ຫົວໜ້າຄະນະຈັດຕັ້ງສູນກາງພັກເນັ້ນຫຼາຍບັນຫາໃຫ້ແຂວງບໍລິຄໍາໄຊເອົາໃຈໃສ່

ຫົວໜ້າຄະນະຈັດຕັ້ງສູນກາງພັກເນັ້ນຫຼາຍບັນຫາໃຫ້ແຂວງບໍລິຄໍາໄຊເອົາໃຈໃສ່
ການສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍລິຄໍາໄຊຄົບຮອບ 40 ປີ(6 ມີນາ 1984-6 ມີນາ 2024)ຈັດຂຶ້ນເມື່ອບໍ່ດົນມານີ້ ພາຍໃຕ້ຄໍາຂວັນທີ່ວ່າ:“ເພີ່ມທະວີບົດບາດການນໍາພາຂອງພັກ, ເສີມຂະຫຍາຍມູນເຊື້ອສາມັກຄີ, ສ້າງການຫັນປ່ຽນສູ່ການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ”ແລະ ປະຕິບັດວິໄສທັດຮອດປີ2030 ທີ່ວ່າ:“ສ້າງແຂວງບໍລິຄໍາໄຊເປັນປະຕູເສດຖະກິດ, ແຫຼ່ງຜະລິດພະລັງງານ, ບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ”.
ໃນໂອກາດເຂົ້າຮ່ວມພິທີດັ່ງກ່າວ,ສະຫາຍ ນາງສີໃສລືເດດມູນສອນກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ເນັ້ນໃຫ້ການນໍາແຂວງບໍລິຄໍາໄຊເອົາໃຈໃສ່ບາງບັນຫາດັ່ງນີ້:
1.    ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ໃຫ້ຮັບຮູ້ເຂົ້າໃຈເຖິງຜົນງານທີ່ເປັນມູນເຊື້ອການນໍາພາ-ຊີ້ນໍາຂອງພັກ ໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງລະບອບປະຊາທິປະໄຕ ປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ, ພ້ອມກັນສືບສານມູນເຊື້ອອັນພິລະອາດຫານ 40ປີເຂົ້າໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງ ໃຫ້ໄດ້ຮັບການພັດທະນາໃນທຸກດ້ານຕາມຄໍາຂວັນທີ່ກໍານົດໄວ້ວ່າ: “ເພີ່ມທະວີບົດບາດການນໍາພາຂອງພັກ, ເສີມຂະຫຍາຍມູນເຊື້ອສາມັກຄີ, ສ້າງການຫັນປ່ຽນສູ່ການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ”.
2.    ສືບຕໍ່ຄົ້ນຄວ້າກຳແໜ້ນບັນດາແນວທາງ, ແຜນນະໂຍບາຍຂອງພັກວາງອອກ ໂດຍສະເພາະແມ່ນ ມະຕິກອງປະຊຸມໃຫຍ່ຄັ້ງທີXIຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5ປີ ຄັ້ງທີIX ເວົ້າລວມ, ເວົ້າສະເພາະ ມະຕິກອງປະຊຸມໃຫຍ່ຄັ້ງທີVIlຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5ປີ ຄັ້ງທີV ຂອງແຂວງບໍລິຄໍາໄຊໃຫ້ເລິກເຊິ່ງເຖິງຖອງໃນໄລຍະທ້າຍສະໄໝເປັນຕົ້ນບັນດາຄາດໝາຍໃນແຕ່ລະຂົງເຂດວຽກງານທີ່ກໍານົດໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງທີ່ຍັງບໍ່ທັນບັນລຸຕາມຄາດໝາຍ.
3.    ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຊຸມປີທີ່ຍັງເຫຼືອຮອດທ້າຍສະໄໝ,ຄວນຖອດຖອນບົດຮຽນວ່າອັນໃດຄວນຍູ້ແຮງສົ່ງເສີມຕື່ມ, ຄວນແກ້ໄຂອັນໃດ?; ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນແຂວງ, ດຶງດູດການລົງທຶນຈາກພາຍໃນ ແລະຕ່າງປະເທດ ໂດຍມີການອຳນວຍຄວາມສະດວກ,ຄຸ້ມຄອງໃຫ້ໄປຕາມກົດໝາຍ ແລະລະບຽບການ; ໃນນັ້ນ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃຫ້ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ ໂດຍສະເພາະບັນດາວຽກຈຸດສຸມຕ່າງໆ, ລົງເລິກຊອກຫາສາເຫດຄວາມຫຍຸ້ງຍາກ ເພື່ອຄົ້ນຄວ້າວິທີການ ແລະມາດຕະການແກ້ໄຂບັນດາຂໍ້ຄົງຄ້າງ, ສິ່ງທີ່ຍັງບໍ່ສາມາດປະຕິບັດໃຫ້ບັນລຸຕາມຄາດໝາຍ; ຕ້ອງເອກະພາບສູງ ແລະໄປລວງດຽວກັບທິດທີ່ສູນກາງພັກ, ລັດຖະບານວາງອອກ, ບໍ່ລັ່ງເລທໍ້ຖອຍ, ຕ້ອງເດັດດ່ຽວເຮັດແທ້ທຳຈິງ, ຕ້ອງຖືເອົາວຽກງານດັ່ງກ່າວ ເປັນບັ້ນຮົບສຳຄັນ, ຕ້ອງຍົກສູງຄວາມຮັບຜິດຊອບ ແລະຄວາມສາມາດ ຂອງຄະນະພັກແຕ່ລະຂັ້ນ ໃນການນຳພາ-ຊີ້ນໍາ ຈັດຕັ້ງປະຕິບັດໃຫ້ເຂົ້າສູ່ຕົວຈິງຢ່າງແຂງແຮງ, ເຮັດໃຫ້ມີການຫັນປ່ຽນທີ່ເປັນຮູບປະທໍາແທ້, ຕ້ອງເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກາຍເປັນພັນທະໜ້າທີ່ ແລະ ເປັນຄວາມຮັບຜິດຊອບຂອງທົ່ວລະບົບການເມືອງ ແລະ ຂອງໝົດທຸກພາກສ່ວນໃນສັງຄົມຢ່າງແທ້ຈິງ.
4.    ສືບຕໍ່ຍູ້ແຮງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຂະຫຍາຍແຫຼ່ງລາຍຮັບໃຫ້ຫຼາຍກວ່າເກົ່າ; ໄປຄຽງຄູ່ກັບເງື່ອນໄຂສະດວກຫຼາຍດ້ານຂອງແຂວງ ຕ້ອງມີນະໂຍບາຍທີ່ເອື້ອອໍານວຍຄວາມສະດວກຕໍ່ການລົງທຶນ ແລະ ການໄປ-ມາ, ຄ້າ-ຂາຍໃຫ້ຫຼາຍ ດ້ວຍການກຳນົດນະໂຍບາຍທີ່ສອດຄ່ອງກັບສະພາບຈຸດພິເສດ, ທ່າແຮງ ຂອງແຂວງແຕ່ຮັບປະກັນການປະຕິບັດຕາມກົດໝາຍແລະນິຕິກໍາໃຕ້ກົດໝາຍໄປຄຽງຄູ່ກັບການຊຸກຍູ້ສົ່ງເສີມການທ່ອງທ່ຽວທີ່ມີທ່າແຮງແລະມີຊື່ສຽງຂອງແຂວງໃຫ້ກາຍເປັນຂະແໜງການສົ່ງອອກກັບທີ່ທີ່ແຂງແຮງກວ່າເກົ່າ,ປະກອບສ່ວນສໍາຄັນເຂົ້າໃນບັນຍາກາດທີ່ກໍານົດເອົາປີ 2024 ເປັນປີທ່ອງທ່ຽວລາວ.ພ້ອມດຽວກັນໃຫ້ສືບຕໍ່ຍູ້ແຮງການຜະລິດສິນຄ້າທີ່ເປັນທ່າແຮງ ເພື່ອທົດແທນການນໍາເຂົ້າ ແລະສົ່ງເສີມການສົ່ງອອກໃຫ້ຫຼາຍ. ເພື່ອຮັບປະກັນຄາດໝາຍທີ່ກ່າວມາຂ້າງເທິງ ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງອໍານວຍຄວາມສະດວກແທ້ໆ, ຫຼີກເວັ້ນການສ້າງຄວາມຫຍຸ້ງຍາກລຳຄານໃຫ້ຜູ້ປະກອບການ, ປະຊາຊົນ ຫຼືພໍ່ຄ້າ-ຊາວຂາຍໃນການຜະລິດ ແລະ ຈາລະຈອນສິນຄ້າ ເປັນຕົ້ນ: ບັນດາຂອດການເກັບພາສີ, ອາກອນ, ຄ່າທໍານຽມ, ຄ່າຂົນສົ່ງ ແລະ ຄ່າໃຊ້ຈ່າຍໃນການອະນຸມັດຕ່າງໆ ຄວນກໍານົດໃຫ້ໂປ່ງໃສ ແລະໃຫ້ເໝາະສົມແທ້, ໃຫ້ຖືເອົາການບໍລິການໃຫ້ຄວາມສະດວກ ຫຼາຍກວ່າການຄຸ້ມຄອງຈໍາກັດຮັດແຄບ ແຕ່ຕ້ອງຮັບປະກັນຜົນປະໂຫຍດຂອງຊາດ ແລະປະຊາຊົນເປັນຫຼັກ.
5.    ສືບຕໍ່ຢຶດໝັ້ນໃນທິດນໍາກ່ຽວກັບການພັດທະນາແບບກົມກຽວແລະຍືນຍົງລະຫວ່າງການພັດທະນາເສດຖະກິດກັບການພັດທະນາວັດທະນະທໍາ-ສັງຄົມລະຫວ່າງຄວາມຈະເລີນແລະຄວາມຢູ່ດີກິນດີທາງດ້ານວັດຖຸກັບການສ້າງຄວາມສີວິໄລ ຫຼືອາລິຍະທໍາທາງດ້ານຈິດໃຈ,ແນໃສ່ບັນລຸເປົ້າໝາຍເຮັດໃຫ້ປະຊາຊົນແຂວງມີເງື່ອນໄຂໄດ້ຮັບການພັດທະນາໃນທຸກດ້ານ, ເປັນພົນລະເມືອງທີ່ດີຂອງຊາດແລະເຂົ້າຮ່ວມຢ່າງຕັ້ງໜ້າໃນພາລະກິດປົກປັກຮັກສາແລະພັດທະນາແຂວງ ໃຫ້ບັນລຸຕາມວິໄສທັດທີ່ກໍານົດໄວ້ວ່າ:“ສ້າງແຂວງບໍລິຄໍາໄຊເປັນປະຕູເສດຖະກິດ, ແຫຼ່ງຜະລິດພະລັງງານ, ບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ”.
6.    ສືບຕໍ່ເຜີຍແຜ່, ເຊື່ອມຊຶມແລະຜັນຂະຫຍາຍຜົນສຳເລັດ 40ປີການສ້າງຕັ້ງແຂວງບໍລິຄຳໄຊໃຫ້ທົ່ວເຖິງທຸກເປົ້າໝາຍ, ຮອດຮາກຖານ, ເອົາໃຈໃສ່ປັບປຸງລະບົບອຳນາດລັດແຕ່ແຂວງລົງຮອດຮາກຖານໃຫ້ໂປ່ງໃສ, ໜັກແໜ້ນ, ເຂັ້ມແຂງ, ເຂັ້ມງວດໃນການເຄົາລົບແລະປະຕິບັດຖືກຕ້ອງຕາມກົດໝາຍແລະລະບຽບການຕ່າງໆທີ່ວາງອອກ, ຫັນເຂົ້າສູ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍໃຫ້ເຂັ້ມງວດຂຶ້ນເລື້ອຍໆ, ຍົກສູງຈິດໃຈຮັບໃຊ້ປະຊາຊົນຕາມມູນເຊື້ອຂອງພັກ. ພ້ອມກັນນັ້ນ, ນໍາພາຊຸກຍູ້ແລະສ້າງເງື່ອນໄຂໃຫ້ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແລະບັນດາອົງການຈັດຕັ້ງມະຫາຊົນທຸກຂັ້ນເຂົ້າຮ່ວມໃນການຈັດຕັ້ງເຜີຍແຜ່, ເຊື່ອມຊຶມແລະຜັນຂະຫຍາຍຜົນສຳເລັດ 40ປີການສ້າງຕັ້ງແຂວງຕາມສິດ, ໜ້າທີ່ແລະຄວາມຮັບຜິດຊອບຂອງແຕ່ລະອົງການໃຫ້ມີຊີວິດຊີວາແລະແຂງແຮງກວ່າເກົ່າ, ສ້າງສະມາຊິກອົງການ ໃຫ້ເປັນແບບຢ່າງນຳໜ້າໃນການປະຕິບັດແນວທາງຂອງພັກແລະກົດໝາຍຂອງລັດ.
7.    ສືບຕໍ່ການກະກຽມດໍາເນີນກອງປະຊຸມໃຫຍ່ 3ຂັ້ນຂອງພັກ ດ້ວຍການກໍາແໜ້ນບາດກ້າວ,ຂັ້ນຕອນ, ວິທີການຈັດຕັ້ງປະຕິບັດແຕ່ລະວຽກໃຫ້ລະອຽດບົນພື້ນຖານນັ້ນຕ້ອງສ້າງຄວາມເປັນເອກະພາບສູງພາຍໃນຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດໂດຍສະເພາະໃຫ້ກໍາແໜ້ນເນື້ອໃນ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 411/ຄລສພ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈສພ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ. 
(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ