ຮອງປະທານ ສນຊ ເຄື່ອນໄຫວຢ້ຽມຢາມສາລາກະວີບ້ານນາ ງົວ ແລະ ກວຽນ

ຮອງປະທານ ສນຊ ເຄື່ອນໄຫວຢ້ຽມຢາມສາລາກະວີບ້ານນາ ງົວ ແລະ ກວຽນ

ຮອງປະທານ ສນຊ ເຄື່ອນໄຫວຢ້ຽມຢາມສາລາກະວີບ້ານນາ ງົວ ແລະ ກວຽນ
ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນເກີດທ່ານປະທານ ໄກສອນ ພົນວິຫານ ຄົບຮອບ 105 ປີ ແລະ ວັນສະຖາປະນາສປປ ລາວ

 

 

 ຄົບຮອບ 50 ປີທັງເປັນການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ນໍາພາກົມໂຄສະນາ ສນຊເຄື່ອນໄຫວຢ້ຽມຢາມທັດສະນະສຶກສາສາລາກະວີບ້ານນາ ງົວ ແລະ ກວຽນຢູ່ບ້ານໝາກໜາວໃຕ້ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ທອງໃບ ໂພທິສານ ກຳມະການ ສນຊຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ ສນຊປະທານສະມາຄົມນັກປະພັນລາວ ແລະ ເປັນເຈົ້າຂອງສາລາກະວີບ້ານນາ ງົວ ແລະ ກວຽນ ແລະ ໄດ້ທ່ຽວຊົມການວາງສະແດງຮູບພາບ, ປຶ້ມປະເພດຕ່າງໆຂອງສາລາກະວີບ້ານນາ ງົວ ແລະ ກວຽນ.

ທ່ານ ທອງໃບ ໂພທິສານ ໄດ້ໃຫ້ຮູ້ວ່າ:“ສາລາກະວີບ້ານນາ ງົວ ແລະ ກວຽນ” ແມ່ນໄດ້ໃສ່ຕາມບົດປະພັນວັນນະຄະດີ ບົດກະວີທີ່ທ່ານໄດ້ຮັບລາງວັນວັນນະກຳສ້າງສັນດີເດັ່ນ “ງົວ ແລະ ກວຽນ” ຫຼືຊີໄຣ(SEA.Write) ຊຶ່ງບົດກະວີດັ່ງກ່າວໄດ້ສ່ອງແສງເຖິງວິຖີການດຳລົງຊີວິດແບບຊົນນະບົດ, ແບບຊາວໄຮ່-ນາ, ການປູກ-ການລ້ຽງ ແລະ ການຕໍ່າຫູກ-ທໍໄໝໃນເມື່ອກ່ອນ; ການສ້າງ “ສາລາກະວີບ້ານນາ ງົວ ແລະ ກວຽນ” ແມ່ນເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ເປັນຕົ້ນແມ່ນ 4 ການເສີມສ້າງຂອງວຽກງານແນວລາວສ້າງຊາດ. ດັ່ງນັ້ນ, ປີ 2021 ຈຶ່ງໄດ້ເລີ່ມສ້າງສາລາກະວີບ້ານນາ ງົວ ແລະ ກວຽນ ຮອດເດືອນພະຈິກປີ 2024 ຈຶ່ງສຳເລັດ ແລະ ເປີດນໍາໃຊ້ເປັນທາງການໂດຍໄດ້ເກັບກຳ, ທ້ອນໂຮມເອົາບັນດາຜົນງານບົດປະເພດຕ່າງ, ຮູບພາບ ແລະ ປະຫວັດການເຄື່ອນໄຫວຂອງນັກປະພັນ-ນັກກະວີທີ່ມີຊື່ສຽງຂອງສປປ ລາວມາຮວມກັນຢູ່ສາລາແຫ່ງນີ້ໄວ້ເປັນທີ່ລະນຶກ. ນອກຈາກນັ້ນ, ຍັງມີການວາງສະແດງຮູບພາບວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າໃນເມື່ອກ່ອນທີ່ຫາເບິ່ງໄດ້ຍາກໃນປັດຈຸບັນ ເນື່ອງຈາກວິຖີຊີວິດໃນປັດຈຸບັນຂອງປະເທດເຮົາໄດ້ມີການພັດທະນາ ແລະ ໄດ້ປ່ຽນໄປຕາມການເວລາ. ພ້ອມນີ້, ຍັງເປັນບ່ອນສຶກສາຮ່ຳຮຽນຂອງນັກຂີດ-ຂຽນ, ນັກສຶກສາ, ນັກຮຽນ ແລະ ພໍ່ແມ່ປະຊາຊົນຜູ້ທີ່ມີຄວາມສົນໃຈຢາກມາສຶກສາຄົ້ນຄວ້າ; ເປັນບ່ອນເຕົ້າໂຮມບັນດານັກປະພັນ-ນັກກະວີມາພົບປະສ້າງສັນແລກປ່ຽນບົດຮຽນປະສົບການຊຶ່ງກັນ ແລະ ກັນ.

ທ່ານ ທອງໃບ ໂພທິສານ ຍັງໃຫ້ຮູ້ອີກວ່າ: ສຳລັບທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ເປີດເປັນປົກກະຕິ, ໂຄສະນາໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງກວ່າເກົ່າ, ສືບຕໍ່ຈັດຝຶກອົບຮົມຍົກລະດັບການຂີດຂຽນບົດປະເພດຕ່າງໆ, ພ້ອມທັງມີການແຂ່ງຂັນຂຽນໃຫ້ຊາວໜຸ່ມ-ເຍົາວະຊົນ ແລະ ສືບຕໍ່ປັບປຸງຫ້ອງວາງສະແດງປຶ້ມປະເພດຕ່າງໆໃຫ້ມີຄວາມທັນສະໄໝ, ເປັນລະບຽບ ແລະ ງົດງາມກວ່າເກົ່າ.ໃນປີ 2025 ນີ້, ເປັນວັນສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ໃນນາມເປັນກຳມະການ ສນຊ ແລະ ປະທານສະມາຄົມນັກປະພັນລາວຈະສືບຕໍ່ປະກອບສ່ວນສ້າງຂະບວນການແຂ່ງຂັນຂຽນບົດ, ຂຽນກະວີປະເພດຕ່າງໆຕາມທີ່ຕົນເອງໄດ້ຮັບການມອບໝາຍໃຫ້ມີຂະບວນການຟົດຟື້ນ.

ຂ່າວ: ເຢ, ພາບ: ໄຊວ່າງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

ທ່ານ ອຸ່ມ ພານຸເດດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວທ້ອງຖິ່ນ ວ່າ: ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເປັນໜຶ່ງໃນດ່ານສາກົນທົ່ວປະເທດທີ່ມີພາລະບົດບາດ, ສິດ ແລະ ໜ້າທີ່ໃນການບໍລິຫານຄຸ້ມຄອງ ແລະ ພັດທະນາດ່ານ ເພື່ອຮັບປະກັນໃຫ້ບັນດາຂະແໜງການພາຍໃນດ່ານ ເຄື່ອນໄຫວວຽກງານວິຊາສະເພາະຢ່າງຄ່ອງຕົວ, ອຳນວຍຄວາມສະດວກໃຫ້ຜູ້ ໂດຍສານ, ພາຫະນະ ແລະ ສິນຄ້າເຂົ້າ-ອອກໃຫ້ມີຄວາມສະດວກວ່ອງໄວໂປ່ງໃສ, ເປັນທຳ, ສະຫງົບປອດໄພ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ 29 ຕຸລາ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍມິດຕະພາບ. ທ່ານ ນາງ ໄຊທານີ ຈັນທະວົງສາ ຮອງປະທານສະມາຄົມນັກທຸ ລະກິດໜຸ່ມ ທັງເປັນຮອງຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ສະມາຄົມນັກທຸລະກິດໜຸ່ມ ໄດ້ຮ່ວມກັບຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ຈັດກິດຈະກຳຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດວັນພະຍາດເສັ້ນເລືອດສະໝອງສາກົນ ໃນປີນີ້ໂດຍໄດ້ມອບຕຽງຈຳນວນ 4 ຕຽງ, ລຳໂພງ, ອາຫານການກິນ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ໃຫ້ພະແນກບຳບັດ ເພື່ອປະກອບສ່ວນບັນເທົາຄວາມຂາດ ແຄນອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ໃນການດູແລຮັກສາຄົນເຈັບ ຊຶ່ງການຊ່ວຍເຫຼືອໃນຄັ້ງນີ້ມີມູນຄ່າທັງໝົດ 55 ລ້ານກີບ.
ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 26-28 ຕຸລານີ້, ທ່ານ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະ ນາອົບຮົມ, ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ ll ຂອງກອງທັບປະຊາຊົນລາວ ໃຫ້ສູນເສຍອົງຄະ 598, ສູນ 18 ແລະ ສູນ 19 ຢູ່ແຂວງຫຼວງພະບາງ, ມີທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ພ້ອມດ້ວຍຄະນະບັນຊາບັນດາສູນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສໍາພາດຕໍ່ບໍລິສັດຮູບເງົາ ແລະ ວິທະຍາສາດສູນກາງຫວຽດນາມ ເນື່ອງໃນໂອກາດປີສາມັກຄີ ລາວ-ຫວຽດນາມ, ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງ ເມືອງມໍຣະດົກໂລກ ປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນຕອນຄໍ່າວັນທີ 27 ຕຸລາຜ່ານມາ, ໂດຍມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີການນໍາແຂວງ, ຕະຫຼອດຮອດມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຫວ່າງມໍ່ໆມານີ້, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊີ້ນຳວຽກງານ ຢູ່ໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230kV ມະຫາໄຊ ຂອງບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T) ຢູ່ ເມືອງມະຫາໄຊ ແຂວງຄຳມ່ວນ. ໂດຍມີ ທ່ານ ເຊຍ ມິນ (Xie Min) ຮອງຜູ້ອຳນວຍການໃຫຍ່ ບໍລິສັດ EDL-T ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມຕ້ອນຮັບ ແລະ ນຳສະເໜີ.
ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານຮ່ວມພັດທະນາ (JDB) ຄອງແຊັມ (ຊະນະເລີດ) ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ). ພິທີມອບລາງວັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 27 ຕຸລານີ້. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ມີທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026, ມີການນໍາຂັ້ນ ນວ, ຂັ້ນເມືອງ, ອະດີດການນໍາ, ນັກສີພາຍ, ນັກທຸລະກິດ, ມວນຊົນຊາວ ນວ, ແຂກຖືກເຊີນເຂົ້າຮ່ວມ.
ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ຄຳມ່ວນສະຫຼອງໃຫຍ່! ໄຫຼເຮືອໄຟ 13 ລຳ ປ່ອຍກະໂທງສາຍ 2,569 ດວງ ສືບສານປະເພນີລາວ

ພິທີໄຫຼເຮືອໄຟ 13 ລໍາ ແລະ ປ່ອຍກະໂທງສາຍ 2,569 ດວງ ຈັດຂຶ້ນຢ່າງຄຶກຄື້ນ ແລະ ຍິ່ງໃຫຍ່ ໃນຕອນຄ່ຳວັນທີ 26 ຕຸລາ 2026 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະຈຳປີ 2026 ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນໍາສູນກາງ, ການນຳແຂວງ ແລະ ປະຊາຊົນທັງພາຍໃນ-ຕ່າງປະເທດເຂົ້າຮ່ວມຢ່າງຟົດຟື້ນ.
ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

ເຮືອນາງຄໍາໄຫຼມັງກອນຄາຍຢວນ ຄອງອັນດັບ 1 ເຮືອ 55 ສີພາຍ ແຂ່ງຂັນຊ່ວງເຮືອແຂວງຄໍາມ່ວນ

​ການແຂ່ງຂັນຊ່ວງເຮືອ ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 26 ຕຸລາ 2026, ພາຍຫຼັງທີ່ມີການແຂ່ງຂັນມາເປັນເວລາ 3 ວັນ (24-26 ຕຸລາ 2026) ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 39 ລໍາ ແບ່ງອອກເປັນ 5 ປະເພດການແຂ່ງຂັນຄື: ເຮືອຂຸດເຈາະປະເພນີ (ຊາຍ) 30-35 ສີພາຍ ມີ 7 ລໍາ, ເຮືອຂຸດເຈາະປະເພນີ (ຍິງ) 30-35 ສີພາຍ 7 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 30-35 ສີພາຍ 8 ລໍາ, ເຮືອສູດປະກອບ (ຊາຍ) ໂອເພັ້ນ 50-55 ສີພາຍ 6 ລໍາ ແລະ ເຮືອມິດຕະພາບ ທ່າແຂກ-ນະຄອນພະນົມ 11 ລໍາ. ໃນນີ້ມີເຮືອທ່າແຂກ 7 ລໍາ ແລະ ເຮືອຈາກນະຄອນພະນົມ 4 ລໍາ ຊີງຂັນລາງວັນ 5 ໜ່ວຍ ພ້ອມເງິນລາງວັນລວມ 500 ລ້ານກວ່າກີບ.
ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ເມືອງໄຊຍະບູລີ ແຂ່ງຂັນຊ່ວງເຮືອເພດຍິງ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2026

ວັນທີ 26 ຕຸລາຜ່ານມາ, ທີ່ທ່າຊ່ວງເຮືອບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນ ຊ່ວງເຮືອປະເພດຍິງ ເນື່ອງໃນໂອກາດບຸນປະເພນີອອກພັນສາປະວໍຣະນາ ປະຈໍາປີ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາການນໍາແຂວງ, ເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ.
ເພີ່ມເຕີມ