ຫໍສະໝຸດ ໄດ້ຮັບປຶ້ມ"ຈົດໝາຍເຖິງຫຼານ" ແລະ ປຶ້ມ "ເມື່ອທ່ານເປັນນາຍົກ”

ຫໍສະໝຸດ ໄດ້ຮັບປຶ້ມ"ຈົດໝາຍເຖິງຫຼານ" ແລະ ປຶ້ມ "ເມື່ອທ່ານເປັນນາຍົກ”

ຫໍສະໝຸດ ໄດ້ຮັບປຶ້ມ"ຈົດໝາຍເຖິງຫຼານ" ແລະ ປຶ້ມ "ເມື່ອທ່ານເປັນນາຍົກ”
ທ່ານນາງ ມະໄລວຽງ ສາກົນນິຍົມ ແລະ ທ່ານ ສຸທຳ ສາກົນນິຍົມໄດ້ມອບປຶ້ມໃຫ້ຫໍສະໝຸດພິພິທະພັນ ໄກສອນ ພົມວິຫານໃນວັນທີ 19 ມີນາ ຜ່ານມານີ້ ທີ່ຫໍສະໝຸດພິພິທະພັນ ໄກສອນ ພົມວິຫານ.

ປື້ມທີ່ມີຊື່ວ່າ: "ຈົດໝາຍເຖິງຫຼານ" ແລະ ປື້ມ "ເມື່ອທ່ານເປັນນາຍົກ" (ສະບັບພາສາລາວ ແລະ ພາສາອັງກິດ) ໃຫ້ກັບຫໍສະໝຸດພິພິທະພັນ ໄກສອນ ພົມວິຫານລວມມູນຄ່າ ຫຼາຍກວ່າ 5 ລ້ານກີບ.ຮັບໂດຍ ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມພິພິທະພັນໄກສອນພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວ, ທ່ານ ສຸທຳ ສາກົນນິຍົມ ກ່າວວ່າ: ຈຸດປະສົງຂອງການນໍາປື້ມມາມອບຄັ້ງນີ້ ເພື່ອປະກອບສ່ວນເຂົ້າໃນການກະກຽມສະເຫຼີມສະຫຼອງ 3ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນເກີດ ປະທານໄກສອນ ພົມວິການ ຄົບຮອບ 105 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ ແລະ ຍັງກ່າວຕື່ມອີກວ່າ: ຢາກເປັນນັກຂຽນ, ນັກແຕ່ງ ແລະ ນັກປາຖະກະຖາໄດ້ດີ ກ່ອນອື່ນ ຕ້ອງເປັນຜູ້ທີ່ມັກອ່ານສາກ່ອນ ແຕ່ສິ່ງບັນດານໃຈ ກໍປະກອບດ້ວຍ ຜູ້ທີ່ມີພອນສະຫວັນມາແຕ່ກໍາເນີດ, ພອນສະແຫວງ(ຜູ້ທີ່ມັກຊອກຫາຄວາມຮູ້-ຄົ້ນຄວ້າຮໍ່າຮຽນ) ແລະ ສິ່ງສໍາຄັນ ແມ່ນດ້ວຍຈິດໃຈມັກ. ຈາກນັ້ນ , ທ່ານ ໄຊຍະລາດ ພົງຍາລັກ ສະແດງຄວາມຂອບໃຈຕໍ່ທ່ານນາງ ມະໄລວຽງ ສາກົນນິຍົມ ແລະ ທ່ານ ສຸທຳ ສາກົນນິຍົມ ທີ່ໄດ້ນໍາປຶ້ມມາມອບໃຫ້ໃນຄັ້ງນີ້ ແລະ ຈະເກັບຮັກສາໄວ້ໃນຫໍສະໝຸດ, ເພື່ອສະໜອງໃຫ້ບັນດານັກຮຽນ, ນັກສຶກສາ, ນັກຄົ້ນຄວ້າ ໄດ້ນໍາເອົາບົດຮຽນທີ່ດີງາມໃນປຶ້ມດັ່ງກ່າວ ນໍາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ເກີດປະໂຫຍດສູງສຸດ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດຫ້ອງວາງຂາຍລົດໃໝ່ ແລະ ແນະນຳ ລົດຍີ່ຫໍ້ SOUEAST 4 ລຸ້ນ

ເປີດຫ້ອງວາງຂາຍລົດໃໝ່ ແລະ ແນະນຳ ລົດຍີ່ຫໍ້ SOUEAST 4 ລຸ້ນ

ພິທີເປີດຫ້ອງວາງຂາຍລົດ SOUEAST ແລະ ແນະນຳ ລົດຍີ່ຫໍ້ SOUEAST ທັງ 4 ລຸ້ນ ຂອງ ບໍລິສັດ AutoAsia ຈໍາກັດ ໄດ້ຈັດຂຶ້ນໃນຕອນແລງວັນທີ 18 ພຶດສະພານີ້ ທີ່ຫ້ອງວາງຂາຍລົດ SOUEAST ບ້ານວັດໄຕໃຫຍ່ທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ວັນສີ ກົວມົວ ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຍົກລະດັບການຄຸ້ມຄອງປົກປ້ອງເດັກໃຫ້ຄູ່ຮ່ວມງານພາກລັດ

ຍົກລະດັບການຄຸ້ມຄອງປົກປ້ອງເດັກໃຫ້ຄູ່ຮ່ວມງານພາກລັດ

ໃນວັນທີ 18 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມສະຫະພັນແມ່ຍິງແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມການຄຸ້ມຄອງກໍລະນີກ່ຽວກັບການປົກປ້ອງເດັກ ໃຫ້ຄູ່ຮ່ວມງານພາກລັດໃນແຂວງຫຼວງພະບາງ, ໂດຍເປັນປະທານຂອງທ່ານ ມີໄຊ ໄຊເກີຢາຈົງຕົວ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ, ມີຕາງໜ້າກົມສັງຄົມສົງເຄາະ ກະຊວງ ຮສສ ພ້ອມດ້ວຍຄູ່ຮ່ວມງານພາກລັດຂັ້ນແຂວງ ແລະ 6 ເມືອງເປົ້າໜາຍຂອງໂຄງການ ຄື: ເມືອງໂພນໄຊ, ເມືອງນ້ຳບາກ, ເມືອງງອຍ, ເມືອງວຽງຄໍາ, ເມືອງໂພນທອງ ແລະ ເມືອງປາກແຊງເຂົ້າຮ່ວມ.
ກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບການກຳນົດຕຳແໜ່ງງານ ຂອງກະຊວງ ກສ

ກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບການກຳນົດຕຳແໜ່ງງານ ຂອງກະຊວງ ກສ

ໃນວັນທີ 15 ພຶດສະພາຜ່ານມານີ້ ທີ່ສະໂມສອນກະຊວງ, ກົມຈັດຕັ້ງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບການກຳນົດຕຳແໜ່ງງານໂດຍການເປັນປະທານຮ່ວມຂອງ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ພອນປະເສີດ ກຸລາວົງ ຮອງຫົວໜ້າກົມພັດທະນາການບໍລິຫານລັດ ຄະນະຈັດຕັ້ງສູນກາງພັກ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ, ທ່ານຫົວໜ້າ, ຮອງຫົວໜ້າກົມ ແລະ ທຽບເທົ່າ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈຳນວນ 195 ທ່ານ ຍິງ 75 ທ່ານ ເຂົ້າຮ່ວມ.
ພິຈາລະນາ-ຮັບຮອງຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) 2026

ພິຈາລະນາ-ຮັບຮອງຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) 2026

ໃນຕອນບ່າຍຂອງວັນທີ 18 ພຶດສະພາ ນີ້ ທີ່ ສະພາທິດສະດີສູນກາງພັກ, ໄດ້ຈັດກອງປະຊຸມພິຈາລະນາ-ຮັບຮອງຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) 2026 ທີ່ຫ້ອງປະຊຸມໃຫຍ່ສໍານັກງານສະພາທິດສະດີສູນກາງພັກຊັ້ນ II (ຫຼັກ 6) ໂດຍການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ ແລະ ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເຜີຍແຜ່ໂຄສະນາຜົນຮ້າຍຢາເສບຕິດ ຢູ່ແຂວງສາລະວັນ

ເຜີຍແຜ່ໂຄສະນາຜົນຮ້າຍຢາເສບຕິດ ຢູ່ແຂວງສາລະວັນ

ພະແນກໂຄສະນາ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ສືບຕໍ່ເຜີຍແຜ່ໂຄສະນາຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ເພື່ອສ້າງຄວາມຮັບຮູ້ໃຫ້ທົ່ວສັງຄົມ ຂຶ້ນໃນວັນທີ 15 ພຶດສະພາຜ່ານມາ, ທີ່ແຂວງສາລະວັນ ນໍາພາໂດຍທ່ານ ພັທ ດາລິນ ສຸດາຈັນ ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ເຂົ້າຮ່ວມໂດຍທ່ານ ພັອ ຄຳໂກ້ ຮອງຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ, ມີພະນັກງານ, ຕຳຫຼວດ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ແຕ່ງຕັ້ງທ່ານ ອະນຸສອນ ສຸດທິວົງ ເປັນວ່າການຫົວໜ້າພະແນກ ສກຂ ແຂວງສະຫວັນນະເຂດຜູ້ໃໝ່

ແຕ່ງຕັ້ງທ່ານ ອະນຸສອນ ສຸດທິວົງ ເປັນວ່າການຫົວໜ້າພະແນກ ສກຂ ແຂວງສະຫວັນນະເຂດຜູ້ໃໝ່

ພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ພະແນກ ສກຂ ແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ຈັນເພັງສຸກ ເພັດຕະພອນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງ ປກສ ຢ້ຽມຢາມໂອ້ລົມຄະນະນຳ ປກສ ແຂວງອັດຕະປື

ຮອງລັດຖະມົນຕີກະຊວງ ປກສ ຢ້ຽມຢາມໂອ້ລົມຄະນະນຳ ປກສ ແຂວງອັດຕະປື

ໃນວັນທີ 15 ພຶດສະພາຜ່ານມາ, ທີ່ຫ້ອງຮັບແຂກກອງບັນຊາການ ປກສ ແຂວງອັດຕະປື, ສະຫາຍ ພົຕ ແອນ ອຸ່ນອະນົງນຸດ ຄະນະປະຈຳພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມຄະນະນຳກອງບັນຊາການ ປກສ ແຂວງອັດຕະປື. ໂດຍການໃຫ້ກຽດຕ້ອນຮັບຂອງສະຫາຍ ພັອ ບູນເລີດ ແກ້ວພຸດທະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຫົວໜ້າຫ້ອງ, ກອງພັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ແລະ ກອງບັນຊາການ ປກສ 5 ຕົວເມືອງເຂົ້າຮ່ວມ.
ອັດຕະປື​ ອະນຸຍາດໃຫ້ເອ​ກະຊົນ​ ດໍາເນີນໂຄງການພັດທະທະນາກະສິກໍາແບບຍືນຍົງ​

ອັດຕະປື​ ອະນຸຍາດໃຫ້ເອ​ກະຊົນ​ ດໍາເນີນໂຄງການພັດທະທະນາກະສິກໍາແບບຍືນຍົງ​

ພິທີເຊັນສັນຍາສຳປະທານ ໂຄງການຟື້ນຟູປ່າ ດ້ວຍການປູກໄມ້ໃຫ້ໝາກ (ຖົ່ວລຽນ) ເປັນສິນຄ້າ ຢູ່ເຂດບ້ານແບ່ງວີໄລ ແລະ ບ້ານພອນມະ​ນີ ເມືອງສະໜາມໄຊ ແຂວງອັດຕະປື ລະຫວ່າງ ຄະນະກຳມະການສົ່ງ​ເສີມ ແລະ ຄຸ້ມ​ຄອງການລົງທຶນແຂວງອັດຕະປື ກັບ 6​ ບໍລິສັດເອກະ​ຊົນ (ບໍລິສັດ ແສງຄໍາ ພັດທະນາຄົບວົງຈອນ ຈຳ​ກັດຜູ້ດຽວ​, ບໍລິສັດ ເມກມູນຄໍາ ຂາເຂົ້າ-ຂາ​ອອກ ແລະ ກະສິກຳຄົບວົງຈອນ ຈຳກັດຜູ້ດຽວ, ບໍ​ລິ​ສັດ ວັນຊະນະ ກະ​ສິກຳ ແລະ ກໍ່ສ້າງ ຄົບວົງ​ຈອນ ຈຳກັດຜູ້ດຽວ, ບໍ​ລິສັດ ວຽງສະໄໝພັດທະ​ນາກະສິກຳ ແລະ ກໍ່ສ້າງຄົບວົງຈອນ ຈຳ​ກັດຜູ້ດຽວ, ບໍລິສັດ ແສງອາລຸນ ຂາເຂົ້າ-ຂາອອກ ກະ​ສິກຳ ແລະ ບໍ່ແຮ່ ຈຳກັດຜູ້ດຽວ ແລະ ບໍລິສັດ ແສງໄຊ ຂາເຂົ້າ-ຂາ​ອອກ ແລະ ກະສິກຳ ຄົບວົງຈອນ ຈຳກັດຜູ້ດຽວ) ຈັດຂຶ້ນໃນວັນທີ 15 ພຶດສະພາ 2026 ທີ່ ແຂວງອັດ​ຕະ​ປື, ໂດຍມີທ່ານ ສຸລິວົງ​ ອະໄພວົງ ຮອງປະ​ທານຄະນະກໍາ​ມະ​ການປົກຄອງແຂວງອັດຕະປື, ມີພະແນກການທີ່ກ່ຽວຂ້ອງຂອງແຂວງ,​ ເມືອງ, ພ້ອມດ້ວຍຕົວ​ແທນຈາກ 6 ບໍລິສັດ​ ເຂົ້າຮ່ວມ.
ຊາວກະສິກອນບ້ານດອນປາແດກ ໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ຊາວກະສິກອນບ້ານດອນປາແດກ ໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ບໍລິສັດ ດີເອັມ ເອັສອີແຊັດ ຈໍາກັດຜູ້ດຽວ ໄດ້ນໍາປຸ໋ຍຊີວະພາບ ທີ່ຜະລິດຈາກໂຮງງານຜະລິດປຸ໋ຍ ກາມ້າຄໍາຄູ່ ຈໍາວນວນ 1 ໂຕນ ພ້ອມທັງເມັດພັນພືດຜັກຕ່າງໆ ມອບໃຫ້ຊາວກະສິກອນ ບ້ານດອນປາແດກ ເມືອງໜອງບົກ ແຂວງຄໍາມ່ວນ ເພື່ອທົດລອງນໍາໃຊ້ເຂົ້າໃນການປູກພືດຜັກ ເພື່ອຍົກສູງສະມັດຕະພາບຜົນຜະລິດໃຫ້ສູງຂຶ້ນ.
ກອງທຶນ ສາມັກຄີ ຈໍາປາສັກ ຊ່ວຍເຫຼືອສັງຄົມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ກອງທຶນ ສາມັກຄີ ຈໍາປາສັກ ຊ່ວຍເຫຼືອສັງຄົມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກອງທຶນ ສາມັກຄີ ຈໍາປາສັກ ຊ່ວຍເຫຼືອສັງຄົມ ປະຈໍາປີ 2026 ຈັດຂຶ້ນໃນວັນທີ 15 ພຶດສະພາ 2026 ທີ່ ແຂວງຈໍາປາສັກ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ