ປາຖະກະຖາມູນເຊື້ອວັນສຳຄັນ ແລະ ເຫດການປະຫວັດສາດຂອງພັກ

ຫສພ ປາຖະກະຖາມູນເຊື້ອວັນສຳຄັນ ແລະ ເຫດການປະຫວັດສາດຂອງພັກ-ຂອງຊາດ

ຫສພ ປາຖະກະຖາມູນເຊື້ອວັນສຳຄັນ ແລະ ເຫດການປະຫວັດສາດຂອງພັກ-ຂອງຊາດ
ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດກອງປະຊຸມປາຖະກະຖາມູນເຊື້ອວັນສຳຄັນ ແລະ ເຫດການປະຫວັດ ສາດຂອງພັກ-ຂອງຊາດ ຂຶ້ນໃນວັນທີ 19 ທັນວານີ້ ທີ່ຫ້ອງປະຊຸມຂອງ ຫສພ ໂດຍການເປັນປະທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ

ຄະນະເລຂາທິການສູນກາງພັກ ຫົວໜ້າ ຫສພ ຊຶ່ງມີບັນດາພະນັກງານ-ສະມາຊິກພັກ ພາຍໃນ ຫສພ ເຂົ້າຮ່ວມຮັບຟັງ.
ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ທີ່ໄດ້ດຳເນີນລະຫວ່າງວັນທີ 28 ຕຸລາ ຫາ 6 ພະຈິກ 2024 ທີ່ ຫສພ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໂດຍໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມດັ່ງກ່າວນັ້ນ ແມ່ນໄດ້ຍົກສູງຄວາມຮັບຜິດຊອບການເມືອງ ໃນການຄົ້ນຄວ້າ, ປະກອບຄໍາເຫັນ ແລະ ເປັນເອກະພາບ ໃຫ້ທິດຊີ້ນໍາ ຕໍ່ບັນດາເນື້ອໃນທີ່ປຶກສາຫາລືກັນ ເປັນຕົ້ນຄືການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈໍາປີ 2024 ແລະ ທິດທາງ, ແຜນການປີ 2025 ຕິດພັນກັບການຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈໍາປີ 2025 ແລະ ທິດທາງ ປີ 2025, ການຕີລາຄາຜົນການດຳເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກອ້ອມຂ້າງເມືອງ-ນະຄອນ ແລະ ຮາກຖານບ້ານ, ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ອ້ອມຂ້າງແຂວງ-ນະຄອນຫຼວງ ແລະ ຮາກຖານພັກ ອ້ອມຂ້າງກະຊວງ-ອົງການ, ພ້ອມນີ້, ກໍໃຫ້ຮູ້ກ່ຽວກັບການປັບປຸງເອກະສານ ທີ່ຈະນໍາເຂົ້າລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະໄໝທີ XIIຂອງພັກ.
ກ່ອນການປາຖະກະຖາຂອງ ສະຫາຍ ທອງສະລິດມັງໜໍ່ເມກ, ໃນກອງປະຊຸມ ໄດ້ຈັດໃຫ້ມີການປາຖະກະຖາມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 49 ປີ (2 ທັນວາ 1975 – 2 ທັນວາ 2024) ໂດຍແມ່ນ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ຮອງຫົວໜ້າ ຫສພ ໄດ້ກ່າວປາຖະກະຖາ ຊຶ່ງໄດຍົກໃຫ້ເຫັນເຖິງ ມູນເຊື້ອ ແລະ ຄວາມໝາຍສຳຄັນຂອງວັນຊາດ ຊຶ່ງແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ. ພ້ອມນີ້, ກໍໄດ້ໃຫ້ຮູ້ເຖິງ 49 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການສືບຕໍ່ເສີມຂະຫຍາຍມູນເຊື້ອວັນຊາດ ໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງ.
ໃນກອງປະຊຸມຄັ້ງນີ້, ຍັງໄດ້ມີກົມພິພິທະພັນ ໄກສອນພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ມາເຜີຍແຜ່ກ່ຽວກັບວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ (13 ທັນວາ 1920 – 13 ທັນວາ 2024) ອະດີດຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ຜູ້ຈັດຕັ້ງນໍາພາ-ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະເທດເຮົາຍາດໄດ້ໄຊຊະນະຢ່າງສະຫງ່າງາມ, ສະຖາປານາສປປລາວຂຶ້ນຢ່າງສະຫງ່າຜາເຜີຍ; ພ້ອມດຽວກັນ, ກໍໄດ້ຈັດກິດຈະກຳຖາມ-ຕອບ ເພື່ອໃຫ້ມີບັນຍາກາດຄຶກຄື້ນ ແລະ ແນໃສ່ໃຫ້ຜູ້ເຂົ້າຮ່ວມກຳເນື້ອໃນໄດ້ດີຂຶ້ນ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ 2 ເມືອງ ໃນ ນວ ຢ່າງເປັນທາງການ

ເປີດໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ 2 ເມືອງ ໃນ ນວ ຢ່າງເປັນທາງການ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບບໍລິສັດ ແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ໄດ້ຈັດພິທີເປີດໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ 2 ເມືອງ ຄື: ເມືອງນາຊາຍທອງ ແລະ ເມືອງໄຊທານີ ນວ ແຕ່ທາງຫຼວງແຫ່ງຊາດ 13 ເໜືອ ບ້ານດົງຫຼວງ ຫາ ບ້ານດົງຊຽງດີ ເມືອງນາຊາຍທອງ, ບ້ານໜອງພະຍາ (ເສັ້ນທາງຕານມີໄຊ ຫາ ສີເກີດ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ລວງຍາວ 9.48 ກິໂລແມັດ, ທາງໜ້າກວ້າງ 12 ແມັດ ມູນຄ່າ 280,852,547,980 ກີບ ແລະ ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ບ້ານດົງຫຼວງ ຫາ ບ້ານນາຊາຍເໜືອ ແລະ ບ້ານດົງຊຽງດີ ເມືອງນາຊາຍທອງ ນວ ລວງຍາວ 4.84 ກິໂລແມັດ, ໜ້າທາງ ກວ້າງ 7-12 ແມັດ ມູນຄ່າ 119,913,428,880 ກີບ ລວມມູນຄ່າ 400,765,976,860 ກີບ ຂຶ້ນຢ່າງເປັນທາງການ ໃນວັນທີ 18 ພະຈິກນີ້, ທີ່ຫ້ອງການບ້ານໂພນແກ້ວ ເມືອງນາຊາຍທອງ ນວ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສຸລິວັນ ພົມມະຫາໄຊ ກຳມະການພັກ ນວ ເລຂາພັກເມືອງນາຊາຍທອງ, ມີທ່ານ ນາງ ແພງພອນ ຂັນທະຍົງທອງ ປະທານບໍລິສັດແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ, ມີຮອງຫົວໜ້າພະແນກ ຍທຂ ນວ, ຮອງເລຂາພັກເມືອງ, ຕາແສງສີເກີດ, ນາຍບ້ານແຕ່ລະບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ເຂົ້າຮ່ວມກິດຈະກຳການເດີນເຮືອ

ສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ເຂົ້າຮ່ວມກິດຈະກຳການເດີນເຮືອ

ທ່ານ ຈາງ ໄຄ ປະທານກຸ່ມບໍລິສັດຄອງຜິງລູ້ ພັດທະນາວັດທະນະທໍາ ແລະ ທ່ອງທ່ຽວ ຈໍາກັດ ໄດ້ໃຫ້ສໍາພາດ ເນື່ອງໃນໂອກາດທີ່ສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ໄດ້ເຂົ້າຮ່ວມກິດຈະກຳໃນການລ່ອງເຮືອຕາມຄອງຜິງລູ້ ຄັ້ງນີ້ວ່າ: ສໍາລັບສະພາບການຂອງເສັ້ນທາງເດີນເຮືອຜູ້ໂດຍສານນັບແຕ່ກຸ່ມບໍລິສັດຄອງຜິງລູ້ພັດທະນາວັດທະນະທໍາ ແລະ ທ່ອງທ່ຽວ ຈໍາກັດໄດ້ເປີດການເດີນເຮືອ 4 ເສັ້ນທາງຂົນສົ່ງຜູ້ໂດຍສານທາງນໍ້າໄດ້ບັນລຸຕາມເປົ້າໝາຍ “ການເດີນເຮືອກໍໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ” ຊຶ່ງໃນວັນທີ 7 ພະຈິກ ຜ່ານມາ ຄອງຜິງລູ້ ກໍໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ເປີດການເດີນເຮືອທັງໝົດໄດ້ 541 ຖ້ຽວ, ສາມາດຮັບນັກທ່ອງທ່ຽວ 68,000 ກວ່າຄົນ. ໃນນັ້ນ, ຕອນໜານໜິງໄດ້ເປີດການເດີນເຮືອທັງໝົດ 245 ຖ້ຽວ, ຮັບນັກທ່ອງທ່ຽວ 30,000 ກວ່າຄົນ; ຕອນຊິນໂຈວໄດ້ເປີດການເດີນເຮືອທັງໝົດ 296 ຖ້ຽວ, ຮັບນັກທ່ອງທ່ຽວປະມານ 38,000 ຄົນ.
ອົງການກາແດງ ມອບເຄື່ອງຊ່ວຍເຫຼືອ 14 ບ້ານ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງນາແລ

ອົງການກາແດງ ມອບເຄື່ອງຊ່ວຍເຫຼືອ 14 ບ້ານ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງນາແລ

​ ໃນວັນທີ 15-16 ພະຈິກ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນ 14 ບ້ານ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງນາແລ ແຂວງຫຼວງນໍ້າທາ ມີ 14 ບ້ານທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ປະກອບມີ: ບ້ານສະໂຫຼຍ, ທົ່ງຖອນ, ວັງມີໄຊ, ຫາດລອຍ, ບ້ານເລາະ, ຫາດຈອນ, ຫາດນາແລ້ງ, ຄອນຈັນ, ພູລາ, ພູປາດ, ພູລວງ, ສາງອາກ, ບ້ານນາແລ້ງ ແລະ ບ້ານຫາດແຕະ.
ຄະນະນໍາໜັງສືພິມປະຊາຊົນ ພົບປະສອງຝ່າຍກັບ ໜັງສືພິມເຢິນເຢິນ

ຄະນະນໍາໜັງສືພິມປະຊາຊົນ ພົບປະສອງຝ່າຍກັບ ໜັງສືພິມເຢິນເຢິນ

ໃນວັນທີ 17ພະຈິກນີ້, ທີ່ໜັງສືພິມເຢິນເຢິນສຽງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສີວັນ ຫອມໄຊຍະເດດ ກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະສອງຝ່າຍກັບ ສະຫາຍ ເລກວັກມິງ ກຳມະການສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມເຢິນເຢິນ ຮອງຫົວໜ້າໂຄສະນາສຶກສາສູນກາງ ປະທານສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ.
ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ລາວ ຮ່ວມກັບ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ພ້ອມດ້ວຍອໍານາດການປົກຄອງທອງຖີ່ນ​ທີ່ກ່ຽວຂ້ອງໄດ້ມອບເຂົ້າສານຈໍານວນ 57 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນໄລຍະເດືອນກໍລະກົດ ຫາ ສິງຫາ ປີ 2026 ຜ່ານມາເຊິ່ງມີຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອທັງໝົດ 516 ຄອບຄົວ ໃນ 8 ບ້ານເປົ້າໝາຍ, ເມືອງໄຊບູລີ ແຂວງສະຫັວນນະເຂດ, ລວມມູນຄ່າການຊ່ວຍເຫຼືອ ຈໍານວນ 1,322,850,050 ກີບ
ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ສຳນັກງານປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ, ໃນ​ວັນ​ທີ 17 ພະ​ຈິກ​ນີ້ ທີ່ ແຂວງ​ອັດ​ຕະ​ປື, ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ລິດຄຳ ໂຮມອິນຕາ ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ປາດຖະໜາ ແກ້ວປະເສີດ ຫົວໜ້າພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ ສຄຄຊ, ພ້ອມດ້ວຍຕາງໜ້າພະແນກການ, ແໜງການ, ສາຂາທະນາຄານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ທ່ານ​ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ​ ໄດ້ຕ້ອນຮັບ​ ທ່ານ​ ເຫຼັກໄຫຼ ສີວິໄລ​ ກໍາມະການ​ສູນກາງພັກ​ ລັດຖະມົນຕີ​ກະຊວງໂຍທາທິການ​ ແລະ​ ຂົນສົ່ງ​ (ຍທຂ)​ ເຂົ້າພົບປະຢ້ຽມຢາມໃນວັນທີ​ 16​ ພະຈິກ​ 2026​ທີ່​ ສໍານັກງານ​ແຂວງ.
ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງ​ທຶນ​ພິ​ເສດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງຊ່ວຍ​ໃຫ້​ປະ​ຊາ​ຊົນ​ຄອບ​ຄົວ​ເປົ້າ​ໝາຍຢູ່ 2 ບ້ານ​ຂອງ​ເມືອງ​ປາກ​ອູແຂວງຫຼວງ​ພະ​ບາງມີ​ລາຍ​ຮັບ​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ກັບ​ກ່ອນ​ດຳ​ເນີນ​ໂຄງ​ການໂດຍ​ກິດ​ຈະ​ກຳຫຼັກເນັ້ນ​ໃສ່​ຊຸກ​ຍູ້ ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ຜະ​ລິດ​ກະ​ສິ​ກຳໂດຍ​ສະ​ເພາະ​ການ​ປູກ-ການ​ລ້ຽງ.
ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ບໍລິສັດລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຈໍານວນ 144 ທ່ານ, ຍິງ 40 ທ່ານ ໃນວັນທີ 17 ພະຈິກ 2026 ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ບຸນປະສົງ ຈັນສະຫວັດ ຮອງຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້, ທ່ານ ບາຄໍາ ໄຊຍະຈັກ ຫົວໜ້າ ບໍລິສັດລັດວິສາຫະກິດໄຟຟ້າສາຂາຄໍາມ່ວນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ພິທີມອບປ້າຍກາໝາຍ ສິນ​ຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ (ODOP) ໃຫ້ກຸ່ມຜະລິດໄຄແຜ່ນເມືອງວຽງຄຳແຂວງຫຼວງ​ພະ​ບາງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາທີ່ ເມືອງວຽງ​ຄຳໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີພອນ ມິດໄມຕີ ຮອງຫົວໜ້າພະແນກອຸດສະກຳຫະກຳ ແລະ ການຄ້າແຂວງ, ທ່ານ ລີ ຊອງບອມ ຜູ້ອຳນວຍການ ອົງການ ວອນເດີສ ສາກົນ, ມີພາກ​ສ່ວນ​ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ