ຮອງປະທານ ສນຊ ສໍາເລັດການເຄື່ອນໄຫວຊຸກຍູ້ວຽກງານແນວໂຮມ ຢູ່ 4 ແຂວງພາກເໜືອ

ຮອງປະທານ ສນຊ ສໍາເລັດການເຄື່ອນໄຫວຊຸກຍູ້ວຽກງານແນວໂຮມ ຢູ່ 4 ແຂວງພາກເໜືອ
ໃນລະຫວ່າງວັນທີ 9-15 ມີນາ 2024, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດຢູ່ 4 ແຂວງພາກເໜືອຄື: ແຂວງບໍ່ແກ້ວ; ແຂວງຫຼວງນໍ້າທາ; ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ, ເນື່ອງໃນໂອກາດທີ່ທ່ານເຄື່ອນໄຫວຊຸກຍູ້ວຽກງານແນວໂຮມ ຢູ່ 4 ແຂວງດັ່ງກ່າວ ໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ບົວຄົງ ນາມມະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ, ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງນໍ້າທາ, ໄດ້ພົບປະໂອ້ລົມແນວລາວສ້າງຊາດ ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ໂດຍມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ພະແນກພາຍໃນ ແລະ ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.
ຈຸດປະສົງຂອງການເຄື່ອນໄຫວ ຊຸກຍູ້ວຽກງານແນວໂຮມ ຢູ່ 4 ແຂວງພາກເໜືອຄັ້ງນີ້, ເພື່ອເປັນການແນະນໍາຜັນຂະຫຍາຍແຈ້ງການ ຂອງຄະນະປະຈໍາ ສູນກາງແນວລາວສ້າງຊາດ ເລກທີ 17/ຄປຈ, ລົງວັນທີ 14/2/2024 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງແນວລາວສ້າງຊາດ ສູ່ລວງເລິກ ແລະ ເປັນການຍົກສູງບົດບາດ ແລະ ເພີ່ມທະວີຄວາມສາມາດໃນການນໍາພາ ຂອງແນວລາວສ້າງຊາດ ແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ, ແນໃສ່ໃຫ້ຄະນະປະຈໍາພັກແຂວງ, ຄົ້ນຄວ້າປະກອບບຸກຄະລາກອນຜູ້ທີ່ຈະມາເປັນການນໍາຂອງແນວລາວສ້າງຊາດແຕ່ລະຂັ້ນ ຖືກຕ້ອງຕາມມາດຖານ ແລະ ເງື່ອນໄຂ ເປັນຕົ້ນແມ່ນການຍູ້ແຮງວຽກງານຮອບດ້ານເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງການແນວລາວສ້າງຊາດ ໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້. ໄດ້ຮັບຟັງລາຍງານສະພາບລວມ ແລະ ຈຸດພິເສດການພັດທະນາຂອງ 4 ແຂວງໂດຍຫຍໍ້ ຊຶ່ງ ແຂວງຜົ້ງສາລີ, ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ໄດ້ຖືສໍາຄັນວຽກງານແນວໂຮມ ເພື່ອສຶກສາອົບຮົມການເມືອງ-ແນວຄິດ, ໃຫ້ແກ່ປະຊາຊົນລາວບັນດາເຜົ່າໃນທົ່ວແຂວງ, ປຸກລະດົມຊຸກຍູ້ຂົນຂວາຍປະຊາຊົນລາວບັນດາເຜົ່າເສີມຂະຫຍາຍມູນເຊື້ອຄວາມສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ແຂວງນັບມື້ມີບາດກ້າວໃໝ່ເລື້ອຍໆ.
ທ່ານຮອງປະທານ ຜູ້ປະຈໍາ ສນຊ ໄດ້ເນັ້ນຕື່ມວ່າ: ແນວລາວສ້າງຊາດແຕ່ລະຂັ້ນສືບຕໍ່ຮ່ວມມືກັບອົງການພາຄີ ຊາວໜຸ່ມ, ແມ່ຍິງ, ກຳມະບານ ແລະ ນັກຮົບເກົ່າ ພ້ອມກັນຊຸກຍູ້, ປຸກລະດົມຂົນຂວາຍປະປະຊາຊົນບັນດາເຜົ່າໃຫ້ມີສະຕິຊາດ ເຂົ້າຮ່ວມວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງແນວລາວສ້າງຊາດ ເປັນຕົ້ນແມ່ນມະຕິກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດ ຄັ້ງທີ 3 ສະໄໝ ທີ XI, ແຈ້ງການ ເລກທີ 17/ຄປຈ, ລົງວັນທີ 14 ກຸມພາ 2024 ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແນວລາວສ້າງຊາດ ລົງສູ່ຮາກຖານໃຫ້ກວ້າງຂວາງ ແລະ ເລິກເຊິ່ງ, ເສີມຂະຫຍາຍມູນເຊື້ອຮີດຄອງປະເພນີອັນດີງາມ ຂອງບັນດາເຜົ່າ ແລະ ໂຄສະນາປຸກລະດົມຂົນຂວາຍທຸກພາກສ່ວນບັນດາອົງຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ, ປະຊາຊົນລາວບັນດາເຜົ່າ ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຂອງແນວລາວສ້າງຊາດ ຕິດພັນກັບການສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ແລະ ວັນສໍາຄັນຕ່າງໆຂອງພັກ ຂອງຊາດ ໃຫ້ເປັນຂະບວນການຟົດຟື້ນ.
(ຂ່າວ-ພາບ: ລີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ