ຮອງນາຍົກລັດຖະມົນຕີ ຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ
ວັນທີ 18 ມັງກອນ 2026 ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ, ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍມີທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ພ້ອມດ້ວຍຄະນະນຳແຂວງຮ່ວມຕິດຕາມ.
ຮອງນາຍກລດຖະມນຕ ຢຽມຢາມບລສດ ຝນໂປຕາສ ອາຊ-ໂປຕາສ ສາກນ (ລາວ) ຈາກດ - image 1
 

ການລົງເຄື່ອນໄຫວຢ້ຽມຢາມຄັ້ງນີ້, ຄະນະທ່ານຮອງນາຍົກ ໄດ້ຮັບຟັງການລາຍງານສະພາບລວມ, ວິໃສທັດ ແລະ ແຜນການພັດທະນາຂອງບໍລິສັດ. ຊຶ່ງບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ ລາວ ແມ່ນໄດ້ຍຶດຖືຮູບແບບການພັດທະນາ ຫັນເປັນອຸດສາຫະກຳ, ຕົວເມືອງ, ກະສິກຳທັນສະໄໝ ແລະ ຫັນບຸກຄະລາກອນເປັນທ້ອງຖິ່ນ, ເປັນ 4 ທິດການພັດທະນາທີ່ປະສານກົມກຽວກັນ, ບົນພື້ນຖານການພັດທະນາທຸລະກິດຫຼັກຝຸ່ນໂປຕາສ ໃຫ້ເຕີບໃຫຍ່ເຂັ້ມແຂງ, ບໍລິສັດຍັງໄດ້ພັດທະນາໂຄງການ “ນິຄົມອຸດສາຫະກຳ ອາຊີ-ໂປຕາສ” ເພື່ອດຶງດູດເອົາ ທຶນຕ່າງປະເທດ ຄຸນນະພາບສູງເຂົ້າມາລົງທຶນ, ຖືເອົາການຫັນເປັນອຸດສາຫະກຳເປັນຫົວຈັກຂັບເຄື່ອນຊ່ວຍຍູ້ແຮງການພັດທະນາເສດຖະກິດຂອງລາວ. ມາຮອດປະຈຸບັນ, ບໍລິສັດໄດ້ລົງທຶນຢູ່ລາວຫຼາຍຕື້ໂດລາສະຫະລັດ, ມອບພັນທະພາສີ-ອາກອນໃຫ້ລັດຖະບານລາວ ຫຼາຍຮ້ອຍລ້ານໂດລາ, ສ້າງວຽກເຮັດງານທໍາໃຫ້ທ້ອງຖິ່ນຈໍານວນຫຼາຍ ພ້ອມທັງໄດ້ປະກອບສ່ວນພັດທະນາພື້ນຖານໂຄງລ່າງ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນເຂດອ້ອມຂ້າງໂຄງການນັບມື້ໄດ້ຮັບການປັບປຸງດີຂຶ້ນ.

ຮອງນາຍກລດຖະມນຕ ຢຽມຢາມບລສດ ຝນໂປຕາສ ອາຊ-ໂປຕາສ ສາກນ (ລາວ) ຈາກດ - image 2
 

ໂອກາດນີ້, ທ່ານ ພົອ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນ ຊຶ່ງທ່ານໄດ້ຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດຂອງບໍລິສັດໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ແກ່ທ້ອງຖິ່ນ ກໍຄືລັດຖະບານຂອງ ສປປ ລາວ, ສິ່ງສໍາຄັນເເມ່ນການປະກອບສ່ວນໃນການສ້າງວຽກເຮັດງານທໍາຂອງພໍ່ແມ່ປະຊາຊົນ. ການລົງທຶນຂອງ ບໍລິສັດ ຢູ່ໃນ ສປປ ລາວ ຍັງເປັນການຮັດແໜ້ນຄວາມສາມັກຄີຮັກແພງ ລະຫວ່າງ ສອງຊາດ ລາວ-ຈີນ ຕາມ 1 ແລວທາງ 1 ເສັ້ນທາງ.

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄະນະນໍາກະຊວງປ້ອງກັນປະເທດຢ້ຽມຢາມສູນເສນອົງຄະ 489

ຄະນະນໍາກະຊວງປ້ອງກັນປະເທດຢ້ຽມຢາມສູນເສນອົງຄະ 489

ວັນທີ 19 ມັງ ກອນຜ່ານມາ, ຄະນະນໍາກະຊວງປ້ອງກັນປະ ເທດລົງຢ້ຽມຢາມ ແລະ ມອບເຄື່ອງຊຸກຍູ້ ຢູ່ສູນເສຍອົງຄະ 489 ໂດຍການນໍາພາ ແລະ ເປັນປະທານຂອງສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຫົວ ໜ້າກົມໃຫຍ່ເຕັກນິກ ພ້ອມດ້ວຍຄະນະ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 77 ປີ.
ຄໍາມ່ວນ ຮັບຟັງປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ຄໍາມ່ວນ ຮັບຟັງປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ແຂວງຄໍາມ່ວນ ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/ 1/1949-20/1/2026) ໄດ້ຈັດຂຶ້ນໃນວັນທີ 19 ມັງກອນ 2026 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ (ຫຼັກ 4) ໂດຍການໃຫ້ກຽດປາຖະກະຖາຂອງທ່ານ ພັນເອກ ຄໍາມອນ ບຸນໂຈມເຮືອງສີ ອະດີດກໍາມະການສູນກາງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອະດີດປະທານສະຫະພັນນັກຮົບເກົ່າແຂວງຄໍາມ່ວນ, ມີເຂົ້າຮ່ວມຮັບຟັງມີທ່ານ ພັນເອກ ສີສົມພູ ແກ້ວບຸນລ້ອມ ຄະນະປະຈໍາພັກແຂວງ ເລຂາຄະນະພັກທະຫານແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຄໍາມ່ວນ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.
ເຊັນສັນຍາ ສໍາປະທານສ້າງຕັ້ງໂຮງງານຕົ້ມເກືອດ້ວຍເຄື່ອງໄຟຟ້າ ຢູ່ບ້ານບໍ່

ເຊັນສັນຍາ ສໍາປະທານສ້າງຕັ້ງໂຮງງານຕົ້ມເກືອດ້ວຍເຄື່ອງໄຟຟ້າ ຢູ່ບ້ານບໍ່

ພິທີເຊັນສັນຍາ ສໍາປະທານສ້າງຕັ້ງໂຮງງານຕົ້ມເກືອດ້ວຍເຄື່ອງໄຟຟ້າ ຢູ່ບ້ານບໍ່ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ໄຂຈັດຂຶ້ນໃນວັນທີ 16 ມັງກອນຜ່ານມາ ໂດຍ ແມ່ນ ທ່ານ ບຸນຮຽງ ໄຊຍະແສງ ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມການລົງທຶນ ຕາງໜ້າໃຫ້ອົງການປົກຄອງແຂວງ ລົງລາຍເຊັນ ຮ່ວມກັບ ທ່ານ ວົງສັກດາ ຄຳຜຸຍ ປະທານຝ່າຍບໍລິຫານ ບໍລິສັດໂຮງງານຜະລິດເກືອບ້ານບໍ (ກາເພັດ) ໂດຍມີ ທ່ານ ພູວົງບຸນຊູ ປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອຸທຸມພອນ ຫາລືການຈັດງານບຸນນະມັດສະການພະທາດ ປີ 2026

ອຸທຸມພອນ ຫາລືການຈັດງານບຸນນະມັດສະການພະທາດ ປີ 2026

ເມື່ອບໍ່ດົນມານີ້ ທີ່ບ້ານດົງທ່າ ເມືອງອຸທຸມພອນ ແຂວສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດງານບຸນ ນະມັດສະການພະທາດ ທ່າພະນົມປະຖົມລັດຕະນະເຈດີຂຶ້ນ, ໂດຍມີຄະນະ ອພສ ເມືອງ ພ້ອມດ້ວຍພະສົງ ສາມະເນນ, ມີທ່ານ ອຸ່ນແກ້ວ ວົງສາຄອນ ປະທານແນວລາວສ້າງຊາດເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄວາມສໍາຄັນ ແລະ ຈຳເປັນ 4 ປະການ ຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ຄວາມສໍາຄັນ ແລະ ຈຳເປັນ 4 ປະການ ຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ແຕ່ລະຄັ້ງ ລ້ວນເປັນເຫດການທາງປະຫວັດສາດທີ່ສໍາຄັນຂອງຊາດ, ມີຄວາມໝາຍສໍາຄັນ ແລະ ຈຳເປັນໃນການເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະມະຕິກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໄດ້ເນັ້ນເຖິງຄວາມສໍາຄັນ ແລະ ຈຳເປັນ 4 ປະການ.
“ ຊາວໜຸ່ມກອງທັບ ເດັດດ່ຽວອາດຫານ ນຳໜ້າ ສາມັກຄີ ມີວິໃນ ແລະ ປະດິດສ້າງ ”

“ ຊາວໜຸ່ມກອງທັບ ເດັດດ່ຽວອາດຫານ ນຳໜ້າ ສາມັກຄີ ມີວິໃນ ແລະ ປະດິດສ້າງ ”

ສະຫາຍ ພັນເອກ ຫົງທອງ ສີຊານົນ ເລຂາທິການສູນກາງ ຊປປລ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ສະແດງທັດສະນະຕໍ່ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີວ່າ:
ກອງທັບກຳເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເຮັດເພື່ອປະຊາຊົນ

ກອງທັບກຳເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເຮັດເພື່ອປະຊາຊົນ

ຈາກພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານ ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: ກອງທັບປະຊາຊົນລາວ ແມ່ນກຳເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງເພື່ອປະຊາຊົນ ພາຍໃຕ້ການນຳພາ ແລະ ສຶກສາອົບຮົມຈາກພັກ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມ ຕໍ່ການນຳ ແຂວງສາລະວັນ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມ ຕໍ່ການນຳ ແຂວງສາລະວັນ

ໃນວັນທີ 17 ມັງກອນ ຜ່ານມາ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງປະທານ-ຜູ້ປະຈໍາການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຮອບດ້ານແຂວງສາລະວັນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ຕໍ່ການນໍາແຂວງສາລະວັນ, ໂດຍມີສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສາລະວັນ, ສະຫາຍ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ, ບັນດາສະຫາຍການນໍາແຂວງ, ຄະນະພັກ-ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານເລືອກຕັ້ງ ສສຊ ແລ ສສຂ

ທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານເລືອກຕັ້ງ ສສຊ ແລ ສສຂ

ວັນທີ 14 ມັງກອນຜ່ານມຮານີ້, ຢູ່ສະໂມສອນຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຕັ້ງເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະບັນຊາອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ-ນະຄອນ ຫຼວງພະບາງ, ໂຮງງານປະສານເຫຼົ່າ, ໂຮງໝໍບໍລິເວນ 107, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ເລື່ອງສັັ້ນ ເງົາຂອງເວລາ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ໄດ້ລາງວັນທີ 1

ເລື່ອງສັັ້ນ ເງົາຂອງເວລາ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ໄດ້ລາງວັນທີ 1

ເລື່ອງສັັ້ນເງົາຂອງເວລາ ຂຽນໂດຍ ປັນຍາ ພັນທະພານິດ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ຂຽນໂດຍ ແກ້ວຈ່ອຍ ບົວ ໄດ້ລາງວັນທີ 1; ເລື່ອງສັ້ນ ຂອງຂວັນ ຂຽນໂດຍ ອຸດົມຮອບຄອບ, ບົດບັນທຶກປະລິນຍາມະຫາຊົນ ຂຽນໂດຍ ວິລັດ ຜິວອ່ອນ, ບົດກະວີ ບໍ່ໄດ້ຈັບປືນຮ່ວມສູ້ ແຕ່ຂໍຈັບປາກກາຮ່ວມສ້າງຂຽນໂດຍ ສະຫງວນສັກ ວັນໄຊຍະເດດ ແລະ ບົດກະວີ ພັກນີ້ ຂຽນໂດຍ ບຸນມາ ຫອມສົມບັດ ໄດ້ລາງວັນທີ 2 ແລະ ເລື່ອງສັ້ນ ສ່ຽວຮັກ ສ່ຽວສັດຕູ ຂຽນໂດຍ ບົວລະພາ ກຸມພົນ, ເລື່ອງສັ້ນ ຮອຍລະນຶກ ຂຽນໂດຍ ບຸນເກີດ ຈັນທະວົງ, ບົດບັນທຶກ ອິນຊີຄືນຖິ່ນ ຂຽນໂດຍ ປະສົງ ວົງຄຳຈັນ, ບົດກະວີ ຮອຍຍີ້ມລູກ ຄວາມສຸກຂອງແມ່ ຂຽນໂດຍ ສະດັນຢູ ເພັດຊະລາດ ແລະ ບົດກະວີ ສານສັ່ງຈາກປະທານໄກສອນ ພົມວິຫານ ຂຽນໂດຍ ໄພວອນ ນັນທະວົງ ໄດ້ລາງວັນທີ 3.
ເພີ່ມເຕີມ