ຮອງປະທານ ສພຊ ພົບປະຢ້ຽມຢາມປະຊາຊົນບ້ານບໍ່ສ້ານ

ຮອງປະທານ ສພຊ ພົບປະຢ້ຽມຢາມປະຊາຊົນບ້ານບໍ່ສ້ານ
ໃນວັນທີ 24 ກຸມພາ ຜ່ານມາ, ທ່ານ ພົທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກຮອງປະ ທານສະພາແຫ່ງຊາດ ຮ່ວມກັບທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ ແລະ ຄະນະຕິດຕາມ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມພໍ່ແມ່ປະຊາຊົນຢູ່ສະໂມສອນບ້ານບໍ່ສ້ານ ເມືອງບໍ່ແຕນ ແຂວງໄຊຍະລີ, ໂດຍການນຳພາຂອງທ່ານ ສົມສະໜຸກ ໄຊອຸດົມ ກຳມະການພັກແຂວງເຈົ້າເມືອງບໍ່ແຕນ ພ້ອມດ້ວຍຄະນະ.
ໂອກາດດັ່ງກ່າວ, ທ່ານ ບຸນທຽບ ຄຳສີ ນາຍບ້ານໆບໍ່ສ້ານ ໄດ້ລາຍງານກ່ຽວກັບສະພາບການໂດຍຫຍໍ້ຂອງບ້ານ ພ້ອມທັງສະເໜີຂໍງົບປະມານຈຳນວນໜຶ່ງເພື່ອຂະຫຍາຍສາຍນ້ຳລິນ, ບໍາລຸງຮັກສານໍ້າລິນ ໃຫ້ພຽງພໍຕໍ່ການນຳໃຊ້ ແລະ ສະເໜີລັດຖະບານ ປູຢາງແຕ່ທາງແຍກບໍ່ແຕນ ຮອດດ່ານປະເພນີເໝືອງແພ່.
ທ່ານ ພົທສຸວອນ ເລືອງບຸນມີ ໄດ້ມີຄຳເຫັນໂອ້ລົມຕໍ່ພໍ່ແມ່ປະຊາຊົນບ້ານບໍ່ສ້ານ ໂດຍໄດ້ຕາງໜ້າໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມພິລະອາດຫານຂອງພໍ່ແມ່ປະຊາຊົນບ້ານບໍ່ສ້ານ ທີ່ໄລຍະໃດກໍສະແດງນ້ຳໃຈຮັກຊາດຮັກຜືນແຜ່ນດິນລາວແຫ່ງນີ້ ຊຶ່ງເປັນສະໜາມຮົບໃນເມື່ອກ່ອນ. ທ່ານໄດ້ເລົ່າຄືນວ່າ ທ່ານກໍໄດ້ເຄື່ອນໄຫວເຂົ້າຮ່ວມບັ້ນຮົບບໍ່ແຕນແຕ່ເດືອນພຶດສະພາ 1987 ຈົນສິ້ນສຸດສົງຄາມຊາຍແດນ ໃນເວລານັ້ນທ່ານໄດ້ຊັ້ນພຽງແຕ່ຮ້ອຍຕີ ເຮັດໜ້າທີ່ນຳເອົາຄຳສັ່ງຂອງຂັ້ນເທິງລົງໄປສູ່ແຕ່ລະຈຸດຕາມສະໜາມຮົບ ທັງເກັບກຳເອົາສະພາບການແຕ່ລະວັນກັບຄືນລາຍງານຕໍ່ກະຊວງ, ຕອນເຊົ້າຂີ່ຍົນນຳເອົາຄຳສັ່ງຂັ້ນເທິງລົງມາ ຕອນແລງເກັບກຳສະພາບການເມືອລາຍງານຂັ້ນເທິງ ບາງຄັ້ງກໍຄ້າງຢູ່ສະໜາມຮົບສອງສາມວັນ ຕິດພັນກັບອ້າຍນ້ອງສູ້ຮົບຢູ່ 1428, 1370 ແລະ ບ່ອນອື່ນໆ ບ່ອນທີ່ຕິດພັນທີ່ສຸດແມ່ນສູນບັນຊາບໍ່ສ້ານ ເປັນບ່ອນເຕົ້າໂຮມເອົາຂ່າວທີ່ມາຈາກທຸກທິດ, ວິເຄາະວິໄຈແລ້ວຈຶ່ງກັບເມືອລາຍງານຕໍ່ກະຊວງ, ໝູ່ເພື່ອນສະຫາຍຈຳນວນໜຶ່ງກໍໄດ້ເອົາເລືອດເອົາຊີວິດແລກເອົາຜືນແຜ່ນດິນແຫ່ງນີ້; ບ້ານບໍ່ສ້ານ ແລະ ຊາວບໍ່ສ້ານ ກໍໄດ້ຮັບຜົນກະທົບໂດຍກົງຈາກສົງຄາມຊາຍແດນ, ໃນໄລຍະເດືອນພະຈິກ-ທັນວາ 1987 ບ້ານບໍ່ສ້ານຖືກກະທົບໜັກ ທັງກຳລັງໄຟໜ້າດິນ ທັງທາງອາກາດ ເຊັ່ນລູກແຕກລູກບົ່ມອາດຍັງຄ້າງຢູ່ບ້ານນີ້, ແຕ່ປະຊາຊົນບ້ານບໍ່ສ້ານຍັງບໍ່ໜີໄປໃສ ຍັງຕິດພັນກັບຜືນແຜ່ນດິນອັນນ້ອຍໆແຫ່ງນີ້, ອັນນີ້ເປັນສັນຍາລັກຂອງກຸ່ມຄົນກ້າຫານຂອງຄົນຮັກຊາດທີ່ແທ້ຈິງ. ຜ່ານໄລຍະເວລາ 36ກວ່າ ປີ ກັບຄືນມາເທື່ອນີ້ຮູ້ສຶກສະອື້ນໃຈຫຼາຍ, ຄິດຮອດໝູ່ເພື່ອນທີ່ໄດ້ເສຍສະຫຼະຊີວິດໄປ, ຄິດຮອດພໍ່ແມ່ພີ່ນ້ອງຊາວບໍ່ສ້ານທີ່ໄດ້ສູ້ຊົນເພື່ອປົກປັກຮັກສາຜືນແຜ່ນດິນແຫ່ງນີ້ ຮ່ວມໄມ້ຮ່ວມມືກັບພັກ-ລັດ ແລະ ກອງທັບ ປົກປັກສາຜືນແຜ່ນດິນແຫ່ງນີ້ຕະຫຼອດມາ.
ພ້ອມດຽວກັນນີ້, ທ່ານກໍແຈ້ງໃຫ້ຊາບວ່າ: ຈະນຳເອົາຄຳສະເໜີຕ່າງໆຂອງພໍ່ແມ່ປະຊາຊົນບ້ານບໍ່ສ້ານ ໄປລາຍງານຕໍ່ ຄປຈສພຊ ເພື່ອຊຸກຍູ້ກະຊວງ, ອົງການ, ພະແນກການ ແລະ ຂະແໜງການກ່ຽວຂ້ອງ ຄົ້ນຄວ້າພິຈາລະນາ; ໃນໂອກາດທີ່ລົງມາຢ້ຽມຢາມພໍ່ແມ່ປະຊາຊົນຄັ້ງນີ້, ທ່ານ ພົທ ສຸວອນ ເລືອງບຸນມີ ຍັງໄດ້ມອບເງິນສ່ວນຕົວຈຳນວນ 20 ລ້ານກີບ ເພື່ອປະກອບສ່ວນຊື້ວັດຖຸເຮັດເພດານສະໂມສອນບ້ານບໍ່ສ້ານອີກດ້ວຍ.
ນອກຈາກນີ້, ຄະນະຂອງທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ລົງຕິດຕາມຕາຝັ່ງເຈື່ອນຕາມຊາຍແດນເຂດດ່ານປະເພນີເໝືອງແພ່ ລະຫວ່າງເມືອງບໍ່ແຕນ ແຂວງໄຊຍະບູລີ ສປປ ລາວ ແລະ ອຳເພີດ່ານຊ້າຍ ຈັງຫວັດເລີຍ ຣາຊະອານາຈັກໄທ.
ກ່ອນໜ້ານັ້ນ, ໃນວັນທີ 23 ກຸມພາ, ທ່ານຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຮ່ວມພິທີເປີດບຸນເຂົ້າຈີ່ໃຫຍ່ຂອງເມືອງບໍ່ແຕນ ຕາມຄຳເຊີນຂອງທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກເຈົ້າແຂວງໄຊຍະບູລີ ພ້ອມທັງປະກອບສ່ວນເງິນຈຳນວນ 10 ລ້ານກີບ ແລະ ເຂົ້າຮ່ວມງານເປີດໂຕສະຖານທີ່ທ່ອງທ່ຽວຕາດສະແນນສະຖານທີ່ທ່ອງທຽວແຫ່ງໃໝ່ຂອງເມືອງບໍ່ແຕນ ແຂວງໄຊຍະບູລີ. 
(ຂ່າວ-ພາບ: ສອນສັກ ວັນວິໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ