ຮອງນາຍົກລັດຖະມົນ ຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງຫົວພັນ

ຮອງນາຍົກລັດຖະມົນ ຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງຫົວພັນ
ໃນວັນທີ 15 ກຸມພາ ຜ່ານມາ, ທ່ານ ກິແກ້ວ ໄຂຄຳພິທູນຮອງນາຍົກລັດຖະມົນຕີຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ພ້ອມດ້ວຍຄະນະຕິດຕາມຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດ ຢູ່ເມືອງຊຳເໜືອແຂວງຫົວພັນ ໂດຍມີທ່ານ ພຸດພັນ ແກ້ວວົງໄຊຮອງເຈົ້າແຂວງຫົວພັນພ້ອມດ້ວຍຄະນະນຳຂອງແຂວງ, ພະແນກການ, ເມືອງຊຳເໜືອ ແລະ ຕາງໜ້າພາກສ່ວນກ່ຽວຂ້ອງ ໃຫ້ກຽດຕ້ອນຮັບ ແລະ ເຂົ້າຮ່ວມການເຄື່ອນໄຫວ.
ໃນໂອກາດດັ່ງກ່າວ, ຄະນະຂອງທ່ານຮອງນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມສູນສົ່ງເສີມເຕັກນິກກະສິກຳ ແລະ ປ່າໄມ້ ຮ່ວມມືລາວ-ຫວຽດນາມ ທີ່ບ້ານອົ້ງເມືອງຊຳເໜືອຊຶ່ງສູນດັ່ງກ່າວແມ່ນໄດ້ເລີ່ມກໍ່ສ້າງໃນປີ 2017 ສໍາເລັດໃນປີ 2018 ແລະ ເລີ່ມນໍາໃຊ້ໃນປີ 2019  ເປັນສູນທົດລອງແນວພັນ, ເຕັກນິກ, ວິທີການຜະລິດກະສິກຳ ທີ່ໃຫ້ສຳຫຼວດ, ສຶກສາ, ເຕົ້າໂຮມຄັດເລືອກ, ບໍລິການທາງດ້ານແນວພັນພືດ ແລະ ແນວພັນສັດ, ຊຸກຍູ້, ສົ່ງເສີມ, ຖ່າຍທອດເຕັກນິກ-ເຕັກໂນໂລຊີ ກ່ຽວກັບການປູກ-ການລ້ຽງ ແລະ ການປຸງແຕ່ງ; ເກັບກຳ, ສັງລວມ, ເຜີຍແຜ່ ແລະ ບໍລິການຂໍ້ມູນຂ່າວສານ ການທົດລອງຂອງຕົນ ໃຫ້ແກ່ປະຊາຊົນ ແລະ ກຸ່ມການຜະລິດ ຢູ່ແຂວງຫົວພັນ ປະກອບສ່ວນໃນການພັດທະນາກະສິກຳ ຂອງແຂວງ, ປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ, ຫ້ອງການກະສິກຳ ແລະ ປ່າໄມ້ປະຈຳເມືອງ, ສະຖານີເຕັກນິກຂອງເມືອງ ແລະ ພາກສ່ວນເສດຖະກິດຕ່າງໆ ເພື່ອຜັນຂະຫຍາຍຜົນສໍາເລັດຂອງການທົດລອງ ອອກສູ່ສັງຄົມຢ່າງກວ້າງຂວາງ; ຈັດຝຶກອົບຮົມທັງຢູ່ພາຍໃນ ແລະ ພາຍນອກສູນ ກ່ຽວກັບທັກສະກະສິກຳແບບໃໝ່, ເຕັກໂນໂລຊີ ການປູກ-ການລ້ຽງ ແລະ ທັງເປັນບ່ອນສາທິດໃຫ້ວິຊາການຂັ້ນເມືອງ, ຊາວກະສິກອນ, ຜູ້ປະກອບການ, ນັກສຶກສາ ແລະ ສັງຄົມ. ທ່ານ ແອຊໍາຫົວໜ້າສູນດັ່ງກ່າວ ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວຂອງສູນ ໂດຍມີ 6 ກິດຈະກໍາຫຼັກ ທີ່ໄດ້ຈັດຕັ້ງປະຕິບັດ ຄື: 1. ກິດຈະກໍາລ້ຽງເປັດ, ໄກ່; 2. ກິດຈະກໍາປູກໄມ້ໃຫ້ໝາກ ແລະ ສວນກ້າ; 3. ກິດຈະກໍາປູກພືດຜັກອິນຊີ; 4. ກິດຈະກໍາລ້ຽງປາໃນໜອງ;5. ກິດຈະກໍາລ້ຽງໝູ ແລະ 6. ກິດຈະກໍາລ້ຽງແບ້ ຊຶ່ງການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ມີທັງຜົນສໍາເລັດທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຈໍານວນໜຶ່ງ. ຫຼັງຈາກນັ້ນ ໄດ້ນໍາພາຄະນະຢ້ຽມຊົມສະຖານທີ່ຕົວຈິງ ຊຶ່ງໃນເວລາດຽວກັນ ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ມີທິດຊີ້ນໍາ ຄື: 1. ໃຫ້ທາງສູນສືບຕໍ່ການຮ່ວມມື ແລະ ຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ຈາກເພື່ອນມິດໃຫ້ຫຼາຍຂຶ້ນກວ່າເກົ່າ, ພ້ອມດຽວກັນ ກໍໃຫ້ໄປແລກປ່ຽນບົດຮຽນວຽກງານດັ່ງກ່າວ ກັບສູນອື່ນໆຢູ່ບັນດາແຂວງຕື່ມ; 2. ສໍາລັບແນວພັນໝູ, ແບ້ ກໍໃຫ້ນໍາເອົາແນວພັນຈາກແຂວງອື່ນໆ ມາປະສົມປະສານຕື່ມ ເພື່ອໃຫ້ມີຄວາມຫຼາກຫຼາຍ ໂດຍສະເພາະແນວພັນໝູໄຊຍະບູລີ, ສະຫວັນນະເຂດ ແລະ ອື່ນໆ; 3. ໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຊ່ວຍເຫຼືອສູນດັ່ງກ່າວໃນການເຂົ້າເຖິງແຫຼ່ງທຶນຕ່າງໆອີກ.
ຫຼັງຈາກນັ້ນ, ຄະນະ ໄດ້ໄປຢ້ຽມຢາມໂຄງການກໍ່ສ້າງໂຮງໝໍມິດຕະພາບລາວ-ຫວຽດນາມ ທີ່ບ້ານມີສຸກ ເມືອງຊຳເໜືອແຂວງຫົວພັນ ຊຶ່ງໂຄງການດັ່ງກ່າວໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ແລະ ແຂວງແທັງຮວ່າ ສສ ຫວຽດນາມ ມູນຄ່າທັງໝົດ 518,46 ຕື້ດົງ, ໃນນີ້ ທຶນສົມທົບ ຂອງລັດຖະບານລາວ ມີ 1,77 ຕື້ກີບ, ໂຄງການໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 26 ມິຖຸນາ 2018, ມາຮອດປັດຈຸບັນ ໄດ້ກໍ່ສ້າງສຳເລັດແລ້ວ 75%, ຕຶກອາຄານ ປະກອບມີ 9 ຊັ້ນ. ຕໍ່ບັນຫາດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ໄດ້ມີທິດຊີ້ນໍາໃຫ້ແຂວງ ກໍຄືພາກສ່ວນຮັບຜິດຊອບຂອງແຂວງເອົາໃຈໃສ່ຊຸກຍູ້, ສືບຕໍ່ຈັດຕັ້ງປະຕິບັດໂຄງການ ຕາມຄໍາເຫັນຊີ້ນໍາຂອງຂັ້ນເທິງໄລຍະຜ່ານມາ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ສາມາດເປີດນໍາໃຊ້ໂດຍໄວ.
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ຊຽງຂວາງສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ແຂວງ​ຊຽງ​ຂວາງໄດ້​ຈັດກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ3ສ້າງ 5ປີ(2021-2025) ແລະ ທິດທາງແຜນການ5ປີ(2026-2030), ໃນວັນທີ18ພະຈິກນີ້,ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ