ງານບຸນຊ່ວງເຮືອປະເພນີປະຈຳປີ 2024ທີ່ ທ່ານໍ້າງື່ມ

ເຮືອບ້ານເກິນກາງ ຊະນະເລີດຊ່ວງເຮືອປະເພນີປະຈຳປີ 2024ທີ່ແຂວງວຽງຈັນ

ເຮືອບ້ານເກິນກາງ ຊະນະເລີດຊ່ວງເຮືອປະເພນີປະຈຳປີ 2024ທີ່ແຂວງວຽງຈັນ
ງານບຸນຊ່ວງເຮືອປະເພນີປະຈຳປີ 2024ທີ່ ທ່ານໍ້າງື່ມ ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນໄດ້ດໍາເນີນມາແຕ່ວັນທີ 28 ຕຸລາຜ່ານມາ.

 

ດັ່ງນັ້ນ, ມາຮອດຕອນແລງວັນທີ 3 ຕຸລາຜ່ານມາ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ຮັກສາໄດ້ຮີດຄອງປະເພນີລາວ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ມີຮອງເຈົ້າແຂວງ,ບັນດາຄະນະກໍາມະການຈັດງານຂັ້ນແຂວງ, ຂັ້ນເມືອງ, ເຈົ້າເມືອງ 11 ເມືອງ, ມີບັນດາບໍລິສັດ, ນັກທຸລະກິດ, ຜູ້ໃຫ້ການສະໜັບສະໜູນ, ຄະນະນໍາເຮືອຊ່ວງ, ນັກກິລາ, ແຂກຖືກເຊີນ ພ້ອມດ້ວຍປະຊາຊົນອ້ອມຂ້າງພາຍໃນແຂວງເຂົ້າຮ່ວມ.

ທ່ານນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ປະທານຈັດງານບຸນຊ່ວງເຮືອປະເພນີປະຈຳປີ 2024ກ່າວວ່າ: ການຈັດງານໃນຄັ້ງນີ້ເພື່ອອະນຸລັກຮັກສາມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມ ເພື່ອເພີ່ມພູນຄູນສ້າງມໍລະດົກທາງດ້ານວັດທະນະທຳ ແມ່ນໜຶ່ງໃນຮີດ 12ຄອງ 14, ແມ່ນຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ, ຂອງຊາວລ້ອງງື່ມ ກໍຄືຊາດລາວເຮົາ ທີ່ໄດ້ສືບສານຕໍານານຕາມຮອຍບັນພະບູລຸດສືບທອດກັນມາແຕ່ບູຮານນະການ, ຮຸ່ນຄົນນີ້ຕໍ່ຮຸ່ນຄົນໃໝ່ຕິດຕໍ່ກັນມາເຖິງປັດຈຸບັນ; ການແຂ່ງຂັນຊ່ວງເຮືອປະເພນີ ແມ່ນເປັນກິລາທາງໜ້ານໍ້າປະເພດໜຶ່ງ ຈັດຂຶ້ນເພື່ອຄອບໄຂວ່ບູຊາເຈົ້າຖິ່ນເຈົ້າຖານ, ເຈົ້າແມ່ນໍ້າວັງປາ ສະແດງຄວາມຮູ້ບຸນຄຸນຕໍ່ນໍ້າ, ແມ່ນໍ້າທີ່ໄດ້ໃຫ້ຄຸນປະໂຫຍດຢ່າງຫຼວງຫຼາຍຕໍ່ການດໍາລົງຊີວິດຂອງຄົນເຮົາ ເປັນຕົ້ນການຄົມມະນາຄົມ, ການຫາປາ, ການສະໜອງນໍ້າເຂົ້າສູ່ການຜະລິດ, ການຊົມໃຊ້ໃນຄົວເຮືອນແຕ່ລະວັນ, ການຜະລິດກະແສໄຟຟ້າ ແລະ ອື່ນໆ ຖ້າຂາດນໍ້າແມ່ນຂາດຊີວິດ.

ງານບຸນຊ່ວງເຮືອປະເພນີຍັງເປັນການກະຕຸກຊຸກຍູ້ການຜະລິດແກ້ໄຂຊີວິດການເປັນຢູ່, ແກ້ໄຂຂໍ້ຫຍຸ້ງຍາກເສດຖະກິດ-ການເງິນ, ສ້າງລາຍໄດ້ທາງກົງ-ທາງອ້ອມໃຫ້ແກ່ພີ່ນ້ອງປະຊາຊົນ, ເປັນການຊົມເຊີຍຜົນງານ ການເກັບກູ້ຜົນຜະລິດລະດູຝົນ ຕິດພັນກັບການວາງສະແດງ, ແລກປ່ຽນສິນຄ້າ, ຂາຍຜະລິດຕະພັນກະສິກຳ-ຫັດຖະກຳທີ່ຜະລິດໄດ້ຜ່ານມາ, ເປັນການປຸກລະດົມຂະບວນການຢ່າງແຂງແຮງ, ສ້າງໃຫ້ມີຫຼາຍກິດຈະກຳເພື່ອດຶງດູດ, ໂຄສະນາ ແລະ ຮອງຮັບໃຫ້ແກ່ການເປີດປີທ່ອງທ່ຽວ 2024 ແລະອື່ນໆ.ພາຍໃນງານມີຕະຫຼາດນັດວາງສະແດງ-ຂາຍສິນຄ້າປະເພດຕ່າງໆ ເປັນຕົ້ນສິນຄ້າໂອດັອບຈາກ 11 ເມືອງ, ບູດວາງສະແດງ ແລະ ບໍລິການຂອງທະນາຄານ, ລັດວິສາຫະກິດ, ຫົວໜ່ວຍທຸລະກິດ, ເຄື່ອງອຸປະໂພກ-ບໍລິໂພກ, ອາຫານການກິນ, ມີການເສບຄົບງັນດ້ວຍວົງດົນຕີ, ຟ້ອນລາຍງ້າວຂອງບ້ານປາກກະຍຸງ, ສິລະປະ-ວັນນະຄະດີຂອງນັກຮຽນ ເພື່ອເປັນສີສັນໃຫ້ແກ່ງານ.

ສໍາລັບການແຂ່ງຂັນຊ່ວງເຮືອປະເພນີໃນປີນີ້, ມີເຮືອກິລາຊາຍ 12 ສີພາຍເຂົ້າຮ່ວມແຂ່ງຂັນ40 ລໍາ,ເຮືອປະເພນີຊາຍ55 ສີພາຍມີ 17 ລໍາ.ຜ່ານການແຂ່ງຂັນຊ່ວງເຮືອປະເພນີຊາຍ 55 ສີພາຍ ຊະນະເລີດ (ທີ 1) ເຮືອບ້ານເກິນກາງ ໄດ້ຮັບເງິນລາງວັນ 50 ລ້ານກີບ ພ້ອມຂັນເງິນລາງວັນ 1 ໜ່ວຍ; ທີ 2 ເຮືອບ້ານຫາດສວນໄດ້ຮັບເງິນລາງວັນ 40 ລ້ານກີບ ພ້ອມຂັນເງິນລາງວັນ 1 ໜ່ວຍ; ທີ 3 ເຮືອບ້ານຕານປ່ຽວ ໄດ້ຮັບເງິນລາງວັນ 30 ລ້ານກີບ ພ້ອມຂັນເງິນລາງວັນ 1 ໜ່ວຍ; ທີ 4 ເຮືອບ້ານແຈ້ງໄດ້ຮັບເງິນລາງວັນ 20 ລ້ານກີບ ພ້ອມຂັນເງິນລາງວັນ 1 ໜ່ວຍ. ສໍາລັບເຮືອກິລາຊາຍ 12 ສີພາຍ ທີ 1 ເຮືອ ອະພິມາ-ຊັນນີ່ແອັດແຊັດ ເມືອງວັງວຽງໄດ້ຮັບເງິນລາງວັນ 30 ລ້ານກີບພ້ອມຂັນເງິນລາງວັນ 1 ໜ່ວຍ ແລະ ຂັນໂລ້ລາງວັນ (ຂັນກິລາ) 1 ໜ່ວຍ; ທີ 2 ເຮືອແຟມີລີ 1-ຮ້ານຂາຍຄໍາ LK ໄດ້ຮັບເງິນລາງວັນ 20 ລ້ານກີບ ພ້ອມຂັນໂລ້ລາງວັນ 1 ໜ່ວຍ; ທີ 3 ເຮືອ PNM ທິດານ້ອຍ 888 ໄດ້ຮັບເງິນລາງວັນ 15 ລ້ານກີບ ພ້ອມຂັນໂລ້ລາງວັນ 1 ໜ່ວຍ; ທີ 4 ເຮືອກຸຫຼາບແດງ-ສຸກພອນໄຊໄດ້ຮັບເງິນລາງວັນ 10 ລ້ານກີບ ພ້ອມຂັນໂລ້ລາງວັນ 1 ໜ່ວຍ. ໃນນັ້ນ, ຍັງມີລາງວັນເຮືອງາມ, ເຮືອໄຟຕື່ມອີກ. ເປັນກຽດມອບລາງວັນຊ່ວງເຮືອໃນຄັ້ງນີ້ໂດຍມີທ່ານເຈົ້າແຂວງວຽງຈັນ, ມີຮອງເຈົ້າແຂວງ, ເຈົ້າເມືອງຕາມລໍາດັບ.

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

ປກສ ເມືອງຈັນທະບູລີ ວາງກຳລັງ 1 ພັນກວ່າຄົນ ປ້ອງກັນງານບຸນອອກພັນສາປະວໍຣະນາ 2026

​ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ລະດົມກຳລັງພົນລົງປະຈຳການຢ່າງເຕັມທີ່ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນວ ໃຫ້ດຳເນີນໄປດ້ວຍຄວາມສະຫງົບຮຽບຮ້ອຍ ແລະ ປອດໄພ.
ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຫຼັ່ງໄຫຼເຂົ້າມາທ່ຽວຊົມ-ເຊຍການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນນັບແຕ່ວັນທີ 25 ຕຸລາ ມາຮອດວັນທີ 27 ຕຸລານີ້, ໄດ້ມີພິທີແຂ່ງຂັນຊ່ວງເຮືອ ປີນີ້ມີເຮືອເຂົ້າຮ່ວມແຂ່ງຂັນເຮືອ 30 ສີພາຍ ແລະ ເຮືອ 12 ສີພາ ມີທັງໝົດ 18 ລໍາ ຊຶ່ງການແຂ່ງ ຂັນຊ່ວງເຮືອ ແມ່ນໄດ້ເລີ່ມຂຶ້ນໃນຕອນເຊົ້າວັນທີ 27 ຕຸລາ. ປີນີ້ເຫັນໄດ້ວ່າມີມວນຊົນທຸກສາລະທິດ ພ້ອມພາກັນຫຼັ່ງໄຫຼເຂົ້າມາທ່ຽວງານບຸນ, ມາຊົມ-ເຊຍ ການແຂ່ງຂັນຊ່ວງເຮືອເປັນຈໍານວນຫຼວງຫຼາຍ, ເຖິງອາກາດຈະຮ້ອນເອົ້າ ແຕ່ກໍບໍ່ເປັນອຸປະສັກ, ຖ້າໃຈມັກແລ້ວ, ບາງຄົນກໍພາກັນມາເປັນຄອບຄົວ, ໝູ່ຄູ່, ຄູ່ຮັກ ແລະ ອື່ນໆ ເພື່ອມາເຊຍໃຫ້ກໍາລັງໃຈອ້າຍນ້ອງສີພາຍ ຊຶ່ງເປັນການສ້າງສີສັນ, ສຽງຫົວ, ສຽງເຊຍດັງກ້ອງຢູ່ແຄມນໍ້າຂອງທ່າວັດຈັນ ແຫ່ງນີ້ຢ່າງໜ້າປະທັບໃຈ ແລະ ຄຶກຄື້ນ. ພ້ອມທັງຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ, ຄວາມເປັນລະ ບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ.
ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພະສົງຫຼາຍປະເທດ ພ້ອມກັນໄຫວ້ພະສູດມົນເພື່ອສັນຕິພາບໂລກ ທີ່ເດີ່ນພະທາດຫຼວງວຽງຈັນ

ພິທີໄຫວ້ພະສູດມົນເພື່ອສັນຕິພາບໂລກ ແລະ ວຽນທຽນບູຊາພະທາດຫຼວງວຽງຈັນ ເພື່ອຕ້ອນຮັບກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໄດ້ຈັດຂຶ້ນໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ເດີ່ນດ້ານໜ້າພະເຈົ້າໄຊຍະເສດຖາທິຣາດ ພະທາດຫຼວງວຽງຈັນ ນະຄອນຫຼວງວຽງຈັນ. ໂດຍມີພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແລະ ເຈົ້າອະທິ ການວັດສີສະເກດ ພ້ອມດ້ວຍພະອາຈານໃຫຍ່ ອິນຊູນ ຮອງປະທານຄະນະປະຈຳສະມາຄົມພຸດທະສາສະໜາແຂວງກວາງຕຸ້ງ, ປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ເຈົ້າອາວາດວັດຫົງຟ້າ, ພະເຖ ລານຸເຖລະ, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານນາງ ບຸດສະດີ ທະນະເມືອງ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ມີການນຳພັກ-ລັດ, ການນຳນະຄອນຫຼວງ, ຄອບຄົວການນຳ ແລະ ພຸດທະສາສະນິກະຊົນຈຳນວນຫຼາຍເຂົ້າຮ່ວມ.
ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນຢ່າງເປັນທາງການ

ພິທີເປີດການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ (ນວ) ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 27 ຕຸລານີ້ ທີ່ໜ້ານໍ້າທ່າວັດຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທະນົງໄຊ ຄຸດໄພທູນ ປະທານສະພາປະຊາຊົນ ນວ, ທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກ ຄອງ ນວ, ທ່ານ ນາງ ສຸມາລີ ທຳມະວົງ ກຳມະການປະຈຳພັກ ນວ ເລຂາຄະນະພັກເມືອງຈັນທະບູລີ, ມີບັນດາທ່ານການນໍາພັກ-ລັດ, ຂັ້ນ ນວ ແລະ ເມືອງຈັນທະບູລີ, ບັນດາອະດີດການນໍາພັກ-ລັດ, ບັນດາຫົວໜ່ວຍທຸລະກິດ, ນັກສີພາຍ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ, ແຂກຖືກເຊີນເຂົ້າຮ່ວມ.
ບຸນອອກພັນສາ ນວ ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ

ບຸນອອກພັນສາ ນວ ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ

ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ), ທາງຄະນະຮັບຜິດຊອບຈັດງານບຸນເມືອງຈັນທະບູລີ ໄດ້ຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ດີ ສະແດງອອກທາງເຂົ້າ-ອອກສະດວກ ເຖິງແມ່ນວ່າຈະມີຜູ້ຄົນແໜ້ນໜາກໍຕາມ, ແຕ່ກໍໄດ້ຈັດສັນບ່ອນຫຼິ້ນສໍາລັບເດັກນ້ອຍ, ຮ້ານຂາຍເສື້ອຜ້າ, ຮ້ານຂາຍເຂົ້າຫຼາມ-ປີ້ງໄກ່, ເຄື່ອງດື່ມປະເພດອື່ນໆ ລວມທັງສະຖານທີ່ຝາກລົດໄວ້ຄອຍບໍລິ ການແຂກທີ່ມາທ່ອງທ່ຽວໃນງານບຸນໃຫ້ມີຄວາມສະດວກສະບາຍ, ສ່ວນພາຍໃນວັດອິນແປງ, ອົງຕື້, ຫາຍໂສກ, ຊຽງຍືນ, ມີໄຊ, ວັດຈັນ ກໍໄດ້ມີພິທີກໍາທາງສາສະໜາເພື່ອຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ດ້ານໜ້າ ບໍລິເວນວັດ ພໍ່ຄ້າ-ແມ່ຄ້າໄດ້ນໍາເອົາດອກໄມ້, ທູບທຽນ, ຂັນໝາກເບັງມາວາງຂາຍເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດ ໄດ້ຊື້ນໍາໄປສັກກາລະບູຊາພະພຸດທະຮູບ.
ເຂົ້າຫຼາມ-ປີ້ງໄກ່ ເອກະລັກງານບຸນປະເພນີຂອງຊາດ

ເຂົ້າຫຼາມ-ປີ້ງໄກ່ ເອກະລັກງານບຸນປະເພນີຂອງຊາດ

ບັນຍາກາດການຄ້າຂາຍໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຈໍາປີ 2026 ມີຄວາມຄຶກຄື້ນ, ຊາວຄ້າຂາຍຕ່າງກໍມີຄວາມຍິ້ມແຍ້ມແຈ່ມໃສ ແລະ ຂາຍດີໃນງານບຸນປີນີ້ ໂດຍມີມວນຊົນ ແລະ ນັກທ່ອງທ່ຽວເຂົ້າມາທ່ຽວຊົມຢ່າງຫຼວງຫຼາຍ. ພໍ່ຄ້າແມ່ຄ້າທີ່ມາຕັ້ງຮ້ານຂາຍເຄື່ອງຕ່າງກໍເວົ້າເປັນສຽງດຽວກັນວ່າ ການຄ້າຂາຍໃນປີນີ້ແມ່ນດີກວ່າເກົ່າ.
ອັດຕະປື ທຳລາຍຊິ້ນສ່ວນສັດປ່າ ພ້ອມປ່ອຍສັດປ່າ ທີ່ຍັງມີຊີວິດຄືນສູ່ທຳມະຊາດ

ອັດຕະປື ທຳລາຍຊິ້ນສ່ວນສັດປ່າ ພ້ອມປ່ອຍສັດປ່າ ທີ່ຍັງມີຊີວິດຄືນສູ່ທຳມະຊາດ

ກອງກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດ​ລ້ອມ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຈັດພິທີຈູດທຳລາຍຊິ້ນສ່ວນສັດປ່າ, ພ້ອມທັງໄດ້ປ່ອຍສັດປ່າ ທີ່ຍັງມີຊີວິດຈໍານວນໜຶ່ງກັບຄືນສູ່ທຳມະຊາດ, ສັດປ່າດັ່ງກ່າວແມ່ນຂອງກາງທີ່ເຈົ້າໜ້າທີ່ຢຶດໄດ້ຈາກປະຊາຊົນ ທີ່ໂຄສະນາຂາຍຜ່ານເຟສບຸກ ແລະ ນຳມາວາງຂາຍຕາມຕະຫຼາດ ຫຼັກ 3 ເມືອງສາມັກຄີໄຊ, ຕະຫຼາດຊາວບ້ານຫາດຊາຍຂາວ ເມືອງໄຊເສດຖາ, ບ້ານສະໝອງໃໝ່ ແລະ ບ້ານມິດສຳພັນ ເມືອງສະໜາມໄຊ.
ການນໍາ ນວ ເຂົ້າຮ່ວມກິດຈະກໍາ ໃນມື້ບຸນອອກພັນສາປະວໍຣະນາ

ການນໍາ ນວ ເຂົ້າຮ່ວມກິດຈະກໍາ ໃນມື້ບຸນອອກພັນສາປະວໍຣະນາ

ການນໍານະຄອນຫຼວງວຽງຈັນ (ນວ), ໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຈັນທະບູລີ ເຂົ້າຮ່ວມກິດຈະກໍາໃນມື້ບຸນອອກພັນສາປະວໍຣະນາ ໃນຕອນແລງວັນທີ 26 ຕຸລາຜ່ານມາ ທີ່ວັດ ອົງຕື້ວໍຣະມະຫາວິຫານ. ໃຫ້ກຽດເຂົ້າ ຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈໍາພັກ ນວ ຮອງປະທານຄະນະກໍາມະການປົກຄອງ ນວ, ທ່ານ ນາງ ສຸມາລີ ທໍາມະວົງ ຄະນະປະຈໍາພັກ ນວ ເລຂາຄະນະພັກເມືອງ ຫົວໜ້າຄະນະສະມາຊິກສະພາ ນວ ຊຸດທີ V ປະຈໍາເຂດເມືອງຈັນທະບູລີ, ພະອາຈານ ພວງປະເສີດ ພູມມາວົງ ຮອງປະທານ ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ ມີພໍ່, ແມ່, ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ຽວບຸນອອກພັນສາ-ໄຫຼເຮືອໄຟ ທີ່ນະຄອນ-ຫຼວງພະບາງ ຊົມຄວາມງົດງາມຈາກການໄຕ້ໂຄມໄຟ

ທ່ຽວບຸນອອກພັນສາ-ໄຫຼເຮືອໄຟ ທີ່ນະຄອນ-ຫຼວງພະບາງ ຊົມຄວາມງົດງາມຈາກການໄຕ້ໂຄມໄຟ

ບຸນອອກພັນສາ ເປັນບຸນປາງໜຶ່ງໃນຮີດ 12 ຂອງລາວ ເປັນການເປີດໂອກາດໃຫ້ພະສົງສາມະເນນ ໄດ້ກະທຳກິດຂອງສົງ ເຊັ່ນໄປເທດສັ່ງສອນອອກຕົນຍາດໂຍມ ບວດລູກ-ຫຼານຊາວບ້ານ ເພື່ອສືບຕໍ່ອາຍຸພຸດທະສາສະໜາ ແລະ ໄປຢ້ຽມຢາມຍາດພີ່ນ້ອງ, ອຸປະຊາອາຈານ ຕາມລະບຽບທີ່ກຳນົດໄວ້ໃນພະທຳຄຳສອນ, ອີກຄວາມໝາຍໜຶ່ງ ເປັນການບູຊາຮອຍພະພຸດທະບາດຢູ່ພື້ນບາດານ, ເພື່ອນ້ອມລະນຶກເຖິງຄຸນບິດາມານດາໃຫ້ມີຄວາມ ຈະເລີນຮຸ່ງເຮືອງ ເໝືອນດັ່ງແສງທຽນທີ່ໄຕ້ບູຊາ ທັງໝົດນັ້ນໄດ້ກາຍເປັນວັດທະນະທຳ-ຮີດຄອງປະເພນີ ອັນດີງາມທີ່ຄົງຄຸນຄ່າ ຕະຫຼອດມາຈົນເຖິງທຸກວັນນີ້.
ທ່ານນາງ ວຽງທອງ ສີພັນດອນ ຢ້ຽມຊົມຮ້ານວາງສະແດງ ຊຸກຍູ້ສິນຄ້າທ້ອງຖິ່ນໃນງານບຸນອອກພັນສາ ທີ່ຄຳມ່ວນ

ທ່ານນາງ ວຽງທອງ ສີພັນດອນ ຢ້ຽມຊົມຮ້ານວາງສະແດງ ຊຸກຍູ້ສິນຄ້າທ້ອງຖິ່ນໃນງານບຸນອອກພັນສາ ທີ່ຄຳມ່ວນ

ໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ ໃນວັນທີ 26 ຕຸລາ 2026 ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ຢ້ຽມຊົມຮ້ານວາງສະແດງ ແລະ ຈຳໜ່າຍສິນຄ້າ ໃນງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອ ປະຈຳປີ 2026. ໂດຍມີທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະນຳແຂວງ ແລະ ບັນດາພັນລະຍາການນໍາແຂວງເຂົ້າຮ່ວມ.
ເພີ່ມເຕີມ