ໂຮມຊຸມນຸມໃຫຍ່ສະຫຼອງ ວັນໄຊຊະນະ ບັ້ນຮົບດຽນບຽນຝູ້ ຄົບຮອບ 70 ປີ

ໂຮມຊຸມນຸມໃຫຍ່ສະຫຼອງ ວັນໄຊຊະນະ ບັ້ນຮົບດຽນບຽນຝູ້ ຄົບຮອບ 70 ປີ
ສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ກໍາລັງປະກອບອາວຸດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນຈັດພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະ ຫຼອງວັນໄຊຊະນະ ບັ້ນຮົບດຽນບຽນຝູ້ ຄົບຮອບ 70 ປີ (7/5/1954-7/5/2024) ຂຶ້ນໃນວັນທີ 7 ພຶດສະພານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມ ແລະ ກ່າວຄໍາປາໄສຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ; ມີ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ສະຫາຍ ຫວຽນບາຮຸ່ງ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາສະຫາຍການນໍາພັກ-ລັດ, ອະດີດການນໍາພັກ-ລັດ ແລະ ບັນດານັກຮຽນ-ນັກສຶກສາ ລາວ-ຫວຽດນາມ ເຂົ້າຮ່ວມຢ່າງຄຶກຄື້ນ.
ກ່ອນເຂົ້າພິທີທາງການ, ບັນດາສະຫາຍທີ່ເຂົ້າຮ່ວມ ໄດ້ພ້ອມກັນຮັບຊົມສາລະຄະດີ ກ່ຽວກັບບັ້ນຮົບໄຊຊະນະດຽນບຽນຝູ້ ແລະ ຊົມສິລະປະ-ວັນນະຄະດີ ທີ່ສ່ອງແສງເຖິງບັ້ນຮົບດັ່ງກ່າວ ແລະ ສື່ສານຢ່າງຊາບຊຶ້ງເຖິງສາຍພົວພັນມິດຕະພາບລາວ-ຫວຽດນາມ; ພ້ອມນີ້, ກໍໄດ້ພ້ອມກັນເຄົາລົບທຸງຊາດ ແລະ ກົ້ມຫົວໄວ້ອາໄລ. ຈາກນັ້ນ, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ກໍໄດ້ກ່າວຈຸດປະສົງຂອງພິທີໂຮມຊຸມນຸມໃຫຍ່ຄັ້ງນີ້ວ່າ: ການຈັດພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນໄຊຊະນະບັ້ນຮົບດຽນບຽນຝູ້ ຄົບຮອບ 70 ປີ ໃນມື້ນີ້ ເປັນການຫວນຄືນມູນເຊື້ອວິລະກໍາອັນລໍ້າເລີດ, ຄວາມອາດຫານກ້າແກ່ນຂອງກອງທັບ ແລະ ປະຊາຊົນຫວຽດນາມໃນສະໜາມຮົບການຕໍ່ສູ້ທີ່ດຸເດືອດ, ຂ້ຽວຂາດທີ່ສຸດໃນພາລະກິດປະຕິວັດຊາດ ເພື່ອບຸກໂຈມຕີເອົາໄຊຊະນະຈາກພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ ແລະ ການແຊກແຊງຊ່ວຍໜູນຂອງຈັກກະ ພັດອາເມຣິກາ ທີ່ໃຊ້ເວລາ 56 ວັນຄືນ; ເປັນການທົບທວນຄືນປະຫວັດສາດ ແຫ່ງການພົວພັນອັນຍາວນານຂອງສອງຊາດລາວ-ຫວຽດນາມໃນການຮ່ວມສໍາພັນສູ້ຮົບຢ່າງໜຽວແໜ້ນ ຊຶ່ງເປັນການຢັ້ງຢືນຢ່າງໜັກແໜ້ນເຖິງຄວາມຜູກພັນອັນໝັ້ນໜຽວ ດ້ວຍໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ເປັນມູນເຊື້ອອັນດີງາມຕະຫຼອດມາ.
ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວປາໄສ ໂດຍມີເນື້ອໃນບາງຕອນວ່າ: ກ່ອນໜ້ານີ້ 70 ປີ, ພາຍຫຼັງທີ່ຈັກກະພັດຝຣັ່ງ ໄດ້ກັບຄືນມາຮຸກຮານອິນດູຈີນອີກຄັ້ງໃໝ່ ໃນປີ 1946, ປະຊາຊົນສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈຍ ໄດ້ພ້ອມກັນລຸກຂຶ້ນເພື່ອສືບຕໍ່ຕໍ່ສູ້ຕ້ານກັບພວກຈັກກະພັດຜູ້ຮຸກຮານ. ສະເພາະປະຊາຊົນຫວຽດນາມ ກໍໄດ້ສືບຕໍ່ຕໍ່ສູ້ພາຍໃຕ້ການນຳພາຂອງພັກແຮງງານຫວຽດນາມ (ພັກກອມມູນິດຫວຽດນາມ ໃນປັດຈຸບັນ) ໂດຍແມ່ນ ປະທານ ໂຮ່ຈິມິນ ເປັນຜູ້ສ້າງຕັ້ງ ແລະ ນຳພາ. ການຕໍ່ສູ້ຕ້ານພວກຈັກກະພັດຝຣັ່ງ ໄດ້ດຳເນີນເປັນເວລາ 8 ປີ, ດ້ວຍທາດແທ້ກະຫາຍສົງຄາມ, ພວກເຂົາໄດ້ສ້າງແຜນ ການນາວາ ເພື່ອຫວັງຈະບຽດຍຶດເອົາປະເທດຫວຽດນາມພາຍໃນ 18 ເດືອນ, ດ້ວຍການທ້ອນໂຮມກຳລັງ, ສ້າງຖານທີ່ໝັ້ນທີ່ເຂັ້ມເເຂງ ຢູ່ດຽນບຽນຝູ້ ໂດຍໃຊ້ກຳລັງ 21 ກອງພັນ, ມີອາວຸດຍຸດໂທປະກອນຄົບຊຸດທີ່ທັນສະໄໝ, ພ້ອມທັງຈັດວາງກຳລັງຕາມຈຸດປ້ອມໝັ້ນ 49 ເເຫ່ງຢູ່ 3 ເຂດ.
ເຫັນໄດ້ກົນອຸບາຍອັນເລິກເເລບຂອງພວກຈັກກະພັດຝຣັ່ງ, ເຫັນໄດ້ໂອກາດທີ່ສຸກງອມມາເຖິງ ແລະ ບົນພື້ນຖານການວິເຄາະ, ຕີລາຄາສະພາບການຂອງໂລກ ກໍຄືພາຍໃນປະເທດ, ຕົ້ນເດືອນທັນວາ ປີ 1953, ກົມການເມືອງສູນກາງພັກຫວຽດນາມ ໄດ້ຕົກລົງເປີດບັ້ນຮົບດຽນບຽນຟູ, ປະທານ ໂຮ່ ຈິມິນ ໄດ້ຊີ້ນຳວ່າ: ບັ້ນຮົບດຽນບຽນຝູ້ ເປັນບັ້ນຮົບທີ່ມີຄວາມໝາຍສຳຄັນ ທາງດ້ານການທະຫານ; ການເມືອງ ແລະ ການຕ່າງປະເທດ. ສະນັ້ນ, “ຕ້ອງຕີໃຫ້ຊະນະ ແລະ ຕ້ອງໄຊຊະນະ ຢ່າງເເນ່ນອນ”. ໂດຍປະຕິບັດຕາມຄຳສັ່ງຂອງກອງບັນຊາການດ້ານຮົບ ໂດຍແມ່ນ ນາຍພົນເອກ ວໍ້ຫງວ້ຽນຢາບ ເປັນຜູ້ຊີ້ນຳ ແລະ ບັນຊາໂດຍກົງ, ໃນຕອນເຊົ້າຂອງວັນທີ 1 ພຶດສະພາ ປີ 1954, ກອງກຳລັງທະຫານຫວຽດນາມ ໄດ້ບຸກໂຈມຕີເຂົ້າທັງ 3 ດ້ານ ຄື: ດ້ານຕາເວັນອອກ, ຕາເວັນຕົກ ແລະ ຕາເວັນອອກສ່ຽງເໜືອ... ມາຮອດຕອນທ່ຽງຂອງວັນທີ 7 ພຶດສະພາ, ກອງທັບຫວຽດນາມ ໄດ້ເປັນເຈົ້າການ ທົ່ວສະໜາມຮົບ, ຮອດຕອນແລງຂອງວັນທີ 7 ພຶດສະພາ, ດຽນບຽນຝູ້ ໄດ້ຮັບການປົດປ່ອຍຢ່າງສົມບູນ, ສາມາດດັບສູນ ແລະ ຈັບທະຫານຝຣັ່ງ ໄດ້ເປັນໝື່ນກວ່າບັກ, ນັບທັງຜູ້ບັນຊາການດ້ານຮົບຂອງຝຣັ່ງ ນາຍພົນ ເດີກາດຕຣີ ແລະ ອື່ນໆ. ໄຊຊະນະດຽນບຽນຝູ້ ເປັນເຫດການທີ່ດັງກ້ອງກັງວານ ແລະ ສັ່ນສະເທືອນໄປທົ່ວໂລກ ແລະ ມີຄວາມໝາຍສຳຄັນໃນປະຫວັດສາດຂອງມວນມະນຸດ. (ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ