ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ
ໃນວັນທີ 10 ເມສານີ້ທີ່ ຄຕພ,ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ

 ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງສະຖານທູດ ແລະ ບັນດາຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈຳ ສປປ ລາວ ເຂົ້າອວຍພອນປີໃໝ່ລາວ ພສ 2568.

ໂອກາດນີ້, ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ຕາງໜ້າ ຄະນະພັກ, ຄະນະນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ສະແດງຄວາມຂອບອົກຂອບໃຈຕໍ່ ສະຫາຍ ຫງວຽນ ມິງ ເຕີມ ພ້ອມຄະນະ ທີ່ໄດ້ມາອວຍພອນ ເນື່ອງໃນໂອກາດປີໃໝ່ລາວ ປີ 2025 ຊຶ່ງໄດ້ນໍາເອົາມິດຈິດມິດໃຈ, ຄວາມສາມັກຄີຮັກແພງ ຖານມິດສະຫາຍອ້າຍນ້ອງທີ່ໃກ້ຊິດ ແລະ ຄໍາອວຍພອນໄຊອັນເສີດ ມາຍັງ ຄະນະພັກ, ຄະນະນໍາ ແລະ ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກ ທຸກຖ້ວນໜ້າ. ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ຕີລາຄາສູງ ຕໍ່ການປະກອບສ່ວນ ຂອງສະຖານທູດ ໃນການປະສານສົມທົບຢ່າງແໜ້ນແຟ້ນ ກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນຕ່າງໆຂອງລາວ ໃນການເປັນເສນາທິການ, ເປັນຂົວຕໍ່ ແລະ ຕິດຕາມ, ຊຸກຍູ້ບັນດາກະຊວງ, ອົງການ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຂອງສອງປະເທດ ຈັດຕັ້ງຜັນຂະຫຍາຍບັນດາ ຂໍ້ຕົກລົງຂອງການນໍາຂັ້ນສູງຂອງ ສອງພັກ, ສອງລັດ ໃຫ້ບັນລຸຕາມແຜນການ ແລະ ເປົ້າໝາຍທີ່ວາງໄວ້, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນໄປ. ໂອກາດດຽວກັນ, ສະຫາຍ ຫງວຽນມິງເຕີມ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສຳເລັດທີ່ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ຍາດມາໄດ້ ຕະຫຼອດໄລຍະແຫ່ງການປ່ຽນແປງໃໝ່ ກໍຄືຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເພື່ອກ້າວເຂົ້າສູ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະໄໝທີ XII ຂອງພັກ, ຕີລາຄາສູງ ຕໍ່ການປະກອບສ່ວນຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າໃນຜົນສໍາເລັດ ລວມຂອງ ສປປ ລາວ ກໍຄື ການປະກອບສ່ວນເຂົ້າໃນການເສີມສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ສອງຝ່າຍ ໄດ້ປຶກສາ ແລະ ແລກປ່ຽນບາງບັນຫາທີ່ຕ່າງຝ່າຍໃຫ້ຄວາມສົນໃຈ, ຍິນດີປະສານສົມທົບຢ່າງແໜ້ນແຟ້ນໃນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນໍາຂັ້ນສູງຂອງ ສອງຝ່າຍ, ພ້ອມທັງ ຢືນຢັນວ່າ ຈະເຮັດສຸດຄວາມສາມາດຂອງຕົນ ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ໝັ້ນຄົງຕະຫຼອດໄປ.

ຂ່າວ: ຄຕພພາບ: ແສງຈັນ

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກແລະ ກອງປະຊຸມຄະນະຊີ້ນຳໂຄງການ

ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກແລະ ກອງປະຊຸມຄະນະຊີ້ນຳໂຄງການ

ໃນວັນທີ 18 ພະຈິກນີ້, ທີ່ໂຮງແຮມສຸພັດຕຣານະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດໃນນາມ ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ໄດ້ຈັດກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ (The Annual UXO Sector Working Group) ປະຈຳປີ 2026 ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ), ແລະ ການເປັນປະທານຮ່ວມຂອງທ່ານ ດາວ ຊວນ ຫຼາຍ(Dao Xuan Lai), ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ(UNDP Lao PDR) ເເລະ ທ່ານ ນາງ ມິກເຊວ ຢັງ ເອົ້າລໍ້ (Michelle Y. Outlaw) ອຸປະທູດ ແລະ ທັງເປັນຮັກສາການປະຈໍາ ສະຖານເອກອັກຄະລັດຖະທູດເເຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ, ເເລະ ມີຜູ້ເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ທູຕະນຸທູດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍຂອງ ສປຊ, ຜູ້ອໍານວຍການ ແລະ ຕາງໜ້າຈາກອົງການປະຕິບັດງານແກ້ໄຂບັນຫາ ລບຕ ເພືີ່ອມະນຸດສະທໍາ ແລະ ອົງການປະຕິບັດງານພາກວິສາຫະກິດ, ຂະແໜງການກ່ຽວຂ້ອງອ້ອມຂ້າງສູນກາງ ແລະ ບັນດາຜູ້ເຂົ້າຮ່ວມຕິດຕາມຜ່ານທາງໄກໂດຍສະເພາະຄະນະກໍາມະທິການຂັ້ນແຂວງ, ລວມແຂກເຂົ້າຮ່ວມທັງໝົດຫຼາຍກວ່າ 100 ທ່ານ.
ໜັງສືພິມປະຊາຊົນແລະສະຖາບັນການເມືອງແຫ່ງຊາດໂຮ່ຈິມິນພົບປະສອງຝ່າຍ

ໜັງສືພິມປະຊາຊົນແລະສະຖາບັນການເມືອງແຫ່ງຊາດໂຮ່ຈິມິນພົບປະສອງຝ່າຍ

ໃນວັນທີ 18ພະຈິກນີ້, ທີ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນນະຄອນຫຼວງຮ່າໂນ້ຍສສຫວຽດນາມ, ສະຫາຍສີວັນຫອມໄຊຍະເດດກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມແລະພົບປະສອງຝ່າຍກັບສະຫາຍເລຫາຍບິ່ງກຳມະການສູນກາງພັກຮອງຫົວໜ້າຜູ້ປະຈຳການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ.
ກອງປະຊຸມລັດພາຄີ ສົນທິສັນຍາ ສປຊ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP 31) ປີ 2026 ທີ່ ຕວັກກີ

ກອງປະຊຸມລັດພາຄີ ສົນທິສັນຍາ ສປຊ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP 31) ປີ 2026 ທີ່ ຕວັກກີ

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມລັດພາຄີ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຫຼື (UNFCCC) ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 9-20 ພະຈິກ ນີ້ ທີ່ເມືອງ ອານຕາເລຍ ປະເທດຕວັກກີ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາປະເທດ ທີ່ເປັນລັດພາຄີຂອງສົນທິສັນຍາດັ່ງກ່າວ ຈຳນວນ 195 ປະເທດ ແລະ ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ, ພາກສ່ວນທຸລະກິດ ແລະ ບັນດາສຳນັກຂ່າວຕ່າງໆຈາກທົ່ວໂລກ ຈຳນວນທັງໝົດ ຫຼາຍກວ່າ 90,000 ຄົນ. ກອງປະຊຸມຄັ້ງນີ້ ຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມປະກອບມີຫຼາຍຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ, ຂະແໜງການຕ່າງປະເທດ, ຂະແໜງການເງິນ, ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ.
ຮອງປະທານ ສພຊ ເຂົ້າຮ່ວມກອງປະຊຸມພົບປະຜູ້ນຳອາຊຽນ ແລະ ຜູ້ນຳ ໄອປາ ທີ່ມະນີລາ ສ ຟິລິບປິນ

ຮອງປະທານ ສພຊ ເຂົ້າຮ່ວມກອງປະຊຸມພົບປະຜູ້ນຳອາຊຽນ ແລະ ຜູ້ນຳ ໄອປາ ທີ່ມະນີລາ ສ ຟິລິບປິນ

ວັນທີ 13-16 ພະຈິກຜ່ານມາ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ(ສພຊ) ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ຜູ້ນຳສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ທີ່ຈັດຂຶ້ນໃນລະຫວ່າງກອງປະຊຸມສຸດຍອດຜູ້ນໍາອາຊຽນ ຄັ້ງທີ 49 ທີ່ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ ຊຶ່ງມີບັນດາປະມຸກລັດ, ນາຍົກລັດຖະມົນຕີ, ປະທານ-ຮອງປະທານສະພາແຫ່ງຊາດ, ຄະນະຜູ້ແທນຂອງລັດຖະບານ ແລະ ສະພາແຫ່ງຊາດ ຈາກປະເທດສະມາຊິກອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ ແລະ ເລຂາທິ ການໃຫຍ່ໄອປາ ເຂົ້າຮ່ວມ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ພາຍໃຕ້ການຊີ້ນຳທາງຍຸດທະສາດຂອງປະມຸກລັດສອງປະເທດ, ລາວ ແລະ ຈີນ ໄດ້ເຊັນສັນຍາການຮ່ວມມືຫຼາຍສະບັບທີ່ກວມເອົາຂົງເຂດເສດຖະກິດດີຈີຕອນ ການພັດທະນາແບບສີຂຽວ ອຸດສາຫະກຳບໍ່ແຮ່ສີຂຽວ ແລະ ຂົງເຂດອື່ນໆ ພ້ອມທັງສືບຕໍ່ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມີຄຸນນະພາບສູງ.
Sabaidee JAPAN 2026 ສາມມື້ແຫ່ງການສະຫຼອງ ມິດຕະພາບ ລາວ-ຍີ່ປຸ່ນ

Sabaidee JAPAN 2026 ສາມມື້ແຫ່ງການສະຫຼອງ ມິດຕະພາບ ລາວ-ຍີ່ປຸ່ນ

ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ຮ່ວມກັບ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ໄດ້ເປັນເຈົ້າພາບຈັດງານ “Sabaidee JAPAN 2026” ໃນລະຫວ່າງວັນທີ 13-15 ພະຈິກ ຜ່ານມາ ທີ່ສວນປະຕູໄຊ. ງານດັ່ງກ່າວໄດ້ຮັບການຮ່ວມມືໃນການຈັດຕັ້ງຈາກ ມູນນິທິຍີ່ປຸ່ນ (Japan Foundation) ຫ້ອງການປະສານງານນະຄອນຫຼວງວຽງຈັນ, ອົງການຮ່ວມມືສາກົນຍີ່ປຸ່ນ JICA ປະຈຳລາວ, ອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ປະຈຳນະຄອນຫຼວງວຽງຈັນ, ສະພາອຸດສາຫະກຳ ແລະ ການຄ້າຍີ່ປຸ່ນ ແຫ່ງ ສປປ ລາວ ແລະ ສະຖາບັນລາວ-ຍີ່ປຸ່ນ (LJI).
ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ທ່ານ ນາງວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. Koizumi Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນວັນທີ 16 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ໃນປັດຈຸບັນ, ປະເທດຈີນກຳລັງຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຢ່າງຮອບດ້ານ ດ້ວຍການຫັນເປັນທັນສະໄໝແບບຈີນ; ປະເທດລາວກຳລັງສຸມໃສ່ການຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ການຫັນເປັນທັນສະໄໝສັງຄົມນິຍົມ, ກ້າວໄປສູ່ເປົ້າໝາຍສູ້ຊົນຂອງ 100 ປີແຫ່ງການສ້າງຕັ້ງພັກຄອມມຸຍນິດຈີນ,ຊຶ່ງແມ່ນເປົ້າໝາຍສູ້ຊົນຮ່ວມກັນຂອງສອງພັກ ສອງລັດ.
ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ໃນວັນທີ 13 ພະຈິກຜ່ານມານີ້ ທີ່ ນະຄອນຫຼວງມານິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອາມານະຖາ ຄຣິສເຕຍວານ ນາເຊຍ(ArrmanathaChristiawan Nasir) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ຊຶ່ງຈັດຂຶ້ນໃນວັນທີ 15-17 ພະຈິກ ນີ້.
ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ພິທີມອບ-ຮັບຈຸດກວດກາຢາເສບຕິດ ແລະ ອາຊະຍກຳທຸກປະເພດທີ່ເມືອງຫົງສາ ແຂວງໄຊຍະບູລີ ພາຍໃຕ້ໂຄງການຊ່ວຍເຫຼືອ ຈາກກອງທຶນຊັບສິນທີ່ຖືກຮິບ ຂອງອົສຕຣາລີ ແລະ ຕໍາຫຼວດແຫ່ງຊາດ ອົສຕຣາລີ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ (ປກສ), ເຂົ້າຮ່ວມໂດຍທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ທ່ານ ເຄຼກ ພາມເມີ ຜູ້ບັນຊາການຕໍາຫຼວດແຫ່ງຊາດອົສຕຣາລີ ປະຈໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ທ່ານ ນາງ ແມ ແກນ ຈອນ ເອກອັກຄະລັດຖະທູດ ອົສຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ