ພິທີມອບລາງວັນການທ່ອງທ່ຽວ ອາຊຽນ

ຮ່າຢາງ ໄດ້ຮັບລາງວັນ ໂຮມສະເຕ ASEAN 2025

ຮ່າຢາງ ໄດ້ຮັບລາງວັນ ໂຮມສະເຕ ASEAN 2025
ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 20 ມັງກອນ ຜ່ານມາ ພິທີມອບລາງວັນການທ່ອງທ່ຽວ ອາຊຽນ ທີ່ດຳເນີນຢູ່ປະເທດມາເລເຊຍ, ກຸ່ມໂຮມສະເຕບ້ານທາຕາແສງເຟືອງໂດ້ນະຄອນ ຮ່າຢາງແຂວງຮ່າຢາງ

ແມ່ນ 1 ໃນ 5 ຫົວໜ່ວຍຕາງໜ້າໃຫ້ແກ່ ຫວຽດນາມ ຮັບລາງວັນໂຮມສະເຕ ອາຊຽນ 2025ນີ້ແມ່ນລາງວັນອັນສູງສົ່ງຂອງອາຊຽນ, ປະກອບສ່ວນສົ່ງເສີມ ແລະ ພັດທະນາການທ່ອງທ່ຽວ, ແມ່ນໂອກາດເພື່ອໂຄສະນາເຄື່ອງໝາຍການຄ້າການທ່ອງທ່ຽວຊຸມຊົນ ຮ່າຢາງ ອອກສູ່ໂລກ. ພ້ອມທັງ, ຍົກສູງປະສິດທິຜົນການສົ່ງເສີມການທ່ອງທ່ຽວ ແລະ ພັດທະນາເຄື່ອງໝາຍການຄ້າການທ່ອງທ່ຽວ ຮ່າຢາງ ສະຖານທີ່ວັດທະນະທຳ ແຖວໜ້າອາຊີ.

ທ່ານນາງ ຫງວຽນທິຮວ່າຍຮັກສາການຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່າຢາງ ໃຫ້ຮູ້ວ່າ: ຮ່າຢາງ ມີໂຮມສະເຕ 561 ແຫ່ງ; 16 ໝູ່ບ້ານທ່ອງທ່ຽວຊຸມຊົນ ໄດ້ຮັບການຮັບຮອງວ່າເປັນໝູ່ບ້ານວັດທະນະທຳທ່ອງທ່ຽວພົ້ນເດັ່ນ.

ປັດຈຸບັນ, ຮ່າຢາງ ໄດ້ຜັນຂະຫຍາຍການລົງທຶນຍົກລະດັບ, ສ້ອມແປງພື້ນຖານໂຄງລ່າງ, ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ສະຖາປັດຕະຍາກຳເຮືອນ, ຖ່າຍທອດອາຊີບຫັດຖະກຳ ແລະ ບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸ, ສ້າງຮູບແບບຢ້ຽມຊົມທັດສະນະສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ບຸລິມະສິດໃນການລະດົມທຸກແຫຼ່ງກຳລັງ ແລະ ໂຄງການອະນຸລັກຮັກສາວັດທະນະທຳທີ່ເປັນມູນເຊື້ອ ແລະ ຍົກສູງຄຸນນະພາບການບໍລິການບັນດາໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົນ ໃນບໍລິເວນແຂວງຮ່າຢາງ ຮອດປີ 2025 ແລະ ແຫຼ່ງກຳລັງຈາກສັງຄົມ. ປີ 2023, ບ້ານນ້ຳດຳ (ຕາແສງ ກວານບະເມືອງກວານບະ) ໄດ້ຮັບລາງວັນອາຊຽນກ່ຽວກັບຂົງເຂດການທ່ອງທ່ຽວຊຸມຊົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ  ແຂວງຫູໜານ ສປ ຈີນ

ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ນັບ​ແຕ່​ກອງ​ປະຊຸມ ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ ເປັນຕົ້ນ​ມາ, ສູນ​ກາງ​ພັກ​ທີ່​ຖື​ເອົາ​ສະ ຫາຍ ສີ​ຈິ້ນ​ຜິງ ເປັນ​ແກນ​ນຳ​ຂອງ​ພັກ ໄດ້​ນຳພາ​ປະຊາຊົນຈີນ ຍາດ​ໄດ້ຜົນ​ສຳເລັດ ແລະ ​ໄດ້​ເກີດ​ມີ​ການ​ປ່ຽນແປງ​ຄັ້ງ​ໃຫຍ່ທີ່ມີ​ລັກສະນະ​ປະຫວັດສາດ, ທີ່​ໄດ້​ຈາລຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ ການ​ແກ້​ໄຂ​ຄວາມທຸກ​ຍາກ ຕາມທິດ​ຊີ້​ນຳ​ທີ່​ຖືກ​ເປົ້າ​ໝາຍ ຂອງປະທານ ສີ​ ຈິ້ນ​ຜິງ ໂດຍ​ຖື​ເອົາ​ປະຊາຊົນ​ເປັນ​ແກນ​ກາງ ດ້ວຍ​ການ​ສົ່ງເສີມ​ໃຫ້​ເຂດ​ທີ່​ທຸກ​ຍາກ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຍາກຈົນ ແລະ ເລັ່ງ​ລັດ​ພັດທະ ນາ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃຫ້​ມີ​ຄວາມ​ຈະ ເລີນ​ຮຸ່ງ​ເຮືອງ. ນັ້ນ​ແມ່ນ​ຄວາມ​ຕ້ອງການ​ທີ່​ຈຳເປັນພື້ນຖານ​ຂອງ​ສັງຄົມ​ນິຍົມ.
ອົສຕຣາລີ ຈະຫ້າມຄົນດັງ ແລະ ນັກກິລາທີ່ມີຊື່ສຽງໂຄສະນາການພະນັນ

ອົສຕຣາລີ ຈະຫ້າມຄົນດັງ ແລະ ນັກກິລາທີ່ມີຊື່ສຽງໂຄສະນາການພະນັນ

ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ໜ່ວຍງານຄຸ້ມຄອງການສື່ສານ ແລະ ສື່ມວນຊົນຂອງອົສຕຣາລີ ໄດ້ອອກຄຳແນະນຳເບື້ອງຕົ້ນກ່ຽວກັບກົດລະບຽບໃໝ່ທີ່ມີຈຸດປະສົງຫ້າມບຸກຄົນທີ່ມີຊື່ສຽງ ຊຶ່ງລວມທັງນັກກິລາມືອາຊີບໃນປັດຈຸບັນ ແລະ ອະດີດ, ຄົນດັງ, ຜູ້ມີອິດທິພົນໃນສື່ສັງຄົມອອນລາຍ ແລະ ບຸກຄົນອື່ນໆທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງ ປະກົດຕົວໃນການໂຄສະນາການພະນັນ. ໂດຍກົດລະບຽບເຫຼົ່ານີ້ຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2027.
ກອງ​ທຶນ​ດິນ​ຟ້າ​ອາ​ກາດ ສ​ປ​ຊ ສະ​ຫງວນ​ງົບ​ປະ​ມານ​​ຊ່ວຍເຫຼືອເນປານ

ກອງ​ທຶນ​ດິນ​ຟ້າ​ອາ​ກາດ ສ​ປ​ຊ ສະ​ຫງວນ​ງົບ​ປະ​ມານ​​ຊ່ວຍເຫຼືອເນປານ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ກອງ​ທຶນ​ຮັບ​ມື​ກັບ​ຜົນ​ເສຍ​ຫາຍ​ທີ່ເກີດຈາກ​ດິນ​ຟ້າ​ອາ​ກາດຂອງ ສ​ປ​ຊ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສະ​ຫງວນ​ເງິນ​​ຈຳ​ນວນ 20 ລ້ານໂດລາ ໃຫ້​ແກ່​ເນ​ປານ ຕາມ​ການ​ສະ​ເໜີ​ຂອງ​ບັນ​ດາປະ​ເທດ​ອາ​ຊີໃຕ້ ​ພາຍຫຼັງ​ເກີດເຫດ​ນ້ຳຊຸ​ຖ້ວມ​ທີ່​ຮ້າຍ​ແຮງ. ນີ້​ເປັນ​ຄັ້ງ​ທຳ​ອິດທີ່ກອງທຶນໄດ້​ສະ​ຫງວນ​ງົບ​ປະ​ມານ​​ຊ່ວຍເຫຼືອ​​ໃຫ້ປະ​ເທດ​ໜຶ່ງ​ນັບ​ແຕ່​​ສ້າງ​ຕັ້​ງ​ຂຶ້ນ, ​ສ້າງ​ຂີດ​ໝາຍ​​ສຳ​ຄັນ​ຕໍ່​ອິດ​ທິ​ພົນ​ຊື່​ສຽງ ແລະ ການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ສິດ​ທິ​ຜົນ​ຂອງກອງ​ທຶນ.
ສິງກະໂປ - ມາເລເຊຍ - ໄທ ຮ່ວມມືພັດທະນາການຊຳລະເງິນດີຈີຕອນຂ້າມແດນ

ສິງກະໂປ - ມາເລເຊຍ - ໄທ ຮ່ວມມືພັດທະນາການຊຳລະເງິນດີຈີຕອນຂ້າມແດນ

ຂ່າວຕ່າງປະເທດລາຍງານວ່າ: ອົງການເງິນຕາສິງກະໂປ (MAS) ໄດ້ປະກາດຫວ່າງມໍ່ໆມານີ້ວ່າ, ທະນາຄານກາງຂອງສິງກະໂປ, ມາເລເຊຍ ແລະ ໄທ ຈະຮ່ວມມືກັບຜູ້ປະກອບການໃນພາກອຸດສາຫະກຳການເງິນຂອງແຕ່ລະປະເທດ ເພື່ອພັດທະນາວິທີການຮ່ວມກັນສຳລັບການນຳໃຊ້ສະກຸນເງິນດີຈີຕອນຂ້າມ ແດນ.
ອັດຕາເງິນເຟີ້ພື້ນຖານຍີ່ປຸ່ນເກີນ 2% ເປັນຄັ້ງທຳອິດໃນຮອບ 9 ເດືອນ

ອັດຕາເງິນເຟີ້ພື້ນຖານຍີ່ປຸ່ນເກີນ 2% ເປັນຄັ້ງທຳອິດໃນຮອບ 9 ເດືອນ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນລາຍງານວ່າ, ດັດສະນີລາຄາຜູ້ບໍລິໂພກພື້ນຖານຂອງຍີ່ປຸ່ນໃນເດືອນກັນຍາເພີ່ມຂຶ້ນ 2.1% ເມື່ອທຽບກັບປີກ່ອນ ຊຶ່ງສູງເກີນເປົ້າໝາຍອັດຕາເງິນເຟີ້ຂອງທະນາຄານກາງຍີ່ປຸ່ນກຳນົດໄວ້ທີ່ 2% ເປັນຄັ້ງທຳອິດໃນຮອບ 9 ເດືອນ.
3 ໄຕມາດ ປີນີ້ ບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດຈີນ ລົງທຶນດ້ານຊັບສິນຄົງທີ່ຫຼາຍກວ່າ 450 ຕື້ຢວນ

3 ໄຕມາດ ປີນີ້ ບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດຈີນ ລົງທຶນດ້ານຊັບສິນຄົງທີ່ຫຼາຍກວ່າ 450 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານ ຫວ່າງມໍ່ໆມານີ້ວ່າ: ບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ, ແຕ່ເດືອນມັງກອນ ຫາ ເດືອນກັນຍາປີນີ້, ບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດຈີນໄດ້ບັນລຸການລົງທຶນດ້ານຊັບສິນຄົງທີ່ທັງໝົດຫຼາຍກວ່າ 450 ຕື້ຢວນ, ເພີ່ມຂຶ້ນ 5.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ອາ​ຊຽນ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຕ້ານ​ອາ​​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ

ອາ​ຊຽນ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຕ້ານ​ອາ​​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 22 ຕຸລາ ຜ່ານມາວ່າ: ບັນ​ດາ​ປະ​ເທດອາ​ຊຽນ ພວມ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ທາງອິນເຕີ​ເນັດ, ການ​ສໍ້​ໂກງ​ອອນ​ລາຍ ແລະ ການ​ຄ້າ​ມະ​ນຸດ, ໃນ​ສະ​ພາບ​ການ​ບັນ​ດາ​ເຄືອ​ຂ່າຍ​ອາຊະ​ຍາ​ກຳ​ທີ່​ນັບ​ມື້​ນັບ​ສວຍ​ໃຊ້​ເຕັກ​ໂນ​ໂລ​ຊີເພື່ອ​ເປີດກວ້າງ​ການ​ເຄື່ອນ​ໄຫວ​ຂ້າມ​ຊາ​ຍ​ແດນ.
ອາເມຣິກາ ເກັບຄືນວີຊາ 300.000 ກວ່າວີຊາ

ອາເມຣິກາ ເກັບຄືນວີຊາ 300.000 ກວ່າວີຊາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 20 ຕຸລາ ຜ່ານ, ກະຊວງການຕ່າງປະເທດ ສະຫະລັດອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ອໍາ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ ໂດໂນ ທຣໍາ ໄດ້ເກັບວີຊາ​ຄືນ 300.000 ກວ່າວີຊາ ນັບຕັ້ງແຕ່ທ່ານກັບຄືນມາທຳນຽບຂາວໃນເດືອນມັງກອນ 2025, ໃນ​ຂອບ​ເຂດ​ບັນ​ດາມາດຕະການຄວບຄຸມ​ຜູ້ເຂົ້າເມືອງ ແລະ ແກ້ໄຂກໍລະນີທີ່ຊາວຕ່າງ​ປະ​ເທດ​ລະ​ເມີດ​ກົດໝາຍ ສະຫະລັດ ອາ​ເມ​ຣິ​ກາ.
ສິງ​ກະ​ໂປ​ ຈັດ​ສັນ​ງົບປະມານ 35 ລ້ານ​ໂດ​ລາ​ ​ຊ່ວຍ​ຂະ​ແໜງ​ການ​ຜະ​ລິດຂັ້ນສູງໝູນໃຊ້ AI

ສິງ​ກະ​ໂປ​ ຈັດ​ສັນ​ງົບປະມານ 35 ລ້ານ​ໂດ​ລາ​ ​ຊ່ວຍ​ຂະ​ແໜງ​ການ​ຜະ​ລິດຂັ້ນສູງໝູນໃຊ້ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 21 ຕຸລາ ຜ່ານມາວ່າ: ອົງການ Enterprise Singapore ຊຶ່ງເປັນອົງການຂອງລັດຖະບານສິງກະໂປ ໄດ້ເປີດເຜີຍການຈັດສັນງົບປະມານຫຼາຍກວ່າ 45 ລ້ານໂດລາສິງກະໂປ (ປະມານ 35 ລ້ານໂດລາ) ເພື່ອສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໃນຂະແໜງການຜະລິດຂັ້ນສູງໄດ້ມີການໝູນໃຊ້ເຕັກໂນໂລຊີປັນຍາປະດິດ (AI) ຕະຫຼອດໄລຍະ 3 ປີຂ້າງໜ້າ.
ກອງ​ປະ​ຊຸມ​​ປະ​ຈຳ​ປີ​ຄັ້ງ​ທີ 31 ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ - ຣັດ​ເຊຍ

ກອງ​ປະ​ຊຸມ​​ປະ​ຈຳ​ປີ​ຄັ້ງ​ທີ 31 ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ - ຣັດ​ເຊຍ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ຫຼີ​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ແລະ ​ທ່ານ​ ອິ​ຄາ​ອີວ ວະ​ລາ​ດີ​ມິ​ໂຣ​ວິກ ມິ​ຊຸ​ສຕິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ ​ໄດ້​ຮ່ວມ​ກັນ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 31 ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ-ຣັດ​ເຊຍ​ ທີ່​ນະ​ຄອນ​ຊານ​ປີເຕີ​ສະ​ເບີກ​ ປະເທດ​ຣັດ​ເຊຍ.
ເພີ່ມເຕີມ