ຮັກສາການຫົວໜ້າ ຄຕພຕ້ອນຮັບ ເອກອັກຄະລັດຖະທູດສເກົາຫຼີ

ຮັກສາການຫົວໜ້າ ຄຕພຕ້ອນຮັບ ເອກອັກຄະລັດຖະທູດສເກົາຫຼີ

ຮັກສາການຫົວໜ້າ ຄຕພຕ້ອນຮັບ ເອກອັກຄະລັດຖະທູດສເກົາຫຼີ
ໃນວັນທີ 26ກຸມພານີ້ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານບຸນເຫຼືອ ພັນດານຸວົງຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Jung Yung-Soo

 

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສເກົາຫຼີ ປະຈໍາ ສປປ ລາວ.

ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຊົມເຊີຍຕໍ່ທ່ານບຸນເຫຼືອພັນດານຸວົງທີ່ໄດ້ຮັບມອບໝາຍໜ້າທີ່ອັນສໍາຄັນໃຫ້ດໍາລົງຕໍາແໜ່ງເປັນຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເຊື່ອໝັ້ນວ່າດ້ວຍປະສົບການຂອງທ່ານຈະສືບຕໍ່ຊຸກຍູ້ການປະສານສົມທົບລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກແລະສະຖານເອກອັກຄະລັດຖະທູດສເກົາຫຼີປະຈໍາສປປລາວເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືທີ່ດີລະຫວ່າງສອງປະເທດສປປລາວ-ສ ເກົາຫຼີໃຫ້ໄດ້ຮັບການພັດທະນາ.

ໃນໂອກາດນີ້, ທ່ານບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈ ຕໍ່ການຊົມເຊີຍຂອງ ທ່ານ ເອກອັກຄະລັດຖະທູດ ສເກົາຫຼີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ສປປລາວ-ສເກົາຫຼີຕະຫຼອດໄລຍະ 30 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ, ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ສເກົາຫຼີທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມືຂອງສອງຝ່າຍ ເປັນຕົ້ນແມ່ນຂົງເຂດສາທາລະນະສຸກ, ການສຶກສາ, ການຄ້າ-ການລົງທຶນ, ກະສິກຳ, ການພັດທະນາຊົນນະບົດແລະ ອື່ນໆຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາພື້ນຖານໂຄງລ່າງ,ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປັດຈຸບັນ, ພ້ອມທັງ ຍິນດີຈະຮ່ວມກັບ ທ່ານເອກອັກຄະລັດຖະທູດ ສືບຕໍ່ຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ສະພາບການພົ້ນເດັ່ນພາຍໃນປະເທດ, ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

(ຂ່າວ: ກົມ ອປອ, ຄຕພ; ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ພຶດຕິກຳຕົວຈິງ ຈີນ-ລາວ ສ້າງແບບຢ່າງໃໝ່ແຫ່ງການຮ່ວມມື

ພຶດຕິກຳຕົວຈິງ ຈີນ-ລາວ ສ້າງແບບຢ່າງໃໝ່ແຫ່ງການຮ່ວມມື

ຈີນ ແລະ ລາວ ຖືເອົາການຮ່ວມມືຫຼຸດຜ່ອນຄວາມທຸກຍາກ ເປັນເສົາຄ້ຳທີ່ສຳຄັນຂອງການພົວພັນສອງຝ່າຍສະເໝີມາ. ພາຍໃຕ້ສະພາບການທີ່ສືບຕໍ່ຊຸກຍູ້ຂໍ້ລິເລີ່ມການພັດທະນາທົ່ວໂລກ, ສອງຝ່າຍຍຶດໝັ້ນແນວຄວາມຄິດ "ຖືການພັດທະນາເປັນບຸລິມະສິດ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ທົ່ວເຖິງ", ຜ່ານຫຼາຍຊ່ອງທາງ ເຊັ່ນ: ການແລກປ່ຽນບົດຮຽນ, ການເຊື່ອມຈອດພື້ນຖານໂຄງລ່າງ, ການປູກພືດທົດແທນ ແລະ ການສ້າງຂີດຄວາມສາມາດ, ຮ່ວມກັນກ້າວຍ່າງບົນເສັ້ນທາງແຫ່ງຄວາມຮັ່ງມີຮ່ວມກັນ ທີ່ມີເອກະລັກຂອງພາກພື້ນ, ປະກອບສ່ວນສ້າງແບບຢ່າງທີ່ມີຊີວິດຊີວາຂອງການຮ່ວມມືສອງຝ່າຍໃຫ້ແກ່ພາລະກິດການຫຼຸດຜ່ອນຄວາມທຸກຍາກຂອງໂລກ.
ຈັບມືກັນກ້າວໄປຂ້າງໜ້າ ຮ່ວມກັນເປີດອະນາຄົດໃໝ່ທີ່ຮຸ່ງເຮືອງ

ຈັບມືກັນກ້າວໄປຂ້າງໜ້າ ຮ່ວມກັນເປີດອະນາຄົດໃໝ່ທີ່ຮຸ່ງເຮືອງ

ນັບຕັ້ງແຕ່ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກເປັນຕົ້ນມາ, ໄດ້ສະໜອງແຜນການຂອງຈີນ ໃຫ້ແກ່ກຸ່ມປະເທດກຳລັງພັດທະນາໂລກໃຕ້ ໃນການເຊື່ອມຄວາມແຕກໂຕນທາງດ້ານການພັດທະນາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ. ປັດຈຸບັນ, ມີຫຼາຍກວ່າ 80 ປະເທດ ໄດ້ເຂົ້າຮ່ວມ "ກຸ່ມເພື່ອນມິດຂອງຂໍ້ລິເລີ່ມການພັດທະນາທົ່ວໂລກ"; ຫຼາຍກວ່າ 80 ປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມ ເຄືອຂ່າຍສູນສົ່ງເສີມການພັດທະນາທົ່ວໂລກ. ຝ່າຍຈີນ ໄດ້ລົງນາມໃນເອກະສານການຮ່ວມມືເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມ ຫຼາຍກວ່າ 80 ສະບັບ ກັບບັນດາປະເທດກຳລັງພັດທະນາ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນ, ໄດ້ສ້າງຕັ້ງກົນໄກຕ່າງໆ ຫຼາຍກວ່າ 30 ກົນໄກ ໂດຍປິ່ນອ້ອມ 8 ຂົງເຂດຈຸດສຸມ. ພ້ອມດຽວກັນນັ້ນ, ພາຍໃຕ້ການຊຸກຍູ້ຂອງຝ່າຍຈີນ ຂໍ້ລິເລີ່ມການພັດທະນາທົ່ວໂລກ ໄດ້ລະດົມທຶນຫຼາຍກວ່າ 23 ຕື້ໂດລາ ເພື່ອສະໜັບສະໜູນການພັດທະນາ ແລະ ຟື້ນຟູ ຂອງກຸ່ມປະເທດກຳລັງພັດທະນາໂລກໃຕ້, ໄດ້ດໍາເນີນໂຄງການຮ່ວມມືຫຼາຍກວ່າ 1.800 ໂຄງການ. ຈີນ ຈະເປັນສະມາຊິກຂອງກຸ່ມປະເທດກໍາລັງພັດທະນາໂລກໃຕ້ຕະຫຼອດໄປ, ກໍແມ່ນຄູ່ຮ່ວມມືໄລຍະຍາວທີ່ເຊື່ອຖືໄດ້ຂອງບັນດາປະເທດກຳລັງພັດທະນາ.
ການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກ ຈີນ-ລາວ ແມ່ນເພື່ອຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ

ການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກ ຈີນ-ລາວ ແມ່ນເພື່ອຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ

ການລົບລ້າງຄວາມທຸກຍາກ ແມ່ນອຸດົມຄະຕິທີ່ມວນມະນຸດໄຝ່ຝັນມາແຕ່ບູຮານນະການ, ແມ່ນສິດ ທິພື້ນຖານໃນການສະແຫວງຫາຊີວິດທີ່ມີຄວາມສຸກຂອງປະຊາຊົນທຸກປະເທດ. ການພັດທະນາ ແມ່ນປະ ເດັນຫຼັກທີ່ຍືນຍົງຂອງສັງຄົມມະນຸດ, ແມ່ນກຸນແຈລວມໃນການແກ້ໄຂບັນຫາທັງໝົດ. ໂດຍແນໃສ່ເປົ້າໝາຍໄລຍະຍາວ ແລະ ຄວາມຕ້ອງການຕົວຈິງຂອງການພັດທະນາຮ່ວມກັນຂອງໂລກ, ຈີນໄດ້ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກ, ເພື່ອສະໜອງແຜນການທີ່ສຳຄັນສຳລັບການເລັ່ງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ.
ສຳເລັດຊຸດອົບຮົມການນໍາໃຊ້ປຶ້ມພາສາຫວຽດ

ສຳເລັດຊຸດອົບຮົມການນໍາໃຊ້ປຶ້ມພາສາຫວຽດ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບສະຖາບັນວິທະຍາສາດການສຶກສາແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມຝຶກອົບຮົມການນໍາໃຊ້ປຶ້ມພາສາຫວຽດໃຫ້ຄູສອນພາສາຫວຽດ ຢູ່ສປປ ລາວ ໃນລະຫວ່າງວັນທີ 29-30 ທັນວາຜ່ານມາ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອຸທິດ ທິບມະນີ ຜູ້ຊີ້ນໍາລວມ, ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ, ມີທ່ານ ເຈິ່ນ ຮຸຍ ຮ່ວາງ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາຫວຽດນາມ, ທ່ານ ໄມ ວັນ ຈິ່ງ ຮອງຜູ້ອໍານວຍການສະຖາບັນວິທະຍາສາດການສຶກສາຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮ່ວມກັນສ້າງຕົວແບບການຮ່ວມມື ລາວ-ຈີນ ໃນການເປັນດ່ານປ້ອງກັນສີຂຽວປະຊາຄົມຮ່ວມຊາຕາກຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ຮ່ວມກັນສ້າງຕົວແບບການຮ່ວມມື ລາວ-ຈີນ ໃນການເປັນດ່ານປ້ອງກັນສີຂຽວປະຊາຄົມຮ່ວມຊາຕາກຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ເອກະສານ​ສະບັບ​ນີ້ ເປັນ​ໝາກຜົນ​ໄລຍະ​ໜຶ່ງຂອງໂຄງການ​ທົ່ວ​ໄປ “ການ​ຄົ້ນຄວ້າ​ປະດິດ​ສ້າງ​ໃໝ່​ຂອງ​ກົນ​ໄກ​ການ​ປະສານ​ງານ ແລະ ພັດທະນາ​ຄວາມ​ປອດ​ໄພ​ຂອງ​ລະບົບ​ນິເວດ​ໃນ​ເຂດ​ແຄວ້ນ​ລະຫວ່າງ ແຂວງ​ຢູນ​ນານ ສປ ຈີນ ກັບ ‘ຫວຽດນາມ, ລາວ, ມຽນ​ມາ’ ” ຂອງ​ສະ​ຖາ​ບັນ​ວິທະຍາສາດ​ປັດ​ສະ​ຍາ​ສັງຄົມ​ແຂວງ​ຢູນ​ນານ.
ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ໃນວັນທີ 22-23 ທັນວາຜ່ານມາ, ທີ່ຫໍພິພິຕະພັນບັ້ນຮົບລາມເຊິນ 719 ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດງານພົບປະມິດຕະພາບແລກປ່ຽນກິດຈະກຳສິລະປະວັນນະຄະດີຮ່ວມກັນລະຫວ່າງຊາວໜຸ່ມເຍົາວະຊົນຂອງ ແຂວງສະຫວັນນະເຂດ ສປປ ລາວ ແລະ ກວາງຈິ ສສ ຫວຽດນາມ, ພາຍໃຕ້ຫົວຂໍ້
ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ໃນວັນທີ 25 ທັນວານີ້, ທີ່ຫ້ອງວ່າການສູນກາງພັກ,ໄດ້ຈັດຕັ້ງປາຖະກະຖາ“ ເນື້ອໃນຈິດໃຈ ກອງປະ ຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ” ໂດຍ ມີ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ເພີ່ມເຕີມ