ຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງທຸລະຄົມ ແຂວງວຽງຈັນ

ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງທຸລະຄົມ

ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງທຸລະຄົມ
ໃນວັນທີ 26 ກັນຍາຜ່ານມານີ້, ທ່ານ ຄໍາໃບ ດໍາລັດ ຮອງປະທານ ຄະນະປະຈໍາສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ໂດນການຕ້ອນຮັບຢ່າງອົບອຸ່ນ

 ຈາກ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ແລະ ການນໍາຂອງເມືອງ.
ທ່ານ ນາງ ວົງເດືອນ ວັດຕະໂສ ໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ. ເມືອງທຸລະຄົມ ມີເນື້ອທີ່ທັງໝົດ 81,259,305 ເຮັກຕ່າ, ທົ່ວເມືອງມີ 42 ບ້ານ, ມີ 12,716 ຄອບຄົວ, ມີ 11,956 ຫຼັງຄາ, ມີພົນລະເມືອງ 61,557 ຄົນ, ຍິງ 30,916 ຄົນ. ເມືອງທຸລະຄົມ ມີສິ່ງອໍານວຍຄວາມສະດວກໃຫ້ແກ່ການພັດທະນາ ເຊັ່ນ: ມີເນື້ອທີ່ທໍາການຜະລິດ, ມີແຮງງານ, ທ່າແຮງການທ່ອງທ່ຽວ, ຊັບພະຍາກອນທໍາມະຊາດ, ມີແມ່ນໍ້າຫຼາຍສາຍ, ມີລະບົບຊົນລະປະທານຫຼາຍແຫ່ງ ແລະ ຮີດຄອງວັດທະນະທໍາອັນດີງາມມາແຕ່ດົນນານ ເປັນທ່າແຮງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ. ຍົກໃຫ້ເຫັນຜົນງານພົ້ນເດັ່ນໄລຍະ 6 ເດືອນ ຕົ້ນປີ ແລະ 6 ເດືອນທ້າຍປີ 2024 ຕິດພັນກັບການລາຍງານຄວາມຄືບໜ້າຂອງການກະກຽມຄວາມພ້ອມເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງທີ VIII ໃນຕໍ່ໜ້າ ແລະ ວຽກງານປິ່ນອ້ອມອື່ນໆ.
ໃນໂອກາດນີ້, ທ່ານ ຄໍາໃບ ດໍາລັດ ໄດ້ມີຄໍາເຫັນໂອ້ລົມດ້ວຍເນື້ອໃນສໍາຄັນຫຼາຍຈຸດຕໍ່ກັບວຽກງານສຶກສາທິການ ແລະ ກິລາ ຢູ່ເມືອງທຸລະຄົມ, ພ້ອມທັງມີຄໍາເຫັນບາງຈຸດຕໍ່ກັບການເຄື່ອນໄຫວວຽກງານຮອບດ້ານຂອງເມືອງ, ການສ້າງຂະບວນການ ແລະ ວຽກສໍາຄັນອື່ນໆ ສໍາລັບເປັນບ່ອນອີງ ແລະ ພື້ນທີ່ ທີ່ດີໃຫ້ແກ່ເມືອງທຸລະຄົມ ໂດຍສະເພາະແມ່ນເພື່ອເຮັດໃຫ້ກອງປະຊຸມໃຫຍ່ອົງຄະນະພັກເມືອງໄດ້ໄຂຂຶ້ນຕາມຈຸດປະສົງຂອງຄາດໝາຍວາງໄວ້, ໄປພ້ອມກັບການປັບປຸງວຽກງານສຶກສາທິການ ແລະ ກິລາໃຫ້ມີຂະບວນການຟົດຟື້ນ ແລະ ມີຄຸນນະພາບທີ່ດີຂຶ້ນ.
(ຂ່າວ: ເມືອງທຸລະຄົມ).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພົນທີ 4 ປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນໃຫ້ນາຍທະຫານ

ກອງພົນທີ 4 ປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນໃຫ້ນາຍທະຫານ

ວັນທີ 4 ກັນຍາ ຜ່ານມາ, ກອງພົນທີ 4 ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ໃຈເພັດ ວົງແສນສົມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການເມືອງ ກອງພົນທີ 4, ມີສະຫາຍ ພັນເອກ ຈັນທຸມມາ ນໍອາມາດ ຫົວໜ້າຫ້ອງການເມືອງ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງພົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ແຂວງຫຼວງພະບາງ

ພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ແຂວງຫຼວງພະບາງ

ວັນທີ 5 ສິງຫາ ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບເງິນ 100 ລ້ານກີບ ເພື່ອຊຸກຍູ້ສະພາປະຊາຊົນແຂວງ ແລະ ອຳນາດການປົກຄອງແຂວງ
ພາຂວັນຕົວແທນຈາກແຂວງອຸດົມໄຊ ໄດ້ຮັບໂລ້ລາງວັນເຂົ້າຮ່ວມງານເທສະການຄຳລາວ

ພາຂວັນຕົວແທນຈາກແຂວງອຸດົມໄຊ ໄດ້ຮັບໂລ້ລາງວັນເຂົ້າຮ່ວມງານເທສະການຄຳລາວ

ງານເທສະການຄຳລາວປະຈຳປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 4-6 ກັນຍາ 2026 ຢູ່ນະຄອນ ຫຼວງວຽງຈັນ ໄດ້ຈັດໃຫ້ມີຫຼາຍກິດຈະກຳປິ່ນອ້ອມ ເພື່ອເຮັດໃຫ້ພາຍໃນງານມີບັນຍາກາດຄືກຄື້ນໜຶ່ງໃນຫຼາຍໆກິດຈະກຳນັ້ນ ກໍມີກິດຈະກຳແຂ່ງຂັນສີໄມ້ລາຍມືອັນປານີດ ໃນການເຮັດພາຂວັນຂອງແຕ່ລະທ້ອງ ຖິ່ນທົ່ວປະເທດ. ຊຶ່ງກິດຈະກຳດັ່ງກ່າວໄດ້ມີຕົວແທນແຕ່ລະແຂວງເຂົ້າຮ່ວມ 10 ທີມ, ສະເພາະແຂວງອຸດົມໄຊໄດ້ຮັບລາງວັນຊົມເຊີຍ ໂດຍໄດ້ຮັບເງິນ 5 ລ້ານກີບ ພ້ອມໂລ້ລາງວັນ.
ຊ່ຽວຊານແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ  ເດີນທາງເຖິງ ນວ

ຊ່ຽວຊານແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງເຖິງ ນວ

ຄະນະຊ່ຽວຊານການແພດ “ຂະບວນລົດໄຟສັນຕິພາບ 2026” ຂອງກອງທັບປົດປ່ອຍປະຊາຊົນຈີນ ນຳໂດຍສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍເລກ 2 ມະຫາວິທະຍາໄລການແພດກອງທັບບົກ ຫົວໜ້າກອງແພດລົດໄຟເສນາຮັກແຫ່ງ ສປ ຈີນ ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນ (ນວ) ໃນວັນທີ 6 ກັນຍາ ນີ້, ໃຫ້ການຕ້ອນຮັບຢ່າງອົບອຸ່ນຢູ່ສະຖານີລົດໄຟ ລາວ-ຈີນ ນະຄອນຫຼວງວຽງຈັນ ໂດຍສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບປະຊາຊົນລາວ ທັງເປັນຄະນະຊີ້ນໍາການຝຶກຊ້ອມຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ “ຂະບວນລົດໄຟສັນຕິພາບ 2026” ພ້ອມດ້ວຍຄະ ນະ.
ກະຊວງການຕ່າງປະເທດ ເປີດຊຸດຝຶກອົບຮົມວຽກງານກວດກາລະບົບເລັ່ງລັດຄັ້ງທີ I

ກະຊວງການຕ່າງປະເທດ ເປີດຊຸດຝຶກອົບຮົມວຽກງານກວດກາລະບົບເລັ່ງລັດຄັ້ງທີ I

ໃນຕອນເຊົ້າຂອງວັນທີ 7 ກັນຍານີ້, ທີ່ກະຊວງການຕ່າງປະເທດ ໄດ້ມີພິທີເປີດຊຸດຝຶກອົບຮົມວຽກງານກວດກາ ລະບົບເລັ່ງລັດ ຄັ້ງທີ I ຂຶ້ນ ໂດຍໃຫ້ກຽດເປັນປະທານ ແລະ ໂອ້ລົມຂອງ ສະຫາຍ ອານຸພາບ ວົງໜໍ່ແກ້ວ ກຳມະການຄະນະພັກກະຊວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ (ຜູ້ຊີ້ນໍາວຽກງານກວດກາ) ໂດຍມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ພ້ອມດ້ວຍບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ຜູ້ຮັບຜິດຊອບວຽກງານກວດກາພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມໃນພິທີທັງໝົດ 37 ສະຫາຍ ຍິງ 8 ສະຫາຍ.
ນາຍ ແລະ ພົນຕຳຫຼວດ ຫ້ອງວ່າການກະຊວງໄດ້ຮັບການເລື່ອນຊັ້ນ 56 ສະຫາຍ

ນາຍ ແລະ ພົນຕຳຫຼວດ ຫ້ອງວ່າການກະຊວງໄດ້ຮັບການເລື່ອນຊັ້ນ 56 ສະຫາຍ

ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໃນວັນທີ 4 ກັນຍາ ຜ່ານມາ, ປະດັບຊັ້ນໂດຍທ່ານ ພົຈວ ອານຸເດດ ຄູນຄຳ ຫົວໜ້າຫ້ອງວ່າການ, ມີ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຫສພ ເຜີຍແຜ່ເອກກະສານ ແລະ ປາຖະກະຖາວັນສຳຄັນຂອງພັກຂອງຊາດ

ຫສພ ເຜີຍແຜ່ເອກກະສານ ແລະ ປາຖະກະຖາວັນສຳຄັນຂອງພັກຂອງຊາດ

ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຕັ້ງເຜີຍແຜ່ເອກະສານ ແລະ ປາຖະກະຖາວັນສຳຄັນຂອງພັກຂອງຊາດ ຂຶ້ນໃນວັນທີ 7 ກັນຍານີ້ ທີ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານ ຂອງ ສະຫາຍ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກມີຄະນະບໍລິຫານງານພັກ, ຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບຟັງ.
ເມືອງໄຊ ສາມັກຄີກັນ ອະນາໄມ-ຟື້ນຟູຄອງເໝືອງ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ

ເມືອງໄຊ ສາມັກຄີກັນ ອະນາໄມ-ຟື້ນຟູຄອງເໝືອງ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ

ໃນວັນທີ 5 ກັນຍາ 2026 ນີ້, ທ່ານ ພິມມະເສນ ຄູນສິລິວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອຸດົມໄຊ (ກສ) ພ້ອມດ້ວຍວິຊາການ ຂັ້ນແຂວງ ຮ່ວມກັບ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງໄຊ ສົມທົບກັບອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ບ້ານໃໝ່ ອອກແຮງງານລວມອະນາໄມ, ຂຸດດິນຕົມ, ຊາກໄມ້ ແລະ ສິ່ງກີດຂວາງອອກຈາກຄອງເໝືອງຊົນລະປະທານທີ່ໄດ້ຮັບຄວາມເສຍຫາຍ ຈາກໄພນ້ຳຖ້ວມ ທັງນີ້ກໍເພື່ອເປັນການແກ້ໄຂຜົນກະທົບ ແລະ ຟື້ນຟູລະບົບຊົນລະປະທານໃຫ້ສາມາດສົ່ງນ້ຳເຂົ້າສູ່ເນື້ອທີ່ການຜະລິດກະສິກຳໄດ້ທັນລະດູການ.
ມອບລົດບັນຈຸເກັບມ້ຽນຂີ້ເຫຍື່ອ ໃຫ້ບໍລິສັດການຄ້າຂາເຂົ້າ-ຂາອອກເມືອງລະມາມ ຈໍາກັດ

ມອບລົດບັນຈຸເກັບມ້ຽນຂີ້ເຫຍື່ອ ໃຫ້ບໍລິສັດການຄ້າຂາເຂົ້າ-ຂາອອກເມືອງລະມາມ ຈໍາກັດ

ຄະນະກໍາມະການປົກຄອງແຂວງເຊກອງ ໄດ້ມອບລົດບັນຈຸເກັບມ້ຽນຂີ້ເຫຍື່ອ ໃຫ້ບໍລິສັດການຄ້າ ຂາເຂົ້າ-ຂາອອກ ເມືອງລະມາມ ຈໍາກັດ ເພື່ອນໍາໄປໃຊ້ເຂົ້າໃນວຽກງານຮັບໃຊ້ສັງຄົມ ແລະ ປັບປຸງວຽກງານຈັດເກັບ-ຂົນສົ່ງຂີ້ເຫຍື່ອພາຍໃນເຂດເທສະບານເມືອງລະມາມ ກໍຄື ແຂວງເຊກອງ.
ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026

ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມລາຍງານຜົນການຄົ້ນຄວ້າ, ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດທີ່ຖືກສານຕັດສິນປະຫານຊີວິດປະຈຳປີ 2026 ຈັດຂຶ້ນໃນວັນທີ 3 ກັນຍາຜ່ານມາ, ພາຍໃຕ້ການເປັນປະທານຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ, ມີບັນດາຮອງຫົວໜ້າກອງເລຂາ ແລະ ຄະນະກອງເລຂາ ຄະນະກໍາມະການອະໄພຍະໂທດລະດັບຊາດ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສານປະຊາຊົນສູງສຸດເຂົ້າຮ່ວມ.
ເພີ່ມເຕີມ