ຮອງນາຍົກລັດຖະມົນຕີ ຢ້ຽມຢາມໂຄງການກໍ່ສ້າງ ປ້ອງກັນຕາຝັ່ງເຈື່ອນຢູ່ເມືອງໜອງບົກ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມໂຄງການກໍ່ສ້າງ ປ້ອງກັນຕາຝັ່ງເຈື່ອນຢູ່ເມືອງໜອງບົກ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມໂຄງການກໍ່ສ້າງ ປ້ອງກັນຕາຝັ່ງເຈື່ອນຢູ່ເມືອງໜອງບົກ
ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ມາເຄື່ອນໄຫວ ແລະ ເຮັດວຽກ ຢູ່ແຂວງຄຳມ່ວນ, ໃນວັນທີ 11 ກຸມພາຜ່ານມານີ້ ໄດ້ໄປຢ້ຽມຢາມໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນບ້ານດອນຂຽວ ເມືອງໜອງບົກ

, ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາການນໍາຂອງແຂວງ, ເມືອງ ຮ່ວມຕິດຕາມ.

ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມແມ່ນໍ້າຂອງ ເຂດບ້ານດອນຂຽວ ເມືອງໜອງບົກ ໄດ້ເລີ່ມກໍ່ສ້າງແຕ່ເດືອນ ພຶດສະພາ 2024 ໂດຍແມ່ນກຸ່ມບໍລິສັດ ດີເອັມ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ. ການກໍ່ສ້າງ ເປັນແບບລຽນຫີນ (RIP- RAP), ມີຄວາມຍາວ 1,560 ແມັດ, ມູນຄ່າສັນຍາ 63 ຕື້ກວ່າກີບ, ຄວາມຄືບໜ້າການກໍ່ສ້າງມາຮອດປັດຈຸບັນປະຕິບັດໄດ້ 70% ແລະ ຄາດວ່າໂຄງການດັ່ງກ່າວຈະໃຫ້ສໍາເລັດໃນທ້າຍປີ 2025. ຈາກນັ້ນ, ກໍໄດ້ສືບຕໍ່ຢ້ຽມຢາມໂຮງສີເຂົ້າ ບຸນມີ ຄໍາມະນີວົງ ໂດຍໄດ້ຮັບຟັງລາຍງານຄວາມເປັນມາຂອງການດໍາເນີນກິດຈະການ, ດ້ານຄວາມສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໃນຜ່ານມາ ຈາກຜູ້ປະກອບການໂດຍສະເພາະແມ່ນດ້ານກໍາລັງການຜະລິດ, ດ້ານລາຄາເກັບຊື້ ແລະ ຈໍາໜ່າຍ. ປັດຈຸບັັນໄດ້ຍົກລະດັບໂຮງສີ ຂຶ້ນໂດຍເພີ່ມກໍາລັງການຜະລິດໄດ້ 20-25 ໂຕນ/ມື້ ແລະ ເພີ່ມເຕົາອົບເປັນ 2 ເຄື່ອງ, ປະລິມານການອົບ 30 ໂຕນ/ຄັ້ງ, ໃນປີ 2024 ຜ່ານມາໂຮງສີເຂົ້າສາມາດເກັບຊື້ເຂົ້າເປືອກປະມານ 13,000 ໂຕນ. ໃນນັ້ນ, ມີເຂົ້າເປືອກຈ້າວ 5,000 ໂຕນ, ເຂົ້າເປືອກໜຽວນາແຊງ 5,000 ໂຕນ ແລະ ເຂົ້າເປືອກໜຽວນາປີ 3,000 ໂຕນ. ດ້ານຕະຫຼາດຈໍາໜ່າຍສົ່ງຕະຫຼາດເຂົ້າສານພາຍໃນແຂວງ 30%, ຕ່າງແຂວງ 70%. ພ້ອມນີ້ ຍັງມີຂໍສະເໜີມາຍັງລັດຖະບານຊ່ວຍສະໜອງແຫຼ່ງທືນດອກເບ້ຍຕໍ່າ ເພື່ອມາເປັນທືນເກັບຊື້ ແລະ ພັດທະນາຜະລິດຕະພັນຂອງໂຮງສີເຂົ້າ ໃຫ້ນັບມື້ນັບແຂງແຮງ ສາມາດແຂ່ງຂັນກັບຕະຫຼາດໄດ້.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ແລະ ທ່ານເຈົ້າແຂວງຄໍາມ່ວນຍັງໄດ້ມີຄໍາເຫັນຊີ້ນໍາ ມາຍັງຜູ້ປະກອບການໂຮງສີເຂົ້າ ເພື່ອເຮັດແນວໃດໃຫ້ຜະລິດຕະພັນສາມາດ ສົ່ງອອກໄປຍັງຕ່າງປະເທດ; ພ້ອມນັ້ນກໍເຮັດໃຫ້ເປັນກຸ່ມ, ມີສັນຍາການຊື້ເຂົ້າຜູກກັບໂຮງສີ ເພື່ອໃຫ້ມີວັດຖຸດິບພຽງພໍສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດ, ພ້ອມທັງຍິນດີຮັບເອົາການສະເໜີຂອງຜູ້ປະກອບການ ແລະ ມອບໃຫ້ພາກສ່ວນຂະແໜງການກ່ຽວຂ້ອງເກັບກໍາຂໍ້ມູນລະອຽດແລ້ວນໍາສະເໜີມາຍັງອົງການຈັດຕັ້ງກ່ຽວຂ້ອງ ເພື່ອນໍາສະເໜີຕໍ່ລັດຖະບານຊອກຫາວິທີທາງແກ້ໄຂ.

ປຂ່າວ: ມະນີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ວາງແຜນຄຸ້ມຄອງອະນຸລັກ ແລະ ພັດທະນາອຸທິຍານທໍລະນີຫີນບູນ

ຄໍາມ່ວນ ວາງແຜນຄຸ້ມຄອງອະນຸລັກ ແລະ ພັດທະນາອຸທິຍານທໍລະນີຫີນບູນ

ແຂວງຄໍາມ່ວນໄດ້ຈັດກອງປະຊຸມຄະນະວິທະຍາສາດ ເພື່ອຄົ້ນຄວ້າ, ປະເມີນຜົນ ແລະ ວາງແຜນຄຸ້ມຄອງ-ອະນຸລັກ ພື້ນທີ່ອຸທິຍານທໍລະນີຫີນບູນ (HinbounGeopark) ໃນ​ວັນ​ທີ 29 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ໂດຍມີທ່ານ ບຸນປັນ ພຸດທະອາມາດ ຫົວໜ້າພະແນກຄຸ້ມຄອງປ່າສະຫງວນ (ຜູ້ຕາງໜ້າຈາກກົມປ່າໄມ້ (ກະຊວງກະສິກໍາ ແລະ ສິ່ງແວດລ້ອມ), ທ່ານ ບຸນປອນ ທອງສຸວັນນະລາດຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ມີຊ່ຽວຊານ ແລະ ນັກວິທະຍາສາດ ຈາກຫຼາຍສາຂາວິຊາຊີບ ທັງພາຍໃນ ແລະ ຕ່າງປະເທດແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ປາກຊ່ອງເຜີຍແຜ່ເຊື່ອມຊຶມກົດລະບຽບຂອງພັກສະໄໝທີXII

ປາກຊ່ອງເຜີຍແຜ່ເຊື່ອມຊຶມກົດລະບຽບຂອງພັກສະໄໝທີXII

ເມືອງປາກຊ່ອງແຂວງຈຳປາສັກໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີXII ແລະຜັນຂະຫຍາຍຈັດຕັ້ງຮ່ຳຮຽນເອກະສານ5ບົດອົບຮົມສະມາຊິກພັກທົ່ວເມືອງ, ໃນ​ວັນ​ທີ 29 ກັນ​ຍາ​ຜ່ານ​ມາທີ່ ເມືອງ​ປາກ​ຊ່ອງ, ພາຍໃຕ້ການເປັນປະທານຂອງສະຫາຍບຸນລິດເທບບຸນສູງກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງປາກຊ່ອງ, ມີບັນດາສະຫາຍຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄໍາມ່ວນ ທໍາລາຍຊິ້ນສ່ວນເຄື່ອງໃນໝູ​ນ້ຳໜັກ 28 ໂຕນ

ຄໍາມ່ວນ ທໍາລາຍຊິ້ນສ່ວນເຄື່ອງໃນໝູ​ນ້ຳໜັກ 28 ໂຕນ

ຂະ​ແໜງລ້ຽງສັດ ແລະ ການປະມົງພະ​ແນກ​ກະ​ສິ​ກຳແລະສິ່ງ​ແວດ​ລ້ອມແຂວງຄໍາມ່ວນຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ຈັດພິທີຝັງທໍາລາຍຊິ້ນສ່ວນເຄື່ອງໃນໝູຈໍານວນ 1,400 ແພັກ, ມີນໍ້າໜັກ 28 ໂຕນ, ໃນ​ວັນ​ທີ 29 ກັນ​ຍາ​ຜ່ານ​ມາທີ່ ສະໜາມຖິ້ມຂີ້ເຫຍື້ອ ເມືອງທ່າແຂກ.
ເຜີຍແຜ່ດຳລັດ 112/ລບ ກຳນົດມາດຕະການປັບໄໝຜູ້ລະເມີດລະບຽບຊັບສິນຂອງລັດ

ເຜີຍແຜ່ດຳລັດ 112/ລບ ກຳນົດມາດຕະການປັບໄໝຜູ້ລະເມີດລະບຽບຊັບສິນຂອງລັດ

ແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍການປັບໄໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບຊັບສິນຂອງລັດ, ພ້ອມທັງທາບທາມຮ່າງວິໄສທັດ ຮອດປີ 2040 ແລະ ຮ່າງຍຸດທະສາດການຄຸ້ມຄອງຊັບສິນຂອງລັດ ຮອດປີ 2035 ເພື່ອສ້າງຄວາມເຂົ້າໃຈເປັນອັນດຽວກັນ ແລະ ຍົກສູງປະສິດທິພາບການຄຸ້ມຄອງຊັບສິນແຫ່ງລັດ.
ຄະນະຮັບຜິດຊອບ ລົງຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ຢູ່ ວຕຊ ເລກ II ສະຫວັນນະເຂດ

ຄະນະຮັບຜິດຊອບ ລົງຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ຢູ່ ວຕຊ ເລກ II ສະຫວັນນະເຂດ

ວັນທີ 29 ກັນຍາຜ່ານມາ, ຄະນະຮັບຜິດຊອບເຄື່ອນໄຫວຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂັ້ນກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ນຳໂດຍ ສະຫາຍ ພັອ ວັນນະເລດ ບຸດຕະວົງ ຄະນະພັກກົມໃຫຍ່ການເມືອງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ວິທະຍາໄລຕຳຫຼວດປະຊາຊົນ ວຕຊ ເລກ II ສະຫວັນນະເຂດ ໂດຍການຕ້ອນຮັບຂອງສະຫາຍ ພັອ ວີຄຳ ຂຸນສຳນານ ເລຂາຄະນະພັກ ຫົວໜ້າວິທະຍາໄລ ມີຄະນະຮັບຜິດຊອບທັງສອງຝ່າຍ ເຂົ້າຮ່ວມ.
ກອງພັນໃຫຍ່ 497 ປິດຊຸດຝຶກອົບຮົມທະຫານໃໝ່ ປະຈຳປີ 2025

ກອງພັນໃຫຍ່ 497 ປິດຊຸດຝຶກອົບຮົມທະຫານໃໝ່ ປະຈຳປີ 2025

ວັນທີ 29 ກັນຍາຜ່ານມາ, ກອງພັນໃຫຍ່ 497 ຈັດພິທີປິດຊຸດຝຶກອົບຮົມທະຫານໃໝ່ ປະຈຳປີ 2025 ໂດຍການເປັນປະທານຂອງສະຫາຍ ພັນເອກ ທອງດຳ ດວງມາລາ ຫົວໜ້າການທະຫານ ກອງພັນໃຫຍ່ 497, ມີຄະນະພັກ-ຄະນະບັນຊາ, ຂະແໜງການກ່ຽວຂ້ອງ, ຄູ-ອາຈານ ແລະ ກໍາລັງທະຫານໃໝ່ ເຂົ້າຮ່ວມ.
ນາຍ ແລະ ພົນຕໍາຫຼວດ ປກສ ເມືອງເງິນ ໄດ້ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ

ນາຍ ແລະ ພົນຕໍາຫຼວດ ປກສ ເມືອງເງິນ ໄດ້ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ

ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ ແລະ ປະກາດເລື່ອນຊັ້ນນາຍ ແລະ ພົນ ຕໍາຫຼວດ ປກສ ເມືອງເງິນ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 30 ກັນຍານີ້, ທີ່ກອງບັນຊາການ ປກສ ເມືອງ ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີສະຫາຍ ພັທ ສົມພອນ ພູມມາລີ ກໍາມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດເຂົ້າຮວມ.
ເປີດອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ I ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402

ເປີດອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ I ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402

ພິທີເປີດຊຸດຝຶກອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ I ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402 ກອງທັບ ຈັດຂຶ້ນໃນວັນທີ 29 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ມີຄະນະຊີ້ນໍາລວມ, ອະນຸກຳມະການ, ວິຊາການ ແລະ ນັກກວດສອບເລຂາ-ຮອງເລຂາ ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402 ກອງທັບ ແລະ ຄະນະໜ່ວຍພັກ ສາງນໍ້າມັນເຊື້ອໄຟເລກ 7 ກອງທັບ ເຂົ້າຮ່ວມ.
ຜ່ານແຜນການຂຽນປະຫວັດສາດມູນເຊື້ອ ຂອງກອງບັນຊາການທະຫານແຂວງອັດຕະປື

ຜ່ານແຜນການຂຽນປະຫວັດສາດມູນເຊື້ອ ຂອງກອງບັນຊາການທະຫານແຂວງອັດຕະປື

ວັນທີ 29 ກັນຍາຜ່ານມາ, ຄະນະສະພາວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານຂັ້ນທ້ອງ ຖິ່ນແຂວງອັດຕະປື ໄດ້ເປີດກອງປະຊຸມ ຜ່ານແຜນການຂຽນປະຫວັດສາດມູນເຊື້ອ ຂອງກອງບັນຊາການທະຫານແຂວງອັດຕະປື ແຕ່ປີ 1959-2025, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນເຊີຍ ສີປະເສີດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ປະທານ ສະພາ ວສ-ປສ ການທະຫານຂັ້ນທ້ອງຖິ່ນແຂວງ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະສະພາ ວສ-ປສ ການທະຫານຂັ້ນທ້ອງຖິ່ນເຂົ້າຮ່ວມ.
ກະຊວງການຕ່າງປະເທດ ປາຖະກະຖາວັນສໍາຄັນ ຂອງ ສປປ ລາວ

ກະຊວງການຕ່າງປະເທດ ປາຖະກະຖາວັນສໍາຄັນ ຂອງ ສປປ ລາວ

ໃນວັນທີ 29 ກັນຍານີ້ ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນຢຶດອຳນາດທົ່ວປະເທດ ຄົບຮອບ 81 ປີ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີ, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ, ວັນປະກາດໃຊ້ລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ ແລະ ວັນການທູດລາວຄົບຮອບ 81 ປີ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ຊຶ່ງມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ 450 ກວ່າສະຫາຍ.
ເພີ່ມເຕີມ