ວັນທີ 30 ພະຈິກນີ້, ແຂວງຄໍາມ່ວນ ໄດ້ຈັດກິດຈະກຳ ຂີ່ລົດຖີບ ເພື່ອສະເຫຼີມສະຫຼອງ ວັນສໍາຄັນຂອງພັກ ຂອງຊາດ ເປັນຕົ້ນ: ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ (02/12/1975 - 02/12/2025), ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920 - 13/12/2025) ແລະ ຊົມເຊີຍຜົນສໍາເລັດ ການເຂົ້າຮ່ວມ ການແຂ່ງຂັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຊຶ່ງແຂວງຄໍາມ່ວນ ຍາດໄດ້ອັນດັບທີ 3 ຂອງທົ່ວປະເທດ ຮອງຈາກ ນະຄອນຫຼວງວຽງຈັນ ເຈົ້າພາບ ແລະ ກະຊວງປ້ອງກັນປະເທດ ແລະ ຊົມເຊີຍ ໃບຢັ້ງຢືນອຸທິຍານແຫ່ງຊາດ ຫີນໜາມໜໍ່ ທີ່ຕັ້ງຢູ່ເມືອງບົວລະພາ ແຂວງຄໍາມ່ວນ ໄດ້ຖືກຮັບຮອງເປັນມໍຣະດົກໂລກທາງທໍາມະຊາດ ແຫ່ງທໍາອິດ ຂອງ ສປປ ລາວ.
ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງ ການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ . ທ່ານ ນາງ ພູເງິນ ຈີນທະລາສີ ຜູ້ອຳນວຍການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ(ສກຈຮ)ສາຍໃຍສຳພັນ ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ຖະໜົນສີສະຫວ່າງວົງ ບ້ານລັດຕະນະລັງສີໃຕ້ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໂດຍທ່ານໄດ້ໃຫ້ທັດສະນະວ່າ: ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ເປັນວັນທີ່ມີຄວາມໝາຍຄວາມສໍາຄັນຍິ່ງໃຫຍ່ທາງປະຫວັດສາດ ແລະ ເປັນວັນ ທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນວັນທີ່ປວງຊົນລາວທັງຊາດ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວອາດຫານຂອງບັນພະບູລຸດລາວ. ຊຶ່ງແມ່ນໝາກຜົນ ແລະ ໄຊຊະນະຂອງຂະບວນການຕໍ່ສູ້ທີ່ຢຶດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນໍາພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ.
ພິທີເປີດງານວາງສະແດງຮູບພາບ ແລະ ເອກກະສານ: ພາຍໃຕ້ຫົວຂໍ້: “ຜົນສໍາເລັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນພົມວິຫານ”,ໄດ້ຈັດຂຶ້ນ,ໃນວັນທີ ວັນທີ 28 ພະຈິກນີ້,ທີ່ຫໍພິພິທະພັນ ໄກສອນ ພົມວິຫານ,ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສ ປ ປ ລາວ,ມີບັນດາ ສະຫາຍ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ກໍາມະການສູນກາງພັກ, ບັນດາສະຫາຍອະດີດການນໍາຂັ້ນສູງພັກ-ລັດ ແລະ ພາກສ່ວນທີ່ກ໋ຽວຂ້ອງເຂົ້າຮ່ວມ.
ພິທີຊ້ອມໃຫຍ່ຄັ້ງສຸດທ້າຍ ທຸກຂະບວນເດີນສວນສະໜາມເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີໄດ້ຈັດຂຶ້ນໃນວັນທີ 28 ພະຈິກນີ້ ທີ່ສະໜາມຫຼວງນະຄອນຫຼວງວຽງຈັນ ໂດຍມີສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ມີບັນດາການນຳພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 27 ພະຈິກນີ້ ທີ່ສະໂມສອນແຂວງເຊກອງ, ຄະນະພັກ-ຄະນະນໍາ ແລະ ພະນັກງານລັດຖະກອນ 2 ຂົງເຂດ ໄດ້ຫວນຄືນມູນເຊື້ອ 2 ວັນປະຫວັດສາດ ຂອງຊາດ ຄື: ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025). ຂົງເຂດວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ປາຖະກະຖາ ໂດຍສະຫາຍ ພອນເພັດ ຄິວລະວົງ ອະດີດຮອງເລຂາພັກແຂວງເຊກອງ ແລະ ຂົງເຂດເສດຖະກິດ ປາຖະກະຖາ ໂດຍສະຫາຍ ສີດາ ສຸວັນນະສາຍ ອະດີດຮອງເລຂາພັກແຂວງເຊກອງ.
ວັນທີ 27 ພະຈິກຜ່ານມານີ້, ກຳມະບານຮາກຖານສານປະຊາຊົນແຂວງສາລະວັນ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2025 ແລະ ທິດທາງແຜນການ 2026, ໂດຍການເປັນປະທານຂອງ ສະຫາຍ ຄຳໄຟວັນ ສິມມະລີ ຮອງປະທານສານປະຊາຊົນແຂວງ ປະທານກຳມະບານຮາກຖານສານປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສຸດທິໂສມ ແກ້ວໄຊຍະວົງ ກຳມະການພັກແຂວງ ເລຂາໜ່ວຍພັກສານປະຊາຊົນແຂວງ, ສະຫາຍ ນາງ ອ່ອນສາ ຄຳໄຟວັນ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ແຂກທີ່ຖືກເຊີນຈາກຮາກຖານອ້ອມຂ້າງ ພ້ອມດ້ວຍສະມາຊິກກຳມະບານເຂົ້າຮ່ວມ.
ທ່ານ ຄໍາໄພ ສົມຊະນະ ປະທານກຸ່ມບໍລິສັດຄໍາໄພຊະນະກຣຸບໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພີມປະຊາຊົນ ເນື່ອງໃນໂອກາດ 50 ປີ ວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະາຊົນລາວ ວ່າ: ໃນນາມນັກທຸລະກິດຮຸ່ນບຸກເບີກ ແລະ ໃນນາມປະຊາຊົນລາວຜູ້ໜຶ່ງ ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ການນໍາ ພັກ-ລັດຖະບານທີ່ໄດ້ປົດປ່ອຍປະເທດຊາດມາແຕ່ 1975 ມາເຖິງ 2025 ເຄິ່ງສັດຕະວັດ 50 ປີ ທີ່ນຳພາປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນໃຫ້ໄດ້ ຢູ່ດີ-ກິນດີ ແລະ ນຳເອົາຜືນແຜ່ນດິນອັນຄົບຖ້ວນມາໃຫ້ ປະຊາຊົນພວກເຮົາ. ພວກເຮົາຕ້ອງເຂົາລົບນັບຖືຊົມເຊີຍ ພັກ-ລັດ ແລະ ຈົ່ງພ້ອມກັນ ຮັກປະເທດຊາດ ເຮັດຫຍັງຄວນຄໍານຶງຄວາມຍຶນຍົງ, ໂດຍສະເພາະ ແມ່ນບັນຫາສີຂຽວຍືນຍົງ.ຄົນລາວເຮົາ 7 ລ້ານຄົນມີແຜ່ນດິນກວ້າງ, ມີດິນດຳນໍ້າຊຸ່ມ, ນັ່ງຢູ່ຫີບເງິນ, ຫີບຄໍາ ແລະ ຈະເຮັດແນວໃດໃຫ້ເກີດເປັນເງິນເປັນຄໍາຕ້ອງໄດ້ພາກັນທຳການຜະລິດ, ເຮັດທຸລະກິດ, ດັ່ງນັ້ນ. ນັກຮຽກຮ້ອງໃຫ້ລູກຫຼານ ຕ້ອງໄດ້ພ້ອມກັນສູ້ຊົນເພື່ອສ້າງສາພັດທະນາປະເທດຊາດຂອງພວກເຮົາໃຫ້ມີຄວາມຈະເລີນກ້າວໜ້າ.
ພິທີເຊັນສັນຍາບົດບັນທຶກການຮ່ວມມື ວ່າດ້ວຍການຈັດຕັ້ງປະຕິບັດກິດຈະກິດ (MOA) ລະຫວ່າງສະຖາບັນພັດທະນາອາຊີວະສຶກສາ(ສພອ) ກະຊວງສຶກສາທິການ ແລະ ກິລາ ແລະ ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກນີ້ ທີ່ສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ໂດຍຮ່ວມລົງນາມໃນຄັ້ງນີ້ມີ ທ່ານ ບຸນເສັງ ຄຳມູນຕີ ຜູ້ອຳນວຍການ ສະຖາບັນພັດທະນາອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອຳນວຍການສູນຝຶກວິຊາຊີບຄົນຫູໜວກມືແຫ່ງຄວາມຫວັງ ໂດຍມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່າມກາງບັນຍາກາດອັນສະຫງ່າລາສີ,ຄຶກຄື້ນ ແລະເຕັມໄປດ້ວຍຄວາມປິຕິຊົມຊື່ນ, ທົ່ວພັກ-ທົ່ວລັດ, ທົ່ວຖັນແຖວ ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນ ສ້າງຜົນງານຕ້ອນຮັບ 2 ວັນປະຫວັດສາດທີ່ສຳຄັນ ຄື:ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ.
ຄຳວ່າ (ທະຫານ) ຫາງສຽງ ແລະ ສາຍຕາຂອງສັງຄົມທີ່ມີຕໍ່ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ສ່ວນໃຫຍ່ແລ້ວຈະເບິ່ງເຫັນດ້ວຍສາຍຕາທີ່ອົບອຸ່ນ, ເຄົາລົບ ແລະ ໃຫ້ກຽດຢ່າງພາກພູມໃຈ, ທະຫານບໍ່ວ່າຈະປະຕິບັດງານອັນໃດ, ຢູ່ໃສກໍລ້ວນແລ້ວເອົາປະຊາຊົນເປັນທີ່ຕັ້ງ ແລະ ສິ່ງນີ້ເອງທີ່ເຮັດໃຫ້ມີຄວາມສະໜິດ ແໜ້ນ ແລະ ເຊື່ອມຈອດກັບປະຊາຊົນຢ່າງແທ້ຈິງແບບໃຈແລກໃຈ; ແນ່ນອນມີຄົນຮັກກໍມີຄົນຊັງ ຍັງມີຄົນບາງກຸ່ມທີ່ຍັງແນມທະຫານດ້ວຍສາຍຕາທີ່ບໍ່ເປັນມິດ, ບາງທ່ານເວລາເຫັນທະຫານໃສ່ເຄື່ອງຊຸດເກົ່າ ຂີ່ລົດຈັກຮ້າງສົ່ງລູກໄປໂຮງຮຽນ ບາງທ່ານກໍຄິດໃນໃຈຢາກເວົ້າສຽດສີເປັນຕ່າງໆນາໆ ໂດຍບໍ່ຄຳນຶງເຖິງສະພາບຈິດໃຈ ແລະ ຄວາມຈິງທີ່ແຕ່ລະຄົນຕ້ອງປະເຊີນ. ບາງຄົນຕັ້ງຄຳຖາມຂຶ້ນວ່າໃນວົງເຫຼົ້າ ວົງເບຍ ສົນທະນາກັນວ່າອາຊີບທະຫານເງິນເດືອນບໍ່ສົມກັບໜ້າວຽກ, ບໍ່ກຸ້ມກິນ.
ຄໍາເຫັນ