ສາຍການບິນ ຫວຽດເຈັດ (Vietjet) ໄດ້ຈັດພິທີສະເຫຼີມສະຫຼອງຕ້ອນຮັບຜູ້ໂດຍສານທີ່ບັນລຸເຖິງ 200 ລ້ານຄົນ

ຫວຽດເຈັດ ​ສະຫຼອງທີ່​ມີ​ຜູ້​ໂດຍສານຄົບ 200 ລ້ານ​ຄົນ

ຫວຽດເຈັດ ​ສະຫຼອງທີ່​ມີ​ຜູ້​ໂດຍສານຄົບ 200 ລ້ານ​ຄົນ
ສາຍການບິນ ຫວຽດເຈັດ (Vietjet) ໄດ້ຈັດພິທີສະເຫຼີມສະຫຼອງຕ້ອນຮັບຜູ້ໂດຍສານທີ່ບັນລຸເຖິງ 200 ລ້ານຄົນ ຊຶ່ງເປັນຂີດໝາຍຄວາມສໍາເລັດໃນການເດີນທາງເຊື່ອມຕໍ່ທາງອາກາດລະຫວ່າງ ຫວຽດນາມ ແລະ ທົ່ວໂລກ. ຜູ້ໂດຍສານໝາຍເລກ 200 ຊື່ວ່າ Sandeep Mehta ເປັນນັກທຸລະກິດຊາວອິນເດຍ ໄດ້ຮັບຂອງຂວັນພິເສດບໍ່ເສຍຄ່າສຳລັບໜຶ່ງປີໃນຖ້ຽວບິນລະຫວ່າງປະເທດຂອງສາຍການບິນ Vietjet.

ເພື່ອສະເຫຼີມສະຫຼອງໃນຄັ້ງນີ້ Vietjetຍັງໄດ້ປະກາດເປີດເສັ້ນທາງບິນສາຍໃໝ່ທີ່ເຊື່ອມຕໍ່ລະຫວ່າງ Ahmedabad ພາກຕາເວັນຕົກຂອງອິນເດຍ ກັບນະຄອນແຄມທະເລທີ່ມີຊື່ສຽງຂອງຫວຽດນາມຄື Da Nang ໂດຍຈະເລີ່ມດຳເນີນການໃນເດືອນຕຸລາ ປີ 2024. ການປະກາດດັ່ງກ່າວ ມີຂຶ້ນໃນງານ Vietnam - India Business Forum ຢູ່ນະຄອນຫຼວງນິວແດນລີ (New Delh) ປະເທດອິນເດຍ ແລະ ຜູ້ເຂົ້າຮ່ວມພິທີມີ ທ່ານ ຟ້າມມິງຈິງນາຍົກລັດຖະມົນຕີ ສສ ຫວຽດນາມພ້ອມດ້ວຍຜູ້ຕາງໜ້າວິສາຫະກິດຈາກທັງສອງປະເທດ. ໃນໂອກາດນີ້, Vietjetໄດ້ສະເໜີໂປຣໂມຊັນໃນລາຄາພິເສດນັບແຕ່ວັນທີ 5 ຮອດວັນທີ 8 ສິງຫາ 2024 ດ້ວຍປີ້ 2 ລ້ານໃບໃນລາຄາພຽງ 55 ໂດລາ/ຖ້ຽວ. (ລວມທັງພາສີ ແລະ ຄ່າທໍານຽມ) ໃນເຄືອຂ່າຍການບິນພາຍໃນ ແລະ ຕ່າງປະເທດຂອງ Vietjet. ນັກທ່ອງທ່ຽວຈາກປະເທດລາວສາມາດຖືໂອກາດນີ້ ເພື່ອຊື້ປີ້ລາຄາພິເສດໄດ້ທີ່ www.vietjetair.com ແລະ ແອັບມືຖື Vietjet Air, ໂດຍເດີນທາງລະຫວ່າງວັນທີ 4 ກັນຍາ 2024 ຫາ 22 ພຶດສະພາ 2025 (ບໍ່ລວມມື້ພັກທາງລັດຖະການ) ຊຶ່ງເປັນໂອກາດດີສໍາລັບນັກທ່ອງທ່ຽວຈາກລາວ ທີ່ວາງແຜນທີ່ຈະເດີນທາງໄປຈຸດໝາຍປາຍທາງທີ່ສໍາຄັນອື່ນໆເຊັ່ນ: Ahmedabad, Mumbai ແລະ New Delhi ໃນປະເທດອິນເດຍ. ສາມາດເດີນທາງຜ່ານເຄືອຂ່າຍການບິນຂອງ Vietjetດ້ວຍຈຸດເຊື່ອມຕໍ່ຢູ່ທີ່ນະຄອນໂຮ່ຈິມິນ ດ້ວການເດີນທາງທີ່ສະດວກຂຶ້ນ ພ້ອມລາຄາທີ່ປະຢັດ. ສາຍການບິນ Vietjetມີຖ້ຽວບິນຈາກນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈິມິນດ້ວຍ 4 ຖ້ຽວຕໍ່ອາທິດ.

Vietjetເປັນສາຍການບິນບຸກເບີກທີ່ໄດ້ເປີດບໍລິການຖ້ຽວບິນໂດຍກົງທີ່ເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ອິນເດຍ ນັບແຕ່ປີ 2019 ໂດຍເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວມີທາງເລືອກໃນການເດີນທາງທີ່ສະດວກ ແລະ ກຸ້ມຄ່າ. ປັດຈຸບັນ Vietjetໄດ້ໃຫ້ບໍລິການ 7 ເສັ້ນທາງ ໃນນັ້ນມີ 56 ຖ້ຽວບິນຕໍ່ອາທິດລະຫວ່າງຫວຽດນາມ ແລະ ອິນເດຍ ພ້ອມທັງໃຫ້ບໍລິການຂົນສົ່ງຜູ້ໂດຍສານເກືອບ 1,3 ລ້ານຄົນ. Vietjetຕ້ອນຮັບຜູ້ໂດຍສານເທິງເຮືອບິນທີ່ທັນສະໄໝ ແລະ ການບໍລິການທີ່ເປັນມືອາຊີບ, ເປັນມິດ ແລະ ມີຄວາມໃສ່ໃຈ. ທ່ານສາມາດຮັບປະທານອາຫານຫວຽດນາມ, ອິນເດຍ ແລະ ອາຫານສາກົນເຊັ່ນ: ເຂົ້າຈີ່ປາເຕ້, ເຝີຫວຽດ, ເຂົ້າບາສມາຕີ ແລະ ອາຫານຮ້ອນໆ ທີ່ດີຕໍ່ສຸຂະພາບ ແລະ ແຊບໆອີກຫຼາຍລາຍການ. ນອກຈາກນັ້ນ, Vietjetຍັງໄດ້ມອບປະກັນໄພ SkyCareໃຫ້ກັບຜູ້ໂດຍສານທັງໝົດ ພ້ອມທັງມີໂອກາດທີ່ຈະໄດ້ລຸ້ນຮັບລາງວັນທຸກມື້ ຜ່ານໂຄງການສະສົມຄະແນນໃນ VietjetSkyJoy.

ຂ່າວ:ຕຸໄລເພັດ ຂໍ້ມູນຫວຽດເຈັດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ