ຫົວໜ້າ ອອປສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຮອງປະທານສສຍລ

ຫົວໜ້າ ອອປສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຮອງປະທານສສຍລ
ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ)ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍນາງ ທຳມາ ເພັດວິໄຊ ຮອງເລຂາຄະນະບໍລິຫານງານພັກຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ(ສສຍລ)ພ້ອມດ້ວຍຄະນະໃນວັນທີ 12 ກຸມພາຜ່ານມາທີ່ ອອປສ.
ໂອກາດດັ່ງກ່າວ, ສະຫາຍນາງ ທໍາມາ ເພັດວິໄຊ ໄດ້ລາຍງານຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ເພື່ອຜັນຂະຫຍາຍມະຕິກອງປະຊຸມປຶກສາຫາລືວຽກງານໃນການເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານການສ້າງພະນັກງານ-ນຳພາຄຸ້ມຄອງເພດຍິງ ທັງເປັນການກະກຽມບຸກຄະລາກອນເພດຍິງໃຫ້ແກ່ກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງຕິດພັນກັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ບັນລຸຕາມເປົ້າໝາຍ.
ໃນໂອກາດນີ້, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ສະຫາຍນາງ ທຳມາ ເພັດວິໄຊ ພ້ອມດ້ວຍຄະນະ ແລະ ອວຍພອນໃຫ້ການມາເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານໃນຄັ້ງນີ້ຂອງທ່ານຈົ່ງປະສົບຜົນສຳເລັດຢ່າງຈົບງາມ.
ຈາກນັ້ນ, ທ່ານຮອງປະທານ ສສຍລ ພ້ອມດ້ວຍຄະນະຍັງໄດ້ເຂົ້າພົບປະສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ເຮັດວຽກຮ່ວມກັບສະຫາຍນາງ ພອນທິບ ສາວະລີ ກໍາມະການຄະນະບໍລິຫານງານພັກປະທານສະຫະພັນແມ່ຍິງອົງການໄອຍະການປະຊາຊົນສູງສຸດ ທັງເປັນຫົວໜ້າກົມກວດກາພ້ອມດ້ວຍຄະນະ. ພ້ອມນັ້ນ, ຍັງໄດ້ຮັບຟັງການລາຍງານແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ອົງການຄຸ້ມຄອງ, ການບໍາລຸງ-ກໍ່ສ້າງ ແລະ ບັນຈຸ, ສັບຊ້ອນພະນັກງານນໍາພາ-ຄຸ້ມຄອງເພດຍິງ ແລະ ແຜນຄາດຄະເນເປົ້າໝາຍ ຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່, ຮັບຟັງການລາຍງານການເຄື່ອນໄຫວວຽກງານຮອບດ້ານ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງອົງການໄອຍະການປະຊາຊົນສູງສຸດອີກດ້ວຍ.
ຂ່າວ: ອານຸສັກ ກວາງວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເພີ່ມທະວີສ້າງຄວາມເຂັ້ມແຂງເສດຖະກິດມະຫາພາກໃນຕໍ່ໜ້າ

ເພີ່ມທະວີສ້າງຄວາມເຂັ້ມແຂງເສດຖະກິດມະຫາພາກໃນຕໍ່ໜ້າ

ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ລັດຖະມົນຕີກະຊວງການເງິນໄດ້ປະກອບ ຄໍາເຫັນໃນຫົວຂໍ້: “ສ້າງເສດຖະກິດມະຫາພາກໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ” ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຜ່ານມາ,
ແຂວງຈຳປາສັກ ຈັດຕັ້ງປະຕິບັດ ສອຈ ມີຜົນສຳເລັດຫຼາຍດ້ານ

ແຂວງຈຳປາສັກ ຈັດຕັ້ງປະຕິບັດ ສອຈ ມີຜົນສຳເລັດຫຼາຍດ້ານ

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃນລະຫວ່າງວັນທີ 12-13 ມັງກອນນີ້, ທ່ານ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດການສ້າງເສດຖະກິດເອກະລາດ ເປັນ ເຈົ້າຕົນເອງ (ສອຈ)
ລະດົມແນວຄວາມຄິດ ແລະ ການມີສ່ວນຮ່ວມຂອງສາທາລະນະຊົນເພື່ອການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ

ລະດົມແນວຄວາມຄິດ ແລະ ການມີສ່ວນຮ່ວມຂອງສາທາລະນະຊົນເພື່ອການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ

ໃນວັນທີ 9 ມັງກອນຜ່ານມາ ຢູ່ທີ່ເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມ ປຶກສາຫາລືການມີສ່ວນຮ່ວມຂອງສາທາລະນະຊົນ ໃນເຄືອຄ່າຍແມ່ນໍ້າສົມບູນ ຄັ້ງທີ I ຂອງໂຄງການຄຸ້ມຄອງອ່າງຮັບນໍ້າໂດຍການມີສ່ວນຮ່ວມຈາກຊຸມຊົນໃນແຂວງຄຳມ່ວນ ໄລຍະ II ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກມູນນິທິເອເຊຍ ປະຈໍາ ສປປ ລາວ, ໂດຍການເປັນປະທານຂອງທ່ານ ນາງ ບຸນກັນ ພົງອຸດົມ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ.
ຄົ້ນພົບພະພຸດທະຮູບເກົ່າແກ່ 105 ອົງ ຢູ່ເມືອງໂຂງ

ຄົ້ນພົບພະພຸດທະຮູບເກົ່າແກ່ 105 ອົງ ຢູ່ເມືອງໂຂງ

ໃນວັນທີ 12 ມັງກອນ 2026ນີ້, ໄດ້ມີການແຕກຕື່ນກັນທັງບ້ານ ເມື່ອມີການລາຍງານວ່າ: ໄດ້ຄົ້ນພົບພະພຸດທະຮູບເກົ່າແກ່ຈຳນວນ 105 ອົງ ຢູ່ບໍລິເວນບ້ານເວີນຂາວ, ເມືອງໂຂງ, ແຂວງຈຳປາສັກ.ສະນັ້ນ, ທ່ານ ໜູແສງ ຜຸຍບັນດິດ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ນາງ ໄພວັນ ສີບຸນເຮືອງ ເລຂາຄະນະພັກຮາກຖານກຸ່ມຮາດຊາຍຄູນ ພ້ອມດ້ວຍຫ້ອງການກ່ຽວຂ້ອງໄດ້ລົງພື້ນທີ່ຕົວຈິງເພື່ອຕິດຕາມເຫດການດັ່ງກ່າວ.
ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2025

ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2025

ກອງປະຊຸມສະຫຼຸບວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2025 ແລະ ກອງປະຊຸມສະຫຼຸບວຽກງານຕິດຕາມກວດກາ ການດໍາເນີນຄະດີແພ່ງໄດ້້ເປີດຂຶ້ນຢ່າງເປັນທາງການໃນວັນທີ 12 ມັງກອນນີ້ ທີ່ນະ ຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ມີບັນດາຮອງຫົວໜ້າ ອອປສ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຊກອງ ຜະລິດເຂົ້າ ແລະພືດສະບຽງອາຫານໄດ້ 88,903ໂຕນ

ເຊກອງ ຜະລິດເຂົ້າ ແລະພືດສະບຽງອາຫານໄດ້ 88,903ໂຕນ

ໃນປີ 2025 ຜ່ານມາ, ແຂວງເຊກອງ ສາມາດຜະລິດເຂົ້າ ແລະພືດສະບຽງອາຫານໄດ້ທັງໝົດ 88,903 ໂຕນ. ໃນນີ້, ເຂົ້ານາປີ 39,885 ໂຕນ; ເຂົ້ານາແຊງ 2,817 ໂຕນ; ເຂົ້າໄຮ່ 2,035 ໂຕນ ແລະພືດສະບຽງອາຫານ 44,165 ໂຕນ. ສະເລ່ຍເຂົ້າກິນທົ່ວແຂວງ (ເຂົ້າເປືອກ) ໄດ້ 303 ກິໂລ/ຄົນ/ປີ.
ວາງສີລາລຶກ ກໍ່ສ້າງສຸກສາລາບ້ານປົ່ງ ມູນຄ່າ 1 ຕື້ກວ່າກີບ ເພື່ອບໍລິການໃຫ້ປະຊາຊົນ

ວາງສີລາລຶກ ກໍ່ສ້າງສຸກສາລາບ້ານປົ່ງ ມູນຄ່າ 1 ຕື້ກວ່າກີບ ເພື່ອບໍລິການໃຫ້ປະຊາຊົນ

ວາງສີລາລຶກໂຄງການກໍ່ສ້າງສຸກສາລາ ບ້ານປົ່ງ ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 10 ມັງກອນ 2026, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ, ທ່ານ ວັນນະລອນ ອິນທະພອນເດດ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ໂລຫິດ ບັບບາ ເລຂານຸການເອກ ສະຖານທູດອິນເດຍ ປະຈໍາ ສປປ ລາວ, ມີຂະແໜງການທີ່ກ່ຽວຂ້ອງຈາກແຂວງ, ເມືອງ ຕະຫຼອດຮອດອຳນາດການປົກຄອງບ້ານແລະ ບໍລິສັດຮັບເໝົາກໍ່ສ້າງ ເຂົ້າຮ່ວມ.
ພູມໃຈໄດ້ມີສ່ວນຮ່ວມສະໜັບສະໜູນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ພູມໃຈໄດ້ມີສ່ວນຮ່ວມສະໜັບສະໜູນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ. ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ອຳນວຍການໂຮງແຮມແລນມາກແມ່ຂອງລີເວີໄຊ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 9 ມັງກອນນີ້ວ່າ: ຕົນເອງເປັນຜູ້ໜຶ່ງທີ່ໄດ້ມີສ່ວນຮ່ວມສະໜັບສະໜູນກອງປະຊຸມດັ່ງກ່າວໃນຄັ້ງນີ້, ຮູ້ສຶກພາກພູມໃຈ ແລະ ດີໃຈເປັນຢ່າງຍິ່ງທີ່ໄດ້ມີໂອກາດເຂົ້າຮ່ວມ ແລະ ປະກອບສ່ວນໃນການສະໜັບສະໜູນກອງປະຊຸມໃຫຍ່ຄັ້ງປະຫວັດສາດນີ້.
ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ສະຫຼຸບວຽກງານປະຈຳປີ 2025

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ສະຫຼຸບວຽກງານປະຈຳປີ 2025

ວັນທີ 8 ມັງກອນ 2026ນີ້, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ວາງແຜນປີ 2026,ໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທິສານ ຕາງໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ມີຂະແໜງທີ່ກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ປກສ ຄົບຮອບ 32 ປີ

ສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ປກສ ຄົບຮອບ 32 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຄົບຮອບ 32 ປີ (10 ມັງກອນ 1994-10 ມັງກອນ 2026) ຈັດຂຶ້ນໃນວັນທີ 9 ມັງກອນນີ້ ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ຈັນທອນ ແກ້ວມະນີວົງ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ເພີ່ມເຕີມ