ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີ (ລມຕ) ກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນທາງຢ້ຽມຢາມ

ຮອງ ລມຕ ກະຊວງປ້ອງກັນປະເທດຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກໄທ

ຮອງ ລມຕ ກະຊວງປ້ອງກັນປະເທດຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກໄທ
ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີ (ລມຕ) ກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກໄທໃນລະຫວ່າງວັນທີ 12-14 ສິງຫານີ້

 

ໃຫ້ກຽດຕ້ອນຮັບຂອງທ່ານ ພົນເອກ ຊົງວິດ ໜຸນພັກດີ ຜູ້ບັນຊາການທະຫານສູງສຸດແຫ່ງຣາຊະອານາຈັກໄທພ້ອມຄະນະ.

ການພົບປະຄັ້ງນີ້, ນອກຈາກເປັນການພົບປະແລກປ່ຽນປົກກະຕິປະຈໍາປີແລ້ວ ຍັງຈະໄດ້ພ້ອມກັນຕີລາຄາຄືນໝາກຜົນການພົວພັນຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະແມ່ນການຮ່ວມມືກັນຕ້ານ ແລະ ສະກັດກັ້ນການກໍ່ຄວາມບໍ່ສະຫງົບຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ ເປັນຕົ້ນການສະກັດກັ້ນການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກໍາຂ້າມຊາດ, ການຄ້າຢາເສບຕິດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ, ການຄ້າອາວຸດ ແລະ ການກໍ່ອາຊະຍາກໍາຕ່າງໆທີ່ຜິດກົດໝາຍ, ຕໍ່ບັນຫາດັ່ງກ່າວແມ່ນຈະໄດ້ພ້ອມກັນຈັດຕັ້ງປະຕິບັດ ແລະ ຜ່ານຜ່າບັນຫາສິ່ງທ້າທາຍຢູ່ບໍລິເວນຊາຍແດນ, ຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມໝັ້ນຄົງໃຫ້ແກ່ປະຊາຊົນສອງຊາດ, ຜ່ານການຮັດແໜ້ນການຮ່ວມມື, ສອງກອງທັບໄດ້ເອົາໃຈໃສ່ປ້ອງກັນ ແລະ ປະກອບສ່ວນເຂົ້າໃນຂົງເຂດເສດຖະກິດ-ສັງຄົມຂອງສອງປະເທດໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ມີຜົນສໍາເລັດເປັນຮູບປະທໍາຫຼາຍດ້ານ.

ຈາກນັ້ນ, ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານສຸທິນ ຄັງແສງ ລັດຖະມົນຕີກະຊວງກະລາໂຫມຕື່ມອີກ.

ຂ່າວ-ພາບ: ພັນຕີ ສີປະພັນ ແກ້ວມະນີວົງ

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບບັນຫາ ມຽນມາ

ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບບັນຫາ ມຽນມາ

ກອງປະຊຸມປຶກສາຫາລືບໍ່ເປັນທາງການ ແບບເປີດກວ້າງ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບບັນຫາ ມຽນມາ
ສະຫຼອງວັນຊາດອິນເດຍ ຄົບຮອບ 77 ປີ

ສະຫຼອງວັນຊາດອິນເດຍ ຄົບຮອບ 77 ປີ

ສະຖານທູດອິນເດຍ ປະຈຳລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດ ສາທາລະນະລັດອິນເດຍ ຄົບຮອບ 77 ປີ ໃນວັນທີ 26 ມັງກອນນີ້ ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໂຢເກສວາ ສັງວານ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳລາວ, ມີ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຟອງສະໝຸດ ອັນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍເລັດສະເຕ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍເລັດສະເຕ

ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປລາວ ແລະ ສປ ຕີມໍເລັດສະເຕ, ໃນອາທິດຜ່ານມານີ້ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍເລັດສະເຕ ຢ່າງເປັນທາງການເພື່ອກວດກາດິນ ແລະ ເຮືອນ ທີ່ຝ່າຍລາວໄດ້ແລກປ່ຽນກັບ ຝ່າຍຕີມໍ ແລະ ມີເເຜນນຳໃຊ້ສ້າງຕັ້ງເປັນສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງດີລີ ສປ ຕີມໍເລັດສະເຕ.
ສະວິດເຊີແລນ ສະໜັບສະໜູນ ສ້າງຄວາມເຂັ້ມແຂງ ການຄຸ້ມຄອງ ສຳປະທານດິນ ເພື່ອການເຕີບໂຕທີ່ຍືນຍົງ ຢູ່ ສປປ ລາວ

ສະວິດເຊີແລນ ສະໜັບສະໜູນ ສ້າງຄວາມເຂັ້ມແຂງ ການຄຸ້ມຄອງ ສຳປະທານດິນ ເພື່ອການເຕີບໂຕທີ່ຍືນຍົງ ຢູ່ ສປປ ລາວ

ລັດຖະບານ ແຫ່ງ ສປປ ລາວ ແລະ ສະວິດເຊີແລນ, ຮ່ວມກັບ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ປະເທດ ສະວິດເຊີແລນ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການ ຊີວິດຈາກດິນ ຂຶ້ນຫວ່າງມໍ່ໆມານີ້ ຢູ່ ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວໂດຍເປັນປະທານຮ່ວມຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ຈອນ ກາບຣີວ ດູສ ຫົວໜ້າອົງການ ສະວິດ ເພື່ອການພັດທະນາ ແລະ ການຮ່ວມມື ປະຈຳພາກພື້ນແມ່ນໍ້າຂອງ ແລະ ມີພະນັກງານ ຈາກບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ ໂດຍມີຈຸດປະສົງເພື່ອທົບທວນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດໂຄງການ ແລະ ປຶກສາຫາລື ຍຸດທະສາດ ໃນການສ້າງຄວາມເຂັ້ມແຂງ ການຄຸ້ມຄອງທີ່ດິນ ຢູ່ ສປປ ລາວ.
ສະມາຄົມຮ່ວມມື ແລະ ພັດທະນາໄວໜຸ່ມ ລາວ-ຈີນ ປຶກສາຫາລືຍຸດທະສາດ ສ້າງຕັ້ງຄະນະກໍາມະການສະເພາະກິດຊຸດໃໝ່ເພີ່ມທະວີຮັດ​ແໜ້ນສາຍພົວພັນດ້ານວິສາຫະກິດ

ສະມາຄົມຮ່ວມມື ແລະ ພັດທະນາໄວໜຸ່ມ ລາວ-ຈີນ ປຶກສາຫາລືຍຸດທະສາດ ສ້າງຕັ້ງຄະນະກໍາມະການສະເພາະກິດຊຸດໃໝ່ເພີ່ມທະວີຮັດ​ແໜ້ນສາຍພົວພັນດ້ານວິສາຫະກິດ

ເພື່ອເປັນບາດກ້າວອັນສໍາຄັນໃນການຮັດແໜ້ນການຮ່ວມມືດ້ານວິສາຫະກິດລະຫວ່າງສອງຊາດ, ສະມາຄົມຮ່ວມມື ແລະ ພັດທະນາໄວໜຸ່ມ ລາວ-ຈີນ (ACD) ໄດ້ຈັດກອງປະຊຸມພົບປະຜູ້ປະກອບການ ແລະ ກິດຈະກຳນຳສະເໜີແຜນທຸລະກິດຂຶ້ນເມື່ອ​ວັນ​ທີ 24 ມັງ​ກອນ​ຜ່ານ​ມາທີ່ຮ້ານກາເຟ Buratino.
ລັດຖະບານຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາແຂວງບໍ່ແກ້ວ

ລັດຖະບານຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາແຂວງບໍ່ແກ້ວ

ວັນທີ 26 ມັງກອນນີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 70,526ໂດລາ ໃນການສະໜັບສະໜູນ “ໂຄງການກໍ່ສ້າງໂຮງຮຽນປະຖົມປາງທອງ ໃນແຂວງບໍ່ແກ້ວ” ເພື່ອຍົກລະດັບຄຸນນະພາບການຮຽນ ແລະ ສິດສອນຂອງຄູ-ນັກຮຽນຂອງໂຮງຮຽນດັ່ງກ່າວ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP).
ຄຸນຄ່າ ຄວາມສຳຄັນຂອງການແລກປ່ຽນອາລະຍະທໍາ -ການຮຽນຮູ້ເຊິ່ງກັນ ແລະ ກັນ

ຄຸນຄ່າ ຄວາມສຳຄັນຂອງການແລກປ່ຽນອາລະຍະທໍາ -ການຮຽນຮູ້ເຊິ່ງກັນ ແລະ ກັນ

ທ່ານ ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: “ອາລະຍະທຳຈະມີສີສັນສົດໃສຂຶ້ນຜ່ານການແລກປ່ຽນ ແລະ ອຸດົມສົມບູນຂຶ້ນຜ່ານການຮຽນຮູ້ເຊິ່ງກັນ ແລະ ກັນ. ການແລກປ່ຽນ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນລະຫວ່າງອາລະຍະທຳຕ່າງໆ ແມ່ນແຮງຂັບເຄື່ອນທີ່ສຳຄັນໃນການສົ່ງເສີມຄວາມກ້າວໜ້າຂອງອາລະຍະທຳມະນຸດ, ສັນຕິພາບ ແລະ ການພັດທະນາຂອງໂລກ”.
ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V ໄຂຂຶ້ນຢ່າງເປັນທາງການ

ໃນວັນທີ 26 ມັງກອນນີ້, ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V (2026-2030) ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ຕ້າ ເຟືອງ ຢຸງ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ, ທ່ານ ຟ້ານ ວັນ ຮຸ່ງ ປະທານສະມາຄົມຫວຽດນາມ ປະຈໍາ ສປປ ລາວ, ມີແຂກຖືກເຊີນຈາກແຂວງຈໍາປາສັກ, ອັດຕະປື, ສາລະວັນ ແລະ ແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເປີດນໍາໃຊ້ອາຄານໂຮງຮຽນລາວ-ຈີນ ເຊີນຈືເຕີ

ເປີດນໍາໃຊ້ອາຄານໂຮງຮຽນລາວ-ຈີນ ເຊີນຈືເຕີ

ພິທີເປີດໂຮງຮຽນເຊີນຈືເຕີຢ່າງເປັນທາງການ ແລະ ສະເຫຼີມສະຫຼອງບຸນກຸດຈີນປະຈຳປີ 2026ໄດ້ຈັດຂຶ້ນໃນວັນທີ 24 ມັງກອນຜ່ານມາ ຢູ່ທີ່ໂຮງຮຽນລາວ-ຈີນ ເຊີນຈືເຕີ ເມືອງສິງ ແຂວງຫຼວງນໍ້າທາ, ເຂົ້າຮ່ວມມີທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທຳ-ສັງຄົມແຂວງ,ທ່ານ ຈາງ ເຮີຊຸນ ຮອງກົງສູນໃຫຍ່ແຫ່ງ ສປຈີນ ປະຈຳນະຄອນຫຼວງພະບາງ,ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ,ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະແດງສິລະປະປ້ອງກັນຕົວຍີ່ປຸ່ນ (ບູໂດ) ຄັ້ງທີ 23

ສະແດງສິລະປະປ້ອງກັນຕົວຍີ່ປຸ່ນ (ບູໂດ) ຄັ້ງທີ 23

ງານສະແດງສິລະປະປ້ອງກັນຕົວຍີ່ປຸ່ນ(ບູໂດ) ຄັ້ງທີ 23 ໄດ້ຈັດຂຶ້ນໂດຍສະຖານທູດຍີ່ປຸ່ນປະຈຳລາວ ໃນວັນທີ 24 ມັງກອນ 2026 ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ ທີ່ນະຄອນຫຼວງວຽງຈັນ.
ເພີ່ມເຕີມ