ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື
ໃນວັນທີ 18 ກໍລະກົດນີ້, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປີ, ໂດຍໃຫ້ການຕ້ອນຮັບຂອງທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ໄດ້ພົບປະກັບຄະນະປະຈຳພັກແຂວງ ຄະນະໂຄສະນາອົບຮົບແຂວງທີ່ຫ້ອງວ່າການແຂວງ.

 

ຫວໜາ ຄອສພ ເຄອນໄຫວຢຽມຢາມ ແລະ ເຮດວຽກຢແຂວງອດຕະປ - image 1
 

ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ລາຍງານການກະກຽມຄວາມພ້ອມການປັບປຸງກົງຈັກພາຍໃນຄະນະໂຄສະນາອົບຮົມແຂວງວ່າ: ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດການປັບປຸງກົງຈັກການຈັດຕັ້ງ ພາຍໃນຄະນະໂຄສະນາອົບຮົມແຂວງໄປຕາມທິດຊີ້ນຳຂອງຂັ້ນເທິງໃຫ້ຖືກຕ້ອງ, ສອດຄ່ອງຕາມທິດຂອງພັກ ແລະ ສຳເລັດຕາມກຳນົດເວລາ, ຄະນະໂຄສະນາອົບຮົມແຂວງ ໄດ້ກະກຽມຂໍ້ມູນກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງ, ລວມທັງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ, ຈຳນວນພະນັກງານ -ລັດຖະກອນຂອງຄະນະໂຄສະນາອົບຮົມແຂວງ. ເກັບກຳຂໍ້ມູນຊັບສິນອຸປະກອນເຄື່ອງໃຊ້ຫ້ອງການ, ພາຫະນະເພື່ອລາຍງານໃຫ້ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງທີ່ລົງເຄື່ອນໄຫວເຮັດວຽກນຳ, ໄດ້ກະກຽມສະຫຼຸບຕີລາຄາການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຕາມພາລະບົດບາດ, ໃນໄລຍະຜ່ານມາໄດ້ປະສານສົມທົບກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ເກັບກໍາຂໍມູນກ່ຽວກັບກົງຈັກການຈັດຕັ້ງ, ບຸກຄະລາກອນ, ການຈັດຕັ້ງພັກພາກສ່ວນສື່ມວນຊົນ ທີ່ຈະມາຂຶ້ນກັບຄະນະໂຄສະນາອົບຮົມແຂວງ.

ທ່ານກ່າວຕື່ມວ່າ: ສຳລັບແຜນສືບຕໍ່ຈັດຕັ້ງປະຕິບັດພາຍຫຼັງທີ່ໄດ້ມີການປະກາດການໂຮມແລ້ວຈະມີການປະສານສົມທົບກັບຄະນະປັບປຸງກົງຈັກການຈັດຕັ້ງຂັ້ນແຂວງເພື່ອຄົ້ນຄວ້າເລືອກເຟັ້ນ, ສັບ

ຊ້ອນ, ຈັດວາງສະມາຊິກພັກ, ພະນັກງານຄືນໃໝ່ຢ່າງຮັດກຸມ ແລະ ເປັນລະບົບ, ຈະໄດ້ສືບຕໍ່ປະຕິບັດໜ້າທີ່ໃນຂະແໜງເດີມ ແລະ ບາງຈໍານວນຈະໄດ້ສັບຊ້ອນຮັບໜ້າທີ່ຂະແໜງໃໝ່. ກະກຽມປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຄືນໃໝ່ພາຍຫຼັງໂອນວຽກງານສື່ມວນຊົນ (ວຽກຖະແຫຼງຂ່າວ) ມາຂື້ນກັບຄະນະໂຄສະນາອົບຮົມແຂວງ ໂດຍອີງໃສ່ທິດທາງລວມ ແລະ ແຈ້ງການຂອງຄະນະໂຄສະນາອົບຮົມສູນກາງພັກ. ຄະນະພັກ, ຄະນະນຳຂອງພວກເຮົາຈະໄດ້ມີຄວາມເອົາໃຈໃສ່ໃນການສຶກສາອົບຮົມແນວຄິດ, ເພື່ອຍູ້ແຮງຂະບວນການວຽກງານໂຄສະນາອົບຮົມໃຫ້ແຂງແຮງ ແລະ ມີການຫັນປ່ຽນດີຂື້ນເທື່ອລະກ້າວ.

ໃນໂອກາດດັ່ງກ່າວທ່ານ ຄຳພັນ ເຜີຍະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຊີ້ນຳການຈັດຕັ້ງປະຕິບັດການປັບປຸງກົງຈັກການຈັດຕັ້ງທີ່ໄດ້ມີການກະກຽມ ແລະ ຈັດຕັ້ງປະຕິບັດເປັນຢ່າງດີ ແລະ ໄດ້ເນັ້ນວ່າການປັບປຸງການຈັດຄັ້ງນີ້, ເພື່ອເຮັດແນວໃດໃຫ້ກົງຈັກການຈັດຕັ້ງມີຄວາມກະທັດຮັດ, ຫັນເປັນທັນສະໄໝ, ຫຼຸດຜ່ອນກົງຈັກການຈັນຕັ້ງ, ໃນຂະດຽວກັນຕ້ອງຮັບປະກັນວຽກໃຫ້ມີປະສິດທິພາບ

ປະສິດທິຜົນ, ມີຄວາມເຂັ້ມແຂງໃນການເຮັດວຽກໃຫ້ມີຄວາມວ່ອງໄວ, ຕ້ອງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ - ແນວຄິດໃຫ້ເຂົ້າໃຈ, ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຕ້ອງປະຕິບັດພາລະບົດ, ຄວາມຮັບຜິດຊອບໃຫ້ມີຄວາມເປັນເອກະພາບກັນ. ໃນນັ້ນ, ການປັບປຸງ ແລະ ສັບຊ້ອນໃຫ້ຖືກຕ້ອງຕາມຄວາມຮູ້ຄວາມສາມາດຂອງບຸກຄົນ, ມີຄວາມໂປ່ງໃສຂາວສະອາດ, ຫັນເປັນທັນສະໄໝ ແລະ ນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃສ່ໃນການເຮັດວຽກງານ, ພ້ອມນີ້ຂັ້ນຂະແໜງການໃຫ້ສືບຕໍ່ປັບປຸງ ແລະ ຈັດວາງບຸກຄະລາກອນເຂົ້າໃສ່ວຽກງານໃຫ້ເປັນອັນດຽວກັນ ແລະ ໃຫ້ເປັນລະບົບ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ