ຮອງ ລມຕ ກະຊວງການຕ່າງປະເທດເຄື່ອນໄຫວເຮັດວຽກ ທີ່ດ່ານສາກົນລານຕຸ້ຍ

ຮອງ ລມຕ ກະຊວງການຕ່າງປະເທດເຄື່ອນໄຫວເຮັດວຽກ ທີ່ດ່ານສາກົນລານຕຸ້ຍ
ເມື່ອບໍ່ດົນມານີ້, ທ່ານ ໂພໄຊ ໄຂຄໍາພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ໄດ້ລົງເຄື່ອນໄຫວພົບປະເຮັດວຽກຮ່ວມກັບ ທ່ານ ຄໍາເຫຼັກ ໃຈອີສານຮອງເຈົ້າແຂວງຜົ້ງສາລີ, ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງຜົ້ງສາລີ, ເພື່ອຮ່ວມກັນລົງກວດກາ, ເກັບກຳຂໍ້ມູນ ແລະ ປະຊຸມປຶກສາຫາລື ກ່ຽວກັບຄວາມພ້ອມຂອງດ່ານສາກົນລານຕຸ້ຍເມືອງຍອດອູ ແຂວງຜົ້ງສາລີ ເພື່ອກະກຽມຄວາມພ້ອມໃນການເປີດເປັນດ່ານສາກົນຢ່າງສົມບູນແບບ.
ການລົງໄປກວດກາ, ເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ເບື້ອງລາວ ຢູ່ດ່ານດັ່ງກ່າວໃນຄັ້ງນີ້ ເປັນການປະຕິບັດຕາມກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ; ດໍາລັດວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018 ພາກທີ II  ມາດຕາ 9, 10, 11, 13, 14  ແລະ 16  ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 267/ຫສນຍ, ລົງວັນທີ 27 ກຸມພາ 2023 ເຫັນດີອະນຸມັດໃຫ້ບໍລິການດ່ານສາກົນລານຕຸ້ຍ ເມືອງຍອດອູແຂວງຜົ້ງສາລີ ຕາມການສະເໜີຂອງກະຊວງການຕ່າງປະເທດ ສືບຕໍ່ປັບປຸງໂຄງລ່າງພື້ນຖານ ເພື່ອເປີດເປັນດ່ານສາກົນຢ່າງສົມບູນແບບ ຊຶ່ງດ່ານດັ່ງກ່າວເປັນດ່ານຊາຍແດນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ສາທະລະນະລັດ ປະຊາຊົນຈີນ, ມີເສັ້ນຊາຍແດນ ລະຫວ່າງ ລາວ-ຈີນ ຕັດຜ່ານ, ມີຫຼັກໝາຍຊາຍແດນ ລາວ-ຈີນ ເລກທີ 7ຕັ້ງຢູ່ບໍລິເວນດ່ານ, ຕັ້ງຢູ່ທິດຕາເວັນອອກຂອງເສັ້ນທາງບ້ານຫວຍອາຍ ເມືອງຍອດອູແຂວງຜົ້ງສາລີສປປ ລາວ ແລະ ບ້ານປ່າຄາສປ ຈີນ, ມີຄວາມສູງ 1024.9 ແມັດ. 
ຜ່ານການລົງສໍາຫຼວດ, ເກັບກໍາຂໍ້ມູນຢູ່ພື້ນທີ່ຕົວຈິງເຫັນວ່າດ່ານດັ່ງກ່າວເປັນຈຸດຍຸດທະສາດໃນການເຂົ້າ-ອອກດ່ານຊາຍແດນ ລະຫວ່າງ ສອງປະເທດ ແລະ ປະເທດທີສາມ, ເປັນປະຕູສູ່ຄວາມສີວິໄລຊຶ່ງມີຄວາມສໍາຄັນໃນການປະກອບສ່ວນອຳນວຍຄວາມສະດວກຂອງການບໍລິການການຂົນສົ່ງສິນຄ້າ, ຜູ້ໂດຍສານ, ຍານພາຫະນະຕ່າງໆ, ນັກທ່ອງທ່ຽວ, ການເຂົ້າ-ອອກຂອງປະຊາຊົນ, ເປັນຈຸດທີ່ຈະສາມາດດຶງດູດນັກລົງທຶນເຂົ້າມາລົງທຶນໃນການພັດທະນາບໍລິເວນຊາຍແດນ ເພື່ອປະກອບສ່ວນສ້າງສາຍພົວພັນອັນດີ, ມິດຕະພາບທີ່ດີທີ່ມີມູນເຊື້ອມາຍາວນານ ຕາມທິດ 4 ດີ, ບັນດາປະເທດໃນພາກພື້ນ ແລະ ສາກົນ, ແນໃສ່ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ມີການຂະຫຍາຍຕົວ ແລະ ຍືນຍົງ, ໂດຍສະເພາະຊີວິດການເປັນຢູ່ຂອງປະຊາຊົນແຂວງຜົ້ງສາລີ ກໍຄືປະຊາຊົນລາວ ບັນດາເຜົ່າໃຫ້ມີຄວາມສົມບູນພູນສຸກຂຶ້ນໄປເລື້ອຍໆ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລ. ອີງຕາມການລາຍງານຂອງແຂວງຜົ້ງສາລີ ມາເຖິງປັດຈຸບັນເຫັນວ່າພື້ນຖານໂຄງລ່າງຂອງດ່ານ ໂດຍສະເພາະແຜນຜັງລວມຂອງດ່ານ, ເສັ້ນທາງຄົມມະນາຄົມມີຄວາມສະດວກ, ລານຈອດລົດຂົນສົ່ງສິນຄ້າ ກວ້າງຂວາງ ສາມາດຮອງຮັບລົດບັນທຸກຂົນສົ່ງສິນຄ້າໄດ້ຫຼາຍຮ້ອຍຄັນຕໍ່ມື້, ມີຕຶກອາຄານຫ້ອງການຂອງຂະແໜງການຕ່າງໆຂອງເຈົ້າໜ້າທີ່ກວດກາຄົນເຂົ້າ-ອອກເມືອງ, ເຈົ້າໜ້າທີ່ພາສີ ແລະ ຂະແໜງການອື່ນ, ເຮືອນພັກພະນັກງານ, ລະບົບໄຟຟ້າ, ນໍ້າປະປາ ແລະ ດ້ານອື່ນໆເຫັນວ່າມີຄວາມພ້ອມແລ້ວ.
ໃນກອງປະຊຸມປຶກສາຫາລື ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບຟັງການລາຍງານກ່ຽວກັບ ສະພາບການຈັດຕັ້ງປະຕິບັດໜ້າທີ່ຂອງຄະນະຄຸ້ມຄອງດ່ານໃນໄລຍະຜ່ານມາ ພ້ອມທັງຮັບຟັງການປະກອບຄວາມຄິດເຫັນຂອງບັນດາຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ແລະ ກອງປະຊຸມກໍເຫັນດີເປັນເອກະພາບໃຫ້ມີການເປີດດ່ານດັ່ງກ່າວຄືນໃໝ່ ເພື່ອເຮັດໃຫ້ການພົວພັນ, ການຄ້າຂາຍ, ການຂົນສົ່ງສິນຄ້າ, ການທ່ອງທ່ຽວ, ການໄປມາຫາສູ່ຂອງປະຊາຊົນ ລະຫວ່າງ ສອງປະເທດໄດ້ສືບຕໍ່ນັບມື້ດີຂຶ້ນໄປເລື້ອຍໆ.ພາຍຫຼັງທີ່ມີການປີດດ່ານໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານ ໂພໄຊ ໄຂຄໍາພິທູນຍັງໄດ້ໃຫ້ທິດຊີ້ນຳ ກ່ຽວກັບ ການກະກຽມຄວາມພ້ອມຂອງການເປີດດ່ານດັ່ງກ່າວຂຶ້ນເປັນດ່ານສາກົນຢ່າງສົມບູນແບບ ແລະ ເປັນຮູບປະທໍາຄືນໃໝ່. ສະນັ້ນ, ສະເໜີໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ແຂວງ ໃຫ້ມີການປະສານສົມທົບກັນໂດຍໄວ ເພື່ອກະກຽມປັບປຸງບູລະນະພື້ນຖານໂຄງລ່າງຂອງດ່ານຈໍານວນໜຶ່ງທີ່ເຫັນວ່າຍັງບໍ່ໄດ້ຕາມເງື່ອນໄຂ, ເພີ່ມຈໍານວນບຸກຄະລາກອນຂອງແຕ່ລະຂະແໜງການຄົບຕາມລະບຽບການ, ປະກອບເຄື່ອງມືອຸປະກອນຮັບໃຊ້ ແລະ ດ້ານອື່ນໆໃຫ້ຄົບຖ້ວນຕາມມາດຕະຖານທີ່ໄດ້ກຳນົດໄວ້ໃນດຳລັດ 558/ລບ ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ເພື່ອເຮັດໃຫ້ການບໍລິການ ແລະ ສິ່ງອໍານວຍຄວາມສະດວກດ້ານຕ່າງໆຢູ່ດ່ານດັ່ງກ່າວໃຫ້ມີປະສິດທິຜົນສູງ ແລະ ຮັບປະກັນການປະຕິບັດໜ້າທີ່ວຽກງານ ເພື່ອສະເໜີເປີດເປັນດ່ານສາກົນຮ່ວມກັນຄືນໃໝ່.
(ຂ່າວ: ກຕທ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ