ຮ້ານ “ຊາແຢນຢົ້ວເຊີ”: ຮ້ານນ້ຳຊາຈີນແບບໃໝ່

ຮ້ານ “ຊາແຢນຢົ້ວເຊີ”: ຮ້ານນ້ຳຊາຈີນແບບໃໝ່
ຢູ່ແຂວງຫູໜານ, ຮ້ານ “ຊາແຢນຢົ້ວເຊີ” ບໍ່ພຽງແຕ່ເປັນຮ້ານທີ່ມີຊື່ສຽງໂດ່ງດັງ ໃນສັງຄົມອອນລາຍເທົ່ານັ້ນ, ແຕ່ຫາກຍັງໄດ້ຮັບຄວາມສົນໃຈຈາກວາລະສານຕ່າງປະເທດ ແລະ ນັກທ່ອງທ່ຽວຕ່າງປະເທດເອົາໃຈໃສ່ເປັນພິເສດ ແລະ ຖືກເປັນ ຍີ່ຫໍ້ດັງທີ່ເປັນຮ້ານນ້ຳຊາຈີນ ແບບໃໝ່.
ປີ 2013, ທ່ານ ຫຼຸຍລຽງ ໄດ້ເປີດຮ້ານແຫ່ງທຳອິດຢູ່ສະໜາມຫຼວງຮວງຊິງ ນະຄອນສາງຊາ ແຂວງຫູໜານ, ໂດຍເນັ້ນຂາຍນ້ຳຊາຈີນແບບໃໝ່. ໃນໄລຍະຕົ້ນ, ມີພະນັກງານ ພຽງແຕ່ 3 ຄົນ ເທົ່ານັ້ນ, ເພື່ອດຶງດູດລູກຄ້າ, ພວກເຂົາເຈົ້າ ໄດ້ໂຄສະນາຂາຍເຄື່ອງດື່ມຫຼຸດລາຄາລົງເຄິ່ງໜຶ່ງ, ໄດ້ຕິດປ້າຍໂຄສະນາຂາຍຢູ່ຕາມທ້ອງຖະໜົນ, ເພື່ອໃຫ້ຜູ້ໂດຍສານລອງກິນ, ໃນທີ່ສຸດ, ໄດ້ຕ້ອນຮັບລູກຄ້າຊຸດທຳອິດ, ແຕ່ຍ້ອນວ່າໄດ້ໃສ່ນ້ຳຕານຫຼາຍເກີນໄປ, ເຮັດໃຫ້ລົດຊາດບໍ່ດີ, ໄດ້ເກີດສະພາບຫຼາຍຢ່າງໃນມື້ເປີດຮ້ານ.
ເພື່ອຈູງໃຈລູກຄ້າຊຸດທຳອິດ, ທ່ານ ຫຼຸຍລຽງ (Lv Liang) ໄດ້ມອບຂອງທີ່ລະນຶກໃຫ້ລູກຄ້າທຸກຄົນໃນມື້ເປີດຮ້ານ ແລະ ແຖມຊານົມຈອກໜຶ່ງອີກ. ຫຼັງຈາກນັ້ນມາ ໄດ້ປັບປຸງຄຸນນະພາບຂອງເຄື່ອງດື່ມໃຫ້ດີຂຶ້ນ ແລະ ປັບປຸງການບໍລິການໃຫ້ດີຂຶ້ນ, ຮ້ານ “ຊາແຢນຢົ້ວເຊີ” ເລີ່ມມີຊື່ສຽງຂຶ້ນໃນຕະຫຼາດ.
ລູກຄ້າລົງທະບຽນຂອງ ຮ້ານ “ຊາແຢນຢົ້ວເຊີ” ຖືກ ເອີ້ນວ່າເປັນ “ສຽວຈູ” ແປວ່າ “ອີ່ນາຍນ້ອຍ”; ເຄື່ອງດື່ມທຸກຊະນິດຈະມີຊື່ມ່ວນໆຄື: ລາເຕ ໂຢ່ລານ, ຊາອູລົງເຊິງເຊິງ ເປັນຕົ້ນ; ຮ້ານນີ້ໄດ້ຈັດໃຫ້ມີການ ໂຄສະນາຂາຍຕ່າງໆເຊັ່ນ: ສາມາດຕື່ມນ້ຳຊາໄດ້ ໂດຍບໍ່ຕ້ອງຈ່າຍເງິນອີກ, ສະສົມຄູປອງ ເພື່ອແລກເຄື່ອງດື່ມ ແລະ ມີຜະລິດຕະພັນທີ່ຫຼາກຫຼາຍສີສັນ ເປັນຕົ້ນໄດ້ເຮັດໃຫ້ຮ້ານຕົນມີຊື່ສຽງນັບມື້ນັບຫຼາຍຂຶ້ນ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າເປັນພິເສດ. ໃນປີ 2019, ຮ້ານດັ່ງກ່າວ ໄດ້ໄປເປີດຮ້ານໃໝ່ຢູ່ນະຄອນອູຮັ້ນ ທາງພາກເໜືອ ແຂວງຫູໜານ ແລະ ນະຄອນເສິນເຈິ້ນ ທາງພາກໃຕ້ຂອງຈີນ. ທ່ານ ຫຼຸຍລຽງ ກ່າວວ່າ, ນ້ຳຊາ “ຊາ ແຢນຢົ້ວເຊີ” ເປັນຊາແບບຈີນ, ໂດຍໄດ້ຮັບຄວາມນິຍົມຊົມຊອບ ຈາກລູກຄ້າ ແມ່ນຍ້ອນວັດທະນະທຳແບບດັ່ງເດີມຂອງຈີນ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ໃຫ້​ເອົາ​ໃຈ​ໃສ່ “​ການພັດ​ທະ​ນາກຳລັງການປະມວນຜົນປະ​ສານ​ສົມ​ທົບ​​ກັບ​ພະ​ລັງ​ງານ​ໄຟ​ຟ້າ ແລະ ຊັບ​ພະ​ຍາ​ກອນ​ນ້ຳ” ໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ກຳ​ລັງ​ການ​ປະ​ມວນ​ຜົນ​ສີ​ຂຽວ

ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ໃຫ້​ເອົາ​ໃຈ​ໃສ່ “​ການພັດ​ທະ​ນາກຳລັງການປະມວນຜົນປະ​ສານ​ສົມ​ທົບ​​ກັບ​ພະ​ລັງ​ງານ​ໄຟ​ຟ້າ ແລະ ຊັບ​ພະ​ຍາ​ກອນ​ນ້ຳ” ໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ກຳ​ລັງ​ການ​ປະ​ມວນ​ຜົນ​ສີ​ຂຽວ

“ການຈັດຕັ້ງປະຕິບັດໂຄງການ ‘ການປະມວນຜົນຂໍ້ມູນຕາເວັນອອກ-ຕາເວັນຕົກ’, ສ້າງເຄືອຂ່າຍກຳລັງການປະມວນຜົນເຊື່ອມໂຍງທົ່ວປະເທດເປັນແຜນນະໂຍບາຍສຳຄັນໜຶ່ງຂອງສູນກາງພັກຄອມມູນິດຈີນ.”
ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການ ສປຊ ຄັ້ງທີ 17

ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການ ສປຊ ຄັ້ງທີ 17

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 18 ຕຸລາ ຜ່ານມາ, ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການສະຫະປະຊາຊາດ (ສປຊ) ຄັ້ງທີ 17 ຫຼື COP17 ໄດ້ຈັດຂຶ້ນຢູ່ນະຄອນຫຼວງເຢເຣວານ ປະເທດອາກເມນີ. ກອງປະຊຸມຄັ້ງນີ້ຈະດໍາເນີນການກວດກາຕໍ່ຄວາມຄືບໜ້າລວມໝູ່ແຫ່ງການຈັດຕັ້ງປະຕິບັດ “ຂອບຊີວະນານາພັນທົ່ວໂລກຄຸນໝິງ-ມອນຕຣີໂອ” ເປັນເທື່ອທໍາອິດ ເພື່ອຊຸກຍູ້ໃຫ້ບັນລຸເປົ້າໝາຍທີ່ກໍານົດໄວ້ໃນຂອບດັ່ງກ່າວຮອດປີ 2030.
ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກ​ວັກ​ຢຸງ ຮອງນາຍົກລັດຖະມົນຕີ ຫວຽດ​ນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການ​ພັດ​ທະ​ນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດ​ຂຶ້ນໃນວັນ​ທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່​ແກ້​ໄຂ​ຈຸດ​ອຸດ​ຕັນຂອງ​ລະ​ບອ​ບ​ລະ​ບຽບ​ການ ແລະ ​ຊຸກ​ຍູ້ການສະໜອງ - ຄວາມ​ຕ້ອງ​ການ, ເພີ່ມ​ທະ​ວີ​ການຄົ້ນຄວ້າ​ຕາມຄວາມຕ້ອງການຂອງ​ວິ​ສາ​ຫະ​ກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນ​ກຳ​ລັງ​ໜູນຂອງການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ.
ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ມູນຄ່າການຄ້າຂອງຈີນ ກັບປະເທດຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ບັນລຸ 20,370 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 14 ຕຸລາ ຜ່ານມາ, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແຈ້ງໃຫ້ຮູ້ກ່ຽວກັບສະພາບການຄ້າຂາເຂົ້າ-ຂາອອກ ໃນ 3 ໄຕມາດຂອງປີນີ້.
ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມໝອກ​ຄວັນ​ຂ້າມ​ຊາຍ​ແດນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 15 ຕຸລາ ຜ່ານມາວ່າ: ຟີ​ລິບ​ປິນ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ຢືນ​ຢັນ​ວ່າ, ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄວບ​ຄຸມ​ໝອກຄວັນ​ຂ້າມ​ຊາຍ​ແດນ​ໃນ​ກອງ​ປະ​ຊຸມ​ກະ​ກຽມ​ຂອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ທີ່​ຈະ​ຈັດ​ຂຶ້ນ​ກ່ອນກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້.
ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ກຳປູເຈຍ ປາບປາມເສັ້ນທາງການສໍ້ໂກງທາງອອນລາຍຢ່າງຂ້ຽວຂາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນ ໃໝ່ຫຼັກ​ໝັ້ນຂອງຕົນ​ໃນການ​ຕ້ານ​ການສໍ້ໂກງ​ທາງອອນລາຍ, ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່​ປ​ະຕິ​ບັດກົດໝາຍຢ່າງເຂັ້ມງວດຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວສໍ້ໂກງຫຼອກລວງ, ​ສັ່ງຟ້ອງ​ຫົວໂປ່ ແລະ ຜູ້​ມີ​ສ່ວນ​ກ່ຽວ​ຂ້ອງ, ກໍ​ຄືອາຍັດຊັບສິນຂອງອາດຊະຍາກຳ. ຂໍ້ມູນ​ດັ່ງ​ກ່າວໂດຍ ທ່ານ ໄຊ ສິນາຣິດ ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ ທັງ​ເປັນ​ຫົວ​ໜ້າຄະນະກຳມະການຕ້ານການສໍ້ໂກງທາງອອນລາຍ (CCOS) ຍົກ​ອອກ​ມາ​ຫວ່າງມໍ່ໆ​ມານີ້.
ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງສະຖິຕິອິນເດຍເປີດເຜີຍວ່າ, ດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງເປັນມາດຕະການວັດແທກອັດຕາເງິນເຟີ້ທີ່ຂັບເຄື່ອນໂດຍການໃຊ້ຈ່າຍຂອງຜູ້ບໍລິໂພກ, ໄດ້ເພີ່ມຂຶ້ນ 5.54% ໃນເດືອນກັນຍາ ເມື່ອທຽບກັບປີກ່ອນ ຊຶ່ງສູງກວ່າໂຕເລກການຄາດຄະເນຂອງນັກວິເຄາະທີ່ 5.40%, ຈາກ 4.83% ໃນເດືອນສິງຫາ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”

ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.” ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ເດືອນກັນຍາ ຫວຽດນາມ ສົ່ງອອກຜັກ ໝາກໄມ້ ບັນລຸ 1 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ການ​ສົ່ງ​ອອກຜັກ​, ໝາກ​ໄມ້ ໃນ​ເດືອນກັນ​ຍາ ບັນ​ລຸ​ເກືອບ 1.2 ຕື້​ໂດລາ.
ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ຣັດເຊຍ ໝັ້ນໃຈ ສາມາດສົ່ງອອກນໍ້າມັນກາຊວນໄປຍັງຕະຫຼາດໂລກໄດ້ໂດຍບໍ່ມີບັນຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ທ່ານ ດີມີຕຣີ ເປສຄອບ ໂຄສົກທຳນຽບເຄຣມລິນ ກ່າວວ່າ: ຣັດເຊຍ ຈະສາມາດສົ່ງອອກນໍ້າມັນກາຊວນໄດ້ຢ່າງລາບລື່ນໂດຍບໍ່ມີບັນຫາ ເພາະວ່າຕະຫຼາດໂລກຍັງມີຄວາມຕ້ອງການສູງຫຼາຍສຳລັບຜະລິດຕະພັນນໍ້າມັນ, ຄຽງຄູ່ກັບການຫຼຸດລົງຢ່າງຫຼວງຫຼາຍຂອງການສະໜອງນໍ້າມັນ ແລະ ຜະລິດຕະພັນນໍ້າມັນໃນຕະຫຼາດ. ຍິ່ງໄປກວ່ານັ້ນ, ຣັດເຊຍບໍ່ຈຳເປັນຕ້ອງໄດ້ຮັບຄຳຮ້ອງຂໍໂດຍກົງສຳລັບການຂົນສົ່ງນໍ້າມັນເຊື້ອໄຟ ເພາະວ່າການຊື້-ຂາຍ ແລະ ຈຳໜ່າຍນໍ້າມັນເຊື້ອໄຟແມ່ນໄດ້ດຳເນີນການຜ່ານພໍ່ຄ້າຄົນກາງຢູ່ແລ້ວ.
ເພີ່ມເຕີມ