ຫົວໜ້າ ຄອສພ ລົງຊຸກຍູ້ການປັບປຸງກົງຈັກການຈັດຕັ້ງຢູ່ແຂວງເຊກອງ

ຫົວໜ້າ ຄອສພ ລົງຊຸກຍູ້ການປັບປຸງກົງຈັກການຈັດຕັ້ງຢູ່ແຂວງເຊກອງ

ຫົວໜ້າ ຄອສພ ລົງຊຸກຍູ້ການປັບປຸງກົງຈັກການຈັດຕັ້ງຢູ່ແຂວງເຊກອງ
ໃນວັນທີ 21 ກໍລະກົດນີ້, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ພ້ອມດ້ວຍຄະນະໄດ້ ເຄື່ອນໄຫວຢ້ຽມຢາມເຮັດວຽກ ແລະ ລົງຊຸກຍູ້ການປັບປຸງກົງຈັກການຈັດຕັ້ງຢູ່ແຂວງເຊກອງ, ໂດຍ ໃຫ້ການຕ້ອນຮັບ ຂອງ ທ່ານ ບຸນຫຼາຍ ບຸດທິ ຮັກສາການແທນເລຂາພັກແຂວງ ຮັກສາການ ແທນເຈົ້າແຂວງເຊກອງ ແລະ ພົບປະເຮັດວຽກນຳຄະນະປັບປຸງກົງຈັກການຈັດຕັ້ງແຂວງ, ຫົວໜ້າ ຫ້ອງວ່າການແຂວງ ແລະ ຄະນະໂຄສະນາອົບຮົມແຂວງ ທີ່ຫ້ອງວ່າການປົກຄອງແຂວງເຊກອງ.

 

ຫວໜາ ຄອສພ ລງຊກຍການປບປງກງຈກການຈດຕງຢແຂວງເຊກອງ - image 1
 

ທ່ານ ບຸນຫຼາຍ ບຸດທິ ໄດ້ລາຍງານກ່ຽວກັບການປັບປຸງກົງຈັກການຈັດຕັ້ງວ່າ: ໂດຍປະຕິບັດ ຕາມ ມະຕິຂອງຄະນະເລຂາສູນກາງພັກ ເລກທີ 03/ຄບສພ, ເລກທີ 483/ຄລສພ ວ່າດ້ວຍການ ປັບປຸງກົງຈັກການຈັດຕັ້ງ ແລະ ທິດທາງການປັບປຸງກົງຈັກການຈັດຕັ້ງຢູ່ຂັ້ນທ້ອງຖິ່ນ ຂອງຄະນະ ຈັດຕັ້ງສູນກາງພັກ ເລກທີ 302/ຄຈສພ ແຂວງເຊກອງໄດ້ແຕ່ງຕັ້ງຄະນະປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 527/ຄປພຂ, ຄະນະປັບປຸງກົງຈັກຂັ້ນແຂວງ (ຄະນະຈັດຕັ້ງແຂວງ) ໄດ້ອອກແຈ້ງການ ເລກທີ 43/ຄຈຂ ເພື່ອເຮັດໜ້າທີ່ໃນການປັບປຸງກົງຈັກການຈັດຕັ້ງ, ບຸກຄະລາກອນ ແລະ ເກັບກໍາວັດ ຖຸອຸປະກອນຕ່າງໆຂອງການຈັດຕັ້ງ ລວມທັງນໍາພາເຮັດຮອດຂັ້ນເມືອງໃຫ້ສໍາເລັດຕາມແຜນການກໍາ ນົດໄວ້. ການປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ໃນເປົ້າໝາຍຈຳນວນ 11 ພາກສ່ວນ ທີ່ຖືກປັບປຸງຍຸບ ໂຮມ ຕາມຄຳເເນະນຳ 483/ຄລສພ; ມີໂຄງປະກອບກົງຈັກ 68 ຂະແໜງ, ມີພະນັກງານ-ລັດຖະອນ ທັງໝົດ 556 ທ່ານ ຍິງ 185 ທ່ານ, ກົງຈັກການຈັດຕັ້ງພັກ 36 ຮາກຖານພັກ ໃນນັ້ນ ມີ 6 ຄະນະພັກຮາກຖານ, 3 ໜ່ວຍພັກຮາກຖານ, 27 ໜ່ວຍພັກຂຶ້ນກັບ ມີສະມາຊິກພັກທັງໝົດ 692 ສະຫາຍ ຍິງ 200 ສະຫາຍ (ລວມລັດວິສາຫະກິດໄຟຟ້າແຂວງ). ສຳລັບດ້ານກົງຈັກ: ກ່ອນການໂຮມການຈັດຕັ້ງ ຄະນະໂຄສະນາອົບຮົມແຂວງ ເປັນໜ່ວຍພັກຮາກຖານ, ຄະນະໜ່ວຍພັກ 3 ສະຫາຍ ຍິງ 1 ສະຫາຍ, ມີສະມາຊິພັກທັງໝົດ 21 ສະຫາຍ ຍິງ 16 ສະຫາຍ, ມີ ໂຄງປະກອບກົງຈັກການຈັດຕັ້ງ ປະກອມີ 4 ຂະແໜງ, ມີພະນັກງານ-ລັດຖະກອນ ທັງໝົດ 23 ທ່ານ ຍິງ 16 ທ່ານ, ວຽກສື່ມວນຊົນ (ພະແນກຖະແຫຼງຂ່າວວັດທະນາທໍາ ແລະ ທ່ອງທ່ຽວແຂວງ) ກ່ອນການໂຮມເປັນໜ່ວຍພັກຂຶ້້ນກັບ ຄະນະໜ່ວຍພັກ 3 ສະຫາຍ; ສະມາຊິກພັກທັງໝົດ 20 ສະຫາຍ ຍິງ 7 ສະຫາຍ, ໂຄງປະກອບກົງຈັກການຈັດຕັ້ງ ປະກອບມີ 3 ຂະແໜງ, ມີພະນັກງານ-ລັດຖະກອນ ທັງໝົດ 22 ທ່ານ ຍິງ 8 ທ່ານ, ສຳລັບກົງຈັກການຈັດຕັ້ງຄະນະໂຄສະນາອົບຮົມແຂວງ; ພາຍຫຼັງໂອນວຽກສື່ມວນຊົນ (ພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທຽວແຂວງ), ກອງວິ ທະຍຸ-ໂທລະຄົມ, ກອງວິຊາການສື່ສິງພິມ ແລະ ຂະແໜງຖະແຫຼງຂ່າວ ພ້ອມທັງຍົກຍ້າຍ ພະນັກງານ-ລັດຖະກອນ ໄປຂຶ້້ນກັບ ຄະນະໂຄສະນາອົບຮົມແຂວງ ມີສະມາຊິກພັກທັງໝົດ 41 ສະຫາຍ ຍິງ 21 ສະຫາຍ, ພະນັກງານ-ລັດຖະກອນ ທັງໝົດ 45 ທ່ານ ຍິງ 24 ທ່ານ.

ຫວໜາ ຄອສພ ລງຊກຍການປບປງກງຈກການຈດຕງຢແຂວງເຊກອງ - image 2
 

ໂອກາດດັ່ງກ່າວ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ສະແດງຄວາມຊົມເຊີຍຕໍ່ການປັບປຸງກົງຈັກ ການຈັດຕັ້ງຂອງແຂວງທີ່ໄດ້ເປັນເຈົ້າການໃນການຜັນຂະຫຍາຍມະຕິຂອງກົມການເມືອງ ໂດຍສະ ເພາະໄດ້ຈັດຕັ້ງຄະນະຮັບຜິດຊອບການປັບປຸງກົງຈັກຂັ້ນແຂວງ ແລະ ໄດ້ມີແຜນດຳເນິນງານ, ແບ່ງວຽກງານ, ແບ່ງຄວາມຮັບຜິດຊອບ ແລະ ພ້ອມກັນຈັດຕັ້ງປະຕິບັດ ແລະ ທ່ານເນັ້ນວ່າ: ຈຸດປະ ສົງ ແລະ ລະດັບຄາດໝາຍ ໃນການປັບປຸງກົງຈັກການຈັດຕັ້ງຕ້ອງເຮັດໃຫ້ພາຍໃນມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເປັນເອກກະພາບກັນຕໍ່ການຊີ້ນຳ-ນຳພາຂອງຂັ້ນເທິງ ໂດຍສະເພາະຕ້ອງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ ສະມາຊິກພັກ-ພະນັກງານມີຄວາມເປັນເອກະພາບ, ເປັນເຈົ້າການໃນການຈັດຕັ້ງປະຕິບັດໃນການປັບປຸງວຽກງານຕ່າງໆໃຫ້ເປັນເອກະພາບກັນໃຫ້ໄປລວງ ດຽວກັນ, ໃນນັ້ນການປັບປຸງກົງຈັກການຈັດຕັ້ງຕ້ອງເຮັດໃຫ້ພະນັກ

ງານ, ສະມາຊິກພັກມີຄວາມອົບອຸ່ນ, ທຸ່ນທ່ຽງເຂົ້າຮ່ວມຂະບວນການຕ່າງໆ, ບໍ່ໃຫ້ເກີດມີບັນຫາງໍ້ງ່ຽງ, ສັບສົນຕໍ່ແນວທາງນະໂຍບາຍຂອງພັກ, ການປັບປຸງກົງຈັກການຈັດຕັ້ງຕ້ອງໃຫ້ກະທັດຮັດ, ຫັນເປັນທັນສະໄໝ, ຫຼຸດຜ່ອນກົງຈັກ ແລະ ຫູຸດຜ່ອນຈຳນວນຄົນລົງ ໃນຂະນະດຽວກັນຕ້ອງຮັບປະກັນຄວາມເຂັ້ມແຂງ, ມີປະສິດທິຜົນຂອງວຽກ

ງານ, ເຮັດໃຫ້ການບໍລິຫານແກ້ໄຂວຽກງານມີຄວາມວ່ອງໄວ ແລະ ທັນການ.

ຫວໜາ ຄອສພ ລງຊກຍການປບປງກງຈກການຈດຕງຢແຂວງເຊກອງ - image 3
 

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ