊຶ່ງ​ເນື້ອ​ໃນ​ບາງ​ຕອນ​ຂຽນ​ວ່າ: “ຍາມ​ປົກ​ກະ​ຕິ, ບ່ອນ​ເຮັດ​ວຽກ​ ເຕັມ​ໄປ​ດ້ວຍ​ປະ​ຊາ​ຊົນທຸກ​ມື້, ຕອນ​ເພິ່ນ​ຢູ່​ນຳ​ກັນ​ກັບ​ເຂົາ​ເຈົ້າມັກ​ຈະ​ເປັນ​ກັນ​ເອງ​ແບບ​ທຳ​ມະ​ຊາດ​ທີ່​ສຸດ. ບາງ​ທີເພິ່ນ​ກຳ​ລັງ​ຫຍຸ້ງ​ນຳ​ວຽກ​ຢູ່, ແຕ່​ເພິ່ນກໍຍອມ​ປະ​ວຽກ​ທີ່​ກຳ​ລັງ​ເຮັດ​ຢູ່ໄວ້​ກ່ອນເພື່ອ​ໂອ້​ລົມ​ກັບ​ເຂົາ​ເຈົ້າ​ຢ່າງ​ເປັນ​ກັນ​ເອງ​ໂດ​ຍ​ບໍ່​ຖື​ຕົວ, ບໍ່​ມີທັດສະນະ​ອາ​ຍາ​ສິດ​ແມ່ນ​ແຕ່​ໜ້ອຍ​ດຽວ.”
ຈີນ ແລະ ເນປານ ຮ່ວມ​ຈິດຮ່ວມໃຈຕ້ານໄພພິບັດ ແລະ ພະຍາຍາມຢ່າງເຕັມທີ່ເພື່ອຊ່ວຍເຫຼືອຊີວິດ​

ຈີນ ແລະ ເນປານ ຮ່ວມ​ຈິດຮ່ວມໃຈຕ້ານໄພພິບັດ ແລະ ພະຍາຍາມຢ່າງເຕັມທີ່ເພື່ອຊ່ວຍເຫຼືອຊີວິດ​

ໃນວັນທີ 26 ສິງຫາ ​ຜ່ານ​ມາ, ລານ​ນ້ຳ​ກ້າມ​ຢູ່​ເທິງ​ພູ​ທາ​ງ​ພາກ​ເໜືອ​ຂອງ​ເນ​ປານໄດ້​ພັງ​ທະ​ລາຍເຮັດ​ໃຫ້​ກະ​ແສ​ນ້ຳ​​ພັດ​ເອົາດິນຊາຍ, ຂີ້ຕົມ ແລະ ກ້ອນຫີນໃຫຍ່ປະ​ສົມ​ກັນໄຫຼລົງມາ, ພາຍໃນເວລາພຽງ 7 ນາທີເທົ່າ​ນັ້ນໄດ້ເຄື່ອນ​ໄຫວໄລຍະຫຼາຍກວ່າ 20 ກິໂລແມັດ, ຂ້າມຊາຍແດນຜ່ານເຂົ້າໄປ, ເຮັດໃຫ້ດ່ານຊາຍແດນກີ​ຣົງ​ລະ​ຫວ່າງຈີນ-ເນປານ ກາຍເປັນຊາກ​ຫັກ​ພັງ​ພຽງພັບ​ຕາ. ມາຮອດປັດຈຸບັນ, ຢູ່ເນປານ​ໄດ້​ຄົ້ນພົບຜູ້ເສຍຊີວິດຫຼາຍກວ່າ 1,000 ຄົນ ແລະ ຍັງສູນຫາຍອີກຫຼາຍພັນຄົນ. ​ຢູ່​ຕໍ່​ໜ້າໄພພິບັດ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ, ຊີວິດແມ່ນອ່ອນແອຫຼາຍ, ແຕ່​​ໃນ​ຍາມໄພ​ພິ​ບັດ​ເຊັ່ນ​ນີ້ກໍເປັນການສະທ້ອນໃຫ້ເຫັນຈິດ​ໃຈ ແລະ ຄວາມຮັບຜິດຊອບຂອງມະນຸດໄດ້ຢ່າງຊັດເຈນທີ່ສຸດ.
ເສັ້ນທາງທອງຄຳກ້າວໄປທາງທິດຕາເວັນອອກ ນະວັດຕະກຳດ້ານລະບົບໄດ້ຂະຫຍາຍຕົວຢ່າງແຂງແຮງ - ເຂດທົດລອງການຄ້າເສລີຄຸນໝິງ ເປັນຜູ້ນຳໜ້າໃນການເປີດກວ້າງການຮ່ວມມືຕາມແນວຊາຍແດນ

ເສັ້ນທາງທອງຄຳກ້າວໄປທາງທິດຕາເວັນອອກ ນະວັດຕະກຳດ້ານລະບົບໄດ້ຂະຫຍາຍຕົວຢ່າງແຂງແຮງ - ເຂດທົດລອງການຄ້າເສລີຄຸນໝິງ ເປັນຜູ້ນຳໜ້າໃນການເປີດກວ້າງການຮ່ວມມືຕາມແນວຊາຍແດນ

ໃນວັນທີ 30 ສິງຫາ 2026, ເຂດທົດລອງການຄ້າເສລີ ຄຸນໝິງ (ຢຸນນານ) ຈີນ (ຕໍ່ໄປນີ້ຈະເອີ້ນວ່າ "ເຂດການຄ້າເສລີ ຄຸນໝິງ") ຈະຄົບຮອບ 7 ປີ ນັບຕັ້ງແຕ່ການເປີດນຳໃຊ້.
ຍອດຂາຍຍ່ອຍຂອງສິງກະໂປ ໃນເດືອນກໍລະກົດ ເພີ່ມຂຶ້ນ 1.5%

ຍອດຂາຍຍ່ອຍຂອງສິງກະໂປ ໃນເດືອນກໍລະກົດ ເພີ່ມຂຶ້ນ 1.5%

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປໄດ້ເປີດເຜີຍໃນວັນທີ 7 ກັນຍາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປ ເພີ່ມຂຶ້ນ 1.5% ໃນເດືອນກໍລະກົດ ເມື່ອທຽບກັບໄລຍະດຽວກັນຂອງປີກາຍ ຊຶ່ງຊ້າລົງຈາກການເຕີບໂຕ 4% ໃນເດືອນມິຖຸນາ.
ເສດຖະກິດ ສ ເກົາຫຼີ ສືບຕໍ່ຟື້ນຕົວ

ເສດຖະກິດ ສ ເກົາຫຼີ ສືບຕໍ່ຟື້ນຕົວ

ຂ່າວຕ່າງປະເທດລາຍງານໃນວັນທີ 7 ກັນຍາ ຜ່ານມາວ່າ: ເສດຖະກິດຂອງ ສ ເກົາຫຼີ ຍັງສືບຕໍ່ຟື້ນຕົວ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກ ແລະ ການລົງທຶນທີ່ກ່ຽວຂ້ອງກັບພື້ນຖານໂຄງລ່າງປັນຍາປະດິດ (AI) ທັງພາຍໃນ ແລະ ຕ່າງປະເທດ, ເຖິງວ່າຈະມີຄວາມບໍ່ແນ່ນອນຈາກຂໍ້ຂັດແຍ່ງໃນຕາເວັນອອກກາງ.
ມາເລເຊຍ ຍົກເລີກສະຖານະການສຸກເສີນໃນລັດຊາຣາວັກ

ມາເລເຊຍ ຍົກເລີກສະຖານະການສຸກເສີນໃນລັດຊາຣາວັກ

ຂ່າວຕ່າງປະເທດລາຍງານໃນວັນທີ 7 ກັນຍາ ຜ່ານມາວ່າ: ມາເລເຊຍ ໄດ້ຍົກເລີກສະຖານະການສຸກເສີນໃນເມືອງເຊຣຽນ ລັດຊາຣາວັກ ຫຼັງຈາກລະດັບມົນລະພິດທາງອາກາດຫຼຸດລົງຕໍ່າກວ່າລະດັບອັນຕະລາຍ. ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ເຕືອນວ່າສະຖານະການໝອກຄວັນຍັງບໍ່ທັນດີຂຶ້ນ ແລະ ຄຸນນະພາບອາກາດຍັງຄົງບໍ່ດີຕໍ່ສຸຂະພາບໃນຫຼາຍພື້ນທີ່.
ໄຟ​ຟ້າ​ແສງ​ຕາ​ເວັນ ​ກາຍ​ເປັນແຫຼ່ງ​ກຳ​ເນີດ​ພະ​ລັງ​ໄຟ​ຟ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ

ໄຟ​ຟ້າ​ແສງ​ຕາ​ເວັນ ​ກາຍ​ເປັນແຫຼ່ງ​ກຳ​ເນີດ​ພະ​ລັງ​ໄຟ​ຟ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ຂໍ້​ມູນຫຼ້າ​ສຸດ​ຈາກກົມພະ​ລັງ​ງານ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ນັບ​ມາ​ຮອດ​ທ້າຍ​ເດືອນ​ກໍ​ລະ​ກົດ​ປີ​ນີ້ ກຳ​ລັງ​ຕິດ​ຕັ້ງ​ໄຟ​ຟ້າ​ແສງ​ຕາ​ເວັນ​​ໃນທົ່ວ​ປະ​ເທດ​ຈີນ​ບັນ​ລຸ​ເຖິງ 1,286 ຕື້​ກິ​ໂລ​ວັດ, ລື່ນ​ກາຍ​ໄຟ​ຟ້າ​ຖ່ານ​ຫີນ​ເປັນ​ຄັ້ງ​ທຳ​ອິດ, ກາຍ​ເປັນ​​ແຫຼ່ງ​ກຳ​ເນີດພະ​ລັງ​ໄຟ​ຟ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນຢ່າງ​ເປັນ​ທາງ​ການ. ໃນ​ກຳ​ລັງ​ຕິດ​ຕັ້ງ​ໄຟ​ຟ້າ​ທົ່ວ​ປະ​ເທດ, ໄຟ​ຟ້າ​ແສງ​ຕາ​ເວັນ​ກວມ​ເຖິງ 31.5%.
ນະຄອນໂຮ່ຈິມິນ ບັນລຸເປົ້າໝາຍດຶງດູດທຶນ FDI 10 ຕື້ກວ່າໂດລາ

ນະຄອນໂຮ່ຈິມິນ ບັນລຸເປົ້າໝາຍດຶງດູດທຶນ FDI 10 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 7 ກັນຍາ ຜ່ານມາວ່າ: ​ພະ​ແນກ​ການ​ເງິນ ນະ​ຄອນໂຮ່​ຈິ​ມິນ ລາຍງານວ່າ, ໃນ 8 ເດືອນຕົ້ນ​ປີ 2026 ນະ​ຄອນໂຮ່​ຈິ​ມິນ ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) 10 ຕື້​ກວ່າໂດລາ​, ເທົ່າ​ກັບ 91.5% ຂອງແຜນ​ການ​ໝົດ​ປີ​.
ຄົນເຈັບພະຍາດໝາກແດງ ໃນອາເມຣິກາ ເພີ່ມຂຶ້ນເປັນ 3,000 ກວ່າຄົນ

ຄົນເຈັບພະຍາດໝາກແດງ ໃນອາເມຣິກາ ເພີ່ມຂຶ້ນເປັນ 3,000 ກວ່າຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ ອາເມຣິກາ ລາຍງານວ່າ, ໃນວັນທີ 3 ກັນຍາ ຜ່ານມາ ສະຫະລັດ ອາເມຣິກາ ໄດ້ກວດພົບພະຍາດ ໝາກແດງ 3,134 ກໍລະນີໃນປີ 2026. ໂຕເລກນີ້ເກີນກວ່າກໍລະນີທີ່ຢືນຢັນທັງໝົດຂອງປີ 2025 (2,289) ແລະ ເປັນຈຳນວນສູງສຸດປະຈຳປີນັບຕັ້ງແຕ່ປີ 1991. ໂດຍຄົນເຈັບທົ່ວປະເທດຍັງສືບຕໍ່ເພີ່ມຂຶ້ນທ່າມກາງອັດຕາການສັກວັກຊິນທີ່ຫຼຸດລົງໃນບັນດາເດັກນ້ອຍ.
ເນປານ ຊ່ວຍຊີວິດແມ່ຍິງອາຍຸ 64 ປີ ຫຼັງຈາກເກີດດິນເຈື່ອນ 10 ມື້

ເນປານ ຊ່ວຍຊີວິດແມ່ຍິງອາຍຸ 64 ປີ ຫຼັງຈາກເກີດດິນເຈື່ອນ 10 ມື້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ສື່ມວນຊົນເນປານລາຍງານວ່າ, ທີມກູ້ໄພໄດ້ຊ່ວຍຊີວິດແມ່ຍິງເນປານອາຍຸ 64 ປີຄົນໜຶ່ງທີ່ຍັງມີຊີວິດຢູ່ໃນເມືອງນູວາໂກ ຫຼັງຈາກເກີດເຫດດິນເຈື່ອນຮຸນແຮງໃນວັນທີ 26 ສິງຫາ ຜ່ານມາ ແລະ ຖືກນຳສົ່ງໄປຮັບການປິ່ນປົວຢູ່ນະຄອນຫຼວງກາດມານດູ.
ເພີ່ມເຕີມ