ຫສນຍ ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ຫສນຍ ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024

ຫສນຍ ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ຜົນສໍາເລັດ ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໃຫ້ແກ່ສະມາຊິກພັກ-ພະນັກງານ ຫສນຍ ຂື້ນໃນຕອນເຊົ້າວັນທີ 28 ເມສາຜ່ານມາ

 

ໂດຍການເປັນປະທານຂອງທ່ານ ຄໍາລາວັນ ຈັນທະລາວັນ ຮອງເລຂາຄະນະບໍລິຫານງານພັກຫສນຍປະທານອົງການກາແດງແຫ່ງຊາດລາວ;ມີທ່ານປະທານກວດກາພັກ, ຮອງລັດຖະມົນຕີ,ຮອງຫົວໜ້າຫສນຍ;ບັນດາຄະນະກົມພ້ອມດ້ວຍສະມາຊິກພັກ-ພະນັກງານພາຍໃນຫສນຍແລະອົງການກາແດງແຫ່ງຊາດລາວເຂົ້າຮ່ວມ.

ທ່ານນາງບຸນໜັກດາລາງາແກ້ວປະທານກວດກາພັກ ຮອງລັດຖະມົນຕີຮອງຫົວໜ້າຫສນຍ ໄດ້ເຜີຍແຜ່ບົດສະຫຼຸບ-ຕີລາຄາການເຄື່ອນໄຫວວຽກງານກວດກາທົ່ວປະເທດປະຈຳປີ2024ແລະທິດທາງແຜນການປະຈໍາປີ 2025ຂອງຄະນະກວດກາສູນກາງພັກ;ລະບຽບການເກັບຮັກສາເອກກະສານກ່ຽວກັບວຽກງານກວດກາຂອງອົງການກວດກາແຫ່ງລັດສະບັບເລກທີ 138/ອກຫລ,ລົງວັນທີ 9 ເມສາ 2024ຊຶ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດວຽກງານກວດກາທົ່ວປະເທດເປັນຕົ້ນວຽກຄົ້ນຄວ້າສ້າງ,ປັບປຸງແລະເຜີຍແຜ່ນິຕິກໍາ;ການຕິດຕາມກວດກາພັກ;ການກວດກາບໍລິຫານລັດ, ວຽກງານສະກັດກັ້ນ, ຕ້ານແລະສອບສວນການສໍ້ລາດບັງຫຼວງ,ວຽກງານຕິດຕາມ,ຊຸກຍູ້ການແກ້ໄຂຜົນຂອງການກວດກາ;ການຄົ້ນຄວ້າພິຈາລະນາຄໍາຮ້ອງຄໍາສະເໜີ;ການພົວພັນຮ່ວມມືກັບຕ່າງປະເທດແລະວຽກງານປັບປຸງກົງຈັກການຈັດຕັ້ງແລະບໍາລຸງກໍ່ສ້າງພະນັກງານພ້ອມທັງສະເໜີດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ແລະ ທິດທາງແຜນການວຽກງານກວດກກາປະຈຳປີ 2025. ສຳລັບລະບຽບການເກັບຮັກສາເອກະສານກ່ຽວກັບການກວດກາກໍເພື່ອຮັບປະກັນໃຫ້ວຽກງານສໍາເນົາເອກະສານລວມສູນມີຄວາມຖືກຕ້ອງຕາມຂັ້ນຕອນແລະລະບຽບການ, ເປັນລະບົບລະບຽບ, ຄົບຊຸດ ໃນການເກັບຮັກສາ, ມີຄວາມປອດໄພ, ຮັກສາໄດ້ຄວາມລັບ ແລະ ມີວິທະຍາສາດ.

ຫສນຍ ເຜຍແຜຜນສາເລດກອງປະຊມວຽກງານກວດກາທວປະເທດ ປະຈາປ 2024 - image 1
 

ຈາກນັ້ນ, ທ່ານຄໍາລາວັນຈັນທະລາວັນຮອງເລຂາຄະນະບໍລິຫານງານ ປະທານອົງການກາແດງແຫ່ງຊາດລາວ ໄດ້ເຜີຍແຜ່ບົດໂອ້ລົມຂອງສະຫາຍຄໍາພັນພົມມະທັດກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດແລະຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດປະຈໍາປີ 2024ຊຶ່ງໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ຕໍ່ວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນໄລຍະໜຶ່ງປີຜ່ານມາ, ຈຸດອ່ອນ, ຂໍ້ຄົງຄ້າງຫຼາຍດ້ານທີ່ຕ້ອງໄດ້ສຸມໃສ່ແກ້ໄຂ; ໃນຕໍ່ໜ້າຄະນະພັກທຸກຂັ້ນ ຕ້ອງເພີ່ມທະວີການນຳພາ-ຊີ້ນຳ ເອົາໃຈໃສ່ຕໍ່ການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນມະຕິກອງປະຊຸມໃຫຍ່ຄັ້ງທີXIຂອງພັກ, ມະຕິກອງປະຊຸມກອງປະຊຸມໃຫຍ່ຂອງຂັ້ນຕົນ, ສືບຕໍ່ຕິດຕາມ, ກວດກາການປະຕິບັດກົດລະບຽບຂອງພັກ ສະໄໝທີີ XI, ເພີ່ມທະວີການຕິດຕາມ-ກວດກາກາຄຸ້ມຄອງບໍລິຫານລັດ; ສືບຕໍ່ສຸມໃສ່ການເຄື່ອນໄຫວຕີຖອຍການສວຍໃຊ້ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວຂອງສະມາຊິກພັກ-ພະນັກງານ; ປັບປຸງກົງຈັກການຈັດຕັ້ງຄະນກວດກາແຕ່ລະຂັ້ນໃຫ້ໜັກແໜ້ນ, ເຂັ້ມແຂງ;ໃນນັ້ນ, ຕ້ອງເອົາການຕິດຕາມ-ຊຸກຍູ້ກວດກາແລະຕີລາຄາຕໍ່ການເຄື່ອນໄຫວປະຕິບັດບັນດາຫຼັກການການຈັດຕັ້ງເຄື່ອນໄຫວອັນເປັນພື້ນຖານຂອງພັກ,ກົດໝາຍຂອງລັດ,ຄວາມຮັບຜິດຊອບການເມືອງແລະແບບແຜນການນໍາພາກໍຄືຄຸນທາດການເມືອງຂອງພະນັກງານສະມາຊິກພັກເປັນໜ້າທີ່ອັນສໍາຄັນພື້ນຖານ;ຖືການແກ້ໄຂຕີຖອຍແລະສະກັດກັ້ນບັນດາປະກົດການຫຍໍ້ທໍ້ພາຍໃນການຈັດຕັ້ງແລະຖັນແຖວພະນັກງານ-ສະມາຊິກພັກຢູ່ທຸກຂົງເຂດວຽກງານແລະທຸກຂັ້ນເປັນວາລະສໍາຄັນທົ່ວພັກແລະລະບົບການເມືອງທັງເປັນໜຶ່ງໃນບັນດາເປົ້າໝາຍສໍາຄັນໂດຍກົງຂອງວຽກງານກວດກາ.

ໃນຕອນທ້າຍ,ທ່ານປະທານກອງປະຊຸມໄດ້ສັງລວມແລະເນັ້ນໜັກຄືນກ່ຽວກັບຄວາມສຳຄັນຂອງເອກະສານຕ່າງໆທີ່ໄດ້ນຳມາເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກພັກ-ພະນັກງານທົ່ວຫສນຍມີຄວາມຮັບຮູ້ເຂົ້າໃຈ,ຜັນຂະຫຍາຍແລະຈັດຕັ້ງປະຕິບັດຢ່າງຖືກຕ້ອງແລະເປັນເອກະພາບ. ພ້ອມກັນນີ້, ໄດ້ຊີ້ນຳໃຫ້ສະມາຊິກພັກ-ພະນັກງານ ຫສນຍ ເພີ່ມທະວີຍົກສູງທັດສະນະຫຼັກໝັ້ນຄຸນທາດການເມືອງ,ຍຶດໝັ້ນຕໍ່ອຸດົມການຂອງພັກ, ມີຄວາມຊືີ່ສັດບໍລິສຸດ,ມີນໍ້າໃຈຮັກຊາດ, ຮັບໃຊ້ປະຊາຊົນ ຢ່າງຈິງໃຈ;ເຈົ້າໜ້າທີ່ກວດກາ ຕ້ອງເອົາໃຈໃສ່ໃນການຕິດຕາມກວດກາ ສະມາຊິກພັກ-ພະນັກງານຕ້ອງປະຕິບັດວຽກງານ ໃຫ້ສອດຄ່ອງກັບກົດໝາຍ, ລະບຽບການ ຢ່າງເຂັ້ມງວດ ແລະ ຮັບປະກັນຄວາມໂປ່ງໃສ, ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງໄປໃນທາງທີ່ບໍ່ຖືກຕ້ອງ.

(ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ