ຫົງສາ ສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສດຕິດ

ຫົງສາ ສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສດຕິດ
ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສດຕິດປີ 2021-2023 ຂຶ້ນເມື່ອບໍ່ດົນມານີ້ ທີ່ກອງບັນຊາການດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ຄຳ​ຫຼ້າ ຜີວ​ວັນນາ ​ເຈົ້າ​ເມືີອງຫົງສາ ປະທານ​ປ້ອງ​ກັນຊາ​ດ (ປກຊ) - ປ້ອງ​ກັນ​ຄວາມ​ສະຫງົບ (ປກສ) ເມືີອງ, ມີທ່ານ ພັອ ຄໍາສິນ ຜີວວັນນາ ຫົວໜ້າຫ້ອງການເມືີອງ ກອງບັນຊາການ ປກສ ແຂວງ, ທ່ານ ພັທ ທອງ​ໄຫຼ ​ເພັດ​ດາ​ວົງ ຫົວໜ້າກອງບັນຊາການ ປກສ ເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັທ ທອງໄຫຼ ເພັດດາວົງ ໄດ້ຂຶ້ນຜ່ານບົດສະຫຼຸບ​ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (ໄລຍະປີ 2021-2023) ວ່າ: ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ເປັນພິເສດໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສດຕິດ ໂດຍຈັດ​ຕັ້ງ​ປະຕິບັດຕາມ 6 ວຽກ​ຈຸດ​ສຸມ​ຂອງ​ວາລະ​ແຫ່ງ​ຊາດ ຊຶ່ງໄດ້ກຳນົດພື້ີນທີ່, ຈຸດຫຼໍ່ແຫຼມທີ່​ມີ​ຄວາມ​ສ່ຽງ​ພົວພັນ​ຢາ​ເສບ​ຕິດມີ 8 ຈຸດ, ກວມເອົາ 7 ບ້ານ ​ແລະ 1 ໂຄງການ. ໄດ້​ຂຶ້ນ​ບັນຊີເປົ້າໝາຍພົວພັນຢາເສບຕິດທັງໝົດ 873 ຄົນ ຍິງ 70 ຄົນ. ໃນນີ້ເປົ້າໝາຍຄ້າຂາຍມີ 86 ຄົນ ຍິງ 28 ຄົນ (​​​ແກ້​ໄຂ​ແລ້ວ 71 ຄົນ ຍິງ 21 ຄົນ, ຍັງ​ບໍ່​ທັນ​ແກ້​ໄຂ 15 ຄົນ ຍິງ 7 ຄົນ). ​ເປົ້າ​ໝາຍເສບຢາມີ 787 ຄົນ ຍິງ 42 ຄົນ (​​ແກ້​ໄຂ​ແລ້ວ 626 ຄົນ ຍິງ 38 ຄົນ). ປັດຈຸ​ບັນເປົ້າ​ໝາຍທີ່ເສບຍັງ​ບໍ່​ທັນ​ໄດ້​​ແກ້​ໄຂຈຳນວນ 161 ຄົນ ຍິງ 6 ຄົນ. ນອກນັ້ນ, ເຈົ້າໜ້າທີ່ຍັງສາມາດ​ແກ້​ໄຂ​ມ້າງ​ລາຍ​ຄະດີ​ຢາ​ເສບ​ຕິດ​ໄດ້ 67 ລາຍ, ກັກຕົວຜູ້ຖືີກຫາ 81 ຄົນ ຍິງ 19 ຄົນ. ຢຶດຂອງກາງປະເພດຢາບ້າຈໍານວນ 20.689.655 ເມັດ, ຢາ​ໄອຈຳນວນ 543 ຫໍ່ນໍ້າໜັກ 565,5 ກິ​ໂລກຣາມ, ໃບ​ກະທ່ອມຈຳນວນ 2,2 ກິ​ໂລກຣາມ, ຢາສູບ​ໄຟຟ້າ 8 ອັນ, ລົດໃຫຍ່ 7 ຄັນ, ລົດຈັກ 5 ຄັນ, ໂທລະສັບມືີຖືີ 24 ເຄື່ີອງ, ປືີນສັ້ນ 1 ກະບອກ ພ້ອມລູກປືີນ 15 ລູກ​, ເງິນກີບ 10.488.000 ກີບ, ເງິນບາດ 5.500 ບາດ ແລະ ວັດຖຸ​ຂອງ​ກາງອຶ່ີນໆ​ຈຳນວນ​ໜຶ່ງ (ສ່ວນ​ຂອງ​ກາງ ​ແລະ ຜູ້​ກະທຳ​ຜິດ​ແມ່ນ​ໄດ້​ນຳ​ສົ່ງ​ກອງ​ບັນຊາ​ການ ປກສ ​ແຂວງສຳເລັດ).
ໃນໂອກາດນີ້, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ເປັນຫຼັກແຫຼ່ງໃນການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ ຫັນກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງຂອງພັກເດັດດ່ຽວສະກັດກັ້ນທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ທັບມ້າງໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ, ສືບຕໍ່ປະຕິບັດ 2 ວາລະແຫ່ງຊາດຂອງພັກ ແລະ ລັດຖະບານໃຫ້ເຂັ້ມງວດ. ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີໝາກຜົນດີກວ່າເກົ່າ, ສ້າງ ແລະ ປັບ ປຸງກົມກອງໄປຕາມທິດສ້າງກົມກອງມີແບບແຜນທັນສະໄໝເທື່ອລະກ້າວ, ເຊີດຊູສະຕິລະວັງຕົວ ແລະ ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນ ແລະ ເຂັ້ມແຂງແນໃສ່ແກ້ໄຂບັນຫາຢາເສບຕິດຢູ່ພາຍໃນເມືອງໃຫ້ນັບມື້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
ຂ່າວ-ພາບ: ກິດຕິສັກ ບົວໄລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ