ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນຂັ້ນແຂວງ

ຝຶກອົບຮົມວຽກງານເນື້ອໃນ ແລະ ການກະກຽມຮອບດ້ານໃຫ້ແກ່ກອງປະຊຸມ

ຝຶກອົບຮົມວຽກງານເນື້ອໃນ ແລະ ການກະກຽມຮອບດ້ານໃຫ້ແກ່ກອງປະຊຸມ
(ສພຊ) - ເພື່ອຍົກສູງຄຸນນະພາບໃນການເປັນເສນາທິການທາງດ້ານເນື້ອໃນ ແລະ ຮັບປະກັນຄວາມພ້ອມໃນການກະກຽມ ແລະ ຮັບໃຊ້ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນຂັ້ນແຂວງ(ສພຂ)ໃຫ້ມີປະສິດທິພາບ

 ແລະ ປະສິດທິຜົນສູງ; ຍົກສູງຂີດຄວາມສາມາດທາງດ້ານເນື້ອໃນ ໂດຍສະເພາະບັນດາເອກະສານທີ່ຕິດພັນກັບກອງປະຊຸມ ສພຂ ໃຫ້ມີຄຸນນະພາບ ທັງເປັນການຖ່າຍທອດ ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ, ພຶດຕິກຳຕົວຈິງ, ການສ້າງຄວາມເຂັ້ມແຂງທາງດ້ານການຂີດຂຽນເອກະສານປິ່ນອ້ອມໃຫ້ແກ່ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນຂັ້ນແຂວງ ເປັນຕົ້ນບົດສັງລວມຄວາມເຫັນ, ຮ່າງຄຳຖາມເຈາະຈີ້ມ, ບົດສະຫຼຸບ, ການເປັນເລຂານຸການກອງປະຊຸມຮອບດ້ານ ແລະ ເອກະສານອື່ນໆ.

ຫວ່າງມໍ່ໆມານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ຄະນະເລຂາທິການສະພາແຫ່ງຊາດ(ຄລສ) ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານເນື້ອໃນ ແລະ ຂັ້ນຕອນການກະກຽມຮອບດ້ານໃຫ້ແກ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຂອງທ່ານ ສິງຄຳ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານເລຂາທິການ, ຮອງເລຂາທິການ ຜູ້ຊີ້ນຳຂະແໜງຄົ້ນຄວ້າ-ສັງລວມ ແລະ ພະນັກງານຂະແໜງຄົ້ນຄວ້າ-ສັງລວມ ຂອງ ສພຂ 6 ແຂວງຄື: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງຂອງ ຄລສ.

ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດຮຽນຕົ້ນຕໍຄື: ການຮ່າງບົດໂອ້ລົມໃຫ້ການນຳ ແລະ ບົດສັງລວມຄຳເຫັນໃຫ້ປະທານກອງປະຊຸມ, ການສ້າງຄຳຖາມເຈາະຈີ້ມ ແລະ ບົດປະກອບຄຳເຫັນຕໍ່ກອງປະຊຸມ, ຂັ້ນຕອນການກະກຽມວຽກງານຮອບດ້ານໃຫ້ແກ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ; ຈາກນັ້ນ, ກໍໄດ້ສົນທະນາແລກປ່ຽນຄຳເຫັນຊຶ່ງກັນແລະກັນແລະ ແບ່ງກຸ່ມເພື່ອຝຶກຫັດຕົວຈິງແຕ່ລະເນື້ອໃນ.

ທ່ານ ນາງ ອໍາໄພອນ ລ້ອມບຸນແພງ ກໍາມະການສໍາຮອງສູນກາງພັກ ເລຂາທິການສະພາແຫ່ງຊາດໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມວ່າ: ການຈັດຝຶກອົບຮົມຄັ້ງນີ້ ເປັນການສ້າງເງື່ອນໄຂໃຫ້ແກ່ບັນດາສໍາມະນາກອນໄດ້ມີໂອກາດແລກປ່ຽນຄໍາຄິດຄໍາເຫັນກັບວິທະຍາກອນ ໂດຍມີການສົມທຽບບົດຮຽນ ແລະ ການປະຕິບັດວຽກງານຕົວຈິງລະຫວ່າງສູນກາງ-ທ້ອງຖິ່ນຢ່າງກົງໄປກົງມາ ໃນຖານະເປັນເສນາທິການດ້ານເນື້ອໃນໃຫ້ແກ່ການກະກຽມກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງ ເພື່ອນໍາເອົາບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະພາກສ່ວນ ໃຫ້ນັບມື້ດີຂຶ້ນ ແລະ ມີປະສິດທິພາບ.ເພື່ອຮັບປະກັນເຮັດໃຫ້ວຽກງານທີ່ກ່າວມາຂ້າງເທິງນັ້ນ ໄດ້ຮັບການຈັດຕັ້ງປະຕິບັດນັບມື້ດີຂຶ້ນເທື່ອລະກ້າວ ແລະ ຫັນໄປສູ່ຄຸນນະພາບສູງກວ່າເກົ່າ, ທ່ານຍັງໄດ້ມີບາງຄຳຄິດຄຳເຫັນດັ່ງນີ້: 1. ການເປັນເສນາທິການດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງນັ້ນ ແມ່ນມີຄວາມສໍາຄັນຫຼາຍ ໂດຍສະເພາະຜູ້ທີ່ຮັບຜິດຊອບວຽກງານຂົງເຂດຄົ້ນຄວ້າ-ສັງລວມ ຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າແນວທາງນະໂຍບາຍ, ກົດໝາຍ, ນິຕິກໍາຕ່າງໆທີ່ກ່ຽວຂ້ອງ ລວມທັງການກໍານົດ ແລະ ຈັດຕັ້ງຜັນຂະຫຍາຍບັນດາແຜນການ-ແຜນງານ, ໂຄງການຕ່າງໆ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດບັນລຸຜົນສໍາເລັດຕາມທີ່ວາງໄວ້; ນອກນັ້ນ, ກໍຕ້ອງໄດ້ເອົາໃຈໃສ່ກະກຽມຮອບດ້ານແຕ່ຫົວທີ, 2. ບົດຮຽນການສ້າງບົດປະກອບຄໍາເຫັນຕໍ່ເນື້ອໃນຕ່າງໆ ຊຶ່ງຕ້ອງເອົາໃຈໃສ່ເກັບກໍາຂໍ້ມູນ, ນໍາເອົາຄວາມຄິດຄວາມເຫັນ, ຄວາມມຸ່ງມາດປາຖະໜາຂອງຜູ້ມີສິດເລືອກຕັ້ງທົ່ວປະເທດ ມາສະເໜີແຈ້ງໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ຮັບຮູ້ ແລະ ເປັນຂໍ້ມູນໃນການແກ້ໄຂບັນຫາຕ່າງໆ ໃຫ້ໄດ້ຮັບການປັບປຸງດີຂຶ້ນ; ພ້ອມດຽວກັນນັ້ນ, ບົດປະກອບຄຳເຫັນ ຕ້ອງສ່ອງແສງໃຫ້ເຫັນຄວາມເປັນເອກະພາບຕໍ່ບັນດາເນື້ອໃນທີ່ນຳມາພິຈາລະນາຮັບຮອງຢູ່ກອງປະຊຸມ.ສໍາລັບການສ້າງຄໍາຖາມເຈາະຈີ້ມນັ້ນ ກໍເພື່ອເປັນບ່ອນອີງໃຫ້ຜູ້ແທນກອງປະຊຸມ ມີການຄົ້ນຄວ້າ-ສັງລວມບັນດາຂໍ້ມູນທີ່ກ່ຽວຂ້ອງກັບບັນຫາທີ່ເຈາະຈີ້ມຢ່າງຖືກຈຸດ, ປະຢັດເວລາ ແລະ ເປັນບ່ອນອີງໃນການປະກອບຄໍາເຫັນຕໍ່ເນື້ອໃນຕ່າງໆ; ຊ່ວຍເຮັດໃຫ້ມີຄວາມສະດວກໃນການເກັບກໍາຂໍ້ມູນ ເພື່ອນໍາໄປຄົ້ນຄວ້າປັບປຸງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ມີຄວາມສະດວກໃນການສະຫຼຸບສັງລວມການປະກອບຄໍາເຫັນຂອງຜູ້ແທນ. 3. ບົດຮຽນການສ້າງບົດສັງລວມຄໍາເຫັນໃຫ້ປະທານກອງປະຊຸມ ແມ່ນມີຄວາມສໍາຄັນຫຼາຍ ໂດຍສະເພາະການພິຈາລະນາເນື້ອໃນຂອງກອງປະຊຸມ ຊຶ່ງການສັງລວມຄວາມເຫັນຕ້ອງສ່ອງແສງໃຫ້ເຫັນການຕີລາຄາປະກອບຄຳເຫັນຂອງຜູ້ແທນ ວ່າເຫັນດີຮັບຮອງເອົາເນື້ອໃນທີ່ນໍາມາພິຈາລະນາ ຫຼື ບໍ່, ບັນຫາໃດຜູ້ແທນມີທັດສະນະຢາກສະເໜີໃຫ້ມີການປັບປຸງ, 4. ການຮ່າງບົດໂອ້ລົມ ແມ່ນມີຄວາມສໍາຄັນ ເປັນແນວຄິດຊີ້ນໍາ, ໜຶ່ງໃນແບບແຜນວິທີນໍາພາຂອງຂັ້ນເທິງ ເພື່ອເນັ້ນໜັກການຈັດຕັ້ງໜ້າທີ່ການເມືອງ ຫຼື ຄວາມຮັບຜິດຊອບວຽກງານໃດໜຶ່ງຂອງຂັ້ນລຸ່ມ ໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ທີ່ໄດ້ວາງໄວ້.

ກອງປະຊຸມຄັ້ງນີ້ ນຳໃຊ້ງົບປະມານສົມທົບຂອງມູນນິທິເອເຊຍ (The Asia Foundation -TAF) ແລະ ຄະນະເລຂາທິການສະພາແຫ່ງຊາດ.

(ຂ່າວ-ພາບ: ນາງ ກຸກກິກ ບຸດດາໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ