ໂຮງແຮມມ່ວນມ່ວນບູຕິກ ຄຸນນະພາບບໍລິການລະດັບ 5 ດາວ ໄດ້ເປີດທົດລອງບໍລິການ

ໂຮງແຮມມ່ວນມ່ວນບູຕິກ ຄຸນນະພາບບໍລິການລະດັບ 5 ດາວ ໄດ້ເປີດທົດລອງບໍລິການ
ພິທີເປີດທົດລອງບໍລິການຂອງໂຮງແຮມ ມ່ວນມ່ວນ ບູຕິກ ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາ ຜ່ານມານີ້ທີ່ ເມດກັອຟ ແລະ ຣີສອດ ສີ່ພັນດອນ ຢູ່ບ້ານທ່າຄໍ້ ເມືອງໂຂງ ແຂວງຈໍາປາສັກ ໂດຍການເປັນປະທານຮ່ວມເປີດທົດລອງບໍລິການໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ແລະ ທ່ານ ເຈິ້ງ ເຈຍ ເຟີງ (Zheng JIA FENG) ປະທານກຸ່ມບໍລິສັດ ແມ່ນໍ້າເຫຼືອງ (ເປັນບໍລິສັດແມ່ຂອງ ບໍລິສັດ ລາວ ມະຫານະທີ ສີທັນດອນ (ຮົງກົງ) ການລົງທຶນ ຈໍາກັດ ທີ່ເປັນໜຶ່ງໃນສອງບໍລິສັດ ທີ່ກໍ່ຕັ້ງ ບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ); ມີ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ; ທ່ານ ເຈຍ ທ່າວລິດ ເຈົ້າແຂວງຊຽງແຕງ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ບັນດາການນໍາຂັ້ນຕ່າງໆຂອງແຂວງຈໍາປາສັກ, ລວມເຖິງພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ລີ ຊ໊ຽນ  (LI XIANG) ປະທານບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ ໄດ້ຂຶ້ນກ່າວຂອບໃຈຕໍ່ພັກ-ລັດຖະບານລາວ ແລະ ທຸກພາກສ່ວນກ່ຽວຂ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ແກ້ໄຂບັນຫາຕ່າງໆ ໃນໄລຍະຜ່ານມາ; ພ້ອມທັງລາຍງານໃຫ້ຮູ້ວ່າ: ໂຮງແຮມ ມ່ວນມ່ວນ ບູຕິກ ທີ່ເປີດທົດລອງໃຫ້ບໍລິການນີ້, ມີພື້ນທີ່ການຊົມໃຊ້ ຫຼາຍກວ່າ 70.000 ຕາແມັດ, ມີທັງໝົດ 122 ຫ້ອງ ຊຶ່ງໄດ້ເຊີນບໍລິສັດທີ່ມີປະສົບການຈາກສິງກະໂປມາເປັນຜູ້ບໍລິຫານ. ໃນໄລຍະຜ່ານມາ, ນັບແຕ່ບໍລິສັດໄດ້ເຊັນສັຍຍາຢ່າງເປັນທາງການ ກັບລັດຖະບານໃນປີ 2018, ບໍລິສັດກໍໄດ້ເລີ່ມວາງສີລາລືກກໍ່ສ້າງໂຮງແຮມແຕ່ປີ 2019 ດ້ວຍມູນຄ່າການລົງທຶນຕົວຈິງ 24 ລ້ານກວ່າໂດລາ, ສຳເລັດການກໍ່ສ້າງ ແລະ ເປີດທົດລອງບໍລິການໃນປີນີ້. ພ້ອມນີ້, ບໍລິສັດ ກໍໄດ້ລະດົມທຶນເຂົ້າໃສ່ໃນການພັດທະນາຫຼາຍໆໂຄງການ ເປັນຕົ້ນແຫຼ່ງທ່ອງທ່ຽວນໍ້າຕົກຕາດຄອນພະເພັງ-ສົມພະມິດ, ໂຄງການສາງຄ່ຽນຖ່າຍສິນຄ້າ, ຕຶກຕິບເຂົ້າ ແລະ ຕຶກໂຮງແຮມແຄນຄູ່ ...; ພ້ອມນັ້ນ, ກໍປະກອບສ່ວນຕໍ່ສັງຄົມ ໂດຍການກໍ່ສ້າງເສັ້ນທາງອ້ອມດອນໂຂງ, ກໍ່ສ້າງໂຮງຮຽນປະຖົມບ້ານຂີ້ນາກ ແລະ ອື່ນໆອີກຫຼາຍໂຄງການ. ບໍລິສັດຍັງໄດ້ຮ່ວມກັບລັດວິສາຫະກິດການບິນລາວ ເປີດເສັ້ນທາງການບິນ ປາກເຊ-ກວາງໂຈ; ກວາງໂຈ-ປາກເຊ ເພື່ອຄວາມສະດວກໃນການເດີນທາງ ທັງເປັນການພັກດັນການພັດທະນາທາງດ້ານເສດຖະກິດ-ສັງຄົມ. ບໍລິສັດໄດ້ປະກອບສ່ວນມອບພັນທະອາກອນ, ຍົກລະດັບສິ່ງອຳນວຍຄວາມສະດວກ, ການບໍລິການສາທາລະນະຂອງແຂວງຈໍາປາສັກ, ສະເພາະການເປີດທົດລອງບໍລິການຂອງໂຮງແຮມ ມ່ວນມ່ວນ ບູຕິກ ກໍຄາດຫວັງວ່າຈະກາຍເປັນໜຶ່ງຕ່ອງໂສ້ໃນການພັກດັນທຸລະກິດຕ່າງໆ ທັງເປັນການຮອງຮັບແກ່ນັກທ່ອງທ່ຽວ ແລະ ຮອງຮັບນັກລົງທຶນ ຊຶ່ງບໍລິສັດ ກໍຈະພະຍາຍາມດຶງເອົາການລົງທຶນເຂົ້າມາອີກ ໂດຍສະເພາະທຶນຈາກ ອ້າວເໝິນ ສປຈີນ ຫຼື ສິງກະໂປ ເພື່ອເຂດພັດທະນາເສດຖະກິດໃໝ່ ສີທັນດອນ ໄດ້ພັດທະນາໄວຂຶ້ນ.
ທ່ານ ເຢ ຫຼົງຊູ (YE RONG ZU) ຫົວໜ້າສະມາຄົມສິງກະໂປ ນັກລົງທຶນໃນໂຄງການເຂດພັດທະນາເສດຖະກິດໃໝ່ ສີທັນດອນ ໄດ້ກ່າວວ່າ: ໂຮງແຮມແຫ່ງນີ້, ມີຄຸນນະພາບໃນການບໍລິການທີ່ສູງ ລະດັບ 5 ດາວຊຶ່ງຈະສາມາດຮັບໃຊ້ຜູ້ທີ່ມາພັກໄດ້ຢ່າງມີຄວາມສຸກສະບາຍໃຈ, ສະດວກສະບາຍ ຊຶ່ງເປັນສິ່ງອຳນວຍຄວາມສະດວກແກ່ການມາທ່ອງທ່ຽວເຂດມະຫານະທີສີທັນດອນ ແລະ ໃນມື້ນີ້ ກໍມີນັກທ່ອງທ່ຽວຈາກ ສປຈີນ ມານໍາໃຊ້ບໍລິການເປັນຊຸດທໍາອິດ ມາທ່ຽວຊົມຮີດຄອງປະເພນີທີ່ເປັນເອກະລັກ. ພ້ອມນີ້, ກໍໄດ້ກ່າວວ່າ: ການລົງທຶນຢູ່ທີ່ນີ້ ແມ່ນສາມາດຫວັງຜົນໄດ້ຮັບເປັນຢ່າງດີ, ການເຂົ້າຮ່ວມໃນການລົງທຶນໃນການກໍ່ສ້າງຕົວເມືອງໃໝ່ນີ້ ກໍເປັນໂອກາດທີ່ດີ ແລະ ນັກລົງທຶນບໍ່ຄວນພາດຊຶ່ງບັນດານັກລົງທຶນທີ່ມາຮ່ວມງານມື້ນີ້ ກໍມາສຳຫຼວດດ້ວຍຕົນເອງ ເພື່ອການຕັດສິນໃຈລົງທຶນພັດທະນາຮ່ວມກັນ.
ຂະນະທີ່, ທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກໍໄດ້ຕາງໜ້າກະຊວງກ່າວຍ້ອງຍໍຊົມເຊີຍ ມາຍັງບໍລິສັດ ທີ່ມີຄວາມພະຍາຍາມ ແລະ ຕັ້ງໃຈໃນການພັດທະນາໂຄງການ ຊຶ່ງການເປີດທົດລອງບໍລິການຂອງໂຮງແຮມແຫ່ງນີ້ ກໍເປັນໜຶ່ງໃນຫຼາຍໂຄງການພັດທະນາຂອງເຂດ ແລະ ເຊື່ອໝັ້ນວ່າຈະກາຍເປັນສ່ວນໜຶ່ງຂອງການພັດທະນາ ແລະ ປັບປຸງໂຄງລ່າງພື້ນຖານ, ສິ່ງອຳນວຍຄວາມສະດວກທີ່ຕິດພັນກັບການທ່ອງທ່ຽວຂອງ ສປປ ລາວ. ພ້ອມນີ້, ກໍໄດ້ສະເໜີບໍລິສັດວ່າ ໃຫ້ມີຄວາມຮ່ວມມືໃນການພັດທະນາບຸກຄະລາກອນທ້ອງຖິ່ນທາງດ້ານປະລິມານ ແລະ ຄຸນນະພາບ ພ້ອມທັງສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ທ້ອງຖິ່ນໄດ້ມີສ່ວນຮ່ວມຫຼາຍເທົ່າທີ່ຈະຫຼາຍໄດ້ ທັງນີ້ກໍເພື່ອເປັນການສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ໃຫ້ແກ່ຊຸມຊົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຈໍາປາສັກ ເວົ້າສະເພາະ, ເວົ້າລວມກໍຄື ສປປ ລາວ ໃຫ້ນັບມື້ນັບເພີ່ມຂຶ້ນ.
ທ່ານ ສົມບູນ ເຮືອງວົງສາ ກໍໄດ້ຕີລາຄາສູງຕໍ່ການເປີດທົດລອງບໍລິການຂອງໂຮງແຮມແຫ່ງນີ້ວ່າ: ນີ້ເປັນຜົນສຳເລັດໜຶ່ງທີ່ຈະຍູ້ແຮງການຈັດຕັ້ງປະຕິບັດບັນດາໂຄງການຂອງເຂດໃຫ້ສຳເລັດທຸກກິດຈະກຳທີ່ກຳນົດໄວ້ ຊຶ່ງຈະສ້າງຜົນປະໂຫຍດຢ່າງຫຼວງຫຼາຍ, ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ, ສ້າງຜົນໄດ້ຮັບໃຫ້ແກ່ບໍລິສັດ ແລະ ສ້າງລາຍຮັບເຂົ້າງົບປະມານຂອງລັດ; ພ້ອມນີ້, ກໍຮຽກຮ້ອງໃຫ້ບໍລິສັດ ສືບຕໍ່ເປັນເຈົ້າການ ໂດຍປະສານສົມທົບຢ່າງກົມກຽວກັບຂະແໜງການກ່ຽວຂ້ອງຂອງເມືອງ, ແຂວງ ແລະ ສູນກາງ ເພື່ອພ້ອມກັນຈັດຕັ້ງປະຕິບັດບັນດາໜ້າວຽກ, ບັນດາກິດຈະກຳ ໃຫ້ມີຜົນສຳເລັດ. 
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ