ຢ້ຽມຢາມໂຄງການພັດທະນາກະສິກໍາບ້ານນາຕານ

ຮອງເຈົ້າຄອງນວ ລົງຢ້ຽມຢາມໂຄງການພັດທະນາກະສິກໍາບ້ານນາຕານ

ຮອງເຈົ້າຄອງນວ ລົງຢ້ຽມຢາມໂຄງການພັດທະນາກະສິກໍາບ້ານນາຕານ
ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ(ນວ), ພ້ອມດ້ວຍຄະນະ ລົງຢ້ຽມຢາມ ແລະ ຊຸກຍູ້ໂຄງການພັດທະນາກະສິກໍາສະອາດ, ຍືນຍົງ,

 

ໃນວັນທີ 6 ພະຈິກນີ້ ທີ່ບ້ານນາຕານເມືອງໄຊທານີນະຄອນຫຼວງວຽງຈັນ.ເປັນກຽດຕ້ອນຮັບທ່ານຮອງເຈົ້າຄອງ ພ້ອມດ້ວຍຄະນະ ໂດຍທ່ານນາງ ອານິດ ສີວິໄຊ ປະທານບໍລິສັດ ທະເວວ ພັດທະນາກະສິກໍາຄົບວົງຈອນ ແລະ ຜະລິດຕະພັນລາວ ຈໍາກັດ, ເລຂາພັກບ້ານ, ນາຍບ້ານນາຕານ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນ.

ພາຍຫຼັງ, ທ່ານຮອງເຈົ້າຄອງ ໄດ້ລົງຢ້ຽມຢາມເນື້ອທີ່ການຜະລິດກະສິກໍາ, ຊົມຜົນລະປູກພືດຜັກຕ່າງໆຂອງໂຄງການ, ຍັງໄດ້ຮັບຟັງການລາຍງານ ບົດສັງລວມຫຍໍ້ກ່ຽວກັບສັນຍາ ຈາກຜູ້ຕາງໜ້າພະແນກແຜນການ ແລະ ການລົງທຶນ ນວຊຶ່ງບົດສັງລວມຫຍໍ້ກ່ຽວກັບສັນຍາ ວ່າດ້ວຍສໍາປະທານທີ່ດິນລັດ ແລະ ໜອງນໍ້າ ເພື່ອລົງທຶນປູກໝາກໄມ້ ແລະ ລ້ຽງກຸ້ງກ້າມນໍ້າຈືດເປັນສິນຄ້າຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ຕັ້ງຢູ່ ບ້ານນາຕານເມືອງໄຊທານີນວ ໂດຍການມີສ່ວນຮ່ວມ ຂອງປະຊາຊົນ ບ້ານນາຕານ ສະບັບລົງວັນທີ 16 ມີນາ 2023, ຜ່ານການຈັດຕັ້ງປະຕິບັດໂຄງການເຫັນວ່າ ມາຮອດປັດຈຸບັນແມ່ນໄດ້ສໍາເລັດໜ້າວຽກຂອງໂຄງການແລ້ວ.

ຈາກນັ້ນ, ທ່ານນາງ ອານິດ ສີວິໄຊ ໄດ້ກ່າວວ່າ: ມາຮອດປັດຈຸບັນ ພືດຜັກຕ່າງໆທີ່ທົດລອງປູກໃນສວນຂອງໂຄງການ ເຫັນວ່າ ມີທ່າກ້າວ, ການເຮັດວຽກງານກະສິກໍາ ແມ່ນກິນບໍ່ມີມື້ໝົດ, ວິທີການປູກແມ່ນຖືກຕາມເຕັກນິກ, ປີ 2025 ວາງແຜນເລີ່ມການຂາຍ, ປີ 2026 ພ້ອມທີ່ຈະໃຫ້ນັກຮຽນ-ນັກສຶກສາໄດ້ໄປທັດສະນະສຶກສາ. ຈໍານວນຜົນລະປູກປັດຈຸບັນມີ: ຕົ້ນໝາກພ້າວ, ຕົ້ນມ່ວງ, ຕົ້ນໄຜ່, ຕົ້ນລະມຸດ, ໝາກໂມ, ຕົ້ນສາລີ, ຕົ້ນຂະຈອນ, ຜັກແປ້ນ, ຕົ້ນໝາກນອດ, ໝາກກະທັນ, ຕົ້ນອະງຸ່ນ, ກຸ້ງນໍ້າຈືດ ແລະ ພືດຜັກອື່ນໆ. ຈາກນັ້ນ ທ່ານອານິດ ສີວິໄຊ ຍັງໄດ້ສະເໜີ ຕໍ່ຄະນະນໍາ ນວ ວ່າ: ຢາກໃຫ້ ພັກ, ລັດ ຊ່ວຍຊຸກຍູ້, ສົ່ງເສີມປະຊາຊົນຕື່ມ ເພື່ອຊ່ວຍໂຄງການດໍາເນີນວຽກງານໄດ້ຢ່າງສະດວກ ແລະ ມີປະສິດທິຜົນ, ຊ່ວຍໂຄສະນາ ເຜີຍແຜ່ ປະຊາຊົນ ຮັບຮູ້ເຖິງຈຸດປະສົງຫຼັກ ຂອງໂຄງການ ແລະ ວຽກງານອື່ນໆ.

ໂອກາດນີ້, ທ່ານຮອງເຈົ້າຄອງຍັງໄດ້ກ່າວວ່າ: ໃຫ້ບໍລິສັດ ສືບຕໍ່ເອົາໃຈໃສ່ການຜະລິດສືບຕໍ່ຕາມຜັງຂອງໂຄງການທີ່ວາງໄວ້, ສ້າງໃຫ້ເປັນແຫຼ່ງທ່ອງທ່ຽວ ເພື່ອກະຈາຍເຕັກນິກ ການປູກ-ການລ້ຽງ ຂອງວິຊາການ ໃຫ້ກັບປວງຊົນ ເຂດບ້ານນາຕານຢ່າງກວ້າງຂວາງ, ບ້ານ, ເມືອງ ຊ່ວຍຊຸກຍູ້ ພໍ່, ແມ່, ປະຊາຊົນ ໂດຍສະເພາະ ຄອບຄົວ ຜູ້ທີ່ມີຄວາມຫ້າວຫັນ, ຄອບຄົວຕົວແບບ ໃນການຜະລິດ ເອົາເຂົ້າໄປຝຶກອົບຮົມນໍາໂຄງການກ່ອນ ພາຍຫຼັງຄອບຄົວ ທີ່ໄດ້ຜ່ານການອົບຮົມ ສຳນິຊໍານານງານໃນການປູກຝັງ-ລ້ຽງສັດແລ້ວ ການປູກພືກຜັກຕ່າງໆ ຈະໄດ້ຮັບການຮ່ວມມື ຈາກປະຊາຊົນ.

ໂຄງການດັ່ງກ່າວນີ້ ນອກຈາກປະຊາຊົນໄດ້ມີສ່ວນຮ່ວມ, ຍັງສ້າງວຽກເຮັດງານທໍາ ແລະ ຍັງຜະລິດກະສິກໍາສະອາດ, ຮັກສານົກເປັດນໍ້າ ແລະ ເປັນສະຖານທີ່ທັດສະນະສຶກສາ ໃຫ້ກັບນັກຮຽນ-ນັກສຶກສາ, ອະນຸລັກລະບົບນິເວດ ໃຫ້ມີຄວາມຍືນຍົງ ຍ້ອນວ່າ ສະຖານທີ່ດັ່ງກ່າວ ແມ່ນແຫຼ່ງນໍ້າທໍາມະຊາດທີ່ກວ້າງ ເໝາະສົມກັບຊີວະນາໆພັນໄດ້ຢູ່ອາໄສ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ