ໃນກອງປະຊຸມ, ໄດ້ຮັບຟັງບົດລາຍງານ ການຂາດແຄນຄູສອນ ແລະ ຄວາມຕ້ອງການຄູສອນ ຈາກພາກສ່ວນຕ່າງໆ ໂດຍສະເພາະແມ່ນ ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ບັນດາກອງຮ້ອຍທະຫານຊາຍແດນ. ຈາກນັ້ນ, ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ກ່ຽວກັບວິທີການແກ້ໄຂ ແລະ ເກັບກຳຂໍ້ມູນ ຄູສອນ, ຄູອາສາ ຊັ້ນປະຖົມສຶກສາຢູ່ເຂດຫາງໄກສອກຫຼີກພ້ອມນີ້ ຄົ້ນຄວ້າປຶກສາຫາລືກ່ຽວກັບການຈັດຕັ້ງ, ການເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ນາຍ ແລະ ພົນທະຫານ ເພື່ອໄປຊ່ວຍສອນຢູ່ເຂດຫາງໄກສອກຫຼີກ, ຄົ້ນຄວ້າເກັບກຳສະຖິຕິຄູອາສາສະໝັກທີ່ບໍ່ທັນໄດ້ເຂົ້າເປັນລັດຖະກອນ, ປືກສາຫາລືສະຖານທີ່ການເປີດຊຸດອົບຮົມວິຊາຄູ ແລະ ການຂຶ້ນແຜນງົບປະມານຮັບໃຊ້ວຽກງານດັ່ງກ່າວ.
ສະຫາຍ ພັນເອກ ວັນໄຊ ຄຳພາວົງ ໄດ້ເນັ້ນໜັກຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນໃຫ້ແຕ່ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ຍົກສູງວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ເຊື່ອມຊຶມມະຕິ, ຄຳສັ່ງ ຂອງຂັ້ນເທິງຢ່າງເຖິງຖອງ, ສືບຕໍ່ຮີບຮ້ອນເກັບກຳຂໍ້ມູນ, ສະຖິຕິທີ່ກ່ຽວພັນ ແລ້ວສັງລວມລາຍງານ ແລະ ສະໜອງຂໍ້ມູນຕໍ່ຂັ້ນເທິງ ເພື່ອພ້ອມກັນຄົ້ນຄວ້າແກ້ໄຂໃຫ້ສ່ອດຄ່ອງ ແລະ ທັນການ.
ພາຍຫຼັງສໍາເລັດກອງປະຊຸມ, ຄະນະໄດ້ເຄື່ອນໄຫວກວດກາສະຖານທີ່ພັກເຊົ່າ ແລະ ອາຄານ ທີ່ຈະໃຊ້ໃນການເປີດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ຕື່ມອີກ.
(ຂ່າວ: ຈິດ ເພັດພູທອງ)
ຄໍາເຫັນ