ຮອງປະທານສນຊ ພົບປະຄະນະຄົນເຊື້ອຊາດລາວຢູ່ຕ່າງປະເທດ

ຮອງປະທານສນຊ ພົບປະຄະນະຄົນເຊື້ອຊາດລາວຢູ່ຕ່າງປະເທດ
ໃນວັນທີ 5 ກຸມພານີ້ທີ່ສູນກາງແນວລາວສ້າງຊາດ(ສນຊ), ທ່ານ ຈັນເພັງ ສຸດທິວົງ ຮອງປະທານສນຊ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງຄະນະສະມາຄົມກິລາເຕະບານ ຂອງພີ່ນ້ອງຄົນເຊື້ອຊາດລາວຢູ່ປະເທດອາເມຣິກາ ນຳພາໂດຍທ່ານນາງ ຖາວອນ ຊະນະຂຸນເພັດ ຕົວແທນຄະນະບໍລິຫານງານທີມເຕະບານລາວ-ອາເມຣິກາ ພ້ອມດ້ວຍຄະນະນັກກິລາຂອງພີ່ນ້ອງຄົນເຊື້ອຊາດລາວຢູ່ປະເທດອາເມຣິກາ.
ໂອກາດນີ້, ທ່ານຮອງປະທານສນຊ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ຄະນະທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້. ທ່ານໄດ້ຍົກໃຫ້ເຫັນສະພາບລວມການສ້າງສາພັດທະນາປະເທດຊາດ, ຍົກໃຫ້ເຫັນພາລະບົດບາດສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ; ແຜນພັດທະນາອົງການແນວລາວສ້າງຊາດແຕ່ປີ 2021-2026 ໂດຍສະເພາະແຜນງານ ແລະ ກິດຈະກຳທີ່ຕິດພັນກັບວຽກງານຄົນເຊື້ອຊາດລາວປະຈຳຢູ່ຕ່າງປະເທດໃຫ້ຄະນະຮັບຊາບ. ພ້ອມກັນນັ້ນທ່ານໄດ້ຮຽກຮ້ອງໃຫ້ພີ່ນ້ອງຄົນເຊື້ອຊາດລາວ ຈົ່ງສືບຕໍ່ສຶກສາອົບຮົມໃຫ້ລູກຫຼານທີ່ດຳລົງຊີວິດຢູ່ຕ່າງປະເທດ ຈົ່ງຮັກສາວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດ, ນຳພາລູກຫຼານມາຢ້ຽມຢາມ, ທ່ອງທ່ຽວ ແລະດຳເນີນກິດຈະກຳຕ່າງໆຢູ່ ສປປ ລາວ ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ.
ທ່ານນາງ ຖາວອນ ຊະນະຂຸນເພັດ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ທ່ານຮອງປະທານສນຊທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານຈຸດປະສົງການມາຢ້ຽມຢາມ  ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້ ໃຫ້ ທ່ານຈັນເພັງ ສຸດທິວົງ  ໄດ້ຮັບຊາບ. ພ້ອມກັນນັ້ນ, ຄະນະພີ່ນ້ອງຄົນເຊື້ອຊາດລາວຍັງໄດ້ໄປທັດສະນະສຶກສາ ແລະ ທ່ຽວຊົມຫໍມູນເຊື້ອແນວລາວສ້າງຊາດຕື່ມອີກ.
ຂ່າວ-ພາບ: ເຢ

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ທອງສະຫວັນ ພົມວິຫານ ເປັນປະທານຮ່ວມ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ທ່ານ ທອງສະຫວັນ ພົມວິຫານ ເປັນປະທານຮ່ວມ ແລະ ເຂົ້າຮ່ວມກອງປະຊຸມ ລມຕ ຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ໃນວັນທີ 22 ກໍລະກົດນີ້ ທີ່ ມະນີລາ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາອາຊຽນ ຈໍານວນ 11 ກອງປະຊຸມ ຄື: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ອິນເດຍ, ການາດາ, ສ.ອາເມຣິກາ, ຣັດເຊຍ, ຈີນ, ສ ເກົາຫຼີ, ຍີ່ປຸ່ນ, ອົສຕຣາລີ, ນິວຊີແລນ, ອັງກິດ ແລະ ສະຫະພາບເອີຣົບ.
ລມຕ ຕ່າງປະເທດ ລາວ-ການາດາ ພົບປະສອງຝ່າຍ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ລມຕ ຕ່າງປະເທດ ລາວ-ການາດາ ພົບປະສອງຝ່າຍ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື

ໃນວັນທີ 22 ກໍລະກົດນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ການາດາ ໃນໂອກາດເຂົ້າຮ່ວມກອງປະຊຸມປິ່ນອ້ອມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ທີ່ ນະຄອນຫຼວງມານິລາ ສາທາລະນະລັດ ຟິລິບປິນ, ຊຶ່ງ ສປປ ລາວ ໄດ້ຮັບກຽດເປັນປະເທດປະສານງານ ໃຫ້ແກ່ ອາຊຽນ-ການາດາ (ໄລຍະ 2024-2027).
ກອງ​ປະຊຸມ ​ຄັ້ງທີ 6 ຄະນະ​ວິຊາການປະສົມ​ຊາຍ​ແດນ ລາວ-ຫວຽດນາມ

ກອງ​ປະຊຸມ ​ຄັ້ງທີ 6 ຄະນະ​ວິຊາການປະສົມ​ຊາຍ​ແດນ ລາວ-ຫວຽດນາມ

ໃນລະຫວ່າງ ​ວັນ​ທີ 14-16 ກໍລະກົດຜ່ານມານີ້ ທີ່ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ຄັ້ງທີ 6 ລະຫວ່າງ ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ຝ່າຍລາວນໍາໂດຍ ສະຫາຍ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ, ຫົວໜ້າວິຊາການປະສົມຊາຍແດນ ລາວ-ຫວຽດນາມ, ເປັນຫົວໜ້າຄະນະ ແລະ ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ຫງວ້ຽນ ຮວ່າງ ຫາຍ, ຮອງຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ, ຫົວໜ້າຄະນະວິຊາການປະສົມຊາຍແດນ ຫວຽດນາມ-ລາວ, ເປັນຫົວໜ້າຄະນະ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີຜູ້ຕາງໜ້າພະແນກການຕ່າງປະເທດແຂວງຫຼວງພະບາງ ແລະ ຜູ້ຕາງໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນຫຼວງພະບາງ.
ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ IIທີ່ ສິງກະໂປ

ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ IIທີ່ ສິງກະໂປ

ໃນວັນທີ 21ກໍລະກົດ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດສິງກະໂປ ໄດ້ມີການຈັດກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ II ຊຶ່ງຕາງໜ້າຝ່າຍລາວ ນໍາພາຄະນະເຂົ້າຮ່ວມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າຈາກຝ່າຍສິງກະໂປ ເຂົ້າຮ່ວມໂດຍ ທ່ານນາງ ຟູ ຈີ ເຊຍ (Foo Chi Hsia) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ເເບບຄົບຄະນະ ຄັ້ງທີ 59 ເເບບວົງເເຄບ ແລະ ກອງປະຊຸມປຶກສາຫາລື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ເເບບຄົບຄະນະ ຄັ້ງທີ 59 ເເບບວົງເເຄບ ແລະ ກອງປະຊຸມປຶກສາຫາລື

ໃນຕອນເຊົ້າວັນທີ 21 ກໍລະກົດ ນີ້ ທີ່ມະນິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ນາງ ມາ ເຕເຣຊາ ລາຊາໂຣລັດຖະມົນຕີຕ່າງປະເທດ ຟີລິບປິນ. ໃນພິທີເປີດ ໄດ້ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນເປັນຕົ້ນແມ່ນ ບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ແຂກຮັບເຊີນຈາກບັນດາຂະແໜງການຕ່າງໆ.
ລັດຖະມົນຕີກະຊວງການຕ່າງປະເທດລາວ-ຣັດເຊຍພົບປະສອງຝ່າຍ

ລັດຖະມົນຕີກະຊວງການຕ່າງປະເທດລາວ-ຣັດເຊຍພົບປະສອງຝ່າຍ

ໃນວັນທີ 21 ກໍລະກົດ2026ນີ້, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມປິ່ນອ້ອມ ທີ່ ນະຄອນຫຼວງມະນິລາສາທາລະນະລັດ ຟິລິບປິນ, ທ່ານ ທອງສະຫວັນ ພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ເຊຣເກ ລາວະຣົບລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ.
ທ່ານ ທອງສະຫວັນ ພົມວິຫານ ພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ທ່ານ ທອງສະຫວັນ ພົມວິຫານ ພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໃນວັນທີ 21 ກໍລະກົດ ຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ເຈົ້າຊາຍ ອັບດູລ ມາທີນ ໂບລເກຍ (His Royal Highness Prince Abdul Mateen Bolkiah) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ບຣູໄນ ດາຣູຊາລາມ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງທີ່ ນະຄອນຫຼວງມະນິລາສາທາລະນະລັດ ຟິລິບປິນ.
ຮອງນາຍົກລັດຖະມົນຕີ ພົບປະສອງຝ່າຍກັບລັດຖະມົນຕີກະຊວງການຕ່າງປະເທດອົສຕຣາລີ

ຮອງນາຍົກລັດຖະມົນຕີ ພົບປະສອງຝ່າຍກັບລັດຖະມົນຕີກະຊວງການຕ່າງປະເທດອົສຕຣາລີ

ໃນວັນທີ 21 ກໍລະກົດນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ເພັນນີ ວອງ (Penny WONG) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງອົສຕຣາລີ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 19-25 ກໍລະກົດ 2026 ທີ່ນະຄອນຫຼວງມະນິລາ ສາທາລະນະລັດ ຟີລິບປິນ.
ເລຂາພັກແຂວງອັດຕະປື ຕ້ອນຮັບກົງສູນໃຫຍ່ ກຳປູເຈຍ ປະຈຳພາກໃຕ້

ເລຂາພັກແຂວງອັດຕະປື ຕ້ອນຮັບກົງສູນໃຫຍ່ ກຳປູເຈຍ ປະຈຳພາກໃຕ້

ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງອັດ​ຕະ​ປືໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ແລະ ພົບປະຂອງ ທ່ານ ດາວ ບົດມຸນີ ກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ປະຈຳພາກໃຕ້ຂອງ ສ​ປ​ປລາວ ( ທີ່ນະຄອນປາກເຊ)ພ້ອມດ້ວຍຄະນະ ເມື່ອ​ວັນ​ທີ 21 ກໍ​ລະ​ກົດ​ນີ້ ທີ່​ ແຂວງ​ອັດ​ຕະ​ປື, ເນື່ອງໃນໂອກາດທີ່ມາຮັບໜ້າທີ່ເປັນ​ກົງ​ສູນ​ໃຫຍ່ ປະ​ຈຳ​ພາກ​ໃຕ້​ຂອງ ສ​ປ​ປລາວຄົນໃໝ່.
ມູນນິທິ GX ຮົງກົງ ສືບຕໍ່ໂຄງການປ້ອງກັນພະຍາດໄຂ້ເລືອດອອກຕາມເສັ້ນທາງລົດໄຟລາວ-ຈີນ

ມູນນິທິ GX ຮົງກົງ ສືບຕໍ່ໂຄງການປ້ອງກັນພະຍາດໄຂ້ເລືອດອອກຕາມເສັ້ນທາງລົດໄຟລາວ-ຈີນ

ມູນນິທິ GX ຮົງກົງ ຮ່ວມກັບ ສຳນັກງານໃຫຍ່ທາງລົດໄຟລາວ-ຈີນ ໄດ້ຈັດກິດຈະກຳເຜີຍແຜ່ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ເລືອດອອກ ຂຶ້ນໃນວັນທີ 20 ກໍລະກົດ ນີ້ ທີ່ສໍານັກງານໃຫຍ່ທາງລົດໄຟລາວ-ຈີນ ໂດຍມີ ທ່ານ ລຽງ ເຈິງຢິງ (LEUNG Chun-ying) ປະທານມູນນິທິ GX, ທ່ານ ລູ່ ຫາຍໂຈວ (Mr.Lu haizhou) ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ, ທ່ານ ນາງ ພູນ ເຢີນເຢິນ (POON Yen-yen) ຜູ້ອຳນວຍການໂຄງການອາຊີຕາເວັນອອກສ່ຽງໃຕ້ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ພະນັກງານເຂົ້າຮ່ວມ.
ເພີ່ມເຕີມ