ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດຂະບວນການຍຸຕິທໍາ

ຮອງເຈົ້າແຂວງ ໄຊຍະບູລີ ຕ້ອນຮັບຮອງປະທານກໍາມາທິການຍຸຕິທໍາ ສະພາແຫ່ງຊາດ

ຮອງເຈົ້າແຂວງ ໄຊຍະບູລີ ຕ້ອນຮັບຮອງປະທານກໍາມາທິການຍຸຕິທໍາ ສະພາແຫ່ງຊາດ
ໃນວັນທີ 29 ຕຸລານີ້ ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງໄຊຍະບູລີ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ ໄດ້ຕ້ອນຮັບ ທ່ານ ວຽງວິໄລ ທ່ຽງຈັນໄຊ ຮອງປະທານ

 ກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ພ້ອມຄະນະ. ກ່ອນອື່ນທ່ານ ວຽງວິໄລ ທ່ຽງຈັນໄຊ ແມ່ນໄດ້ແຈ້ງຈຸດປະສົງທີ່ມາເຮັດວຽກຢູ່ແຂວງ ໄຊຍະບູລີ ເພື່ອຕິດຕາມວຽກງານຍຸຕິທໍາ, ກວດກາການເຄື່ອນໄຫວຂອງສະພາປະຊາຊົນແຂວງຕໍ່ວຽກງານຍຸຕິທໍາ, ເພື່ອແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດຂະບວນການຍຸຕິທໍາຜ່ານມາ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ເພື່ອຈະໄດ້ປັບປຸງບັນດາກົດໝາຍໃຫ້ມີປະສິດທິພາບ ແນໃສ່ເພື່ອເຮັດໃຫ້ກົດໝາຍມີຄວາມສັກສິດ. ໂອກາດດັ່ງກ່າວ ທ່ານ ຮອງເຈົ້າແຂວງ ໄດ້ລາຍງານສະພາບຈຸດພິເສດຂອງແຂວງ ແລະ ລາຍງານກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ສໍາລັບວຽກງານຍຸຕິທໍາຢູ່ແຂວງ ໄຊຍະບູລີຜ່ານມາແມ່ນໄດ້ເລັ່ງໃສ່ເຜີຍແຜ່ກົດໝາຍໃຫ້ກຸ່ມເປົ້າໝາຍ, ພ້ອມດຽວກັນກໍໄດ້ຈັດຝຶກອົບຮົມກົດໝາຍຊັ້ນຕົ້ນໃຫ້ພະນັກງານ-ລັດຖະກອນ ແລະ ຄະນະບ້ານໃນທົ່ວແຂວງ ໄດ້ເອົາໃຈໃສ່ໃນການປະຕິບັດຄໍາຕັດສິນຂອງສານ.

(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດກົງຈັກການຈັດຕັ້ງ ແລະ ປະກາດອອກ-ຮັບອຸດໜູນບໍານານຂອງພະນັກງານ ພາຍໃນ ຫສປທ

ປະກາດກົງຈັກການຈັດຕັ້ງ ແລະ ປະກາດອອກ-ຮັບອຸດໜູນບໍານານຂອງພະນັກງານ ພາຍໃນ ຫສປທ

ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ແລະ ພິທີປະກາດອອກ-ຮັບອຸດໜູນບໍານານຂອງພະນັກງານ ຫສປທ, ໂດຍການເປັນປະທານຂອງ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະບໍລິຫານງານພັກ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດມີບັນດາຄະນະພັກ-ຄະນະນໍາ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ລັດຖະ ກອນ ຫສປທ ເຂົ້າຮ່ວມຢ່າງພ້ອມພຽງ.
ຝຶກອົບຮົມ “ວຽກງານການນໍາພາ - ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ”  ໃຫ້ພະນັກງານນໍາພາ-ຄຸ້ມຄອງທະນາຄານການຄ້າຕ່າງປະເທດລາວມະຫາຊົນຢູ່ 2 ແຂວງພາກ​ເໜືອ

ຝຶກອົບຮົມ “ວຽກງານການນໍາພາ - ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ” ໃຫ້ພະນັກງານນໍາພາ-ຄຸ້ມຄອງທະນາຄານການຄ້າຕ່າງປະເທດລາວມະຫາຊົນຢູ່ 2 ແຂວງພາກ​ເໜືອ

ຄະນະໂຄສະນາອົບຮົມສູນກາງພັກ (ກົມອົບຮົມ) ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະ ຫາຊົນ (ສໍານັກງານໃຫຍ່) ໄດ້ລົງຈັດຕັ້ງຝຶກອົບຮົມໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງຂອງທະນາຄານການ ຄ້າຕ່າງປະເທດລາວມະຫາຊົນ ຢູ່ແຂວງຊຽງ​ຂວາງ ໃນຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ” ຊຶ່ງມີພະນັກງານ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 2 ແຂວງພາກເໜືອເຂົ້າຮ່ວມ (ແຂວງຊຽງ​ຂວາງ ແລະ ແຂວງຫົວ​ພັນ).
ປະກາດຕາແສງປະໂສມ ເປັນຕາແສງສຸດທ້າຍ ຂອງເມືອງຕະໂອ້ຍ

ປະກາດຕາແສງປະໂສມ ເປັນຕາແສງສຸດທ້າຍ ຂອງເມືອງຕະໂອ້ຍ

ເມືອງຕະໂອ້ຍແຂວງສາລະວັນໄດ້ຈັດພິທີປະກາດຕາແສງປະໂສມ ເປັນຕາແສງສຸດທ້າຍ ໃນຈຳນວນ 5 ຕາແສງຂອງເມືອງຕະໂອ້ຍໃນ​ວັນ​ທີ 27 ສິງ​ຫາ​ຜ່ານ​ມາ, ໂດຍ ມີທ່ານ ທອງດີ ຈັນທະວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ທ່ານ ຄຳສະໄຫວ ວິລະກອນກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ທຄຕລ ສາຂາເຊກອງ-ນ້ຳປະປາ ສືບຕໍ່ຊຳລະຄ່ານ້ຳປະປາ ຜ່ານລະບົບທະນາຄານ

ທຄຕລ ສາຂາເຊກອງ-ນ້ຳປະປາ ສືບຕໍ່ຊຳລະຄ່ານ້ຳປະປາ ຜ່ານລະບົບທະນາຄານ

ການສືບຕໍ່ສັນຍາບໍລິການຊຳລະຄ່ານ້ຳປະປາ ຜ່ານລະບົບ Bill payment ຂອງທະນາຄານ ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາເຊກອງ ກັບ ລັດວິສາຫະກິດນ້ຳປະປາ ແຂວງ ເພື່ອອຳນວຍຄວາມສະດວກ, ຮັບປະກັນຄວາມວ່ອງໄວ ທັງປະຢັດເວລາ ແລະ ສາມາດກວດສອບໄດ້ ໂດຍການຊໍາລະ ແມ່ນຜ່ານແອັບພີເຄຊັນ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.
ຮອງ​ເລ​ຂາ​ພັກ​ແຂວງ​ຈຳ​ປາ​ສັກຊຸກ​ຍູ້ວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ຮອງ​ເລ​ຂາ​ພັກ​ແຂວງ​ຈຳ​ປາ​ສັກຊຸກ​ຍູ້ວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ

ກອງປະຊຸມຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຂອງ​ເມືອງ​ມຸນ​ລະ​ປາ​ໂມກແຂວງ​ຈຳ​ປາ​ສັກຈັດ​ຂຶ້ນໃນ​ວັນ​ທີ 26 ສິງ​ຫາ​ຜ່ານ​ມາທີ່ ເມືອງ​ດັ່ງ​ກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງແຂວງຈໍາປາສັກ, ມີສະຫາຍ ສົມສັກ ເສົາວະລັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງມຸນລະປາໂມກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເມືອງ​ໂຂງເກັບ​ກຳ​ຂໍ້​ມູນສະ​ເໜີລຳ​ສີ​ພັນ​ດອນເປັນ​ມໍ​ຣະ​ດົກ​ແຫ່ງ​ຊາດດ້ານ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ

ເມືອງ​ໂຂງເກັບ​ກຳ​ຂໍ້​ມູນສະ​ເໜີລຳ​ສີ​ພັນ​ດອນເປັນ​ມໍ​ຣະ​ດົກ​ແຫ່ງ​ຊາດດ້ານ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ

ຫ້ອງການວັດທະນະທຳແລະການທ່ອງທຽ່ວເມືອງໂຂງແຂວງ​ຈຳ​ປາ​ສັກເຄື່ອນໄຫວເກັບກຳຂໍ້ມູນລຳສີພັນດອນ ເພື່ອສະເໜິເປັນມໍລະດົກແຫ່ງຊາດດ້ານວັດທະນະທຳຂັ້ນທ້ອງຖິ່ນ.
ແມ່ຍິງ​ແຂວງເຊກອງ ແລະ ກະຊວງ ຍທຂ ແລກປ່ຽນບົດຮຽນ

ແມ່ຍິງ​ແຂວງເຊກອງ ແລະ ກະຊວງ ຍທຂ ແລກປ່ຽນບົດຮຽນ

ກອງປະຊຸມແລກປ່ຽນບົດຮຽນວຽກ​ງານແມ່ຍິງ ລະຫວ່າງ ສະຫະພັນແມ່ຍິງແຂວງເຊກອງ ແລະ ສະຫະພັນແມ່ຍິງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ມີ​ຂຶ້ນໃນວັນທີ 27 ສິງຫາຜ່ານ​ມາທີ່​ແຂວງ​ເຊກອງ ໂດຍ​ມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງປະທານສະຫະພັນແມ່ຍິງແຂວງເຊກອງ ພ້ອມຄະນະ, ມີທ່ານ ນາງ ນຸ້ຍ ສັງວິບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ.
ເມືອງທຸລະຄົມ ຝຶກອົບຮົມກົດໝາຍພື້ນຖານໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຂັ້ນບ້ານ

ເມືອງທຸລະຄົມ ຝຶກອົບຮົມກົດໝາຍພື້ນຖານໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຂັ້ນບ້ານ

ເມືອງທຸລະຄົມ ໄດ້ເປີດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານໃຫ້ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຂັ້ນບ້ານ, ໃນວັນທີ 26 ສິງຫານີ້, ທີ່ສະໂມສອນຫ້ອງວ່າການເມືອງທຸລະຄົມ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ພອນວິໄຊ ສີສະໝຸດ ເລຂາໜ່ວຍພັກ ຮັກສາການຫົວໜ້າພະແນກຍຸຕິທຳ ແຂວງວຽງຈັນ ແລະ ທ່ານ ໂນລາ ຈັນທະວົງ ຫົວໜ້າຫ້ອງການຍຸຕິທໍາເມືອງ, ມີບັນດາກຳມະການພັກເມືອງ, ຫົວໜ້າ, ປະທານຄະນະກຳມະການປົກຄອງຕາແສງ, ຮອງຫົວໜ້າຫ້ອງການ, ພຣະສົງ, ອົງການ, ກົມກອງອ້ອມຂ້າງເມືອງ, ຄະນະຮັບຜິດຊອບ ການຮຽນ-ການສອນ ຂັ້ນແຂວງ, ຂັ້ນເມືອງ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມຄວາມພ້ອມຮອບດ້ານໃນການເປັນເຈົ້າພາບກອງປະຊຸມ 3RC-CCM

ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມຄວາມພ້ອມຮອບດ້ານໃນການເປັນເຈົ້າພາບກອງປະຊຸມ 3RC-CCM

ໃນວັນທີ 27 ສິງຫານີ້ ທີ່ໂຮງແຮມ Holiday Inn ນະຄອນຫຼວງວຽງຈັນ, ຄະນະຊີ້ນໍາລະດັບຊາດເພື່ອກະກຽມເປັນເຈົ້າພາບກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM),ໄດ້ຈັດກອງປະຊຸມຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຊຶ່ງມີບັນດາສະມາຊິກຄະນະຊີ້ນຳລະດັບຊາດ ເເລະ ອະນຸກຳມະການຕ່າງໆ ເຂົ້າຫຼາຍກວ່າ150ທ່ານ.ຈຸດປະສົງຂອງກອງປະຊຸມແມ່ນເພື່ອສືບຕໍ່ຕິດຕາມ, ກວດກາ ແລະ ຕີລາຄາຄືນຄວາມພ້ອມຂັ້ນສຸດທ້າຍຂອງທັງ 12ອະນຸກໍາມະການ ເພື່ອຮັບປະກັນໃຫ້ການເປັນເຈົ້າພາບກອງປະຊຸມສາກົນດັ່ງກ່າວ ຊຶ່ງຈະຈັດຂຶ້ນໃນລະ ຫວ່າງວັນທີ 13-18 ກັນຍາ 2026 ນີ້ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ.
ບົດສຳພາດການເປັນເຈົ້າພາບຈັດກອງປະຊຸມ 3RC-CCM

ບົດສຳພາດການເປັນເຈົ້າພາບຈັດກອງປະຊຸມ 3RC-CCM

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຕອບຄໍາຖາມສໍາພາດ ຂອງສື່ມວນຊົນ ໃນວັນທີ 27 ສິງຫານີ້, ທີ່ນະຄອນຫຼວງວຽງຈັນ. ດ້ວຍຄໍາຖາມດັ່ງລຸ່ມນີ້ ຄື:
ເພີ່ມເຕີມ