ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 27 ກັນຍາ ຜ່ານມາວ່າ: ຫວຽດນາມ ຖືກຈັດອັນດັບທີ 52 ໃນຈຳນວນ 110 ພື້ນຖານເສດຖະກິດໂລກ ກ່ຽວກັບດັດຊະນີກຳລັງຄວາມສາມາດໃນການພັດທະນາການທ່ອງທ່ຽວທົ່ວໂລກ (Travel & Tourism Development Index - TTDI) ປີ 2026.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 27 ກັນຍາ ຜ່ານມາວ່າ: ເມື່ອປະເຊີນໜ້າກັບສິ່ງທ້າທາຍຕ່າງໆຂອງໂລກ ເຊັ່ນ: ໄພພິບັດຈາກດິນຟ້າອາກາດທີ່ກັດເຊາະແຫຼ່ງບູຮານສະຖານ, ການປະທະກັນໃນພາກພື້ນທຳລາຍຮ່ອງຮອຍ ແລະ ວັດຖຸບູຮານ, ການຄ້າຂາຍ ແລະ ຂົນສົ່ງວັດຖຸບູຮານຜິດກົດໝາຍ ແລະ ອື່ນໆ, ກອງປະຊຸມເວທີປຶກສາຫາລືຄູ່ຂະໜານທີ່ມີຫົວຂໍ້ “ການຮ່ວມມືສາກົນການປົກປັກຮັກສາມໍລະດົກວັດທະນະທຳ” ຂອງກອງປະຊຸມເວທີປຶກສາຫາລືວັດທະນະທຳປັກກິ່ງ 2026 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ ຫວ່າງມໍໍ່ໆມານີ້.
ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ລັດຖະບານອິນເດຍໄດ້ປະກາດຫຼຸດພາສີພື້ນຖານສຳລັບການນຳເຂົ້ານ້ຳມັນພືດ, ທັງນ້ຳມັນດິບ ແລະ ນ້ຳມັນປຸງແຕ່ງ, ກວມເອົານ້ຳມັນປາມ, ນ້ຳມັນຖົ່ວເຫຼືອງ ແລະ ນ້ຳມັນດອກຕາເວັນ, ເພື່ອສະກັດກັ້ນລາຄາສິນຄ້າທີ່ເພີ່ມຂຶ້ນກ່ອນວັນບຸນສຳຄັນ.
ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ບົດລາຍງານການພັດທະນາການຄ້າດີຈີຕອນໂລກປີ 2026 ໄດ້ເປີດເຜີຍວ່າ, ຂະແໜງການຄ້າດີຈີຕອນໂລກຍັງຄົງເຂັ້ມແຂງເຖິງວ່າຈະມີແຮງກົດດັນຈາກພາຍນອກ. ໂດຍມູນຄ່າການສົ່ງອອກໃນປີ 2025 ບັນລຸ 7.75 ພັນຕື້ໂດລາ, ເພີ່ມຂຶ້ນ 7.1% ເມື່ອທຽບກັບປີກ່ອນ, ກວມເອົາ 22.2% ຂອງການສົ່ງອອກສິນຄ້າ ແລະ ການບໍລິການທົ່ວໂລກ ແລະ ເພີ່ມຂຶ້ນ 2.6% ຈາກປີ 2021 ຊຶ່ງເຕີບໂຕສູງກວ່າການຄ້າທົ່ວໂລກຢ່າງຕໍ່ເນື່ອງ.
ບຸນໄຫວ້ພະຈັນ ເປັນບຸນປະເພນີທີ່ສຳຄັນຂອງຈີນ. ມື້ບຸນໄຫວ້ພະຈັນປີນີ້ແມ່ນວັນທີ 25 ກັນຍາ 2026 ກົງກັບມື້ເພັງເດືອນ 8 ຕາມຈັນທະຄະຕິຈີນ, ນັບແຕ່ບູຮານນະການເປັນຕົ້ນມາ, ການສະຫຼອງບຸນໄຫວ້ພະຈັນແມ່ນມີຮີດຄອງປະເພນີຕ່າງໆເຊັ່ນ: ການໄຫວ້ພະຈັນ, ຊົມພະຈັນ, ກິນເຂົ້າໜົມໄຫວ້ພະຈັນ, ຊົມດອກອົບເຊີຍ, ຊົມໂຄມໄຟ ແລະ ອື່ນໆ. ບຸນໄຫວ້ພະຈັນໄດ້ບັນຈຸຄວາມປາຖະໜາອັນດີງາມຂອງຜູ້ຄົນທັງຫຼາຍທີ່ຢາກໃຫ້ຄົນໃນຄອບຄົວມີຄວາມສາມັກຄີເຕົ້າໂຮມກັນຢ່າງອົບອຸ່ນ, ນອກນີ້ຍັງໄດ້ປຸກລະດົມຄວາມຮັກຊາດຮັກບ້ານເກີດເມືອງນອນຢ່າງດູດດື່ມຂອງຜູ້ຄົນທັງຫຼາຍຕື່ມອີກ. ເນື່ອງໃນໂອກາດບຸນໄຫວ້ພະຈັນໝູນວຽນມາເຖິງ, ພວກເຮົາຂໍຫວນຄືນເຖິງເລື່ອງລາວຂອງທ່ານ ສີຈິ້ນຜິງ ກ່ຽວກັບບຸນໄຫວ້ຈັນ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 23 ກັນຍາ ຜ່ານມາ, ອົງການເພື່ອການຮ່ວມມືດ້ານເສດຖະກິດ ແລະ ພັດທະນາ(OECD) ໄດ້ເຜີຍແຜ່ບົດລາຍງານສະພາບທ່າອຽງການພັດທະນາເສດຖະກິດສະບັບຫຼ້າສຸດ ໂດຍໄດ້ປັບການຄາດຄະເນຈັງຫວະການເຕີບໂຕຂອງເສດຖະກິດໂລກໃນປີ2026ຈາກ2.8%ຂຶ້ນເປັນ 2.9%. ບົດລາຍງານລະບຸວ່າ: ເຖິງວ່າໄດ້ຮັບຜົນກະທົບຈາກສະຖານະການຢູ່ເຂດຕາເວັນອອກກາງກໍຕາມ, ແຕ່ເສດຖະກິດຂອງຫຼາຍປະເທດຍັງຄົງສະແດງໃຫ້ເຫັນຄວາມເຂັ້ມແຂງ ແລະ ທົນທານ, ມີຄັງສຳຮອງນ້ຳມັນເຊື້ອໄຟ ແລະ ການສະໜອງພະລັງງານເພີ່ມໃໝ່ຢ່າງພຽງພໍແລະ ມາດຕະການສະໜັບສະໜູນຂອງບາງປະເທດໄດ້ຊ່ວຍຜ່ອນຄາຍຜົນກະທົບດັ່ງກ່າວ, ການພັດທະນາຢ່າງຄຶກຄື້ນຂອງຂົງເຂດປັນຍາປະດິດໄດ້ຊຸກຍູ້ໃຫ້ການລົງທຶນແລະການຄ້າຂະຫຍາຍຕົວເຊັ່ນກັນ.
ຂ່າວຕ່າງປະເທດລາຍງານວ່າ: ອົງການເພື່ອຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OECD) ໄດ້ລະບຸໃນບົດລາຍງານທ່າອ່ຽງເສດຖະກິດສະບັບກາງປີ ທີ່ເຜີຍແຜ່ໃນວັນ23 ກັນຍາ ຜ່ານມາວ່າ, ປັນຍາປະດິດ (AI) ເປັນທັງແຮງຂັບເຄື່ອນການເຕີບໂຕທາງເສດຖະກິດ ແລະ ໃນເວລາດຽວກັນ, ກໍເປັນຄວາມສ່ຽງຕໍ່ເສດຖະກິດໂລກ.
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 24 ກັນຍາ ຜ່ານມາວ່າ: ຫວຽດນາມ ຈະປະກອບສ່ວນເງິນເກືອບ 1,3 ລ້ານໂດລາ ໃຫ້ແກ່ງົບປະມານຮັກສາສັນຕິພາບສາກົນ. ນີ້ແມ່ນຄຳຢືນຢັນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມປະທານປະເທດ ຫວຽດນາມ ໃນການພົບປະກັບທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ ສະຫະປະຊາຊາດ, ໃນວັນທີ 23 ກັນຍາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນນິວຢອກ, ໃນໂອກາດທີ່ການນຳ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 81.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ວ່າ: ໃນວັນທີ 24 ກັນຍາ ຜ່ານມາ ຕາມເວລາທ້ອງຖີ່ນ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະເຈລະຈາກັບ ທ່ານ ໂດໂນ ທຣຳ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາທີ່ທຳນຽບຂາວ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ກັນຍາ ຜ່ານມາວ່າ: ຫ້ອງການສະຖິຕິຂອງ ສ ເກົາຫຼີ ລາຍງານວ່າ,ມະເຮັງ, ພະຍາດຫົວໃຈ ແລະ ປອດອັກເສບ ແມ່ນ 3 ສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີໃນປີ 2025 ຊຶ່ງກວມເອົາ 42.7% ຂອງການເສຍຊີວິດທັງໝົດ, ໂດຍມະເຮັງຍັງຄົງເປັນສາເຫດຫຼັກ. ອັດຕາການເສຍຊີວິດຍ້ອນມະເຮັງ ຢູ່ທີ່ 177.1 ຄົນຕໍ່ 100,000 ຄົນໃນປີ 2025, ເພີ່ມຂຶ້ນ 1.6% ຈາກປີ 2024.
ຄໍາເຫັນ